ການຖືກບັງຄັບໃຫ້ຫາຍສາບສູນ…ແມ່ນ​ຫຍັງ?

ນິຍາມ

Logo-What isການຖືກບັງຄັບໃຫ້ຫາຍສາບສູນແມ່ນການຫາຍສາບສູນໄປຂອງບຸກຄົນແບບລັບໆໂດຍມີການຮູ້ເຫັນ ແລະ ໃຫ້ການສະໜັບສະໜູນຈາກພາກລັດ ຫຼື ໜ່ວຍງານອື່ນໆ. ການຫາຍສາບສູນນັ້ນແມ່ນທາງການລັດຈະປະຕິເສດຮັບຮູ້ ເຖິງການມີສ່ວນກ່ຽວຂ້ອງ ຫຼື ບໍ່ມີຂໍ້ມູນໃດໆໃຫ້ກ່ຽວກັບການຫາຍສາບສູນ, ຫຼື ບໍ່ມີຂໍ້ມູນວ່າຜູ້ທີ່ຫາຍສາບສູນັ້ນອາດ ຕົກຢູ່ບ່ອນໃດໜຶ່ງ. ຜົນທີ່ໄດ້ຈາກການຫາຍສາບສູນກໍ່ຄືວ່າຜູ້ທີ່ຫາຍສາບສູນນັ້ນຖືກປະຕິເສດການໃຫ້ການປົກປ້ອງ ແລະ ການຊ່ວຍເຫືອທາງດ້ານສິດທິຕ່າງໆຕາມກົດໝາຍ.

ການຖືກບັງຄັບໃຫ້ຫາຍສາບສູນແມ່ນຖືວ່າເປັນໜຶ່ງໃນບັນດາອາດສະຍາກຳທີ່ຮ້າຍແຮງ ແລະ ປ່າເຖື່ອນດ້ວຍ ເຫດຜົນຫຼາຍປະການຄື:

  • ທາງຄອບຄົວ ແລະ ເພື່ອນຮ່ວມງານຂອງຜູ້ເຄາະຮ້າຍແມ່ນມີທາງເລືອກທາງກົດໝາຍຈຳກັດ. ນອກນັ້ນ ບັນດາຫຼັກຖານຕ່າງໆກໍ່ມີໜ້ອຍ, ເຈົ້າໜ້າທີ່ກໍ່ໃຫ້ການປະຕິເສດທີ່ຈະຊ່ວຍເຫຼືອໃນການສືບສວນສອບສວນ ຫຼື ຊອກຫາຫຼັກຖານເພາະວ່າບັນດາເຈົ້າໜ້າທີ່ເຫລົ່ານັ້ນບໍ່ໄດ້ຮັບຮູ້ເຖິງການຫາຍສາບສູນດັ່ງກ່າວ.
  • ຄວບຄົວຂອງຜູ້ເຄາະຮ້າຍນັ້ນບໍ່ພຽງແຕ່ບໍ່ສາມາດໄດ້ຂໍ້ມູນ ແລະ ຊອກຫາຜູ້ເຄາະຮ້າຍທີ່ຫາຍສາບສູນໄປ, ແຕ່ພວກເຂົາກໍ່ຍັງມີຄວາມຢ້ານກົວທີ່ຈະມີຜົນກະທົບແນວບໍ່ດີໃຫ້ແກ່ຕົນ ແລະ ຄອບຄົວໄດ້ຖ້າຫາກຈະເຜີຍ ແຜ່ຂໍ້ມູນການຫາຍສາບສູນນັ້ນສູ່ພ່າຍນອກ. ດ້ວຍເຫດຜົນນີ້ ຄອບຄົວຂອງຜູ້ທີ່ຖືກບັງຄັບໃຫ້ຫາຍສາບສູນກໍ່ ເລີຍກາຍເປັນຜູ້ເຄາະຮ້າຍໄປນຳ.
  • ການຖືກບັງຄັບໃຫ້ຫາຍສາບສູນຍັງເຮັດໃຫ້ບັນດາເພື່ອນມິດສະຫາຍ, ເພື່ອນຮ່ວມງານ ແລະ ໜ່ວຍງານທີ່ ເປັນຄູ່ຮ່ວມ ງານມີຄວາມຢ້ານກົວຕໍ່ເຫດການດັ່ງກ່າວ. ເຫດຜົນກໍ່ຍ້ອນວ່າພວກເຂົາເຈົ້າບໍ່ມີຂໍ້ມູນເຫດຜົນ ຂອງການຫາຍສາບສູນ ມັນຈຶ່ງເຮົດໃຫ້ເກີດຄວາມຢ້ານກົວທີ່ຈະຕໍ່ສູ້ເພື່ອຊອກຫາຄວາມເປັນຈິງ. ຕາມເຫດ ຜົນທີ່ກ່າວມານີ້ ການຖືກບັງຄັບໃຫ້ຫາຍສາບສູນມັນຈຶ່ງເຮັດໃຫ້ເກີດຄວາມຢ້ານກົວໃນສັງຄົມວົງກວ້າງໄປຕື່ມ.
  • ໃນຄະນະດຽວກັນ ການຖືກບັງຄັບໃຫ້ຫາຍສາບສູນກໍ່ຍັງເຮັດໃຫ້ຄົນໃນສັງຄົມມີຄວາມຕົກສະທ້ານຢ້ານກົວ. ຍ້ອນຂາດຫຼັກຖານຫຼາຍຢ່າງ ແລະ ບໍ່ມີການດຳເນີນຄະດີທາງກົດໝາຍ, ຄົນໃນສັງຄົມຈຶ່ງພາກັນແກ້ງເຮັດ ວ່າມັນບໍ່ມີຫຍັງເກີດຂື້ນ ແລະ ສະພາບການຕ່າງແມ່ນເປັນປົກກະຕິດີ.

ກົນໄກ ແລະ ກົດໝາຍສາກົນ

ໃນສາກົນ ການຖືກບັງຄັບໃຫ້ຫາຍສາບສູນແມ່ນຖືວ່າເປັນໜຶ່ງໃນບັນດາອາດສະຍາກຳທີ່ຮຸນແຮງທີ່ສຸດ. ອິງຕາມກົດໝາຍສາກົນ, ຖ້າຫາກການຖືກບັງຄັບໃຫ້ຫາຍສາບສູນເກີດຂື້ນຕະຫຼອດ ແລະ ມີການວາງແຜນເປັນລະບົບ ຕໍ່ກັບປະຊາຊົນພົນລະເຮືອນ, ການກະທຳນັ້ນຈະຖືວ່າເປັນອາດສະຍາກຳຕ້ານມວນມະນຸດ. ຖ້າຫາກມັນເກີດໃນຍາມ ສົງຄາມ, ມັນກໍ່ຖືວ່າເປັນອາດສະຍາກຳສົງຄາມ. ຍ້ອນວ່າການກະທຳນັ້ນມັນຮຸນແຮງ ມັນຈຶ່ງມີຂໍ້ກຳນົດທີ່ກ່ຽວກັບການ ຖືກບັງຄັບໃຫ້ຫາຍສາບສູນເກີດຂື້ນ. ໃນປີ 1980 ອົງການ ສະຫະປະຊາຊາດໄດ້ຈັດຕັ້ງອົງກອນກ່ຽວກັບການຫາຍສາບ ສູນທີ່ບໍ່ມີຄວາມເຕັມໃຈ (WGEID). ອົງກອນດັ່ງກ່າວຕັ້ງຢູ່ໃນສຳນັກງານສິດທິມະນຸດຂ້າຫຼວງໃຫຍ່ຂອງອົງການສະ ຫະປະຊາຊາດ, ເປົ້າໝາຍຫຼັກຂອງອົງກອນກໍ່ແມ່ນເພື່ອຊ່ວຍບັນດາຄວບຄົວທີ່ຖືກເຄາະຮ້າຍຂອງການຖືກບັງຄັບໃຫ້ ຫາຍສາບສູນ.

ສິ່ງສຳຄັນກໍ່ຄື ບັນດາຄະດີທີ່ສົ່ງໃຫ້ WGEID ນັ້ນຕ້ອງຖືກສົ່ງໂດຍຍາດທີ່ພີ່ນ້ອງຂອງຜູ້ເຄາະຮ້າຍ ຫຼື ຈາກ ບັນດາອົງການຈັດຕັ້ງສິດທິມະນຸດທີ່ເປັນຕົວແທນໃຫ້ຄອບຄົວຜູ້ເຄາະຮ້າຍ. ຕໍ່ມາ ອົງການ WGEID ກໍ່ຢື່ນບັນດາ ເລື່ອງດັ່ງກ່າວໃຫ້ແກ່ລັດຖະບານທີ່ກ່ຽວຂ້ອງເພື່ອຮຽກຮ້ອງໃຫ້ເຈົ້າໜ້າທີ່ທຳການສືບສວນສອບສວນ ແລະ ຕິດຕາມ ເລື່ອງຈົນກ່ວາຈະໄດ້ຄຳຕອບທີ່ແທ້ຈິງ. ອົງການ WGEID ມີໜ້າທີ່ກ່ຽວຂ້ອງພຽງແຕ່ການຄົ້ນຫາຂໍ້ມູນຂອງຜູ້ສູນ ຫາຍສາບສູນ ແຕ່ບໍ່ໄດ້ກ່ຽວຂ້ອງກັບການສືບສວນສອບສວນ ຫຼື ດຳເນີນຄະດີຕໍ່ຜູ້ທີ່ກ່ຽວຂ້ອງ. ໃນປີ 2006 ສົນທິສັນຍາ ສາກົນວ່າດ້ວຍການປ້ອງກັນການຖືກບັງຄັບໃຫ້ຫາຍສາບສູນ (ICPPED) ໄດ້ຖືກຮັບຮອງຈາກສະມັດຊາໃຫຍ່ແຫ່ງ ອົງການ ສະຫະປະຊາຊາດ. ປະຈຸບັນນີ້ມີປະເທດສະມາຊິກຢູ່ 51 ປະເທດທີ່ໄດ້ໃຫ້ສັດຕະຍາບັນແລ້ວ ແລະ ຍັງມີອີກ 95 ປະເທດທີ່ໄດ້ເຊັນປະໄວ້ເພື່ອທີ່ຈະເຂົ້າເປັນສະມາຊິກໃນອານາຄົດ. ສົນທິສັນຍາໄດ້ລະບຸເຖິງການຖືກບັງຄັບໃຫ້ຫາຍ ສາບສູນວ່າເປັນສິ່ງທີ່ບໍ່ຖືກຕ້ອງບໍ່ວ່າຈະເກີດຂື້ນໃນສະຖານະການໃດກໍ່ຕາມ.

ສົນທິສັນຍາ ICPPED ບັງຄັບໃຫ້ປະເທດສະມາຊິກຕ້ອງ: 

  • ທຳການສືບສວນສອບສວນຕໍ່ເຫດການທີ່ເກີດຂື້ນພ້ອມທັງດຳເນີນຄະດີຜູ້ທີ່ກ່ຽວຂ້ອງ
  • ຜັນຂະຫຍາຍເອົາບັນຫາການຖືກບັງຄັບໃຫ້ຫາຍສາບສູນເຂົ້າໃສ່ໃນກົດໝາຍພາຍໃນຂອງຕົນ
  • ໃຫ້ການຮ່ວມມືກັບປະເທດຕ່າງໆເພື່ອແກ້ໄຂບັນຫາການຖືກບັງຄັບໃຫ້ຫາຍສາບສູນ
  • ຂື້ນບັນຊີລາຍຊື່ຜູ້ທີ່ຖືກກັກຂັງ ຫຼື ຖືກກັກຕົວໃນປະຈຸບັນໃຫ້ມີຄວາມກະຈ່າງແຈ້ງ.
  • ໃຫ້ການຊ່ວຍເຫຼືອແກ່ຜູ້ທີ່ຖືກເຄາະຮ້າຍ (ຄອບຄົວຜູ້ທີ່ຖືກເຄາະຮ້າຍ)

ການຖືກບັງຄັບໃຫ້ຫາຍສາບສູນໃນທົ່ວໂລກ

ການຖືກບັງຄັບໃຫ້ຫາຍສາບສູນໃດ້ຖືກຈັດຕັ້ງປະຕິບັດໃນຫຼາຍປະເທດໃນອາດີດທີ່ຜ່ານມາ. ອັນທີ່ຮູ້ຈັກກັນ ດີກໍ່ຄືບັນຫາທີ່ເກີດຂື້ນໃນປະເທດສະເປນໃນລະຫວ່າງການເກີດສົງຄາມກາງເມືອງໃນຊຸມປີ 1930, ໃນປະເທດເຢຍລະ ມັນໃນຊ່ວງສົງຄາມໂລກຄັ້ງທີ 2, ໃນປະເທດອາເຈນຕິນ້າ ແລະ ປະເທດຊິລີໃນຊຸມປີ 1970, ໃນປະເທດອີຣັກ ແລະ ເອວສະວາດໍໃນຊຸມປີ 1980, ແລະ ໃນປະເທດອາຈິເຣຍໃນຊຸມປີ 1990. ການເກີດສົງຄາມ ຫຼື ຄວາມຂັດແຍ່ງທີ່ເປັນ ເວລາຍາວນານໃນປະເທດໂຄລຳເບຍ, ກົວເຕມາລາ, ຊີເຣຍ, ອິນເດຍ, ແລະ ຊຣິລັງກາ ກໍ່ພາໃຫ້ເກີດການຖືກບັງຄັບ ໃຫ້ຫາຍສາບສູນເປັນຈຳນວນຫຼວງຫຼາຍ. ນອນນັ້ນຍັງມີອີກອັນທີ່ເປັນທີ່ຮູ້ຈັດກັນດີກໍ່ແມ່ນການຖືກບັງຄັບໃຫ້ຫາຍສາບ ສູນທີ່ເກີດຂື້ນເປັນຈຳນວນຫຼວງຫຼາຍໃນປະເທດສະຫະລັດອາເມລິກາໃນຕອນທີ່ເກີດການຕໍ່ສູ້ຕ້ານການກໍ່ການຮ້າຍ.

ໃນປະຈຸບັນ ປະເທດອີຣັກມີຄະດີເກີດຂື້ນແລ້ວຫຼາຍກ່ວາ 16.000 ຄະດີທີ່ກ່ຽວກັບການຖືກບັງຄັບໃຫ້ຫາຍ ສາບສູນ ແລະ ພວມຖືກອົງການ WGEID ທຳການກວດສອບຢູ່. ຖັດມາກໍ່ແມ່ນປະເທດຊຣິລັງກາທີ່ມີຄະດີເກີດ ຂື້ນແລ້ວຫຼາຍກ່ວາ 5.000 ຄະດີ, ປະເທດອາຈິເຣຍ ແລະ ອາເຈນຕິນ້າກໍ່ມີຫຼາຍກ່ວາ 3.000 ຄະດີ. ສ່ວນຢູ່ໃນປະ ເທດອາຊຽນແມ່ນປະເທດຝິລິບປິນທີ່ມີຄະດີຫຼາຍກ່ວາ 625 ຄະດີ, ຖັດມາກໍ່ແມ່ນປະເທດອິນໂດນິເຊຍທີ່ມີປະມານ 163 ຄະດີ, ປະເທດໄທກໍ່ມີປະມານ 82. ປະເທດລາວ ແລະ ພະມ້າກໍ່ມີ 2 ຄະດີ ແລະ ປະເທດກຳປູເຈຍ ແລະ ຫວຽດນາມກໍ່ ມີພຽງຄະດີດຽວເທົ່ານັ້ນ.

ການຖືກບັງຄັບໃຫ້ຫາຍສາບສູນທີ່ເກີດຂື້ນໃນປະເທດ ລາວ

ປະເທດລາວໃດ້ເຊັນສົນທິສັນຍາ ICPPED ວ່າດ້ວຍການປ້ອງກັນການຖືກບັງຄັບໃຫ້ຫາຍສາບສູນໃນປີ 2008. ໃນລະຫວ່າງການດຳເນີນການທົບທວນຄືນການນຳໃຊ້ສັນທິສັນຍາ (UPR) ເປັນເທື່ອທຳອິດໃນປີ 2010, ປະເທດຝຣັ່ງ ແລະ ສະເປນໄດ້ແນະນຳໃຫ້ປະເທດລາວເຂົ້າຮ່ວມດ້ວຍການໃຫ້ສັດຕະຍາບັນ. ປະເທດລາວເອງກໍ່ເຫັນ ດີກັບຄຳແນະນຳ ແຕ່ກໍ່ຍັງບໍ່ທັນໄດ້ໃຫ້ສັດຕະຍາບັນເທື່ອ. ໃນລະຫວ່າງການດຳເນີນການທົບທວນຄືນການນຳໃຊ້ສັນ ທິສັນຍາ (UPR) ເທື່ອທີສອງປີ 2015, ມີປະມານ 10 ປະເທດທີ່ແນະນຳໃຫ້ປະເທດລາວເຂົ້າຮ່ວມ ແລະ ປະເທດລາວ ກໍ່ເຫັນດີທີ່ຈະເຂົ້າຮ່ວມ ແຕ່ວ່າຍັງຂໍເວລາສຶກສາ ແລະ ຂໍມີຄວາມພ້ອມກ່ວານີ້.

ໃນປະຈຸບັນ ປະເທດລາວກໍ່ມີ 2 ຄະດີທີ່ພວມຢູ່ໃນການດຳເນີນງານຂອງອົງການ WGEID ຄື ເລື່ອງຂອງ ທ່ານ ນາງກິ່ງແກ້ວ ພົງເສລີທີ່ຫາຍສາບສູນໄປໃນປີ 2009 ແລະ ທ່ານສົມບັດສົມພອນທີ່ຫາຍສາບສູນໄປໃນປີ 2012. ສ່ວນອີກ 6 ຄະດີທີ່ກ່ຽວກັບການຈັບນັກສຶກສາໃນປີ 1999 ກໍ່ແມ່ນບໍ່ໄດ້ຢູ່ໃນການດຳເນີນງານຂອງອົງການ WGEID ແລ້ວ.

ມັນມີຄວາມສຳຄັນຫຼາຍທີ່ຈະຂໍທົບທວນໃຫ້ຮູ້ວ່າອົງການ WGEID ເປັນພຽງໜ່ວຍງານທີ່ຮັບເອົາເລື່ອງ ການລາຍງານຄະດີຕ່າງໆທີ່ເກີດຂື້ນຈາກຍາດພີ່ນ້ອງຂອງຜູ້ເຄາະຮ້າຍ ຫຼື ອົງການສິດທິມະນຸດຕ່າງໆ. ຖ້າຫາກບັນດາ ຍາດພີ່ນ້ອງຂອງຜູ້ເຄາະຮ້າຍຫາກມີຄວາມຢ້ານກົວ ແລະ ອົງການສິດທິມະນຸດທີ່ກ່ຽວຂ້ອງບໍ່ມີຕົວຕົນ, ມັນກໍ່ຄົງຈະ ບໍ່ມີການລາຍງານໃດໆກ່ຽວກັບເລື່ອງລາວທີ່ເກີດຂື້ນເລີຍ.

ຂໍ້ມູນເພິ່ມເຕີມສາມາດຫາໄດ້ທີ່:

International Convention for Protection of All Persons from Enforced Disappearance

Working Group on Enforced and Involuntary Disappearances

Wikipedia

Leave a Reply

Your email address will not be published.

This site uses Akismet to reduce spam. Learn how your comment data is processed.