ເຖິງ ສົມບັດ…ຈາກ ຊູຍມິງ (3)

ສົມບັດ​ທີ່​ຮັກ​,

SB-MOຂ້ອຍ​ຂຽນ​ເຖິງ​ເຈົ້າ​ເພື່ອ​ແຈ້ງ​ຂ່າວເສົ້າ ສະຫຼົດ​ໃຈ​ ມື້​ເຊົ້າ​ນີ້​ແມ່​ຜູ້​ເປັນ​ທີ່​ຮັກ​ແລະ​ເຄົາລົບ​ຂອງ​ເຈົ້າ​ໄດ້​​ເສຍ​ຊີວິດ​ແລ້ວ. ​ເປັນ​ເວລາ​ຫຼາຍ​ກວ່າ 6 ​ເດືອນທີ່​ສຸຂະພາບ​ຂອງ​ລາວ​​ຊຸດ​ໂຊມ​ ​ແລະ​ ​ເຖິງ​ວ່າ​ລາວ​ຈະ​​ອ່ອນ​ເພຍ ​ແຕ່​ລາວ​ໄດ້​ພະຍາ​ມຕໍ່ສູ້​ເພື່ອ​ໃຫ້​ມີ​ລົມ​ຫາຍ​ໃຈ​ຢູ່​ຕໍ່ ​​ຕັ້ງ​ຕາລໍ​ຖ້າ​​ເພື່ອ​ໃຫ້ໄດ້​ພົບ​​ເຈົ້າ​ຈົນ​ຮອດ​ນາ​ທີ​ສຸດ​ທ້າຍ.

​ແມ່​ຂອງ​ເຈົ້າ​ເປັນ​ໜຶ່ງ​ໃນ​ບັນດາບຸກຄົນ​ທີ່​ມີ​ຈິດ​ໃຈ​ດີ ​ແລະ ມີ​ເມດ​ຕາ​ທີ່​ສຸດ​ເທົ່າ​ທີ່​ຂ້ອຍ​ເຄີຍຮູ້ຈັກມາ ​ແລະ ມັນ​ກໍ​ຊັດ​ເຈນວ່າ​​ເຈົ້າ​ກັບ​ລາວ​ມີ​ສາຍ​​ໄຍ​ພິ​ເສດ​​ນີ້​. ຫຼາຍ​ຄັ້ງ​ທີ່​ຂ້ອຍ​ເຈົ້າ​​ເບີກ​ບ້ານ ​ເມື່ອ​ພວກ​ເຈົ້າ​ໄດ້ພົບ​ກັນ. ​ເນື່ອງ​ຈາກ​​ເຈົ້າ​ເປັນ​ລູກ​ຄົນ​ທຳ​ອິດ​ຂອງ​ລາວ ​​ແນ່ນອນ​ວ່າ​ເຈົ້າ​​ເປັນ​ແກ້ວຕາ​ດວງ​ໃຈ​ຂອງ​ລາວ​. ​​​ໃນ​ນາມ​ລູກ​ຊາຍ​ກົກ ​ເຈົ້າ​ເຫັນວ່າ​ມັນ​ແມ່ນໜ້າ​ທີ່​ຈະ​ຕ້ອງ​ແບ່ງ​ເບົາ​ຄວາ​ມທຸກຍາກ​ໃຫ້​ແກ່​ພໍ່​ແມ່​ໃຫ້​​ໄດ້ຫຼາຍ​ທີ່ສຸດ​ເທົ່າ​ທີ່​ຈະ​ເຮັດ​​ໄດ້. ​ເຈົ້າ​​ເລົ່າ​ໃຫ້​ຂ້ອຍ​ຟັງ​ເປັນ​ປະ​ຈຳວ່າແມ່​ເຈົ້າ​ຕ້ອງ​ເຮັດ​ວຽກ​ໜັກ​ສຳ່​ໃດ ​ໄປ​ພ້ອມໆ ກັບ​ລ້ຽງ​ດູລູກໆ. ​​​ເຈົ້າ​ເວົ້າ​ເຖິງ​ລາວ​ດ້ວຍ​ຄວາມ​ຮັກ​ແລະ​ເຄົາລົບ ​ແລະ​ເວົ້າ​ໃຫ້​ຟັງ​ເລື້ອຍໆ​ວ່າລາວ​ບໍ່​ເຄີຍ​ຈົ່ມ​ເຖິງ​​ແມ່ນ​ວ່າ​ຕົນ​ເອງ​ພົບ​ກັບ​ຄວາມ​ຍາກ​ລຳບາກຫຼາຍ​ສ່ຳໃດ ​ເຈົ້າ​ຄົງຈະ​ຊືມຊັບ​ເອົາ​​ລັກ​ຊະນະພິ​ເສດ​ຂອງ​ລາວ ກໍ​ຄື ຈິດທີ່​ອ່ອນ​ໂຍນ, ຄວາມມີ​ເມດ​ຕາ, ຄວາມອົດ​ທົດ,​​ແລະ ​ການ​​ເອົາ​ໃຈ​ໃສ່​ໃນ​ວຽກ​ງານ . Continue reading “ເຖິງ ສົມບັດ…ຈາກ ຊູຍມິງ (3)”

ຫ້າຮ້ອຍວັນທີ່ທ່ານສົມບັດຫາຍໄປ

ວິທະຍຸເອເຊຍເສຣີ: 29 ເມສາ 2014

ນາງ ອຶງ ຊຸຍເມັງ ພັລຍາ ຂອງທ່ານ ສົມບັດ ສົມພອນ ເດີນທາງມາ ສະຫະຮັຖ ອະເມຣິກາ ເພື່ອເຜີຍແພ່ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ
ນາງ ອຶງ ຊຸຍເມັງ ພັລຍາ ຂອງທ່ານ ສົມບັດ ສົມພອນ ເດີນທາງມາ ສະຫະຮັຖ ອະເມຣິກາ ເພື່ອເຜີຍແພ່ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ

ການຫາຍໄປ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ອາວຸໂສ ດີເດັ່ນ ຂອງລາວ ຜ່ານໄປ ເປັນເວລາ ຫ້າ ຮ້ອຍວັນ ແລ້ວ ກໍຍັງ ບໍ່ມີ ຮ່ອງຮອຍ, ແຕ່ວ່າ ຍານາງ ອືງ ຊຸຍເມັງ ຜູ້ເປັນ ພັລຍາ ກໍ ຍັງຄົງ ບໍ່ສິ້ນຫວັງ ແລະ ຍັງ ລໍຄອຍ ວ່າ ຜູ້ເປັນ ສາມີ ຈະກັບມາ.

ຍານາງ ອຶງ ຊຸຍເມັງ ໄດ້ ເດີນທາງ ມາ ສະຫະຮັຖ ອະເມຣິກາ ເພື່ອ ຕ້ອງການ ຢາກ ຈະເຜີຍແພ່ ໃຫ້ຄົນຢູ່ ປະເທດ ສະຫະຣັຖ ໄດ້ຮູ້ ກ່ຽວກັບ ການ ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ແລະ ຢາກຮ້ອງຮຽນ ໃຫ້ ຣັຖບານ ສະຫະຣັຖ ຊ່ວຍເຫລືອ ໃນ ເຣື້ອງນີ້. ຍານາງ ກ່າວຕໍ່ ນັກຂ່າວ ເອເຊັຍ ເສຣີ ທີ່ ນະຄອນ ຫລວງ ວໍຊິງຕັນ ດີຊີ ໃນວັນທີ 29 ເມສາ ວ່າ:

“ຮ້ອງຂໍ ຣັຖບານ ສະຫະຣັຖ ຖ້າເຮັດ ຊ່ວຍໄດ້ ຜັກດັນ ໃຫ້ລາວ ເນາະ ກະຊອກຫາ ສົມບັດ ຊອກຫາ ສົມບັດ ໃຫ້ເພີ່ນ ກັບຄືນ ສູ່ຄອບຄົວ ດ້ວຍຄວາມ ປອດໄພ”.

ທ່ານ ສົມບັດ ສົມພອນ ເປັນນັກ ພັທນາ ອາວຸໂສ ດີເດັ່ນ ຂອງ ລາວ ຈົນໄດ້ ຮັບຣາງວັນ ແມັກ ໄຊໄຊ ອາຫວອດ ປີ 2005. ອີງຕາມ ຫລັກຖານ ຈາກ ກ້ອງ ວົງຈອນປິດ, ທ່ານ ສົມບັດ ສົມພອນ ຖືກລັກ ພາຕົວ ໃນ ວັນທີ 15 ທັນວາ ປີ 2012 ເວລາ ປະມານ 18 ໂມງ ເຫດການ ເກີດຂຶ້ນ ໃນມື້ນັ້ນ ເມື່ອ ຣົດຂອງ ທ່ານ ຖືກ ເຈົ້າໜ້າທີ່ ຕຳຫຣວດ ຈະຣາຈອນ ຢຸດ ຢູ່ປ້ອມຍາມ ຕຳຫຣວດ ຕໍ່ໜ້າ ໂຮງຮຽນ ການຊ່າງ ລາວ- ເຢັຽຣະມັນ ຖະໜົນ ທ່າເດື່ອ ເຂດ ບ້ານວັດນາກ,  ເມືອງ ສີສັດຕະນາກ, ນະຄອນ ຫລວງ ວຽງຈັນ ຕໍ່ມາ ທ່ານໄດ້ລົງ ຈາກຣົດ ຍ່າງໄປກັບ ເຈົ້າໜ້າທີ່ ຕຳຫຣວດ ໄປໃນ ປ້ອມຍາມ ນັ້ນ ຈາກນັ້ນ ຕໍ່ມາ ມີຊາຍ ຄົນນຶ່ງ ຂີ່ລົດຈັກ ມາຈອດ ຢູ່ໃກ້ກັບ ປ້ອມຍາມ ຕຳຫຣວດ ແລ້ວ ແລ່ນເຂົ້າໄປ ໃນ ປ້ອມຍາມ ຈາກນັ້ນ ຊາຍຄົນນັ້ນ ກໍອອກ ມາຂັບຣົດ ຂອງ ທ່ານ ສົມບັດ ອອກໄປ.

ຕໍ່ມາ ບໍ່ດົນ ກໍມີຣົດ ກະບະ ສີເງິນ ຂັບມາ ພ້ອມດ້ວຍ ເປີດໄຟ ຂໍທາງ ແລ້ວມາຈອດ ຢູ່ ປ້ອມຍາມ ແລ້ວ ທ່ານ ສົມບັດ ກໍຖືກ ນຳຕົວຂຶ້ນ ຣົດຄັນນັ້ນ ແລ້ວກໍຂັບ ອອກໄປ ຫລັງຈາກ ນັ້ນ ກໍບໍ່ເຫັນ ທ່ານ ສົມບັດ ອີກ ເລີຍ. ນັບແຕ່ມື້ທີ່ ທ່ານ ສົມບັດ ສົມພອນ ຖືກລັກພາ ຕົວໄປ ຈົນມາເຖີງ ປັດຈຸບັນ ກໍຍັງ ບໍ່ມີຂ່າວ ຫຍັງ ກ່ຽວກັບ ທ່ານ ສົມບັດ ແລະ ບໍ່ຮູ້ວ່າ ຊະຕາກັມ ຈະເປັນ ແນວໃດ. ເຖີງຢ່າງໃດ ກໍຕາມ ຜູ້ ເປັນເມັຍ ກໍຍັງຄົງ ຈະສືບຕໍ່ ຊອກຫາ ທ່ານ ສົມບັດ ຕໍ່ໄປ ຍັງກ່າວ ອີກວ່າ:

“ຂ້ອຍກໍຕ້ອງ ຢູ່ເມືອງ ລາວ ເພື່ອ ຟັງຂ່າວ ແລະ ຊອກຫາ ສົມບັດ ມື້ໃດ ສົມບັດ ບໍ່ກັບບ້ານ ຂ້ອຍ ກໍຢູ່ລາວ ຂ້ອຍກໍຢາກ ຢູ່ລາວ ຖ້າ ສົມບັດ ກັບມາ”.

ການຫາຍຕົວໄປ ຂອງ ທ່ານ ສົມບັດ ສົມພອນ ຢູ່ຕໍ່ໜ້າ ປ້ອມ ຕຳຫຣວດ ນະຄອນ ຫລວງ ວຽງຈັນ ຖືວ່າ ເປັນ ກໍຣະນີ ການບີບ ບັງຄັບ ບຸກຄົນ ໃຫ້ ຫາຍສາບສູນ ແລະ ເປັນເຣື້ອງ ຣະເມີດ ສິດທິ ມະນຸດ ຢ່າງ ຮ້າຍແຮງ.

ພັນລະຍາ ທ່ານສົມບັດ ສົມພອນ ຍັງບໍ່ໄດ້ຮັບຂ່າວຄາວ ຈາກຜູ້ເປັນສາມີ ທີ່ຫາຍຕົວໄປ

Voice of America: 22 ເມສາ 2014

APF-02
ພາກປະຊາສັງຄົມ ທັງໃນອາຊຽນ ແລະນາໆຊາດ ໄດ້ພາກັນ ຮຽກຮ້ອງໃຫ້ ຊອກຫາ ທ່ານສົມບັດ.

ພັນລະຍາ ຂອງທ່ານສົມບັດ ສົມພອນ ຍັງບໍ່ໄດ້ຮັບຂ່າວຄາວໃດໆເລີຍຈາກຜູ້ເປັນສາມີທັງຍັງບໍ່ມີຄວາມຄືບໜ້າ ໃນການສອບສວນ ສືບສວນຫາຄວາມຈິງໂດຍທາງການຕຳຫຼວດລາວອີກດ້ວຍ.

ພາຍຫຼັງຈາກທີ່ ທ່ານນາງ Ng Shui Meng ພັນລະຍາ ຂອງ ທ່ານ ສົມບັດ ສົມພອນ ນັກພັດທະນາລາວ ຜູ້ດີເດັ່ນຂອງອາ ຊ່ຽນ ທີ່ໄດ້ຫາຍຕົວໄປ ນັບແຕ່ວັນທີ 15 ທັນວາ 2013 ເປັນຕົ້ນມານັ້ນ ໄດ້ຖະແຫລງການ ໃນໂອກາດການຫາຍຕົວໄປ ຂອງທ່ານສົມບັດ ຄົບຮອບ 1 ປີ ເພື່ອເຊີນຊວນ ໃຫ້ຜູ້ທີ່ຮັກ ຄວາມເປັນທຳ ທັງໃນລາວ ແລະຕ່າງປະເທດ ຈົ່ງໄດ້ພາກັນຂຽນຈົດໝາຍເຖິງ ທ່ານສົມບັດ ທີ່ມີເນື້ອຫາກ່ຽວກັບຊີວິດ ແລະ ຜົນງານ ແນວຄວາມຄິດ ອຸດົມການ ແລະ ວິທີການ ປະຕິບັດງານ ຂອງທ່ານສົມບັດ ເພື່ອເຜີຍແຜ່ອອກສູ່ການຮຽນຮູ້ ໃນວົງກວ້າງນັບແຕ່ ວັນທີ 15 ທັນວາ 2013 ເປັນຕົ້ນມາ ກໍປະກົດວ່າ ໄດ້ຮັບການຕອບສະໜອງຈາກ ພາກປະຊາສັງຄົມ ທັງໃນອາຊຽນ ແລະນາໆ ຊາດຢ່າງກວ້າງຂວາງ.

ທັງນີ້ໂດຍບັນດາຈົດໝາຍ ແລະ ການສະແດງອອກຕ່າງໆ ທີ່ກ່ຽວຂ້ອງກັບ ທ່ານສົມບັດ ດັ່ງກ່າວໄດ້ຖືກເຜີຍແຜ່ສູ່ ການຮັບຮູ້ໃນວົງກວ້າງໂດຍ Website ແລະ Facebook ທີ່ ຊື່ວ່າ Find Sombath Somphone ທີ່ມີທັງ ຈົດໝາຍ ການຈັດກິດຈະກຳ ແລະ ການ ສະແດງອອກ ທີ່ເປັນສັນຍາລັກ ຂອງການທວງຖາມ ອຳນາດການປົກຄອງ ໃນລາວ ກ່ຽວກັບການຫາຍຕົວໄປ ຂອງທ່ານສົມບັດ.

Members of Amnesty International Japan and Human Rights Watch protest at the Laos Embassy in Tokyo in December 2013. (Hideki Yakabayashi)
ເຄືອຂ່າຍອົງກອນ ພັດທະນາເອກະຊົນຍີ່ປຸ່ນ ຮຽກຮ້ອງໃຫ້ ຊອກຫາ ທ່ານສົມບັດ

ໂດຍການປະຕິບັດດັ່ງກ່າວນີ້ ກໍເພື່ອເປັນການສົ່ງກຳລັງໃຈ ແລະ ຄວາມປາດຖະໜາດີ ໄປເຖິງ ທ່ານສົມບັດ ທີ່ຫາຍຕົວໄປ ນັບເປັນລະຍະເວລາເກືອບ 500 ວັນມາແລ້ວ ຫາກແຕ່ວ່າຈົນ ເຖິງທຸກມື້ ສຳລັບທ່ານນາງ Ng Shui Meng ນັ້ນກໍຍັງຄົງ ບໍ່ໄດ້ຮັບຂ່າວຄາວໃດໆເລີຍ ຈາກຜູ້ເປັນສາມີ ຂອງທ່ານນາງ ແລະ ບໍ່ມີຄວາມຄືບໜ້າໃດໆ ເລີຍ ຈາກການສືບສວນສອບສວນ ຂອງທາງການຕຳຫຼວດລາວ ດັ່ງທີ່ທ່ານນາງໄດ້ກ່າວວ່າ:

“ສົມບັດ ເປັນຄົນສັນຊາດລາວ ລາວໄດ້ຫາຍໄປຢູ່ຕໍ່ໜ້າ ປົດຕຳຫຼວດ ໃນວຽງຈັນ ເລື້ອງທີ່ວ່າຜູ້ໃດເປັນ ຜູ້ຮັບຜິດຊອບ ໃນການ ເອົາລາວໄປນັ້ນບໍ່ສຳຄັນ ແຕ່ທີ່ສຳຄັນ ແມ່ນວ່າ ມັນຍັງແມ່ນຄວາມ ຮັບຜິດຊອບ ຂອງລັດຖະບານ ແລະ ຂອງກຳລັງຮັກສາຄວາມປອດໄພ ຢູ່ທີ່ຈະຊອກ ຫາ ສົມບັດ ໃຫ້ເຫັນແລ້ວສົ່ງລາວ ໃຫ້ຂ້າພະເຈົ້າ ແລະ ຄອບຄົວຢ່າງ ປອດໄພ ພວກເຂົາເຈົ້າ ໄດ້ຈັດຕັ້ງທີມງານສືບສວນຂຶ້ນມາ ແຕ່ກໍບໍ່ເຫັນວ່າມີຫຍັງດີເພາະເທົ້າເຖິງປັດຈຸບັນນີ້ ກໍບໍ່ໄດ້ມີຂ່າວຄາວອັນໃດວ່າ ສົມບັດ ຢູ່ແຫ່ງໃດ.”

ນອກຈາກການເຊີນຊວນໃຫ້ມີການ ຂຽນຈົດໝາຍເຖິງ ທ່ານສົມບັດ ດັ່ງກ່າວແລ້ວບັນດາອົງການ ຄຸ້ມຄອງ ສິດທິມະນຸດຍະຊົນສາກົນເຊັ່ນ ເຄືອຂ່າຍສະໝານສັນພາກປະຊາຊົນອາຊຽນ ຄະນະປະສານງານມະຫະກຳ ພາກປະຊາຊົນເອເຊຍກັບ ຢູໂຣບ ຄະນະກຳມະການປະສານງານ ອົງກອນພັດທະນາເອກະຊົນໄທ ເຄືອຂ່າຍ
ອົງກອນພັດທະນາເອກະຊົນຍີ່ປຸ່ນ ແລະ ເຄືອຂ່າຍເຍົາວະຊົນອາຊຽນກໍໄດ້ພາກັນ ຈັດກິດຈະກຳ ເພື່ອຮຽກຮ້ອງຂໍໃຫ້ ທາງການລາວຕາມຫາ ແລະ ໃຫ້ການຊ່ວຍເຫຼືອ ທ່ານສົມບັດ ຢ່າງຈິງຈັງອີກດ້ວຍ.

ກ່ອນໜ້ານີ້ ທ່ານ Walden Bello ຮອງປະທານ ຄະນະກຳມະການ ດ້ານສິດທິ ມະນຸດຍະຊົນ ຂອງລັດຖະສະພາ ອາຊຽນ ໄດ້ຖະແຫຼງການໃນໂອກາດທີ່ຄະນະຜູ້ ແທນຂອງລັດຖະສະພາຢູໂຣບ ຢ້ຽມຢາມ ສປປ. ລາວຢ່າງເປັນ ທາງການ ໃນວັນທີ 28 ຕຸລາ ປີ 2013 ວ່າຖືເປັນອີກໂອກາດນຶ່ງທີ່ຈະໄດ້ທວງຖາມທາງການລາວເຖິງ ຄວາມຄືບໜ້າ ຂອງການສືບສວນຫາຄວາມຈິງກ່ຽວກັບກໍລະນີ ຂອງທ່ານສົມບັດ.

People in Minneapolis are asking...
ນາໆ ຊາດພາກັນ ຮຽກຮ້ອງໃຫ້ ຊອກຫາ ທ່ານ ສົມບັດ

ຄະນະຜູ້ແທນຂອງລັດຖະສະພາຢູໂຣບ ທີ່ຢ້ຽມ ຢາມລາວ ດັ່ງກ່າວ ນຳໂດຍ ທ່ານ Werner Langen ປະທານ ລັດຖະສະພາຢູໂຣບຊຶ່ງ ຄະນະຂອງທ່ານກໍໄດ້ ພົບປະເຈລະຈາຮ່ວມ ກັນກັບ ຄະນະຜູ້ແທນ ຂອງສະພາແຫ່ງຊາດ ລາວ ທີ່ມີ ທ່ານໄຊ ສົມພອນ ພົມວິຫານຮອງ ປະທານສະພາ ແຫ່ງຊາດລາວເປັນຫົວໜ້າ ຄະນະໂດຍທັງ ສອງຝ່າຍ ກໍໄດ້ແລກປ່ຽນ ທັດສະນະ ຄວາມ ເຫັນທັງໃນດ້ານ ການພັດທະນາ ເສດຖະກິດ ສັງຄົມ ແລະ ສິດທິມະນຸດຍະຊົນ ທັງທີ່ເປັນ ການຮ່ວມມື ລະຫວ່າງສະພາແຫ່ງ ຊາດລາວ ກັບ ລັດຖະສະພາຢູໂຣບແລະ ລັດຖະສະພາຢູ່ໂຣບ ແລະ ລັດຖະສະພາອາຊຽນດ້ວຍ.

ແຕ່ຢ່າງໃດກໍຕາມ ສະມາຊິກລັດຖະສະພາຢູໂຣບ ກໍເຄີຍພົບປະເຈລະຈາ ກັບຄະນະເຈົ້າ ໜ້າທີ່ຂອງທາງການລາວ ຢູ່ນະຄອນວຽງຈັນມາ​ແລ້ວ​ ຄັ້ງນຶ່ງ​ເມື່ອ​ ເດືອນ​ສິງຫາ ປີກາຍ ​ໂດຍ​ຄະນະ​ຜູ້​ແທນ​ຂອງ​ລັດຖະສະພາ​ຢູ​ໂຣບກໍ​ໄດ້​ຢືນຢັນ​ວ່າ​ຈະ​ດຳ​ເນີນ​ມາດ​ຕະການ​ກົດ​ດັນ ຕໍ່​ລັດຖະບານ​ລາວຫຼາຍຂຶ້ນ​ໃນ​ກໍລະນີ​ຂອງ​ການ​ຫາຍ​ຕົວ​ໄປ​ ຂອງ​ທ່ານສົມບັດ ​ເພາະ​ເຫັນ​ວ່າ​ທາງ​ການ​ລາວ​ບໍ່​ໄດ້​ດຳ​ເນີນ​ການ​ຢ່າງ​ຈິງ​ຈັງ​ໃນ​ການຄົ້ນຫາ ​ຄວາມ​ຈິງ.

ທັງ​ນີ້​ໂດຍ​ກໍລະນີ​ທີ່​ສະທ້ອນ​ ໃຫ້​ເຫັນ​ເຖິງ​ຄວາມ​ບໍ່​ຈິງ​ຈັງ ຂອງ​ທາ​ງການ​ລາວ​ໄດ້​ຢ່າງ​ຈະ​ແຈ້ງ​ກໍ​ຄື​ການ​ທີ່​ບໍ່​ໄດ້​ໃຊ້​ປະ​ໂຫຍ​ດ ຈາກ​ພາບ​ທີ່​ກ້ອງ​ວົງ​ຈອນ​ປິດ​ຂອງ​ທາງ​ການ​ລາວ​ບັນ​ທຶກ​ໄ​ວ້​ໄດ້​ ໃນ​ຕອນ​ແລງ​ຂອງ​ວັນ​ທີ 15 ທັນ​ວາ 2012 ຊຶ່ງ​ເປັນ​ມື້​ທີ່​ ທ່ານ​ສົມບັດ ຖື​ກລັກ​ພາ​ຕົວ​ໄປ​ຈາກ​ປ້ອມ​ຕຳຫຼວດ​ ໃນ​ເຂ​ດນະຄອນ​ວຽງ​ຈັນ.

Shui Meng Ng ກ່າວຢູ່ນະຄອນ ຊິດນີ

ວິທະຍຸເອເຊຍເສຣີ: (26 ກຸມພາ 2014)

ດຣ.Shui Meng Ng ກ່າວຕໍ່ສາທາຣະນະຊົນຢູ່ ມະຫາວິທະຍາໄລ ຊິດນີ ອອສເຕຣເລັຽ ວັນພຸດວັນທີ 26 ກຸມພາ 2014
ດຣ. Shui Meng Ng ກ່າວຕໍ່ສາທາຣະນະຊົນຢູ່ ມະຫາວິທະຍາໄລ ຊິດນີ ອອສເຕຣເລັຍ ວັນພຸດວັນທີ 26 ກຸມພາ 2014. RFA

ເປັນເທື່ອທຳອິດທີ່ ດຣ. Shui Meng Ng ພັລຍາຂອງ ດຣ.ສົມບັດສົມພອນ ໄດ້ເດີນທາງມາກ່າວຕໍ່ ສາທາຣະນະຊົນຢູ່ ມະຫາວິທະຍາໄລ ຊິດນີປະເທດອອສເຕຣເລັຽໃນຄືນວັນພຸດວັນທີ 26 ກຸມພາ 2014, ນັບຕັ້ງແຕ່ ດຣ. ສົມບັດໄດ້ຖືກ ຈັບ ແລະຫາຍໄປ ຕັ້ງແຕ່ຄືນວັນທີ 15 ທັນວາ 2012, ຊຶ່ງເປັນເວລາກວ່າ 1 ປີແລ້ວ.

ຈຸດປະສົງໃນການອອກມາກ່າວ ກໍເພື່ອເນັ້ນໃຫ້ຊາວໂລກຮູ້ກ່ຽວກັບວຽກງານຂອງ ດຣ. ສົມບັດຊຶ່ງບໍ່ເຄີຍ ລ່ວງລຳ້ເຂດ ອຳນາດຂອງທາງການ ລາວ ດຣ. Shui Meng Ng ເວົ້າກັບຜູ່ສື່ຂ່າວວິທຍຸເອເຊັຍເສຣີຢູ່ ນະຄອນຊິດນີ ອອສເຕຣເລັຍວ່າ:

“ສິ່ງທີ່ເພິ່ນເຮັດໂຄງການໃດກໍຕາມກໍຕ້ອງໄດ້ຮັບອະນຸຍາດ ຈາກຣັຖບານກ່ອນທຳອິດແມ່ນຂັ້ນສູນກາງ, ຕໍ່ມາກໍຂັ້ນແຂວງ, ຂັ້ນເມືອງຂັ້ນ ບ້ານ. ອີກອັນໜຶ່ງສົມມຸດວ່າລົງໄປອົບຮົມ ຊາວນາຊາວສວນຢູ່ໃນບ້ານຫລື ວ່າຊາວໜຸ່ມກໍມີບັນດາ ຣັຖບານໄປນຳເພິ່ນເນາະບໍ່ແມ່ນວ່າ ເຮັດບໍ່ໄດ້ຮັບອະນຸຍາດ. ອີກອັນໜຶ່ງ ໂຄງການໃດກໍມີການປຶກສາຫາລືກັນ ຈັ່ງຊັ້ນຈັ່ງວ່າຂ້າພະເຈົ້າບໍ່ເຂົ້າໃຈ”. Continue reading “Shui Meng Ng ກ່າວຢູ່ນະຄອນ ຊິດນີ”

ສົມບັດ ສົມພອນ, ນັກພັດທະນາສັງຄົມໄດ້ ຫາຍຕົວຄົບຮອບ 10 ເດືອນ, ເຮັດໃຫ້ຜູ້ເປັນພັນລະຍາ ດີ້ນຮົນວິງວອນຮ້ອງຂໍ ຢ່າງສຸດຊີວິດ

Sidney Morning Herald: 25 ຕຸລາ 2013

SMHວຽງຈັນ: ຜູ້ເປັນພັນລະຍາຂອງ ສົມບັດ ສົມພອນ ນັກພັດທະນາສັງຄົມຜູ້ທີ່ມີຜົນງານໂດດເດັ່ນ ໄດ້ຮ້ອນຮົນວິງວອນ ຮ້ອງຂໍຕໍ່ເຈົ້າໜ້າທີ່ລາວຢ່າງສຸດຊີວິດ ໂດຍຍື່ນຂໍ້ສະເໜີວ່າຖ້າຫາກສາມີຂອງຕົນໄດ້ກັບມາຢ່າງປອດໄພຫຼັງຈາກຖືກເອົາ ຕົວໄປເປັນເວລາ 10 ເດືອນ ຕົນເອງຈະພາລາວອອກຈາກປະເທດ ແລະ ໃຊ້ຊີວິດຢ່າງສະຫງົບຢູ່ຕ່າງປະເທດ.

ອຶງ ຊຸຍມິງ ແຕ່ງງານເມື່ອ 30 ປີກ່ອນ ກັບສົມບັດ ຜູ້ທີ່ມີປະຫວັດໄດ້ຮັບຫຼາຍລາງວັນ ລາວໄດ້ເວົ້າວ່າຕົນເອງບໍ່ ຢາກເຫັນ ພາບພົດຂອງປະເທດລາວຖືກທຳລາຍໄປຫຼາຍກວ່ານີ້ ແລະ ລວມທັງການລັກພາຕົວທີ່ກຸ່ມນັກສິດທິມະນຸດ ໃຫ້ຄວາມໝາຍຄອບຄຸມເຖິງການທີ່ລັດເປັນຜູ້ສະໜັບສະໜູນຢູ່ເບື້ອງຫຼັງໃນບັງຄັບບຸກຄົນໃຫ້ສູນຫາຍ.

ແຕ່​ລະ​ມື້ ຕັ້ງ​ແຕ່​ສົມບັດ​ໄດ້​ຫາຍ​ຕົວ​​ໄປ ມັນ​ເປັນ “ກາ​ນລໍ​ຄອຍ​ທີ່​ບໍ່​ມີ​ມື້​ສິ້ນ​ສຸດ, ຢູ່​ລະຫວ່າງ​ການມີຄວາມ​ຫວັງ ​ແລະ ສິ້ນຫວັງ.”

“ຂ້ອຍ​ຕ້ອງການ​ພຽງ​ແຕ່​ໃຫ້​ສົມບັດ​​ໄດ້​ກັບ​ຄືນ​ມາ​ຢ່າງ​ປອດ​ໄພ,” ນາງ ຊຸຍ​ມິ​ງ ຜູ້​ທີ່​ມີ​ສັນ​ຊາດ​ສິງກະ​ໂປ ​ກ່າວ​ໄວ້​ກັບ ​ແຟ​ແຟກສ໌ ມີ​ເດຍ  ​

“ລາວ​ເປັນ​ຊາຍ​ຊະລາ​ທີ່​ສຸຂະພາບ​ບໍ່​ແຂງ​​ແຮງ ລາວ​ຕ້ອງ​ໄດ້​ຮັບ​ການ​ປິ່ນປົວ​ດູ​ແລ​ຢ່າງ​ໃກ້ຊິດ. ຖ້າ​ຫາກ​ລາວ​ໄດ້​ກັບ​ຄືນ​ມາ, ຂ້ອຍ​ຈະ​ພາລາ​ວ​ໄປ​ປິ່ນປົວ​ຢູ່​ຕ່າງປະ​ເທດ ​ແລະ ຈະ​ໃຊ້​ຊີວິດ​ທີ່​ເຫຼືອ​ຢູ່​ຢ່າງ​ສະຫງົບ​ໃນ​ຕ່າງປະ​ເທດ,” ລາວ​ເວົ້າ​.

Continue reading “ສົມບັດ ສົມພອນ, ນັກພັດທະນາສັງຄົມໄດ້ ຫາຍຕົວຄົບຮອບ 10 ເດືອນ, ເຮັດໃຫ້ຜູ້ເປັນພັນລະຍາ ດີ້ນຮົນວິງວອນຮ້ອງຂໍ ຢ່າງສຸດຊີວິດ”

ການ​​​ເຝົ້າຄອຍ ​​ ນັກ​ພັດທະນາ​ສັງຄົມ​ລາວ​ຜູ້​ສູນຫາຍ ​ຢ່າງໂດດດ່ຽວ

The Sentinel: 02 ຕຸລາ 2013

ST_20130411_JNISOMBATH90GK_3607406e
ສົມບັດ ​ແລະ ຊຸຍ​ມິ​ງ

ລັດຖະບານ​​ເປັນ​ຜູ້​ຖືກ​ສົງ​ໃສ​ວ່າ​​ເປັນ​ຜູ້​ສົມຮູ້​ຮ່ວມ​ຄິດ​ໃນ​ຂະ​ບວນການຫາຍ​​ຕົວ​ໄປຂອງ​ຜູ້​ຊ່ຽວຊານ​ດ້ານ​ການ​ພັດທະນາ

ສຳລັບ​ອື້​ງ ຊຸຍ​ມິ​ງ, 10 ​ເດືອນ​ທີ່​ຜ່ານ​ມາ ​ເປັນ​ຊ່ວງ​​ເວລາ​​ແຫ່ງ​ຄວາມ​ໂດດດ່ຽວ, ຫົດ​ຫູ່, ​ແລະ ​​ຄວາມ​ຢ້ານ​. ລາວ​ໄດ້​ດີ້ນລົນ​ສຸດ​ຂີດ​ແຕ່​ບໍ່​ໄດ້​ຮັບ​ຜົນ​ຫຍັງ​ເລີຍ​ໃນ​ການ​ຄົ້ນ​ຫາ​ວ່າ​ເກີດ​ຫຍັງ​ຂື້ນ​ກັບ​ສາມີ​ຂອງ​ລາວ, ສົມບັດ ສົມ​ພອນ, ​ຜູ້ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ວ່າ​ຖືກ​ລັກ​ພາ​ຕົວ ​ແລະ ຖືກ​ຂ້າ ​ເຊິ່ງອາດ​ຈະ​​ແມ່ນ​ສະມາຊິກ​ຂອງ​ລັດຖະບານ​ສປປ ລາວ ທີ່​ສົມຮູ້​ຮ່ວມ​ຄິດ​ນຳ. ​​​

ຊຸຍ​ມິ​ງປະຕິ​ເສດ​ທີ່ຈະ​ຍອມ​ແພ້ ​ໂດຍ​ຍັງ​ມີ​ຄວາ​ມຫວັງ​ວ່າຜູ້​ຊ່ຽວຊານ​ດ້ານ​ກາ​ນພັດ​ທະ​ນາ​ທີ່​ໂດ່​ງດັງ​ໃນ​ລະດັບ​ສາກົນ ກໍ​ຄື ​ສົມບັດ ​ໃນໄວ​ອາ​ຍຸ 61 ປີ ທີ່​ຫາຍ​ຕົວ​ໄປ​ໃນ​ຂະນະ​ທີ່​ກຳລັງ​ເດີນທາງ​ກັບ​ເມືອ​ກິນ​ເຂົ້າ​ຢູ່​ເຮືອນຕັ້ງ​ແຕ່​ວັນ​ທີ 15 ທັນວາ ປີ​ກາຍ​ນີ້ ​ ຈະ​ຍັງ​ມີ​ຊີວິດ​ຢູ່. ມີ​ຂໍ້​ສົງ​ໃສ​ວ່າ​ສົມບັດ ອາດ​ຈະ​ກະ​ຕຸ້ນ​ໃຫ້​ເກີດ​ຄວາມ​ຮູ້ສຶກວ່າ​ເປັນ​ປໍ​ລະ​ປັກ​ຕໍ່​ກຸ່ມ​ຜູ້​​ສະ​ແຫວ​ງຜົນ​ປະ​​ໂຫຍ​ດຈາກ​ທີ່​ດິນ ​​ຈາກ​ການ​ທີ່​ວ່າ​ລາວ​ພະຍາຍາມ​ປົກ​ປ້ອງ​ຜົນ​ປະ​​ ໂຫຍ​ດຂອງປະ​ຊາ​ຊົນ​ຊາວ​ໄຮ່​ຊາວນາ​​ເຊິ່ງ​ເປັນ​ປະຊາກອນ​ສ່ວນ​ໃຫຍ່​ໃ​ນຂົງ​ເຂດຊົນ​ນະ​ບົດ.

ຈາກ​ຜົນການ​ສຶກສາ, ໄດ້​ມີ​ການ​ປະ​ເມີນ​​ໄວ້​ວ່າ 40 ​ເປີ​ເຊັນ​ຂອງ​ທີ່​ດິນ​ປູກຝັງ​ໃນ​ປະ​ເທດ​ຕອນ​ນີ້​ຕົກຢູ່​ໃນ​ກຳມື​ຂອງ​ຕ່າງ​ຊາດ ​ຢ່າງ​ໃດ​ກໍ​ຕາມ, ພັນ​ລະ​ຍາ​ຂອງ​ສົມບັດ​ເວົ້າ​ວ່າ ສາມີ​ຂອງ​ຕົນ​ບໍ່​ເຄີຍ​ໃຊ້​ວິທີ​ຕໍ່ຕ້ານ ​​ແຕ່​ລາວ​​ໄດ້​ເຮັດ​ວຽກ​ຮ່ວມ​ມື​ກັບ​ລັດຖະບານ​ມາ​ຕະຫຼອດ​ເພື່ອ​ເປົ້າໝາຍ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ.

ສົມບັດ ​ໄດ້​ຮັບ​ລາງວັນ ຣາມອນ​ ​ແມັກ​​ໄຊ​ໄຊ ​(Ramon Magsaysay) ໃນ​ປີ 2005 ​ແລະ ລາງ​ວັນ​ອັນ​ຊົງ​ກຽດ​ອື່ນໆ ຈຳນວນ​ຫຼາຍ ລາວ​ໄດ້ຫາຍ​ຕົວ​ໄປ​​ໃນ​ຂະນະ​ທີ່​ກຳລັງ​ຂັບ​ລົດ​ນຳ​ຫຼັງລົດ​ພັນ​ລະ​ຍາ​ຂອງ​ຕົນ​ເອງ​ເພື່ອ​ກັບ​ເມືອ​ເຮືອນ ​​ໃນ​ຕົວ​ເມືອງ​ນະຄອນຫຼວງ​ວຽງ​ຈັນ. ການ​ຫາຍ​ຕົວ​ໄປ​ໄດ້​ຕາ​ມມາດ້ວຍຄຳ​ວິພາກ​ວິຈານ​ຈາກ​ສະຫະລັດ​ອາ​ເມ​ລິ​ກາ, ສະຫະ​ປະຊາ​ຊາດ, ​ແລະ ອົງການສິດທິ​ມະນຸດ​ອີກ​ຈຳນວນ​ຫຼວງຫຼາຍ ຈາກ​ທີ່​ລັດຖະບານ​​ໄດ້ປະຕິ​ເສດ​ຢ່າງ​ຊັດ​ເຈນ​ທີ່​ຈະ​ສືບສວນ​ສອບ​ສວນ​ຢ່າງ​​ໂປ່​ງ​ໃສກ່ຽວ​ກັບ​ຄະດີ​ນີ້. “ຂ້ອຍ​ກຳລັງ​ຂັບ​ລົດ​ຢູ່​ທາງ​ໜ້າ​ຂອງ​ລົດ​ລາວ​ ​ໂດຍ​ລາວ​ຂັບ​ມາ​ຕາມ​ຫຼັງ ຂ້ອຍ​ໄດ້​ຂັບ​ກາຍ​ປ້ອມ​ຕຳຫຼວດ ​ແລະ ​ເມື່ອ​ແນມ​ໄປ​ເບິ່ງ​ແວ່ນ​ຂ້າງ​ກໍບໍ່​ເຫັນ​ລົດ​ຂອງ​ລາວ​ແລ້ວ,” ຊຸຍມິ​ງ ຜູ້​ຖື​ສັນຊາດ​ສິງກະ​ໂປ​ແຕ່​ກຳ​ເນີ​ດ ​ໄດ້​​ໃຫ້​ຄຳ​ສຳພາດ. “ຂ້ອຍ​ບໍ່​ໄດ້​ຄິດ​ຫຍັງ​ຫຼາຍ​ຕອນ​ນັ້ນ, ​ແຕ່​ເມື່ອ​ກັບ​ໄປ​ຮອດ​ເຮືອນ ລາວ​ບໍ່​ໄດ້​ກັບ​ມາ​ບ້ານ, ຂ້ອຍ​ໄດ້​ໂທ​ຫາ​ລາວ ​ແຕ່​ວ່າ​ໂທລະສັບ​ລາວ​ຖືກ​ປິດ​ເຄື່ອງ. ຂ້ອຍ​ຄິດ​ວ່າ ອາດ​ຈະ​ເກີດ​ອຸປະຕິ​ເຫດ​ຂື້ນ​ກັບ​ລາວ” Continue reading “ການ​​​ເຝົ້າຄອຍ ​​ ນັກ​ພັດທະນາ​ສັງຄົມ​ລາວ​ຜູ້​ສູນຫາຍ ​ຢ່າງໂດດດ່ຽວ”

ຈົດໝາຍຈາກອຶ້ງ ຊຸຍມິງ ເນື່ອງໃນ ໂອກາດວັນລຳລຶກເຖິງຜູ້ເປັນ ເຫຍື່ອຂອງການບັງຄັບບຸກຄົນ ໃຫ້ສູນຫາຍ

ມື້​ນີ້ ວັນ​ທີ 30 ສິງຫາ ​ເປັນ​ວັນ​ລຳ​ລຶກ​ເຖິງຜູ້​ທີ່​ຕົກເປັນ​ເຫຍື່ອ​ຂອງ​ການ​ບັງຄັບ​ບຸກຄົນ​ໃຫ້​ສູນຫາຍ​ສາກົນ (International Day of the Disappeared) ​ອຶ້ງ ຊຸຍ​ມິ​ງ​ໄດ້​​ເຜີຍ​ແຜ່​ຈົດໝາຍ​ຕໍ່​ໄປ​ນີ້​ກັບ​ໝູ່​ເພື່ອນ ​ແລະ ​ເພື່ອນ​ຮ່ວມ​ງານ ​ເພື່ອ​ຮຽກຮ້ອງ​​ໃຫ້​ເຫັນ​​ເຖິງ​ຄວາມ​ຮ້າຍ​ແຮງ​ຂອງ​ບັນຫາ​ດັ່ງກ່າວ

ມີ​ກຸ່ມ ​ແລະ ໜ່ວຍ​ງານ​ສື່​ຈຳນວນ​ຫຼາຍ​ທີ່​ສຶກສາ​ກໍລະນີ​ການ​ບັງຄັບ​ບຸກຄົນ​ໃຫ້​ສູ​ນຫາຍຫຼາຍ​ກໍລະນີ ​ແລະ ຫຼາຍ​ປະ​ເພ​ດທີ່​ເກີດ​ຂື້ນ​ໃນ​ລາວ ຖ້າ​ຫາກ​ທ່ານ​ມີ​ຂໍ້​ມູນ​ຫຼັກ​ຖານ​ທີ່​ຈະ​ແຈ້ງ ​ແລະ ສາມາດ​ກວດ​ສອບໄດ້ ຂໍ​ເຊີນຊວນ​ມາ​ແບ່ງປັນ​ໃຫ້​ຄົນ​ອື່ນໆ ​ໄດ້​ຮັບ​ຮູ້​ນຳ

​ຮຽນ ທຸກ​ທ່ານ,

ວັນ​ທີ 30 ສິງຫາ ​ເປັນ​ວັນ​ລຳ​ລຶກ​ເຖິງ​ຜູ້​ທີ່​ຕົກ​ເປັນ​ເຫຍື່ອ​ຂອງການ​ບັງຄັບ​ບຸ​ກຄົນ​ໃຫ້​ສູນຫາຍ​ສາກົນ ​ໃນ​ຫຼາຍ​ປະ​ເທດ​ໃນ​ເອ​ເຊຍ​ມີ​ການ​ຈັດ​ກິດຈະກຳ​ເພື່ອ​ໃຫ້​ກຳລັງ​​ໃຈ​ກັບ​ບັນດາ​ເຫຍື່ອ​ການ​ບັງຄັບ​ບຸກຄົນ​ໃຫ້​ສູນຫາຍ​ສາກົນ

​ເຖິງ​ວ່າ​ປະ​ເທດ​ລາວ​ຈະ​ບໍ່​ໄດ້​ລົງ​ນາມ​ໃນ​ອະນຸ​ສັນຍາ​ແຫ່ງ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ບໍ່​ໃຫ້​ບຸກຄົນ​ສູນຫາຍ (UN Convention Against Enforced Disappearances) ລວມທັງ​ອະນຸ​ສັນຍາ ​ແລະ ພິທີ​ສານ​ດ້ານ​ສິດທິ​ມະນຸດອື່ນໆ ອີກ​ຫຼາຍ​ສະບັບ ​ແລະ ​ເຖິງ​ວ່າ​ລາວ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຢ່າງ​ຫຼວງຫຼາຍ​ຈາກ​ໜ່ວຍ​ງານ​ດ້ານ​ສິດທິ​ມະນຸດ​ອື່ນໆ ອີກ​ຫຼາຍ​ສະ​ບັບ ​ແລະ ​ເຖິງ​ວ່າ​ລາວ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຢ່າງ​ຫຼວງ​ຫຼາຍ​ຈາກ​ໜ່ວຍ​ງາ​ນພັດທະນາ ​ເພື່ອ​ຈັດ​ກິດຈະກຳ​ປູ​ກຈິດ​ສຳນຶກ ​ແລະ ​ເສີມທັກ​ສະ​ດ້ານ​ສິດທິ​ມະນຸດ ​ແຕ່​ໃນ​ປັດຈຸບັນ​ຍັງ​ມີ​ການ​ຮັບ​ຮູ້ ຫຼື ຍອມຮັບ​ບໍ່​ຫຼາຍ​ວ່າ ການ​ບັງຄັບ​ບຸກຄົນ​ໃຫ້​ສູນ​ຫາຍ​ເປັນ​ປັນຫາ​ສິດທິ​ມະນຸດ​ຢ່າງ​ໜຶ່ງ​ໃນ​ລາວ

​ໃນ​ແງ່​ມຸມ​ຂອງ​ສິດທິ​ມະນຸດ ຖື​​ໄດ້​ວ່າການ​ບັງ​ຄັບ​ບຸກຄົນ​ໃຫ້​ສູນຫາຍ​ເປັນ “ສຸດ​ຍອດ​ຂອງ​ການລະ​ເມີ​ດສິດທິ​ມະນຸດ​ທັງ​ໝົດ” ​ເນື່ອງ​ຈາກ​ຜູ້​ສູນຫາຍ​ບໍ່​ມີ​ສະຖານະ​ເປັນ “ບຸກຄົນ” ອີກ​ຕໍ່​ໄປ ​ແລະ ຈົນ​ກວ່າ​ຈະ​ສືບ​ຮູ້​​ເຖິງ​ທີ່ຢູ່​ຂອງ​ຜູ້ກ່ຽວ ​ແລະ ຂໍ້​ມູນ​ທີ່​ຢັ້ງຢືນ​ການ​ມີ​ຊີວິດ​ຢູ່​ແລະ​ອື່ນໆ ຄອບຄົວ​ຂອງ​ຜູ້​ຕົກ​ເປັນ​ເຫຍື່ອ​ຕ້ອງ​ຕົກ​ຢູ່​ໃນ​ສະພາວະ​ໝົດ​ຫັວງ ລໍຄອຍ​ໂດຍ​ບໍ່​ມີ​ໂອກາດ​ທີ່​ຈະ​ໄດ້ “ຂໍ້​ສະ​ຫຼຸບ​ທີ່​ຊັດ​ເຈນ” ລັງ​ເລ​ຢູ່ລະຫວ່າງ​ຄວາມ​ຫວັງ ​ແລະ ຄວາມ​ໂສກ​ເສົ້າ ບໍ່​ມີ​ໃຜ​ສາມາດ​ບັນຍາຍ​ເຖິງ​ຄວາມທຸກ​ທໍລະມານ​ໃຈ​ທີ່​ເກີດ​ຂື້ນ​ໃນ​ທຸກ​ນາທີ​ຂອງ​ແຕ່​ລະ​ວັນ ນອກຈາກ​ຄົນ​ທີ່​ປະສົບ​ກັບ​ການລະ​ເມີ​ດສິດທິ​ເຊັ່ນ​ນີ້​ເອງ ບຸກຄົນ​ພາຍ​ນອກ​ບໍ່​ມີ​ວັນ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ ​ແລ​ະ ອາລົມ​ເຊັ່ນ​ຮີ້​ໄດ້

ຂ້າ​ພະ​ເຈົ້າ​ຂຽນ​ຈົດໝາຍ​ສະບັບ​ນີ້​ບໍ່​ແມ່ນ​ເພື່ອ​ລະບາຍ​ອາລົມ ​ແຕ່​ເພື່ອ​ຮຽກຮ້ອງ​​ໃຫ້​ທຸກ​ທ່ານທີ່​​ເຮັດ​ວຽກ​​ໃນ​ດ້ານການ​ພັດທະນາ ​ແລະ ການສົ່ງ​ເສີມ​ສິດທິ​ມະນຸດ​ໃຫ້​ພະ​ຍາມ​ຫຼາຍ​ຂື້ນ​ເພື່ອ​ປູກຝັງ​ຈິດ​ສຳນຶກ​ກ່ຽວ​ກັບ​ປະ​ເດັນ​ຄົນ​ຫາຍ​ໃນ​ບໍລິ​ບົດ​ສິດທິ​ມະນຸດ​ຂອງ​ລາວ

ກໍລະນີ​ຄົນ​ຫາຍ​ເກີດ​ຂື້ນ​ຫຼາຍ​ຄັ້ງ​ໃນ​ລາວ ​ແຕ່​ມັກ​ບໍ່​ຄ່ອຍ​ມີ​ການ​ຍອມຮັບ​ກັນ ​ເຫດ​ຜົນ​ຍ້ອນ​ວ່າ​ສະມາຊິກ​ຄອບຄົວ​ຂອງ​ເຫຍື່ອ​ມີ​ຄວາ​ມຢ້ານ​ກົວ ບໍ່​ກ້າ​ຮຽກຮ້ອງ​ຫຼື​ຕິດ​ຕໍ່​ຂໍ​ຄວາມ​ຊ່ວຍ​ເຫຼືອ ​ເມື່ອ​ມໍ່ໆ ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ພະຍາຍາມ​ຕິດ​ຕາມ​ຂໍ້​ມູນ​ກ່ຽວ​ກັບ​ກໍລະນີ​ຄົນ​ຫາຍ​ກໍລະນີ​ໜຶ່ງ​ທີ່​ໄດ້​ມີ​ການ​ລາຍ​ງານ​​ໄປ​ເຖິງ​ຄະ​ນະ​ເຮັດ​ວຽກ​ວ່າ​ດ້ວຍ​ການ​ບັງຄັບ​ບຸກຄົນ​ໃຫ້​ສູ​ນຫາຍ​ໂດຍ​ບໍ່​ສະໝັກ​ໃຈ (Working Group on Enforced or Involuntary Disappearances) ​ແຕ່​​ໄດ້​ຮັບ​ການ​ແຈ້ງວ່າ​ທາງ​ຄອບຄົວ​ຕ້ອງການ​ເກັບ​ເລື່ອງ​ນີ້​ໃຫ້​ເປັນຄວາມ​ລັບ ສະທ້ອນ​ໃຫ້​ເຫັນ​ລະດັບ​ຄວາມ​ຢ້ານ​ເປັນ​ເຫດ​ໃຫ້​ຜູ້​ກະທຳ​ຜິດ​ໃນ​ລາວ​ຍັງ​ຄົງລອຍ​ນວນ ບໍ່​ຕ້ອງ​ຮັບ​ໂທດ ພວ​ກ​ເຂົາ​ຮູ້​ວ່າ​ຈະ​​ເຮັດ​ຫຍັງ​​ກໍ​ໄດ້​ໂດຍ​ບໍ່​ຕ້ອງ​ຮັບ​ຜົນ ຫຼື ​ບໍ່​ໄດ້​ຮັບ​ຜິດ​ຊອບ​ຕໍ່​ຜົນ​ທີ່​ເກີດ​ຂື້ນ​ຢ່າງ​ໃດ​ເລີຍ

ຂ້າ​ພະ​ເຈົ້າ​ໃຊ້​ເວລາ​ທັ້ງຊີວິດ​ການ​ເຮັດ​ວຽກ​ດ້ານ​ການ​ພັດທະນາ​ໃນ​ລາວ ​ແລະ ​ໃນ​ປະ​ເທດ​ອື່ນໆ ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບຊີວິດ ​ແລະ ສິດ​ຂອງ​ຄົນ​ທຸກ​ຍາກ ​ແລະ ​ດ້ອຍ​ໂອກາດ  ຂ້າພະ​ເຈົ້າຮູ້ສຶກ​ພູມ​ໃຈທີ່​ໄດ້​​ເຮັດ​ສິ່ງ​ເຫຼົ່າ​ນີ້ ຂ້າພ​ະ​ເຈົ້າ​ຈຶ່ງ​ຂໍ​ກະ​ຕຸ້ນ​ໃຫ້​ທຸກ​ທ່ານ​ເຊິ່ງ​ເປັນ​ເພື່ອນ​ຮ່ວມ​ງານ​ການ​ພັດທະນາ​ໃຫ້​ສະ​ແດງ​ຈຸດ​ຢືນ​ທີ່​ເຂັ້ມ​ແຂງຫຼາຍ​ຂື້ນ​​ໃນ​ປະ​ເດັນ​ຄົນ​ຫາຍ ຮ່ວມ​ກັບ​​ເຄືອ​ຂ່າຍ​ເພື່ອນ​ຮ່ວມ​ງານ​ຂອງ​ທ່ານ​​ໃນ​ລາວ ທັງ​ໃນ​ລະດັບ​ປະ​ເທດ ​ແລະ ລະດັບ​ທ້ອງ​ຖິ່ນ ຢ່າງ​ນ້ອຍໆ ຂ້າພະ​ເຈົ້າ​ມີ​ສຽງ​ທີ່​ຈະ​ເວົ້າ​ອອກ​ມາ​ໄດ້ ຈຶ່ງ​ຈະ​ຂໍ​ເຊີນຊວນ​ໃຫ້​ທ່ານ​​ເປັນປາກ​ເປັນ​ສຽງ ​ແລະ ສະ​ແດງ​​ຈິດ​ສຳນຶກ​ແທນ​ປະຊາຊົນ​ລາວ ​ເຊິ່ງບໍ່​​ມີ​ສຽງ​ ​ແລະ ຍັງ​ຄົງ​ຢ້ານ​ກົວ​ດັ່ງ​ທີ່​ກ່າວ​ມາ

ຂໍສະ​ແດງ​ຄວາມ​ນັບຖື

ອຶ້ງ ຊຸຍ​ມິ​ງ

ຄອບຄົວຂອງນັກ​ພັດທະນາ​ສັງຄົມຜູ້ທີ່​ຫາຍ​ຕົວ​ໄປ​ສົມຄວນໄດ້ຮັບການຊ່ວຍເຫຼືອ ​ແລະ ​ໄດ້​ຮັບ​ຄຳ​ຕອບ

ເດິ​ເນ​ຊັ່ນ: 16 ​​ເມສາ 2013

30203977-01_big

ສົມບັດ ສົມພອນ ນັກພັດທະນາ ສັງຄົມລາວໄດ້ຖືກລັກພາຕົວ ໄປເມື່ອ ເດືອນທັນວາປີແລ້ວນີ້ ໃນນະຄອນຫຼວງວຽງຈັນ ແຕ່ບໍ່ມີເຈົ້າໜ້າທີ່ຜູ້ໃດເລີຍ ທີ່ຢາກຈະເປີດເຜີຍເບາະ ແສວ່າລາວຫາຍຕົວໄປໃສ ຫຼື ຊາຕາກຳຂອງລາວຕອນ​ນີ້ເປັນແນວໃດ.

ຕັ້ງແຕ່ວັນທີ 15 ​​​ເດືອນທັນວາປີທີ່ ຜ່ານມາ ທີ່ ສົມບັດ ສົມພອນ ນັກພັດທະນາສັງຄົມ ແລະ ທັງເປັນຜູ້ໄດ້ ຮັບລາງວັນແມັກໄຊໄຊໄດ້ຫາຍ ຕົວໄປ ເຮັດໃຫ້ ອຶງ ຊຸຍມິງ (Ng Shui Meng) ຜູ້ເປັນພັນລະຍາ ຕ້ອງໄດ້ໃຊ້ເວລາເກືອບທັງໝົດຂອງ ຕົນເອງໄປກັບການຮຽກຮ້ອງຂໍຄວາມເປັນທໍາ ແລະ ຊອກຫາຫົນທາງ ເພື່ອໃຫ້ໄດ້ຕົວສາມີກັບຄືນ ມາຫາ ຄອບຄົວຢ່າງປອດໄພ, ​ເຊິ​ງຖືວ່າເປັນການໃຊ້ຊີວິດຕໍ່ສູ້​ກັບ​ຄວາມຍາກລຳບາກ ​​ໃນ​ແຕ່​ລະ​ມື້ໂດຍທີ່ຈົນເຖິງປັດຈຸບັນກໍຍັງບໍ່ໄດ້ຮັບໝາກຜົນໃດໆ ເລີຍ.

ຄັ້ງສຸດທ້າຍທີ່ເຫັນສົມບັດ ແມ່ນລາວກໍາລັງຂັບລົດຈິບໃນນະຄອນຫຼວງວຽງຈັນ ແລະຖືກຕໍາຫຼວດ ເອີ້ນໃຫ້ ຢຸດຢູ່ທີ່ປ້ອມຕຳຫຼວດ ແລະ ຫຼັງຈາກນັ້ນກໍເຫັນມີຄົນຂັບລົດກະບະມາເອົາຕົວລາວໄປ.

ແນ່ນອນຄົນໃນຄອບຄົວຂອງສົມບັດ ເຊິ່ງກໍລວມທັງແມ່ໄວອາຍຸ 85 ປີ ຕ່າງກໍມີຄວາມກັງວົນເຖິງທີ່ ສຸດຕໍ່ຊາຕາກຳຂອງສົມບັດ. ແມ່ຂອງລາວທີ່ເຖົ້າແກ່ຫຼາຍແລ້ວ ແລະ ບໍ່ຄ່ອຍມີເຫື່ອມີແຮງກໍ ຍັງຄົງລໍຖ້າຢ່າງມີຄວາມຫວັງວ່າຈະເຫັນໜ້າລູກຊາຍກົກຂອງຕົນກັບມາຫາໃນຊ່ວງບຸນປີໃໝ່ລາວ.

ເປັນເລື່ອງລຳບາກໃຈສຳລັບ ຊຸຍມິງ ທີ່ຈະຕ້ອງອະທິບາຍໃຫ້ກັບແມ່ຂອງສາມີຕົນເອງວ່າຍ້ອນຫຍັງ ສົມບັດຈຶ່ງຖືກເອົາຕົວໄປ ແລະ ຍ້ອນຫຍັງຜູ້ຄົນທີ່ມີອຳນາດຈຶ່ງປະຕິເສດບໍ່ຢາກໃຫ້ຄວາມຊ່ວຍເຫຼືອ ຊອກຫາຕົວ ຫຼື ​ອະທິບາຍ​ຂໍ້​ສັນນິຖານກ່ຽວກັບການຫາຍຕົວໄປຂອງສົມບັດ.

ສົມບັດເກີດໃນຄອບຄົວທຸກຍາກຢູ່ທີ່ບ້ານດອນຂຽວ, ແຂວງຄຳມ່ວນ ແລະຊ່ວງຕົ້ນຂອງຊີວິດໄດ້ ຕໍ່ສູ້ກັບ ຄວາມທຸກຍາກລຳບາກ, ຄວາມຫິວໂຫຍ, ແລະ ຄວາມບໍ່ປອດໄພ. ລາວແລະຄອບຄົວຕ້ອງໄດ້ ຊອກຫາ ບ່ອນອົບພະຍົບໃນຊ່ວງສົງຄາມອິນດູຈີນ ຊຸມປີ 1960. ສົມບັດກໍຄືກັບຄົນອື່ນໆ ທີ່ໂຊກດີ ໄດ້ຮັບໂອກາດ​ເດີນທາງໄປຕ່າງປະເທດ ແລະ ມີຜູ້​ຍື່ນໂອກາດ​ໃຫ້ສາມາດພັກອາໃສຢູ່ຕ່າງປະເທດ​ໄດ້ຢ່າງຖາວອນ, ແຕ່ວ່າລາວຫາກເລືອກທີ່ຈະກັບມາບ້ານເກີດເມືອງນອນຂອງລາວ ແລະ ທຸ່ມເຫື່ອເທແຮງໃຫ້ກັບການເຮັດວຽກເພື່ອຊ່ວຍ ເຫຼືອປະເທດຂອງຕົນເອງ ແລະ ເພື່ອນຮ່ວມຊາດ ໃຫ້ມີການພັດທະນາ​ທີ່ດີຂື້ນ.

Continue reading “ຄອບຄົວຂອງນັກ​ພັດທະນາ​ສັງຄົມຜູ້ທີ່​ຫາຍ​ຕົວ​ໄປ​ສົມຄວນໄດ້ຮັບການຊ່ວຍເຫຼືອ ​ແລະ ​ໄດ້​ຮັບ​ຄຳ​ຕອບ”

ຈົດຫມາຍທີ່ສາມຈາກພັນລະຍາຂອງສົມບັດ

ສາທາ​ລະນະ​ລັດປະຊາທິປະ​ໄຕປະຊາຊົນ​ລາວ
ສັນຕິພາບ ​ເອກະລາດປະຊາທິປະ​ໄຕ ​ເອກະ​ພາບວັດທະນະ​ຖາວອນ

——-===000===——-

ຄຳຮ້ອງທຸກ

ຮຽນ: ບັນດາທ່ານທີນັບຖື

​ເລື່ອງ: ຂໍ​ຄວາມ​ຊ່ວຍ​ເຫຼືອ​​ຕິດຕາມ​​ການ​ດຳ​ເນີນ​ການ​ສືບຂ່າວ​ຊອກ​ຫາ​ຄົນ​ຫາຍຂອງ​ ເຈົ້າ​ໜ້າ​ທີ່​

ຂ້າພະ​ເຈົ້າ ນາງ ອຶງ ຊຸຍ​ມິ​ງ, ປະຈຸບັນຢູ່​ບ້ານ ​ໂຄກ​ນິນ, ​ເມືອງ ສີ​ສັດຕະ​ນາກ ນະຄອນຫຼວງ ວຽງຈັນ. ມີ​ຈຸດປະສົງ​ ຂໍ​ຮ້ອງທຸກ​ມາ​ຍັງ​ທ່ານ ​ແລະ​ນີ້​ກໍເປັນ​ຄຳ​ຮ້ອງທຸກ​ສະບັບ​ທີ​ສາມ​​ທີ່​ຂ້າພະ​ເຈົ້າ​ໄດ້​ຂຽນ​ຂຶ້ນ​ໃນ​ເລື່ອງ: ການຂໍ​ຄວາມ​ຊ່ວຍ​ເຫຼືອຕິດຕາມ​ການ​ດຳ​ເນີນ​ການສືບຂ່າວຊອກ​ຫາ​ການ​ຫາຍ​ຕົວ​ຂອງ​ສາມີ ຊື່ ທ້າວ ສົມບັດ ສົມ​ພອນ, ອາຍຸ 60 ປີ, ທີ່​ໄດ້​ຫາຍ​ຕົວ​ໄປ​ໃນ​ວັນ​ທີ 15 ທັນວາ 2012.

ມື້​ນີ້​ເປັນ​ມື້​ທີ່ 45​​ຫລັງ​ຈາກ​ສາມີ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຫາຍ​ຕົວ​ໄປ ​ແລະ ຂ້າ​ພະ​ເຈົ້າ​​ເຮັດ​ທຸກ​ຢ່າງ​ທີ່​ເປັນ​ການ​ຮ່ວມ​ມື​ກັບ​​ເຈົ້າ​ໜ້າ​ທີ່​ຕຳຫລວດ​ໃນ​ການ​ໃຫ້​ຂໍ້​ມູນ​ເພື່ອ​ຊ່ວຍ​ໃນ​ການ​ສືບ​ຫາ​ຕົວ​ສາມີ​ຂອງຂ້າພະ​ເຈົ້າ ​​ໃຫ້ໄວ​ເທົ່າ​ທີ່​ຈະ​ໄວ​​ໄດ້. ຂ້າພະ​ເຈົ້າ​ເອງ​ກໍ​ໄດ້​ພົບ​ກັບ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ແລະ​ພະນັກງານ​ຂອງ​ສະພາ​ເອງ​ເພື່ອ​ຍື່ນ​ຄຳ​ຮ້ອງທຸກ​ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ນາມ​ຂອງ​ປະຊາຊົນ​ເພື່ອ​ຜັກ​ດັນ​ການ​ສືບ​ຫາ​​ໃຫ້ໄວ​ຂຶ້ນ. ​ແຕ່​ເຖີງຢ່າງ​ໃດກໍ່ດີ​ທຸກ​ຂໍ້​ມູນ ​ແລະທຸກ​ຂະ​ບວນການ​ທີ່​ຂ້າພະ​ເຈົ້າ​ໄດ້​ເຮັດ​ລົງ​ໄປນັ້ນ​ກໍ​ບໍ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຫຍັງ​ທັງ​ໝົດ​ກ່ຽວ​ກັບ​ການ​ສືບ​ຂ່າວ, ນອກຈາກ​ຖະ​ແຫລ​ງການ​ທີ່​ເຈົ້າ​ໜ້າ​ທີ່​​​ໄດ້​ບອກ​ທາງ​ສື່​ມວນ​ຊົນ​ວ່າ ”ປະຈຸບັນເຈົ້າໜ້າທີ່ກໍາລັງທໍາການສືບຫາ​”

ຍັງມີອີກບາງປະເດັນດັ່ງລຸ່ມນີ້ທີ່ຂ້າພະເຈົ້າຍັງບໍ່ທັນໄດ້ຮັບຄຳຕອບທີ່ຊັດເຈນຄື:

  1. ເຈົ້າໜ້າທີສືບສວນໄດ້ສອບຖາມຫຍັງແດ່ຕໍ່ກັບຕຳຫລວດທີ່ໄດ້ຢຸດລົດຂອງສາມີຂ້າພະເຈົ້າ ໃນຕອນແລງຂອງວັນທີ 15 ທັນວາ 2012? ເຈົ້າໜ້າທີ່ໄດ້ຖາມບໍ່ວ່າ ເກີດຫຍັງຂຶ້ນໃນມື້ນັ້ນ ແລະ ພວກເຂົາໄດ້ເຫັນ ແລະໄດ້ຮູ້ຫຍັງແດ່?
  2. ບໍ່ຮູ້ວ່າຄົນຂີ່ລົດຈັກທີ່ໄດ້ຂັບລົດຈິບຂອງ ສົມບັດໄປນັ້ນໄດ້ຖືກສືບຖາມ ແລະຂະຫຍາຍຜົນແນວໃດ?
  3. ລົດຈິບຂອງສົມບັດ (ເລກທະບຽນ ກກ.2624) ໄດ້ຖືກພົບເຫັນຫລືຍັງ?
  4. ບໍ່ຮູ້ວ່າລົດກະບະສີຂາວທີ່ໄດ້ຂັບມາຈອດຢູ່ປ້ອມຕຳຫລວດແລະຮັບເອົາຕົວສາມີຂອງຂ້າພະເຈົ້າໄປນັ້ນ ໄດ້ຖືກຂະຫຍາຍຜົນຕື່ມແນວໃດ?
  5. ແລ້ວຄົນຂັບລົດກະບະສີຂາວນັ້ນໄດ້ຖືກສອບຖາມ ແລະຂະຫຍາຍຜົນຫລືຍັງ?
  6. ຖ້າຫາກວ່າແຟ້ມພາບຈາກກ້ອງວົງຈອນປິດຫາກເຫັນບໍ່ຊັດເຈນຕາມການລາຍງານຂອງເຈົ້າໜ້າທີ່, ບໍ່ຮູ້ວ່າທາງກະຊວງປ້ອງກັນຄວາມສະຫງົບໄດ້ຂໍຄວາມຊ່ວຍເຫລືອດ້ານເຕັກນິກຈາກລັດຖະບານ ອື່ນຫລື ອົງການສາກົນອື່ນໆຫລືບໍ່? ແລ້ວກ້ອງວົງຈອນປິດທີ່ຕິດຕັ້ງ ຕາມສາຍທາງທ່າເດື່ອກໍ ເຫັນບໍ່ຊັດເຈນເຊັ່ນດຽວກັນທັງໝົດບໍ່?
  7. ບໍ່ຮູ້ວ່າເຈົ້າໜ້າທີ່ຕຳຫລວດຂອງລາວໄດ້ຍົກປະເດັນນີ້ແຈ້ງ ແລະຂໍຄວາມຊ່ວຍ ເຫລືອຈາກ ຕຳຫລວດສາກົນ ຫລືບໍ່? ແລະໄດ້ແຈ້ງໃຫ້ແກ່ບັນດາເພື່ອນບ້ານ ໃນພາກພື້ນຮັບຮູ້ ແລະຊອກຫາຕົວ ສົມບັດຫລືບໍ່?

ທຸກຄຳຖາມຂ້າງເທິງນັ້ນຂ້າພະເຈົ້າຍັງບໍ່ທັນໄດ້ຮັບຄຳຕອບທີ່ເປັນໜ້າພໍໃຈ. Continue reading “ຈົດຫມາຍທີ່ສາມຈາກພັນລະຍາຂອງສົມບັດ”

ຈົດຫມາຍເປີດໃຫ້ກຸ່ມລາວທັງຫມົດ

ຈາກ ອຶງ ຊຸຍ​ມິ​ງ, ພັນ​ລະ​ຍາ​ຂອງ​ ສົມບັດ ສົມພອນ                                            25 ມັງກອນ 2013

ຕັ້ງ ​ແຕ່​ສົມບັດ​ໄດ້​ຫາຍ​ຕົວ​​ໄປ​ໃນ​ວັນ​ທີ 15 ທັນວາ 2012 ຢູ່​ໜ້າ​ປ້ອມ​ຕຳຫຼວດ​ຫຼັກ 3, ຖະໜົນ​ທ່າ​ເດື່ອ, ຄົນ​ລາວ​ທີ່​ອາ​ໃສ​ຢູ່​ໃນ​ແລະ​ນອກ​ປະ​ເທດ​ລາວ​ກໍ​ຕ່າງ​ສະ​ແດງ ​ຄວາມ​ຕົກ​ໃຈ ​ແລະ ​ເປັນ​ຫ່ວງ​ເປັນ​​ໄຍບໍ່​ວ່າ​ຈະ​ໃນ​ຮູບ​​ແບບ​ເປີດ​ເຜີຍ​ ຫຼື ​​ເປັນ​ການສ່ວນ​ຕົວກັບ​ຂ້າພະ​ເຈົ້າ ​ແລະ ຄອບຄົວ​ຂອງ​ຂ້າພະ​ເຈົ້າ ​​ແລະ​ຕ່າງ​ຄົນກໍ​ໄດ້​ອະທິຖານ​ຂໍ​ໃຫ້​ສົມບັດ​ກັບ​ມາ​ດ້ວຍ​ຄວາມ​ປອດ​​ໄພ. ທັງ​ໝົດ​ນີ້ ຂ້າພະ​ເຈົ້າ​ຢາກກ່າວ​ວ່າ “ຂໍ​ຂອບ​ໃຈ​ເປັນ​ຢ່າງ​ສູງ”

Sombath at Ramon Magsasay Award Ceremonyແນວ​ໃດ​ກໍ​ດີ, ມີ​ກຸ່ມ​ຄົນ​ລາງ​ບາງ​ກຸ່ມ​ ຫຼື ​ເປັນ​ລາຍ​ບຸກຄົນ​ທີ່​ໄດ້​ສວຍ​​ໃຊ້​​​ເຫດ​ການ​ທີ່​ໂສກ​ເສົ້າ​ນີ້ກ່ຽວ​ກັບ​ ສົມ​ບັດ​ເພື່ອ​ກະຈາຍ​ຂ່າວ​ທີ່​ເປັນ​ໄປ​ອັນຕະລາຍ ຫຼື​ການ​ໃຫ້​ຂໍ້​ມູນ​ທີ່​ບໍ່​ແມ່ນ​ຄວາມ​ຈິງ​ກ່ຽວ​ກັບ​ສົມບັດ ​​ທັງ​ໃນ​ຈຸດປະສົງ​ທາງ​ດ້ານ​ການ​ເມືອງ​ຫຼື​ສ່ວນ​ຕົວ.

ຂ້າພະເຈົ້າ​, ຂໍ​ຄວາມ​ກະລຸນາ​ຈາກທຸກ​ທ່ານ​​ໃຫ້​ຢຸດ​​ເຜີຍ​ແຜ່ຂ່າວ​ທີ່​ບໍ່​​​​ແມ່ນ​ຄວາມ​ ຈິງ ​ແລະ ທີ່​ເປັນ​ອັນຕະລາຍຢ່າງ ​ສິ້ນເຊິງ ດ້ວຍ​ຂໍ້​ມູນຄວາມ​ຈິງຕໍ່​ໄປນີ້:

  1. ສົມບັດ ບໍ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ກຸ່ມ​ການ​ເມືອງ​ໃດໆ ​ໃນ​ປະ​ເທດ​ຫຼື​ນອກ​ປະ​ເທດ​ ດັ່ງ​ທີ່​ມີ​ການ​ເວົ້າ​ເຖິງ ຫຼື​ການ​ຢືນຢັນ​ໃນ​ບາງ​ເວັບ​ໄຊ​. ສົມບັດ ຮັກ​ປະ​ເທດລາວ ​ແລະ ​ຄົນ​ລາວ​ນຳ​ກັນ ​ແລະ ລາວ​ກໍ​ສະໜັບສະໜຸນ​ທິດ​ທາງ​ການ​ພັດທະນາ​ຂອງ​ລັດ​ຖະ​ບານ​ລາວ​ ກໍ​ຄື​ແຜນ​ພັດທະນາ​ເສ​ດຖະກິດ ​ແລະ ສັງຄົມ​ລາວ ຢ່າງ​ເຕັມທີ່. ​ໃນ​ຖານະ​ທີ່​ເປັນ​ພົນລະ​ເມືອງ​ລາວ ​ໂດຍ​ສ່ວນ​ຕົວ​ແລ້ວ ສົມບັດ ​ວາງ​ບົດບາດ​ຕົນ​ເອງ​​ໃຫ້ເປັນ​ຜູ້​ສະໜັບສະໜຸນ​ລັດຖະບານ​ລາວ​ໃນ​ການຈັດ​ຕັ້ງ​ ປະຕິບັດ​ແຜນ​ພັດທະນາ​ປະ​ເທດ ​ໂດຍ​ສະ​ເພາະ​​ໃນ​ລະດັບ​ຊຸມ​ຊົນ. ​ລາວ​ໄດ້​ໃຊ້​ຊີວິດ​ແບບ​ນີ້​​​ມາເປັນ​ເວລາ 30 ກວ່າ​ປີ​ແລ້ວ ​ແລະ ກໍ​ເຮັດ​ວຽກ​ໂດຍ​ບໍ່​ຮູ້ອິດ​ຮູ້​ເມື່ອຍ​ ພະຍາຍາມ​ຍົກ​ລະດັບ​ຄຸນ​ນະພາ​ບຊີວິດ​ຂອງ​ຄົນ​ລາວນຳ​ກັນ​ໃຫ້​ດີ​ຂື້ນ, ​ໂດຍ​ສະ​ເພາະ​ຄົນ​ທີ່ຢູ່​ເຂດ​ຊົນນະບົດ ດ້ວຍຮູບ​ແບບ​ການ​ໃຫ້ຄວາມ​ຮູ້​ແລະທັກ​ສະ​ຕາມ​ທີ່​ລາວ​ມີ ​ພ້ອມ​ກັນ​ນັ້ນ ກໍ​ຍັງ​​ເຮັດ​ວຽກ​ຮ່ວມ​ມື​ກັບຄົນ​ອື່ນໆ ​ແລະ ລັດຖະ​ບານ​​​ໃນ​ດ້ານ​ການ​ປຶກສາ​ຫາລື ຫຼື​ການ​ມີ​ສ່ວນ​ຮ່ວມ.
  2. ສົມບັດ​ເປັນ​ຖືສັນຊາດ​ລາວ ​ແລະ ບໍ່ມີ​ສອງ​ສັນຊາດ. ລາວ​ມີ​ບັດ​ຜ່ານ​ແດນ​ຂອງ​ ສປປ ລາວ​ເທົ່າ​ນັ້ນ.
  3. ສົມບັດ ​ບໍ່​ເຄີຍ​ໃຊ້​ເງິນ​ຊ່ວຍ​ເຫຼືອ​ທີ່​ກ່ຽວຂ້ອງ​ກັບ​ໂຄງການ​ຫຼື​​ໂປຼແກຼມ​​ໃດໆ ​ໄປ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ. ລາວ​ບໍ່​ເຄີຍ​​ໂກງ​ເງິນ​ຈາກ​ໂຄງການ​ຫຼື​ໂປຼ​ແກຼມ​ໃດໆ​ ຢ່າງ​ທີ່​ມີ​ຂ່າວ​ລື​ວ່າ​ເປັນ​ສາ​ເຫດ​ຂອງ​ການ​ຫາຍ​​ໂຕ​ໄປ​ຂອງ​ລາວ​.

​ແດ່​ຄົນ​ລາວ, ຂໍ​ໃຫ້​ຄຳນຶງວ່າ:

“ສົມບັດບໍ່ຄວນ ​ຖືກ​ໃຊ້​​ເປັນ​ເຄື່ອງມື​ຂອງ​ໃຜ ລາວເປັນ​ມະນຸດ​ຄົນ​ໜຶ່ງທີ່​ຊີວິດ​ແລະ​ຈິດ​ໃຈ ສາມາດ​​​ໄດ້​ຮັບອັນຕະລາຍ​ຈາກ​​ການ​ກະທຳ​ຂອງ​ທ່ານ ບໍ່​ວ່າ​​ຈະ​ເຈດ​ຕະນາ ຫຼືບໍ່​​ເຈດ​ຕະນາກໍ່ຕາມ​​”