ມະນຸດຕ້ອງປົກປ້ອງທັມຊາດ

Logo-Humanity & Natureວິທະຍຸເອເຊັຍເສລີ: 18 ກຸມພາ 2016

ເຄືອຂ່າຍ ອົງການ ຈັດຕັ້ງ ທາງສັງຄົມ ຈາກ ຫຼາຍປະເທດ ໃນຂົງເຂດ ອາຊຽນ ທີ່ ເຂົ້າຮ່ວມ ງານເສວະນາ ເຣື້ອງ ຄວາມສັມພັນ ຣະຫວ່າງ ມະນຸດ ກັບ ທຳມະຊາດ ຊຶ່ງ ຈັດຂຶ້ນ ຢູ່ ຈຸລາລົງກອນ ມະຫາວິທຍາລັຍ ປະເທດໄທ ໃນ ວັນທີ 17 ກຸມພາ 2016 ເຫັນພ້ອມ ນໍາກັນວ່າ ມະນຸດ ຕ້ອງປົກປັກ ຮັກສາ ທັມຊາດ.

ຍານາງ ອຶງ ຊຸຍເມັງ ພັລຍາ ຂອງທ່ານ ສົມບັດ ສົມພອນ ຜູ້ກໍ່ຕັ້ງ ສູນ ອົບຮົມ ຮ່ວມພັທນາ ຫຼື PADETC ໃຫ້ສຳພາດ ກັບ ວິທຍຸ ເອເຊັຽເສຣີ ຢູ່ໃນງານ ເສວະນາ ນັ້ນວ່າ ມະນຸດ ກັບ ທຳມະຊາດ ບໍ່ສາມາດ ແຍກອອກ ຈາກກັນໄດ້ ແລະ ມະນຸດ ຕ້ອງປົກປັກ ຮັກສາ ທຳມະຊາດ:

“ມະນຸດ ເປັນສ່ວນນຶ່ງ ຂອງ ທຳມະຊາດ ອັນນີ້ ກໍຜ່ານ ປະສົບການ ຊີວິດ ຂອງ ສົມບັດ ເອງ ເພາະວ່າ ເພິ່ນເປັນ ລູກຊາວນາ, ເຂົ້າ ກໍມາແຕ່ດິນ, ດິນ ກໍຕ້ອງ ອາສັຍນ້ຳ, ມີນ້ຳ ມີເຂົ້າ ມີປາ ຈຶ່ງມີອາຫານ ລໍ່ລ້ຽງຊີວິດ, ປ່າໄມ້ ໄດ້ໄມ້ ຈຶ່ງໄດ້ ເຮືອນຊານ. ເພິ່ນຢາກໃຫ້ ຄົນລຸ້ນໃຫມ່ ນຶກເຖິງ ບຸນຄຸນ ຂອງ ທຳມະຊາດ”.

ຍານາງ ກ່າວຕື່ມວ່າ ປັຈຈຸບັນ ໂລກ ປ່ຽນແປງ ຣະບົບ ເສຖກິຈ ຢູ່ ລາວ ກໍປ່ຽນແປງ ມະນຸດ ມີແຕ່ເອົາ ທຳມະຊາດ ອອກຂາຍ ແຕ່ບໍ່ໄດ້ສ້າງ ອິຫຍັງ ຊົດເຊີຍຄືນ ໃຫ້ ທຳມະຊາດ ເຊິ່ງຫນ້າ ເປັນຫ່ວງຫລາຍ:

“ປັຈຈຸບັນ ເສຖກິຈ ປ່ຽນແປງ ແຕ່ວ່າ ກໍບໍ່ຄວນຖື ທຳມະຊາດ ເປັນວັດຖຸ ຢ່າງດຽວ ບໍ່ແມ່ນສິ່ງ ທີ່ວ່າຂາຍ ຢ່າງດຽວ. ຖ້າວ່າ ທຳມະຊາດ ຖືກທຳລາຍ ແລ້ວ ມັນຈະເອົາ ຄືນຍາກ”.

ທາງດ້ານ ພຣະ ອາຈານ ສັງຄົມ ທະນະປັນໂຍ ວິທຍາກອນ ຈາກ ປະເທດໄທ ກໍກ່າວວ່າ ມະນຸດຕ້ອງ ຮ່ວມກັນ ປົກປັກຮັກສາ ທຳມະຊາດ ດ້ວຍການ ປະກອບ ສັມມາອາຊີບ ຫມາຍເຖິງ ວຽກງານ ທີ່ດີ ບໍ່ທຳລາຍ ທຳມະຊາດ. ສ່ວນການ ພັທນາ ເສຖກິຈ ມະນຸດ ສາມາດເລືອກ ທາງສາຍກາງ ໄດ້ ຄື: ພັທນາ ເສຖກິຈ ແບບພໍພຽງ ກໍຈະສາມາດ ໃຊ້ຊີວິດ ຢ່າງມີ ຄວາມສຸກໄດ້.

ງານເສວະນາ ຄວາມສັມພັນ ຣະຫວ່າງ ມະນຸດ ກັບ ທຳມະຊາດ ຈັດໂດຍ ອົງການ Focus on the Global South ແລະ Sombath Initiative ໂດຍ ຖື ໂອກາດນີ້ ຣຳລຶກ ວັນຄົບຮອບ ວັນເກິດ ຂອງ ທ່ານ ສົມບັດ ສົມພອນ ວັນທີ 17 ກຸມພາ ນຳດ້ວຍ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.