ສະຫະພາບ ເອີຣົບ ຕອ້ງຮຽກຮອ້ງໃຫ້ ທາງການ ສປປລາວ ປອ່ຍຕົວ ບັນດາຜູ້ຕໍ່ຕ້ານ ແລະ ແກ້ໄຂ ບັນຫາ ການຫາຍສາບສູນ ແບບຖືກບັ່ງຄັບ

FIDH: 13 ກຸມພາ 2017

ສະຫະພາບ ເອີຣົບ ຕອ້ງຮຽກຮອ້ງໃຫ້ ທາງການ ສປປລາວ ປອ່ຍຕົວ ນັກໂທດການເມືອງ ແລະ ຕອ້ງທວງເຖີງ ຄວາມຄືບໜ້າ ຂອງ ກໍຣະນີ ຫາຍສາບສູນ ແບບຖືກບັງຄັບ ນີ້ຄື ຖແລງການຮວ່ມ ຂອງ ສະຫະພັນສາກົນ ເພື່ອ ສີດທິມະນູດ (FIDH) ແລະ ຂະບວນການລາວ ເພື່ອ ສີດທິມະນູດ (ຂລສມ).
ສອງອົງການຈັດຕັ້ງ ເພື່ອ ສີດທິມະນູດ ໃດ້ອອກ ຖແລງການຮວ່ມ ກອ່ນໝ້າ ກອງປະຊູມ ຄັ້ງທີ 7 ລະຫວ່າງ ສະຫະພັນ ເອີຣົບ ແລະ ສປປລາວ ທີ່ຈະມືຂື້ນ ທີ່ ນະຄອນຫລວງ ວຽງຈັນ ໄນວັນທີ 16 ແລະ 17 ກູມພາ 2017 ທີ່ຈະມາເຖີງນີ້. ໃນຖແລງການຮວ່ມ ດັ່ງກ່າວ ສອງອົງການ ໄດ້ ມີຣາຍງານ ເຜີຍເຖີງ ສະຖານະການ ດ້ານ ສີດທິມະນູດ ໃນ ສປປລາວ ຕັັ້ງແຕ່ ການ ພົບພໍ້ ຄັ້ງ ສູດທ້າຍ ລະຫວ່າງ ເອີຣົບ ແລະ ສປປ ລາວ ຄັ້ງ ເດືອນ ພືສະຈິກາ ປີ 2015.
“ພາຍຫລັງ ທີ່ໄດ້ ມີການ ພົບປະສົນທະນາ ຢ່າງ ລົງເລິກຫລາຍຄັ້ງ ຫລ້າຍຫົນ ກ່ຽວແກ່ ສີດທິມະນູດ ແລ້ວ ສະຫະພາບ ເອີຣົບ ບໍ່ຄວນ ຈະ ຜອ່ນສັ້ນ ຜອ່ນຍາວ ອີກແລ້ວ ຕໍ່ ວິທີ ແກ້ຕົວ ແບບຫລອກລວງ ຂອງ ຣັຖະບານ ສປປລາວ ຕລອດເຖີງ ຄວາມ ບໍ່ສາມາດ ປະຕິບັດ ຂໍ້ ເງື່ອນໄຂ ຂອງຕົນ ທາງດ້ານ ການເຄົາຣົບ ສີດທິມະນູດ. ສະຫະພາບ ເອີຣົບ ຈະຕອ້ງ ຕັ້ງເງື່ອນໄຂ ຢ່າງ ຈະແຈ້ງ ວ່າ ສປປລາວ ຕອ້ງ ປອ່ຍຕົວ ບັນດາ ຜູ້ຕ້ານ ແນວຄີດ ທູກໆຄົນ ແລະ ສປປລາວ ຕອ້ງ ທໍາການ ສືບສວນ ຢ່າງ ລົງເລິກ ແລະ ແຈ້ງຂາວ ເຖີງ ກໍຣະນີ ຫາຍສາບສູນ ແບບ ຖືກບັງຄັບ ທູກໆ ກໍຣະນີ ຮວ່ມເຖີງ ກໍຣະນີ ທ່ານ ສົມບັດ ສົມພອນ : ນີ້ຄື « ເງື່ອນໄຂ ຕົ້ນຕໍ ກອ່ນຈະ ສືບຕໍ່ ການ ພົວພັນ ລະຫວ່າງ ສອງຝ່າຍ.” ທ່ານ ດີມີຕຣີ ຄຣີສໂຕປູໂລສ (Dimitris Christopoulos), ປະທານ ສະຫະພັນ ສາກົນ ເພື່ອ ສີດທິ ມະນູດ

ແຕກຕ່າງ ຈາກຫລາຍປີກອ່ນ, ຄັ້ງເດືອນ ພືສະຈິກາ 2016, ສະຫະພາບ ເອີຣົບ ບໍ່ໄດ້ ຢີບຍົກ ເອົາ ກໍຣະນີ ຂອງ ທ່ານສົມບັດ ສົມພອນ ຂື້ນມາກ່າວສົນທະນາເລີຍ ເນື່ອງໄນ ໂອກາດ ການ ພົບພໍ້ ກັບ ທາງການ ສປປ ລາວ ແລະ ຄະນະ ຮວ່ມງານ ທາງດ້ານການ ພັທະນາ. ຍີ່ງໄປກົ່ວນັ້ນ ຊື່ ຂອງ ທ່ານ ສົມບັດ ສົມພອນ ຊໍ້າ ບໍ່ຖືກເອີ່ຍເຖີງ ໃນ ທູກໆ ຖແລງການ ຫລັງຈາກ ກອງປະຊູມ ລະຫວ່າງ ສອງຝ່າຍ ຄັ້ງເດືອນພືສະຈິກກາ 2015. ກໍຣະນີ ທ່ານ ສົມບັດ ສົມພອນ ຖືກກາວເຖີງ ຢ່າງບໍ່ ຊັັດເຈນ ວ່າ ເປັນ ’’ ການຫາຍສາບສູນ’’.

‘’ອັນທີ່ ສະຫະພາບ ເອີົຣົບ ບໍ່ ສາມາດ ກ່າວເຖີງ ຊືື່ ຂອງ ທ່ານ ສົົມບັດ ສົົມພອນ ໃນໂອກາດ ພົບປະ ສົນທນາ ດ້ານ ສີດທິ ມະນູດ ກັບ ຝ່າຍ ສປປລາວ ນັ້ນ, ຍີ່ງ ເປັນການ ເຂົ້າຂ້າງ ຍູດທະວິທີ ຂອງ ທາງການ ສປປລາວ ທີ່ ຊອກຫາ ຊອ່ງທາງ ເຮັດໃຫ້ ກໍຣະນີ ຂອງ ທ່ານ ສົມບັດ ສົວມພອນ ຖືກ ຫລົງລືມ. ຖ້າຫາກວ່າ ການ ພົບປະສົນທະາ ກ່ຽວແກ່ ສີດທິ ມະນູດ ບໍ່ໄດ້ ເກີດໃຫ້ ມີການ ກົດດັນ ທາງດ້ານ ການເມືອງແລ້ວ ກໍ່ຈະເປັນ ພຽງ ວິທີການ ອັນ ໄຮ້ປໂຍດ ແລະ ຊີ້ນ ຄວາມຫວັງ ເທົ່ານັ້ນ.’’ ຍານາງ ວະນິດາ ເທພສຸວັນ, ປະທານ ຂະບວນການລາວ ເພື່ອ ສີດທິ ມະນູດ

ໄນ ຣາຍງານຮວ່ມ, ສະຫະພັັນ ສາກົນ ເພື່ອ ສີດທິ ມະນູດ ແລະ ຂະບວນການ ລາວ ເພື່ອ ສີດທິ ມະນູດ ໄດ້ ທອ້ນຄືນເຖືງ ຂໍ້ສເນີ ແນະນໍາ ຕໍ່ ສະຫະພາບ ເອີຣົບ ຂໍ ໃຫ້ ສປປລາວ ສະແດງ ເຖີງ ຄວາມ ຄືບໝ້າ ແບບເຫັນຜົນ ທາງດ້ານ ສີດທິ ແນວຄີດ ແລະ ປາກເວົ້າ, ການ ຈັບກູມ ຄູມຂັງ ໂດຍບໍ່ຖືກຕອ້ງ, ການຫາຍສາບສູນ ແບບ ຖືກບັ່ງຄັບ ແລະ ປະຕິຮູບ ດ້ານ ການເລືອກຕັ້ງ.

ນັບຕັ້ງແຕ່ ການພົບປະ ສົນທະນາ ດ້ານ ມະນູດ ກັນ ສະຫະພັນ ເອີຣົບ ໄນ ປີ 2005, ສປປລາວ ຕີດ ອັນດັບ ລາກທ້າຍ ຢ່າງ ເນ່ອງນີດ, ອີງຕາມ ອັດຕຣາ ວັດແທກ ສາກົນ ທາງດ້ານ ການ ນັບຖື ຫລັກ ປະຊາທິປະໄ, ສີດທິ ພົລະເຮືອນ ແລະ ສີດທິ ການເມືອງ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.