ຄະນະກຳມາທິການສິດທິມະນຸດອາຊຽນ (AICHR)…ແມ່ນຫຍັງ?

AICHRພາກສະເໜີ

ໃນປີ 2007, ລັດສະມາຊິກຂອງອາຊຽນໄດ້ຮັບຮອງເອົາກົດບັດອາຊຽນ. ໃນມາດຕາ 14 ຂອງກົດບັດກໍ່ໄດ້ກຳນົດວ່າອາຊຽນຈະສ້າງຕັ້ງ “ອົງກອນສິດທິມະນຸດຂື້ນ”.

ໃນປີ 2009 ກອງປະຊຸມລະດັບລັດຖະມົນຕີອາຊຽນກໍ່ໄດ້ຮັບຮອງເອົາລະບຽບການຂອງຄະນະກຳມາທິການສິດທິມະນຸດອາຊຽນ (AICHR). ໃນລະຫວ່າງກອງປະຊຸມສຸດຍອດຄັ້ງທີ 15 ທີ່ຈັດຂື້ນໃນປະເທດໄທໃນເດືອນ ຕຸລາ 2009, ບັນດາຜູ້ແທນຄະນະກຳມາທິການສິດທິມະນຸດອາຊຽນຈາກ 10 ປະເທດກໍ່ໄດ້ຮັບການແຕ່ງຕັ້ງຂື້ນໂດຍປະເທດລະໜຶ່ງຄົນ. ຕໍ່ມາຄະນະກຳມາທິການສິດທິມະນຸດອາຊຽນກໍ່ໄດ້ຮັບການເປີດຕົວ ແລະ ດຳເນີນງານຢ່າງເປັນທາງການ.

ຄະນະກຳມາທິການສິດທິມະນຸດແມ່ນເປັນອົງກອນທີ່ມີໜ້າທີ່ຮັບພິຊອບລວມດ້ານການສົ່ງເສີມ ແລະ ປົກປ້ອງສິດທິມະນຸດໃນອາຊຽນ. ໃນຖານະທີ່ເປັນອົງກອນເພື່ອການສົ່ງເສີມສິດທິມະນຸດໃນພາກພື້ນ, ອົງກອນດັ່ງກ່າວແມ່ນມີພັນທະໜ້າທີ່ໃນການປະສານງານ ແລະ ຮ່ວມມືກັບອົງກອນອື່ນໆທີ່ດຳເນີນງານດ້ານສິດທິມະນຸດຢ່າງໃກ້ສິດ. ຄະນະກຳມາທິການສິດທິມະນຸດປຽບເໝືອນກັບເປັນອົງກອນພາກລັດຖະບານທີ່ໃຫ້ຄຳປຶກສາຫາລື.

ການເປັນສະມາຊິກຂອງຄະນະກຳມາທິການສິດທິມະນຸດ, ການແຕ່ງຕັ້ງ, ເງື່ອນໄຂ, ແລະ ໄລຍະເວລາໃນການຮັບຕຳແໜ່ງໃນການເປັນຜູ້ຕາງຫນ້າ

ແຕ່ລະລັດສະມາຊິດອາຊຽນຈະຕ້ອງແຕ່ງຕັ້ງຕົວແທນຂອງຕົນເພື່ອໄປປະຈຳຢູ່ຄະນະກຳມາທິການສິດທິມະນຸດ.

ຜູ້ທີ່ເປັນຕົວແທນນັ້ນຕ້ອງເຮັດໜ້າທີ່ເປັນຕົວແທນໃຫ້ແກ່ລັດຖະບານທີ່ຕົນໄດ້ຮັບການແຕ່ງຕັ້ງມາ. ຕົວແທນແຕ່ລະຄົນແມ່ນມີອາຍຸການ 3 ປີ ແລະ ສາມາດຢູ່ໄດ້ສອງສະໄໝຕິດຕໍ່ກັນ. ການເປັນຕົວແທນນັ້ນແມ່ນຍັງບໍ່ທັນມີຫຼັກຮັບປະກັນໃນໜ້າທີ່ຕຳແໜ່ງເພາະວ່າທາງລັດຖະບານຂອງຜູ່ກ່ຽວສາມາດແຕ່ງຕັ້ງ ຫຼື ເລືອກເອົາຜູ້ໃຫມ່ມາແທນໄດ້ທຸກເວລາ.

ໃນດ້ານເງື່ອນໄຂຄຸນນະວຸດທິ, ທາງລັດຖະບານແຕ່ລະປະເທດແມ່ນໄດ້ໃສ່ໃຈເບິ່ງຄວາມເທົ່າທຽມທາງເພດ, ຄວາມເໝາະສົມ ແລະ ຄວາມສາມາດຂອງຜູ້ສະມັກໃນເລື່ອງສິດທິມະນຸດ.

ໃນການຄັດເລືອກຕົວແທນນັ້ນແມ່ນບໍ່ມີລະບຽບການ ຫຼື ມີຂໍ້ກຳນົດໃດໆສະເພາະ. ແຕ່ກໍ່ມີລະບຽບການທົ່ວໄປທີ່ແນະນຳໃຫ້ປະເທດສະມາຊິກອາຊຽນຄວນຈະມີການປຶກສາຫາລືກັນພາຍໃນປະເທດຖ້າເຫັນວ່າມີຄວາມຈຳເປັນໂດຍອິງຕາມຂະບວນການທີ່ມີພາຍໃນຂອງແຕ່ລະລັດສະມາຊິກ.

ພັນທະ ແລະ ໜ້າທີ່

ພາຍໃຕ້ລະບຽບການຂອງຄະນະກຳມາທິການສິດທິມະນຸດ, ຄະນະກຳມາທິການແມ່ນມີພັນທະ ແລະ ໜ້າທີ່ຢູ່ 14 ຢ່າງ; ສ່ວນໃຫຍ່ແລ້ວໜ້າທີ່ຫຼັກກໍ່ແມ່ນເລື່ອງການສົ່ງເສີມສິດທິມະນຸດ.

ລາຍລະອຽດຂອງພັນທະ ແລະ ໜ້າທີ່:

4.1. ພັດທະນາຍຸດທະສາດເພື່ອການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ແລະ ບັນດາສິດທິພື້ນຖານເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ສະມາຄົມອາຊຽນ;

4.2. ພັດທະນາຖະແຫຼງການສິດທິມະນຸດເພື່ອກ້າວໄປສູ່ການສ້າງກອບເພື່ອການຮ່ວມມືດ້ານສິດທິມະນຸດໂດຍຜ່ານບັນດາສົນທິສັນຍາ ແລະ ກົນໄກຕ່າງໆເພື່ອດຳເນີນການແກ້ໄຂບັນຫາສິດທິມະນຸດໃນອາຊຽນ;

4.3. ກະຕຸກຊຸກຍູ້ໃຫ້ມີຄວາມຕື່ນຕົວໃນເລື່ອງສິດທິມະນຸດໃຫ້ແກ່ປະຊາຊົນຊາວອາຊຽນໂດຍຜ່ານການຮຽນການສອນ, ການຄົ້ນຄົ້ວວິໃຈ, ແລະ ການກະຈາຍຂໍ້ມູນຂ່າວສານໃຫ້ທົ່ວເຖິງ;

4.4. ສົ່ງເສີມການສ້າງຂິດຄວາມສາມາດເພື່ອການຈັດຕັ້ງປະຕິບັດຢ່າງມີປະສິດທິພາບຂອງບັນດາພັນທະຕ່າງໆທີ່ກຳນົດໃນສົນທິສັນຍາສາກົນທີ່ບັນດາປະເທດສະມາຊິກອາຊຽນໄດ້ເປັນພາຄີ;

4.5. ສະໜັບສະໜູນບັນດາປະເທດສະມາຊິກອາຊຽນໃຫ້ພິຈາລະນາເຂົ້າຮ່ວມ ແລະ ໃຫ້ສັດຕະຍາບັນດາກົນໄກສິດທິມະນຸດສາກົນຕ່າງໆ;

4.6. ສະໜັບສະໜູນການຈັດຕັ້ງປະຕິບັດບັນດາກົນໄກທີ່ກ່ຽວຂ້ອງກັບສິດທິມະນຸດອາຊຽນ;

4.7. ສົ່ງເສີມການໃຫ້ບໍລິການຄຳແນະນຳ ແລະ ການຊ່ວຍເຫຼືອດ້ານສິດທິມະນຸດແກ່ບັນດາອົງກອນຍ່ອຍຂອງອາຊຽນໂດຍອິງຕາມຄວາມຮຽກຮ້ອງທີ່ມີ;

4.8. ປະສານຮ່ວມມືໃນດ້ານການປຶກສາຫາລື ແລະ ສົນທະນາກັບບັນດາອົງກອນ ແລະ ໜ່ວຍງານຕ່າງໆທີ່ກ່ຽວພັນກັບອາຊຽນ, ບັນດາອົງກອນ ແລະ ໜ່ວຍງານຕ່າງໆປະກອບມີບັນດາອົງການພາກປະຊາຊົນ, ແລະ ອົງການອື່ນໆຕາມທີ່ໄດ້ກຳນົດໃນພາກທີ V ຂອງກົດບັດອາຊຽນ;

4.9. ໃຫ້ການປຶກສາຫາລືຕາມຄວາມເໝາະສົມແກ່ບັນດາສະຖາບັນ ແລະ ໜ່ວຍງານຢູ່ຕ່າງໆພາຍໃນ ແລະ ສາກົນໃນດ້ານການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ;

4.10. ເກັນຮັກສາຂໍ້ມູນຕ່າງໆກ່ຽວກັບບັນຫາສິດທິມະນຸດທີ່ໄດ້ຮັບມາຈາກບັນດາປະເທດສະມາຊິກອາຊຽນ;

4.11. ພັດທະນາສະຖານະພາບ ແລະ ການເຂົ້າເຖິງບັນຫາສິດທິມະນຸດທີ່ກ່ຽວຂ້ອງກັບສິດ ແລະ ຜົນປະໂຫຍດຮ່ວມຂອງອາຊຽນ;

4.12. ກະກຽມການສຶກສາກ່ຽວກັບບັນຫາສິດທິມະນຸດທີ່ມີຄວາມລະອຽດອ່ອນໃນອາຊຽນ;

4.13. ສົ່ງບົດລາຍງານປະຈຳປີກ່ຽວກັບບັນດາກິດຈະກຳຕ່າງໆທີ່ໄດ້ດຳເນີນການຜ່ານມາ ຫຼື ລາຍງານອື່ນໆທີ່ເຫັນວ່າກ່ຽວຂ້ອງໃຫ້ກອງປະຊຸມລະດັບລັດຖະມົນຕີກະຊວງການຕ່າງປະເທດອາຊຽນ;

4.14. ດຳເນີນງານຕ່າງໆທີ່ໄດ້ຮັບການມອບໝາຍຈາກກອງປະຊຸມລະດັບລັດຖະມົນຕີກະຊວງການຕ່າງປະເທດອາຊຽນ

ວຽກງານຂອງຄະນະກຳມາທິການສິດທິມະນຸດກໍ່ແມ່ນຖືກກຳນົດໃນແຜນການດຳເນີນງານ 5 ປີທີ່ມີທັງລາຍລະອຽດໂຄງການ ແລະ ກິດຈະກຳຕ່າງໆຂອງຄະນະກຳມາທິການ. ຕົວຢ່າງ, ແຜນການດຳເນີນງານປະຈຳປີ 2016-2020 ທີ່ຫາກໍໄດ້ຖືກຮັບຮອງໃນວັນທີ 15 ມີຖຸນາ 2015. ແຜນງານດັ່ງກ່າວແມ່ນຈະໄດ້ເຂົ້າມາປ່ຽນແທນແຜນງານເກົ່າປະຈຳປີ 2010-2015 ທີ່ຫາກໍ່ໝົດວາລະການຈັດຕັ້ງປະຕິບັດ. ອິງຕາມຄຳເຫັນຂອງສານຍຸຕິທຳລະຫວ່າງປະເທດ, ສານໄດ້ໃຫ້ທັດສະນະວ່າໜ່ວຍງານພາກປະຊາຊົນແມ່ນໄດ້ມີສ່ວນ ຮ່ວມປຶກສາຫາລືຈາກການດຳເນີນຕາມແຜນງານທີ່ກ່າວມານັ້ນໜ້ອຍຫຼາຍ.

ໃນແຜນງານ 2016-2020 ແມ່ນມີສອງເລື່ອງສຳຄັນທີ່ເຫັນວ່າມີຄວາມໂດດເດັ່ນຫຼາຍ. ອັນທີ່ໜຶ່ງກໍ່ແມ່ນເລື່ອງກ່ຽວກັບການກຳນົດນະໂຍບາຍທີ່ກ່ຽວຂ້ອງກັບການສົ່ງເສີມ ແລະ ປົກປ້ອງແມ່ຍິງ ແລະ ເດັກຍິງຈາກການໃຊ້ຄວາມຮຸນແຮງ. ໃນເດືອນ ຕຸລາ 2013 ຄະນະກຳມາທິການອາຊຽນກ່ຽວກັບການສົ່ງເສີມ ແລະ ປົກປ້ອງສິດທິຂອງແມ່ຍິງ ແລະ ເດັກນ້ອຍ (ACWC) ໄດ້ຮັບຮອງເອົາຖະແຫຼງການວ່າດ້ວຍການລົບລ້າງການໃຊ້ຄວາມຮຸນແຮງທຸກຮູບແບບຕໍ່ກັບແມ່ຍິງ ແລະ ເດັກນ້ອຍໃນອາຊຽນ ພ້ອມທັງໃຫ້ການຮ່ວມມືດຳເນີນງານຢ່າງໄກ້ສິດກັບບັນດາອົງການພາກປະຊາຊົນໃນພາກພື້ນເພື່ອຈັດຕັ້ງປະຕິບັດເອ ກະສານຂ້າງເທິງນັ້ນ. ເຖິງຢ່າງໃດກໍ່ດີ ມັນກໍ່ຍັງບໍ່ທັນແນ່ໃຈວ່າຄະນະກຳມາທິການສິດທິມະນຸດໄດ້ມີສ່ວນຮ່ວມໃນການປຶກສາຫາລືກັບຄະນະກຳມາທິການອາຊຽນກ່ຽວກັບການສົ່ງເສີມ ແລະ ປົກປ້ອງສິດທິຂອງແມ່ຍິງ ແລະ ເດັກນ້ອຍ (ACWC) ແລ້ວຫຼືຍັງ, ເຫດຜົນກໍຄືວ່າມີເອກະສານຫຼາຍຢ່າງຂອງຄະນະກຳມາທິການສິດທິມະນຸດແມ່ນມີອັນທັບຊ້ອນກັບການດຳເນີນງານ ແລະ ນະໂຍບາຍຂອງຄະນະກຳມາທິການອາຊຽນກ່ຽວກັບການສົ່ງເສີມ ແລະ ປົກປ້ອງສິດທິຂອງແມ່ຍິງ ແລະ ເດັກນ້ອຍ (ACWC).

ເລື່ອງທີ່ສອງທີ່ສັງເກດເຫັນໃນແຜນງານປີ 2016-2020 ກໍ່ຄືເລື່ອງບັນຫາການສ້າງຮ່າງເອກະສານສົນທິສັນຍາ ແລະ ກົນໄກເພີ່ມເຕີມຂອງອາຊຽນທີ່ກ່ຽວຂ້ອງກັບອານຸສັນຍາ ແລະ ແນວທາງການດຳເນີນງານດ້ານສິດທິມະນຸດ.  ໃນໄລຍະທີ່ມີການຮ່າງຖະແຫຼງການສິດທິມະນຸດອາຊຽນມັນກໍ່ໄດ້ສະແດງ ໃຫ້ເຫັນວ່າການຮ່າງນັ້ນແມ່ນໄດ້ຖືກດຳເນີນໄປດ້ວຍຂະບວນການທີ່ປິດລັບ ແລະ ໃຊ້ເວລາຫຼາຍພໍສົມຄວນ, ເນື້ອໃນກໍ່ບໍ່ໄດ້ຮັບການເຜີຍແພ່, ແລະ ກໍ່ບໍ່ມີຂໍ້ມູນໃດໆວ່າພາກປະຊາຊົນໄດ້ມີສ່ວນຮ່ວມໃນການສົນທະນາ ນັ້ນຫຼືບໍ່, ຖ້າຈະມີການປະກອບສ່ວນຂອງພາກປະຊາຊົນມັນກໍ່ຖືວ່າຊັກຊັາເກີນໄປແລ້ວ ຫຼືວ່າ ຮ່າງທີ່ສ້າງຂື້ນ ມານັ້ນແມ່ນບໍ່ມີມາດຕະຖານເລີຍ. ສານຍຸຕິທຳລະຫວ່າງປະເທດລວມທັງໜ່ວຍງານຂັ້ນຮາກຖານ 62 ໜ່ວຍງານ, ໜ່ວຍງານພາກປະຊາຊົນສາກົນຢູ່ໃນ ພາກພື້ນ, ແລະ ພາຍໃນປະເທດໃນປະຈຸບັນແມ່ນບໍ່ໄດ້ໃຫ້ ການຮັບຮູ້ຮ່າງຖະແຫຼງການດັ່ງກ່າວ, ເຫດຜົນກໍ່ເນື່ອງມາຈາກການຮ່າງນັ້ນຖືກດຳເນີນໄປດ້ວຍຂະບວນ ການທີ່ບໍ່ມີປະສິດທິພາບ ແລະ ເນື້ອໃນກໍ່ບໍ່ສວດຄ່ອງກັບຄວາມເປັນຈິງ ແລະ ບໍສອດຄ່ອງກັບມາດຕະຖານ ສາກົນ. ການດຳເນີນງານຕາມຂະບວນການທີ່ກ່າວມາຂ້າງເທິງນັ້ນຖືວ່າເປັນການເຮັດໃຫ້ການປົກປ້ອງ ແລະ ສົ່ງເສີມສິດທິມະນຸດໃນພາກພື້ນຕົກຕ່ຳລົງ.

ຫຼັກການ ແລະ ຮູບແບບການດຳເນີນງານຂອງຄະນະກຳມາທິການສິດທິມະນຸດ

ອິງຕາມລະບຽບການຂອງຄະນະກຳມາທິການສິດທິມະນຸດ, ຄະນະກຳມາທິການຈະດຳເນີນງານ ພາຍໃຕ້ຫຼັກ ການບໍ່ໃຫ້ມີການແຊກແຊງກິດຈະການພາຍໃນຂອງກັນ ແລະ ກັນ, ແລະ ພາຍໃຕ້ຫຼັກການ ປຶກສາຫາລື ແລະ ເປັນເອກະພາບລະຫວ່າງປະເທດສະມາຊິກໃນການຕັດສິນໃຈບັນຫາໃດໜຶ່ງ.

ຫຼັກການບໍ່ໃຫ້ມີການແຊກແຊງກິດຈະການພາຍໃນຂອງກັນໄດ້ຖືກຕີຄວາມຈາກບັນດາປະເທດສະມາຊິກອາຊຽນວ່າມັນເປັນຫຼັກການທີ່ຫ້າມບໍ່ໃຫ້ປະເທດສະມາຊິກອາຊຽນໃດໆສາມາດອອກຄຳຄິດຄຳເຫັນໃດໆ ທີ່ກ່ຽວກັບກິດຈະກຳພາຍໃນຂອງກັນ ແລະ ກັນ. ເຖິງແມ່ນວ່າບັນດາປະເທດສະມາຊິກອາຊຽນໄດ້ນຳໃຊ້ຫຼັກ ການດັ່ງກ່າວໄປໃນທາງທີ່ບໍ່ສອດຄ່ອງກໍ່ຕາມ, ແຕ່ມັນກໍ່ຖືກນຳໃຊ້ໄປໃນທາງທີ່ເປັນເຄື່ອງມືທາງດ້ານການ ເມືອງເພື່ອຫຼີກອອກຈາກບັນຫາທີ່ມີການລະເມີດສິດທິມະນຸດ ແລະ ຄວາມລົ້ມເຫລວໃນການສົ່ງເສີມ ແລະ ປົກ ປ້ອງສິດທິມະນຸດ. ໃນການປະຕິເສດບໍ່ຮັບຮູ້ຫຼັກການດັ່ງກ່າວ,ສານຍຸຕິທຳລະຫວ່າງປະເທດໄດ້ອະທິບາຍວ່າ ການສົ່ງເສີມ ແລະ ປົກປ້ອງສິດທິມະນຸດນັ້ນມັນບໍ່ໄດ້ຍຸດນິ້ງຢູ່ທີ່ການບໍລິຫານງານພາຍໃນຂອງລັດໃດໜຶ່ງ ແຕ່ມັນຈະຂື້ນຢູ່ກັບການດຳເນີນງານຂອງສັງຄົມລະຫວ່າງປະເທດ. ອັນທີ່ຈິງແລ້ວ, ບັນດາປະເທດສະມາຊິກ ອາຊຽນກໍບໍ່ໄດ້ເຄ່ງຄັດກັບຫຼັກການດັ່ງກ່າວ ແລະ ກໍ່ຍັງມີການອອກຄຳຄິດຄຳເຫັນຕໍ່ບັນຫາຕ່າງໆຂອງປະ ເທດສະມາຊິກອີກດ້ວຍ, ພ້ອມນີ້ກໍ່ຍັງມີການນຳເອົາບັນຫາສິດທິມະນຸດທີ່ເກີດຂື້ນໃນບັນດາປະເທດສະມາຊິກ ອາຊຽນມາທຳການທົບທວນຄືນໂດຍທຽບໃສ່ຫຼັກການມາດຕະຖານສິດທິມະນຸດຂອງສາກົນ ແລະ ຂັ້ນຕອນ ການດຳເນີນງານພາຍໃຕ້ຫຼັກການການທົບທວນຄືນບັນຫາສິດທິມະນຸດຂອງສາກົນ ແລະ ພາຍໃຕ້ກົນໄກ ສິດທິມະນຸດຕ່າງໆທີ່ບັນດາປະເທດສະມາຊິກອາຊຽນໄດ້ເຂົ້າຮ່ວມເປັນສະມາຊິກ ຫຼື ໄດ້ໃຫ້ສັດຕະຍາບັນ ໄປແລ້ວ.  ອິງຕາມເຫດຜົນທີ່ກ່າວມານັ້ນ ສານຍຸຕິທຳສາກົນໄດ້ໃຫ້ຄຳເຫັນວ່າລະບຽບການຂອງຄະນະກຳມາທິການສິດທິມະນຸດວັກ 2.1 (b) ຄວນຖືກລົບອອກ, ແຕ່ຖ້າຫາກຈະຮັກສາໄວ້ກໍ່ແມ່ນຕ້ອງບໍ່ໃຫ້ສັບສົນ ກັບການດຳເນີນງານຂອງຄະນະກຳມາທິການສິດທິມະນຸດທີ່ຄວນຈະມີສິດອຳນາດເຂົ້າແຊກແຊງບັນຫາສິດ ທິມະນຸດທີ່ເກີດຂື້ນ.

ສຳລັບຫຼັກການ ‘ເປັນເອກະພາບ’ ທີ່ຖືກນຳໃຊ້ເຂົ້າໃນບັນຫາການຕັດສິນໃຈຂອງອົງການ, ຫຼັກການ ນີ້ຄວນຖືກຕີຄວາມໝາຍວ່າການມີສ່ວນຮ່ວມຂອງສະມາຊິກໃນການຖົກຖຽງບັນຫາໃດໜຶ່ງ. ແນວໃດກໍ່ດີ, ໃນດ້ານຮູບແບບການດຳເນີນງານກໍ່ຄວນໝາຍເຖິງການທີ່ບໍ່ໃຫ້ຕັດສິນບັນຫາໃດໆທີ່ກ່ຽວກັບບັນຫາສິດທິມະ ນຸດ, ສານຍຸຕິທຳລະຫວ່າງປະເທດກໍ່ເຄີຍໄດ້ໃຫ້ຄຳຄິດຄຳເຫັນທີ່ຜ່ານມາວ່າລະບຽບການຂອງຄະນະກຳມາທິການສິດທິມະນຸດຄວນເລືອກເອົາຫຼັກການການລົງຄະແນນສຽງສ່ວນຫຼາຍມາເປັນຫຼັກການລວມກ່ອນທີ່ຈະມີ ການຕັດສິນໃຈເອົາບັນຫາໃດໜື່ງ.

ສາຍພົວພັນຂອງຄະນະກຳມາທິການສິດທິມະນຸດກັບພາກສ່ວນປະຊາສັງຄົມ

ໃນວັນທີ 11 ກຸມພາ 2015, ຄະນະກຳມາທິການສິດທິມະນຸດອາຊຽນໄດ້ຮັບຮອງເອົາລະບຽບການ ກ່ຽວກັບສາຍພົວພັນຂອງຄະນະກຳມາທິການສິດທິມະນຸດອາຊຽນກັບພາກສ່ວນປະຊາສັງຄົມ. ບັນດາອົງ ການພາກປະຊາສັງຄົມ ແລະ ສະຖາບັນຕ່າງໆໃນປະຈຸບັນແມ່ນສາມາດຂໍສະມັກເຂົ້າຮັບຄຳປຶກສາຫາລືຢ່າງ ເປັນທາງການກັບຄະນະກຳມາທິການສິດທິມະນຸດອາຊຽນໄດ້. ວັດຖຸປະສົງຂອງລະບຽບການນີ້ກໍ່ແມ່ນເພື່ອ ສ້າງສະພາບແວດລ້ວມທີ່ເອື້ອອຳນວຍຢ່າງເປັນປະໂຫຍດ ແລະ ມີຄວາມໝາຍໃຫ້ແກ່ການມີສ່ວນຮ່ວມ ແລະ ການປະສານສົມທົບລະຫວ່າງຄະນະກຳມາທິການສິດທິມະນຸດອາຊຽນກັບອົງການພາກປະຊາສັງຄົມ.

ຄ້າຍໆຄືກັນກັບເອກະສານຫຼາຍຢ່າງຂອງອາຊຽນທີ່ມີການຈຳກັດການມີສ່ວນຮ່ວມຂອງພາກປະຊາສັງຄົມໃນເວລາທີ່ມີການສ້າງເອກະສານຕ່າງຂອງອາຊຽນ. ສ່ວນຫຼາຍແລ້ວຄຳຄິດຄຳເຫັນຕ່າງໆຂອງ ພາກປະຊາສັງຄົມທີ່ສົ່ງໃຫ້ແກ່ຄະນະກຳມາທິການສິດທິມະນຸດອາຊຽນນັ້ນແມ່ນຈະຖືກພິຈາລະນາຫຼືບໍ່ນັ້ນແມ່ນ ຈະຮູ້ກັນພາຍຫຼັງຈາກທີ່ເອກະສານໄດ້ຖືກຮັບຮອງແລ້ວເທົ່ານັ້ນ.

ເມື່ອກວດສອບລະບຽບການຕ່າງໆຂອງອາຊຽນແລ້ວເຫັນວ່າຍັງມີອັນທີ່ໜ້າກັງວົນຢູ່, ເຫດຜົນກໍ ຍ້ອນວ່າເອກະສານສ່ວຍຫຼາຍນັ້ນແມ່ນຖືກສ້າງຂື້ນມາເພື່ອກວດສອບການດຳເນີນງານຂອງພາກປະຊາສັງຄົມຫຼາຍກ່ວາທີ່ເປັນການສົ່ງເສີມການມີສ່ວນຮ່ວບແບບແທ້ຈິງ. ຕົວຢ່າງ, ຢູ່ໃນມາດຕາ 8(f) ຂອງຖະແຫຼງ ການສິດທິມະນຸດທີ່ກ່ຽວກັບວັດຖຸປະສົງໃນການກວດກາ, ຄະນະກຳມາທິການສິດທິມະນຸດອາຊຽນແມ່ນກຳນົດ ໃຫ້ໜ່ວຍງານພາກປະຊາສັງຄົມຕ້ອງຢື່ນເອກະສານທີ່ແຈ້ງລາຍຊື່ພ້ອມທັງລາຍລະອຽດກ່ຽວກັບສັນຊາດຂອງບຸກຄະລາກອນໃນອົງການຂອງເຂົາເຈົ້າ.

ນອກຈາກນີ້ ຍັງມີບາງຫຼັກການທີ່ໜ່ວຍງານພາກປະຊາສັງຄົມຕ້ອງໄດ້ປະຕິບັດຕາມເພື່ອແລກກັບ ການຂໍມີສ່ວນຮ່ວມໃນວຽກງານຂອງຄະນະກຳມາທິການສິດທິມະນຸດອາຊຽນ. ຢູ່ໃນມາດຕາ 8(d) ຂອງຖະແຫຼງການກຳນົດໃຫ້ພາກປະຊາສັງຄົມຕ້ອງມີອາຍຸການທີ່ໄດ້ຮັບການສ້າງຕັ້ງມາຢ່າງໜ້ອຍສອງປີ ຈາກປະເທດໃດໜຶ່ງຂອງປະເທດສະມາຊິກອາຊຽນກ່ອນຈະມີບຸລິມະສິດຂໍເຂົ້າມີສ່ວນຮ່ວມໃນກາດຳເນີນງານຂອງຄະນະກຳມາທິການສິດທິມະນຸດອາຊຽນ. ລະບຽບການນີ້ແມ່ນເປັນການກິດກັ້ນການຂໍເຂົ້າມີສ່ວນຮ່ວມ ຂອງຫຼາຍອົງການຈາກພາກປະຊາສັງ ຄົມທີ່ມາຈາກຫຼາຍປະເທດ. ນອກນີ້, ບັນດາອົງການທີ່ບໍ່ຮັບຮູ້ຖະແຫຼງ ການສິດທິມະນຸດອາຊຽນກໍ່ແມ່ນມີຄວາມເປັນໄປໄດ້ສູງທີ່ເອກະສານຂໍເຂົ້າມີສ່ວນຮ່ວມນັ້ນຈະຖືກປະຕິເສດ ໂດຍອິງຕາມມາດຕາ 8(a) ທີ່ແນະນຳໃຫ້ ອົງການຕ່າງໆຕ້ອງໃຫ້ການເຄົາລົບນັບຖືຫຼັກການ ແລະ ວັດຖຸປະ ສົງຂອງກົດບັດອາຊຽນ, ຖະແຫູງການສິດ ທິມະນຸດອາຊຽນ ແລະ ລະບຽບການພະນົມເປັນ.

ສະຫຼຸບ

ເຖິງແມ່ນວ່າຄະນະກຳມາທິການສິດທິມະນຸດອາຊຽນກຳລັງຢູ່ໃນສະພາບການລິເລີ່ມ, ລະບຽບການຂອງອົງ ກອນໃນປະຈຸບັນກໍ່ເຫັນວ່າຍັງມີບັນຫາ ແລະ ກິດກັ້ນຄວາມມີປະສິດທິພາບຂອງຄະນະກຳມາທິການສິດທິມະນຸດໃນພາກພື້ນ. ໃນກໍລະນີທີ່ບັນດາປະເທດສະມາຊິກອາຊຽນຫາກມີຄວາມຕັ້ງໃຈທີ່ຈະແກ້ໄຂບັນຫາການລະເມີດ ສິດທິມະນຸດຂັ້ນພື້ນຖານ ແລະ ໃຫ້ການເຄົາລົບກຽດສັກສີຂອງມະນຸດດັ່ງທີ່ໄດກຳນົດໃນຖະແຫຼງການຮ່ວມປີ 1993, ຂະບວນການທີ່ມີປະສິດທິພາບກໍ່ຄວນນຳມາພິຈາລະນາເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບຽບ ການຂອງຄະນະກຳມາທິການສິດທິມະນຸດອາຊຽນໃນການຮັບປະກັນໃຫ້ການດຳເນີນງານຂອງຄະນະກຳມາທິການສິດທິມະນຸດອາຊຽນເປັນໄປດ້ວຍຄວາມມີປະສິດທິພາບ ແລະ ແກ້ໄຂບັນຫາສິດທິມະນຸດໃນພາກພື້ນ ຢ່າງແທ້ຈິງ.

ຂໍ້ມູນເພີ່ມເຕີມ

AICHR

ICJ Memorandum on AICHR

Leave a Reply

Your email address will not be published.

This site uses Akismet to reduce spam. Learn how your comment data is processed.