ຫ້າປີຂອງຄວາມງຽບ…

ຫ້າປີກ່ອນ, ສົມບັດ ສົມພອນ ໄດ້ໃຫ້ ປາຖະກະຖາຕໍ່ໄປນີ້ ໃນກອງປະຊຸມປະຊາຊົນອາຊີ-ເອີຣົບ.

ຈະມີຜູ່ໃຫ້ທຶນ, ນັກການທູດ, ຫຼືອົງການຈັດຕັ້ງທາງສັງຄົມ ຫຼາຍປານໃດໃນລາວ ທີ່ຈະເຜີຍແຜ່ຄຳເວົ້າຂອງເພິ່ນໃນມື້ນີ້?

 

 

 

ສິ່ງທ້າທາຍຕໍ່ການຫຼຸດຜ່ອນຄວາມທຸກຍາກແລະການພັດທະນາແບບຍືນຍົງ – ມຸມມອງຈາກປະເທດລາວ

ໂດຍ ອາຈານ ສົມບັດ ສົມພອນ 

ຜູ້ກໍ່ຕັ້ງແລະທີ່ປຶກສາໃຫ້ແກ່ສູນຝກຶ ອົບຮົມຮ່ວມພັດທະນາແບບມີສ່ວນຮ່ວມ (PADETC) 

ກອງປະຊຸມເວທີພາກປະຊາຊົນອາຊີ-ເອີຣົບຄັ້ງທີ 9  (AEPF9)

16-19 ເດືອນຕຸລາ ປີ 2012

ທີ່ນະຄອນຫຼວງວຽງຈັນ, ສ.ປ.ປ ລາວ 

ຮຽນພະນະທ່ານ. ດຣ. ທອງລຸນ ສີສຸລິດ, ຮອງນາຍຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງ ປະເທດ, ທີ່ນັບຖື;

ສະແດງຄວາມນັບຖືມາຍັງບັນດາຫມູ່ເພື່ອນ ແລະ ເພື່ອນຮ່ວມງານໃນ ສ.ປ.ປລາວ, ຈາກທະວີບອາຊີ ແລະ ເອີຣົບ;

ບັນດາທ່ານຍິງ ແລະ ທ່ານຊາຍທີ່ນັບຖືແລະຮັກແພງ…

ຂ້າພະເຈົ້າຮູ້ສຶກ ເປັນກຽດ ແລະ ມີຄວາມປິຕິຍິນດີ ເປັນຢ່າງຍິ່ງ ທີ່ໄດ້ຕ້ອນຮັບບັນດາທ່ານສູ່ປະເທດນ້ອຍໆ ຂອງພວກຂ້າພະເຈົ້າ ທີ່ມີປະຊາຊົນທີ່ມີນິໄສອ່ອນໂຍນ ແລະເຕັມດ້ວຍນ້ໍາໃຈອັນດີງາມ. ຂ້າພະເຈົ້າໄດ້ຮັບກຽດ ເປັນຕົວແທນຄົນລາວເຂົ້າຮ່ວມໃນກອງປະຊຸມພາກປະຊາຊົນ ອາຊີ- ເອີຣົບ ເພື່ອແລກປ່ຽນຄວາມຄິດເຫັນກັບ ບັນດາທ່ານ ໃນການເຮັດວຽກຮ່ວມກັນ ເພື່ອກ້າວໄປສູ່ການຫຼຸດຜ່ອນຄວາມທຸກຍາກ ແລະ ການສ້າງອະນາຄົດທີ່ ຍືນຍົງເພື່ອພວກເຮົາເອງ ແລະເພື່ອລູກຫຼານ.

ເຖິງວ່າ ພວກເຮົາຈະມາຈາກປະເທດທີ່ນ້ອຍຫຼືໃຫຍ່ກໍຕາມ, ຈາກທະວີບອາຊີ ຫຼືເອີຣົບກໍດີ ພວກເຮົາລ້ວນແຕ່ ເປັນມະນຸດ ຮ່ວມໂລກໃບດຽວກັນ. ດັ່ງນັ້ນ, ໃນນາມຄວາມເປັນມະນຸດ, ຂໍຈົ່ງມາສາມັກຄີປອງດອງ ແລະ ຮ່ວມມື ປະສານກົມກຽວເປັນຈິດຫນຶ່ງໃຈດຽວ ເພື່ອຮຽນຮູ້ ເພື່ອແລກປ່ຽນ ແລະ ເພ່ືຶອຊອກທາງເລືອກເຊີງປະຕິບັດ ແລະຊ່ວຍກັນບຸກທະລຸ ແກ້ບັນຫາທາງດ້ານການເມືອງການປົກຄອງ, ເສດຖະກິດ, ສັງຄົມ ແລະຈິດໃຈ ທີ່ກໍາລັງ ທ້າທາຍຕໍ່ຄົນເຮົາ, ແລະ ໂດຍສະເພາະຕໍ່ປະຊາຊົນຜູ້ທຸກຍາກໃນທະວີບອາຊີແລະເອີຣົບຢູ່ທຸກມື້ນີ້.

ເວົ້າລວມແລ້ວ, ໃນສະຕະວັດທີ່ຜ່ານມາ ມະນຸດເຮົາ ໄດ້ພັດທະນກ້າວຫນ້າມະຫາສານ ຫລາຍຢ່າງ ທາງດ້ານ ວິທະຍາສາດແລະເຕັກໂນໂລຢີ. ພວກເຮົາໄດ້ສ້າງພື້ນຖານໂຄງລ່າງ, ລະບົບການສື່ສານ, ເອົານໍ້າຫລໍ່ລ້ຽງເຂົ້າ ທະເລຊາຍ, ສົ່ງມະນຸດໄປຍັງດວງເດືອນ, ວິທະຍາສາດທາງການແພດທີ່ກ້າວຫນ້າທີ່ນັບມື້ນັບດີຂຶ້ນກວ່າ ເກົ່າ, ແລະຍັງສາມາດຜະລິດອາວຸດ ສົງຄາມທີ່ສາມາດທໍາລາຍລ້າງໂລກໃບນີ້ໃດ້, ຖ້າເຫັນວ່າຈໍາເປັນ. ຄວາມຫນ້າດັ່ງກ່າວໄດ້ເຮັດໃຫ້ຊີວິດທາງດ້ານກາຍຍະພາບຂອງພວກເຮົາສະດວກ ແລະ ສະບາຍ ຂຶ້ນຫລາຍ. ທີ່ຈິງແລ້ວ ຍ້ອນມີເຮົາສະດວກ ສະບາຍຫລາຍໂພດ ມະນຸດເຮົາຈຶ່ງເລີ້ມອ່ອນແອທາງດ້ານຈິດວິນຍານ ແລະ ກໍພາໃຫ້ສຸກຂະພາບຂອງໂລກໃບນີ້ອ່ອນເພຍໄປນໍາ. ແຕ່ໃນຄະນະດຽວກັນ ຍັງມີຄົນເກືອບ ນຶ່ງຕື້ຍັງຂາດເຂີນ ທາງດ້ານສະບຽງອາຫານຢູ່. ເຮົາອາດພັດທະນາສູງຈົນສາມາດຕໍ່ອາຍຸຄົນປ່ວຍໃດ້ ແຕ່ການບໍລິການທາງດ້ານ ສາທາລະນະສຸກຂັ້ນພື້ນຖານກໍຍັງບໍ່ທົ່ວເຖິງປະຊາຊົນທີ່ທຸກຈົນເທື່ອ. ການບໍລິການທາງດ້ານສຶກສາຂັ້ນພື້ນຖານ ທີ່ມີຄຸນນະພາບກໍມີລັກສະນະບໍ່ທົ່າເຖິງ ຄ້າຍຄືກັນ.

ໃນເວລາດຽວກັນນັ້ນ ເຫັນວ່າ ນ້ໍາໃຈຂອງມະນຸດເຮົານັ້ນເກີດມີລັກສະນະຫລຸດນ້ອຍຖອນລົງ. ພວກເຮົາເກີດ ມີຄວາມໂລບມາກໂລພາ, ການສໍ້ລາດບັງຫຼວງ, ໃຈຄັບແຄບ ແລະ ບໍ່ເພື່ອແຜ່, ແລະ ຄວາມຮຸນແຮງ ປາກົດຂຶ້ນ ຫຼາຍໃນບາງພາກສ່ວນຂອງອາຊີແລະເອີຣົບ. ຄວາມສະດວກສະບາຍທາງດ້ານກາຍນັ້ນ ໃດ້ເຮັດໃຫ້ເຮົາ ອ່ອນແອທາງດາ້ນຈິດວິນຍານຂອງຄວາມເປັນມະນຸດ. ພວກເຮົາຫ່ວງໃຍກັນຫນ້ອຍລົງ, ຄວາມເມດຕາຕໍ່ກັນ ຫຼຸດລົງ, ແລະ ເຫັນແກ່ຕົວຫຼາຍຂຶ້ນ. ພວກເຮົາມັກຕັດສິນໃຈ ໂດຍອິງໄສ່ອາລົມ ແທນທີ່ຈະອິງໄສ່ສະຕິປັນຍາ. ພວກເຮົາປ່ອຍໃຫ້ຕັນຫາ ແລະຄວາມສຸກສະເພາະຫນ້າເຂົ້າມາປິດຫບູ ັງຕາພວກເຮົາໄວ້ບໍ່ໃຫ້ເຫັນວ່າສິ່ງໃດ ກັນແທ້ທີ່ສໍາຄັນແລະຈໍາເປັນແທ້ຕໍ່ຄວາມຢູ່ດີ ມີສຸກແບບຍາວນານຂອງຄອບຄົວແລະສັງຄົມ. ອັນນີ້ແມ່ນມີ ຄວາມແຕກຕ່າງກັນຫຼາຍກັບຄົນຍຸກເກົ່າ. ແຕ່ກ່ອນ ເພີ່ນມີຊີວິດທີ່ຫຍຸ້ງຍາກລໍາບາກ, ແຕ່ພວກເພີ່ນຍັງມີນໍາ້ ໃຈສະມັກຄີແຮງກ້າຕໍ່ການສ້າງຄວາມຜາ ສຸກແບບລວມຫມູ່, ຮູ້ຈັກຖະນຸຖະຫນອມຕໍ່ທໍາມະຊາດ, ແລະ ມີຈັນຍາ ບັນຕໍ່ກັນແລະກັນ.

ພວກເຮົາມາຮອດຈຸດນີ້ໄດ້ແນວໃດ? 

ມີສອງປັດໃຈ, ອັນທີນຶ່ງ ແມ່ນຍ້ອນວທິ ີການສຶກສາຂອງພວກເຮົາມີຄຸນນະພາບຕໍ່າ ແລະອັນທີສອງ ແມ່ນ ຮູບແບບການພັດທະນາພວກເຮົາທີ່ບໍ່ມີຄວາມສົມດຸນດີ. ລະບົບການສຶກສາທີ່ທັນສະໄຫມຂອງພວກເຮົາໃນ ປະຈຸບັນ ມັນເປັນໂຮງສອນ ບໍ່ແມ່ນໂຮງຮຽນ ແລະປະຕິບັດແບບໂດດດ່ຽວ ແຍກຕົວອອກຈາກຊຸມຊົນ. ສອນແບບແຍກເປັນລາຍວິຊາ ເນັ້ນໄສ່ເຕັກນິກ ມັນບໍ່ເປັນອົງລວມ, ບ່ໍໄດ້ເອົາໃຈໃສ່ໃນການພັດທະນາທັກສະ ການຄິດ ແລະການວິເຄາະໃຫ້ພໍຄວນ. ຄູອາຈານສ່ວນຫຼາຍແມ່ນສົນໃຈສອນໃຫ້ຈົບຫຼັກສູດ ແລະການເສັງຜ່ານ ແທນທີ່ຈະນໍາພານັກຮຽນໃຫ້ຮູ້ຄິດ, ໃຫ້ຮູ້ວິເຄາະແລະຮຽນຮູ້ບັນດາທັກສະຕ່າງໆທີ່ກ່ຽວຂ້ອງກັບສັງຄົມ, ວັດທະນາທໍາ ແລະທໍາມະຊາດ. ດັ່ງນັ້ນ ຊາວຫນຸ່ມເຍົາວະຊົນທີ່ຈົບຈາກລະບົບໂຮງຮຽນຕ່າງໆ ໃນປະຈຸບັນນີ້ມີ ຄວາມຮູ້ຫຼາຍກ່ຽວກັບຂໍ້ມູນ ເທົ່ານັ້ນ ແລະອາດຈະມີສີມືທັກສະໃຊ້ສື່ທັນສະໄຫມ, ແຕ່ໂດຍສ່ວນໃຫຍ່ແລ້ວ ພວກເຂົາເຈົ້າແມ່ນມີຄວາມຮູ້ທີ່ແຄບຫຼາຍແລະຕື້ນ. ເຂົາເຈົ້ານັບມື້ນັບກາຍເປັນຄືກັນກັບຫຸ່ນຍົນທີ່ຮູ້ພຽງແຕ່ ຜະລິດແລະບໍລິໂພກເທົ່ານັ້ນເອງ. ເຖິງຢ່າງໃດກໍ່ຕາມການສຶກສາທີ່ດີ ຕ້ອງຊ່ວຍພັດທະນາ ຄວາມອາດສາມາດ ດ້ານສະຕິປັນຍາຂອງເດັກໃຫ້ເຕັມສ່ວນໄດ້. ແລະເປັນການພັດທະນາ ຄວາມອົດທົນພະຍາຍາມ ແລະ ຄວາມເມດຕາກະລຸນນາໄປພ້ອມໆກັນ. ເມື່ອຄົນເຮົາມີຄວາມພາກພຽນ ພະຍາຍາມ ສູ້ຊົນ ແລະມີເມດຕາທໍາ ຄວາມສຸກອັນແທ້ຈິງກໍຈະຕາມມາ ຊີວິດຈະມີຄຸນຄ່າເພີ້ມຂື້ນ ຄວາມຫມັ້ນໃຈກໍມີສູງ. ເຊິ່ງທັງຫມົດນີ້ ຈະຊວ່ຍ ບັນເທົາເອົາຄວາມກົດດັນ, ຄວາມກັງວົນ, ຄວາມໂຮດຮ້າຍແລະຄວາມກຽດຊັງ ອອກຈາກຕົວເຮົາໄດ້.

ຄ້າຍຄຽງກັນນີ້ແມ່ນຮູບແບບການພັດທະນາທີ່ບໍ່ສົມດຸນ, ບໍ່ເຊື່ອມໂຍງແລະບໍ່ເປັນອົງລວມ. ພວກເຮົາສຸມໃສ່ ການຈະເລີນເຕີບໂຕດ້ານເສດຖະກິດຫຼາຍໂພດແລະບໍ່ໄດ້ຄໍານຶງເຖິງຜົນກະທົບ ທາງລົບຕໍ່ດ້ານສັງຄົມ, ສິ່ງແວດລ້ອມ ແລະຈິດໃຈ. ຮູບແບບການພັດທະນາທີ່ບໍ່ສົມດຸນນີ້ ເປັນສາເຫດພາໃຫ້ເກີດຄວາມບໍ່ສະເຫມີພາບ, ຄວາມບໍ່ຍຸຕິທໍາ, ວິກິດການທາງດ້ານການເງິນ, ພາວະໂລກຮ້ອນ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ການສູນເສຍຂອງຊີວະນາໆພັນນໍາໄປສູ່ການສູນເສຍຄວາມເປັນມະນຸດ ແລະຈິດໃຈວິນຍານ. ຍົກຕົວຢ່າງ, ພວກເຮົາຕ່າງກໍ່ຮູ້ວ່າພາວະໂລກຮ້ອນແລະການສູນເສຍຄວາມຫຼາກຫຼາຍທາງດ້ານ ຊີວະນາໆພັນແມ່ນຢູ່ໃນ ລະດັບເຕືອນໄພ, ແລະ ຢູ່ໃນພາວະຄວາມສ່ຽງສູງ. ແຕ່ບັນດາຜູ້ນໍາຂອງບັນດາປະເທດທັງຫລາຍ ກໍຍັງບໍ່ ສາມາດຕົກລົງກັນພາກັນແກ້ຮ່ວມກັນເປັນເອກະພາບກັນ ຍັງບໍ່ໃດ້ເທື່ອ. ອັນນີ້ມັນຢັ້ງຢືນ ເຖີງຄວາມອ່ອນແອ ທາງດ້ານປັນຍາແລະຄວາມເປັນມະນຸດ. ພວກເຮົາຖືກຄອບງໍາໂດຍອໍານາດຂອງເງິນແລະປ່ອຍໃຫ້ບັນດາ ບໍລິດສັດໃຫຍ່ໆຄອບງໍາໂລກ. ພວກເຂົາມີອໍານາດເຫນືອລັດຖະບານ. ພົນລະເມືອງທົ່ວໄປແລະການຈັດຕັ້ງທາງ ສັງຄົມແມ່ນບໍ່ມີສຽງເວົ້າໄດ້. ຄວາມຄິດເຫັນຂອງເຂົາປະຊາຊົນບໍ່ຄ່ອຍໄດ້ຖືກຮັບຟັງໂດຍລັດຖະບານແລະ ບັນດາບໍລິສັດ. ໃນກອງປະຊຸມສຸດຍອດຂອງໂລກໃນຫົວຂໍ້ສິ່ງແວດລ້ອມທີ່ Rio de Janeiroໃນປີ 1992, ເດັກນ້ອຍຍິງອາຍຸ 16 ປີໄດ້ກ່າວຕໍ່ຜູ້ນໍາໂລກວ່າ: “ຖ້າວ່າພວກທ່ານບໍ່ຮູ້ປົວແປງໂລກ ພວກທ່ານຄວນຢຸດ ທໍາລາຍມັນຕໍ່ໄປອີກ”. ເປັນເວລາ 20 ປີຜ່ານມາແລ້ວ, ຜູ້ນໍາໂລກຂອງພວກເຮົາຍັງບໍ່ສາມາດປົວແປງໂລກໄດ້ ເທົ່າໃດ ແຕ່ເຫັນຊັດເຈນວ່າຍັງບໍ່ໄດ້ຢຸດຍັ້ງການທໍາລາຍມັນເທື່ອ. ປະຈຸບັນນີ້ພວກເຮົາບໍລິໂພກຫຼາຍ ກວ່າ150% ຂອງສິ່ງທີ່ໂລກສາມາດ ສ້າງຟື້ນຄືນມາໃຫມ່ໄດ້. ຫມາຍຄວາມວ່າປະຈຸບັນນີ້ພວກເຮົາຊົມໃຊ້ ຫນຶ່ງຫນ່ວຍໂລກເຄິ່ງ. ອັນນີ້ມັນບໍ່ຍືນຍົງແທ້, ແລະ ພວກເຮົາຈະມີຫຍັງປະໄວ້ໃຫ້ຄົນຮຸ່ນຕໍ່ໄປ. ເພາະພວກເຮົາມີໂລກ ພຽງແຕ່ໃບດຽວເທົ່ານັ້ນ. ນະໂຍບາຍເບິ່ງຄືວ່າຟ້າວກອບໂກຍເອົາສິ່ງທີ່ເຮົາ ສາມາດເອົາໄດ້ດຽວນີ້ ແລ້ວປ່ອຍໃຫ້ລູກຫຼານແກ້ບັນຫາດ້ວຍເຂົາເອງໃນອະນາຄົດ!

ພວກເຮົາຈະອອກຈາກສະພາບນີ້ໄດ້ແນວໃດ? 

ທີ່ຈິງແລ້ວການຕໍານິຖົກຖຽງກັນ ຈະບໍ່ນໍາພາພວກເຮົາໄປສູ່ການເຮັດວຽກຮ່ວມກັນໄດ້. ການຮຽກຮ້ອງໃຫ້ ບັນດາປະເທດທີ່ພັດທະນາແລ້ວເຊິ່ງປະຈຸບັນໄດ້ໃຊ້ຊັບພະຍາກອນໂລກເຖິງ 3-5 ຫນ່ວຍໂລກຢູ່ນັ້ນ ໃຫ້ມາ ຊ່ວຍເຫຼືອເບິ່ງແຍງແບ່ງປັນກັນແມ່ນຄົງຈະເປັນໄປໄດ້ຍາກ. ພວກເຂົາຄຸ້ນເຄີຍກັບວີຖີຊີວິດແບບຟູມເຟືອຍ ມາດົນໂພດແລ້ວ ແມ່ນຈະປ່ຽນໃດ້ຍາກຫລາຍ. ແລະຖ້າຈະມາຮຽກຮ້ອງຈາກບັນດາປະເທດທີ່ກໍາລັງພັດທະນາ ຢຸດຈື້ງ ກໍບໍ່ໄດ້ ເພາະເຂົາເຈົ້າ ກໍຢາກໃດ້ຢາກໃດ້ຄວາມສະດວກ ສະບາຍຄືກັນ.

ເພື່ອຜີກຕົວໃຫ້ຫຼູດພົ້ນອອກຈາກສະພາບດັ່ງກ່າວ ມັນຮຽກຮ້ອງໃຫ້ມີການປ່ຽນແປງສາມຢ່າງ. ອັນທໍາອິດແມ່ນ ຈໍາເປັນຕ້ອງມີການປັບສາຍພົວພັນທາງດ້ານອໍານາດໃນປະຈຸບັນ. ພວກເຮົາບໍ່ຄວນປ່ອຍໃຫ້ບໍລິສັດໃຫຍ່ສືບຕໍ່ ບັນຊາແລະບົ່ງບອກລັດຖະບານທາງດ້ານການລົງທຶ ນ. ລັດຖະບານບໍ່ຄວນສືບຕໍ່ຮັບໃຊ້ຮັບຟັງອໍານາດຂອງເງິນ ຫລາຍກວ່າຟັງພໍ່ແມ່ປະຊາຊົນແລະການຈັດຕັ້ງທາງສັງຄົມ. ທັງສາມຝ່າຍເຊິ່ງລວມມີລັດຖະບານ, ບໍລິສັດແລະ ການຈັດຕັ້ງທາງສັງຄົມຄວນເຮັດວຽກນໍາກັນດ້ວຍຄວາມສະເຫມີພາບ ແລະໃຫ້ກຽດນັບຖືເຊິ່ງກັນແລະກັນແລະ ຂັບເຄື່ອນທິດທາງຂອງການພັດທະນາໄປສູ່ທິດທາງທີ່ ສົມດູນຍິ່ງຂຶ້ນ.

ພວກເຮົາສາມາດເລີ່ມຕົ້ນດ້ວຍການສ້າງເຄືອຄ່າຍຂອງບັນດາອົງການຈັດຕັ້ງທາງສັງຄົມໃນລະ ດັບທ້ອງຖິ່ນ, ພາກພື້ນ ແລະສາກົນ. ພວກເຮົາຕ້ອງຈັບມືຮ່ວມງານ ກັບຄົນບຸກຄົນຜູ້ດີ ໃນລັດຖະບານແລະໃນບໍລິສັດຕ່າງໆ ທີມີຄວາມສົນໃຈໃນຄວາມຢູ່ດີມີສຸກຂອງສັງຄົມໃນໄລຍະຍາວ.

ອັນທີສອງພວກເຮົາຕ້ອງປ່ຽນແນວຄວາມຄິດແລະສ້າງຮູບແບບການພັດທະນາໃຫມ່ທີ່ແຕກຕ່າງ. ຮູບແບບ ການພັດທະນາໃຫມ່ນີ້ຄວນຈະສຸມໃສ່ຄວາມສົມດູນແລະຄວາມກ່ຽວພັນກັນລະຫວ່າງບັນ ດາອົງປະກອບຂອງສີ່ ເສົາຄໍ້າຂອງການພັດທະນາ, ທີ່ເອີ້ນກັນວ່າ:ເສດຖະກິດ, ສິ່ງແວດລ້ອມ, ສັງຄົມແລະການເມືອງ (ຫຼືການປົກຄອງ ເຊິ່ງໃນນັ້ນກວມເອົາເທິງການເປັນຕົວແບບ ຫລືການປົກຄອງຕົນເອງທີ່ດີພ້ອມ). ການພັດທະນາຂອງເສົາຄໍ້າ ອັນຫນຶ່ງບໍ່ຄວນມີຜົນກະທົບທາງລົບໃຫ້ແກ່ເສົາຄໍ້າອື່ນໆ. ຖ້າວ່າການພັດທະນາຂອງເສົາຄ້ໍາໃດຫນຶ່ງສົ່ງ ຜົນກະທົບທາງລົບແລະສ້າງຄວາມເສຍຫາຍໃຫ້ກັ ບເສົາຄໍ້າອື່ນ, ຄວາມເສຍຫາຍດັ່ງກ່າວແມ່ນຈໍາເປັນຕ້ອງ ຄິດໄລ່ເຂົ້າເປັນຕົ້ນທຶນເພີ່ມ.

ອັນທີສາມພວກເຮົາຕ້ອງເປີດກວ້າງໃຫ້ປະຊາຊົນທໍາມະດາທົ່ວໄປ, ແລະຄົນຮຸ່ນໃຫມ່ໄດ້ເຂົ້າຮ່ວມ ເປັນຕົວຂັບ ເຄື່ອນໃນການປັບປ່ຽນ. ເຮົາຄວນຄໍານຶງເຖິງຄວາມຕ້ອງການຂອງເຂົາເຈົ້າຄືກັນ. ການຮັບຟັງຄວາມຄິດເຫັນ ຄວາມຕ້ອງ ການຂອງຊາວຫນຸ່ມເຍົາວະຊົນແມ່ນມີຄວາມສໍາຄັນ. ເພາະວ່າຊາວຫນຸ່ມເຍົາວະຊົນ ມີພະລັງຫລາຍ ທີ່ຕ້ອງລະບາຍອອກ ເຂົາຢາກມີສ່ວນຮ່ວມໃນການພັດທະນາສັງຄົມຢູ່ແລ້ວ. ຄວາມຄິດເຫັນ ແລະສຽງຂອງ ເຂົາຈະມີຄຸນຄ່າ ເພາະເຂົາເຈົ້າຕ້ອງເປັນຜູ້ສ້າງອານາຄົດຂອງເຂົາເຈົ້າເອງ. ເພື່ອສ້າງອະນາຄົດຊາວຫນຸ່ມ ເຍົາວະຊົນຈໍາເປັນຕ້ອງໄດ້ມີສ່ວນຮ່ວມໃນການວາງແຜນໃນປະຈຸບັ ນແລະຮຽນຮູ້ຈາກຄວາມສໍາເລັດແລະຂໍ້ບົກ ຜ່ອງໃນອາດີດ ແລະຈາກຜູ້ໃຫຍ່ຜູ້ທີ່ມີປະສົບການ.

ຟັງສຽງຂອງປະຊາຊົນລາວ 

ສ.ປ.ປລາວໄດ້ເລີ່ມດໍາເນີນບາດກ້າວທໍາອິດເພື່ອກ້າວເຂົ້າສູ່ທິດທາງໃຫມ່ນີ້. ເພື່ອຊຸກຍູ້ຄວາມສາມັກຄີຕ້ານ ຄວາມທຸກຍາກແລະເພື່ອການພັດທະນາແບບຍືນຍົງໃນສ.ປ.ປ ລາວແລະເພື່ອເປັນສ່ວນຫນຶ່ງຂອງການກະກຽມ ກອງປະຊຸມພາກປະຊາຊົນອາຊີ-ເອີຣົບຄັ້ງທີ 9, ບັນດາອົງການຈັດຕັ້ງທາງສັງຄົມໃນລາວໄດ້ລວມກຸ່ມກັນກັບ ລັດຖະບານແລະອົງການຈັດຕັ້ງມະ ຫາຊົນຈັດຕັ້ງກອງປະຊຸມປຶກສາຫາລືຂຶ້ນໃນທົ່ວທຸກແຂວງໃນສ.ປ.ປລາວ. ການລົງພື້ນທີ່ຮ່ວມກັນຄ່ອຍໆ ເພີ່ມຄວາມເຊື່ອຫມັ້ນລະຫວ່າງອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງ ມະຫາຊົນແລະທໍາລາຍກໍາແພງກັ້ນລະຫວ່າງບັນດາຕົວແທນຈາກກຸ່ມຄົນທາງສັງ ຄົມແລະລັດຖະບານ. ເຂົາເຈົ້າ ໄດ້ຮຽນຮູ້ນໍາກັນວ່າ ຄວາມທຸກຍາກແມ່ນບັນຫາທີ່ສັບຊ້ອນແລະການພັດທະນາແບບຍືນຍົງແມ່ນເປັນແນວ ຄວາມຄິ ດທີ່ຂ້ອນຂ້າງທີ່ເຂົ້າຍາກສໍາລັບພົນລະເມືອງທົ່ວໄປ. ຜ່ານການຄິດອອກແບບທີ່ດີ ແລະການນໍາໄຊ້ ຄໍາຊັບ ທີ່ເຫມາະສົມ ແລະງ່າຍດາຍ ປະຊາຊົນ ກໍເລີ່ມເຂົ້າໃຈ ແລະຮ່ວມມືນໍາໄດ້. ຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງ ມີຄວາມກ່ຽວພັນກັນ. ຄົນລາວເຂົ້າໃຈຄວາມທຸກໃນລັກສະນະທີ່ເປັນພາບລວມເຊິ່ງ ຄວາມທຸກມີຢູ່ສາມປະເພດ ຄື: ທຸກທາງກາຍ, ທຸກທາງໃຈ ແລະທຸກປັນຍາ. ຄໍາກົງກັນຂ້າມຂອງຄວາມທຸກນັ້ນ ແມ່ນ “ຄວາມສຸກ” ຫລືຄວາມເພິ່ງພໍໃຈ. ຄົນລາວມັກຈະປຽບທຽບຄວາມສຸກແລະຄວາມເພິ່ງ ພໍໃຈ ຄືກັນກັບ ການພັດທະນາແບບຍືນຍົງ. ທິດສະດີເວົ້າ ວ່າ ການພັດທະນາແບບຍືນຍົງສາມາດເກີດຂຶ້ນໄດ້ ໃນເມື່ອມີຄວາມ ສົມດູນກັນລະຫວ່າງສີ່ເສົາຄ້ໍາຂອງ ການພັດທະນາຄືດ້ານເສດຖະກິດ, ດ້ານສິ່ງແວດລ້ອມ, ດ້ານສັງຄົມແລະ ດ້ານການເມືອງ (ຫຼືການປົກຄອງ).

ຜົນຈາກການປຶກສາຫາລືກັບປະຊາຊົນອອກມາວ່າ ຄວາມປາດຖະຫນາຂອງເຂົາເຈົ້າ ໃນສີ່ດ້ານການພັດທະນາ – ເສດຖະກິດ, ສັງຄົມ, ສິ່ງແວດລ້ອມແລະການເມືອງ (ຫຼືການປົກຄອງ), ມີດັ່ງນີ້:

ດ້ານເສດຖະກິດ: ພັດທະນາຊີວິດການເປັນຢູ່ຂອງຄອບຄົວແລະເສດຖະກິດທ້ອງຖິ່ນສຸມໃສ່ການສ້າງ ລາຍ ໄດ້, ການສ້າງວຽກເຮັດງານທໍາແລະສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດແບບກຸ້ມຕົນເອງ ທີ່ຍືນຍົງ. ການພັດທະນາເສດຖະກິດບໍ່ຄວນນໍາໄປສູ່ການກໍ່ໂຕຂອງຫນີ້ສິນທີ່ເປັນສາເຫດຕົ້ນຕໍກໍ່ໃຫ້ ເກີດຄວາມທຸກຍາກ. ການພັດທະນາເສດຖະກິດແລະການຊຸກຍູ້ການລົງທຶນບໍ່ຄວນມີຜົນກະທົບຕໍ່ ກໍາມະສິດທີ່ດິ ນຂອງປະຊາຊົນເຊິ່ງຖືເປັນພື້ນຖານໃນການຄໍ້າປະກັນທາງດ້ານສະບຽງອາຫານ, ເສດຖະກິດຄອບຄົວແລະທ້ອງຖິ່ນແບບຍືນຍົງ.

ດ້ານສັງຄົມ: ການຮັກສາສະຖຽນລະພາບທາງສັງຄົມແລະການພັດທະນາ ຈໍາເປັນຕ້ອງເລັ່ງໃສ່ ການປັບປຸງການເຂົ້າເຖິງການບໍລິການສຸຂະພາບທີ່ດີ, ມາດຕະຖານການສຶກສາທີ່ດີກວ່າ ແລະ ສ້າງຄວາມເຂັ້ມແຂງທ້າງດ້ານຄວາມສາມັກຄີໃນສັງຄົມ. ເອົາໃຈໃສ່ຕື່ມໃນການຕໍ່ສູ້ກັບບັນຫາ ປະກົດການຫຍໍ້ທໍ້ຕ່າງໆເຊັ່ນຄວາມແຕກແຍກພາຍ ໃນຄອບຄົວ ແລະການເຊື່ອຄຸນຄ່າທາງສິນລະທໍາ ເຊິ່ງນໍາໄປສູ່ການຕິດສານເສບຕິດ, ການພະນັນແລະຄວາມສ່ຽງທີ່ຈະຕິດເຊື້ອໂລກເອດສ HIV/AIDS ເປັນຕົ້ນແມ່ນຊາວຫນຸ່ມເຍົາວະຊົນ.

ດ້ານສິ່ງແວດລ້ອມ: ເລັ່ງໃສ່ການປ້ອງກັນແລະປົກປັກຮັກສາຊັບພະຍາກອນທໍາມະຊາດແລະ ສິ່ງແວດລ້ອມຂອງລາວ ດ້ວຍການຫຼຸດຜ່ອນການທໍາລາຍປ່າ, ການປ້ອງກັນແຫຼ່ງຊັບພະຍາກອນນ້ໍາ ແລະຫຼີກລ້ຽງການປ່ອຍສານເຄມີທີ່ເປັນພິດເຈືອປົນ ລົງດິນ, ນ້ໍາແລະອາກາດຈາກການພັດທະນາ ອຸດສາຫະກໍາ ແລະຕົວເມືອງທີ່ບໍ່ຖືກລະບຽບກົດຫມາຍ .

ດ້ານການເມືອງ (ຫຼືການປົກຄອງ): ເລັ່ງໃສ່ການເພີ່ມຄວາມເຂົ້າໃຈຂອງຄົນໃນດ້ານກົດຫມາຍ ສິດທິ ແລະບົດບາດຄວາມຮັບຜິດຊອບ ຂອງເຂົາເຈົ້າ ເພື່ອເພີ່ມຄວາມເຂັ້ມແຂງທາງດ້ານການປົກຄອງ ແລະ ປະຕິບັດລະບຽບກົດຫມາຍ ເຊິ່ງນີ້ຕ້ອງດໍາເນີນໄປຄຽງຄູ່ກັບການສ້າງຄວາມເຂັ້ມແຂງທາງດ້ານ ການປະຕິບັດຕົວບົດ ກົດຫມາຍເພື່ອຫຼີກລ້ຽງການລະເມີດສິດທິຕ່າງໆ. ພວກເຮົາຄວນເພີ່ມການຮັກສາ ຄວາມສະຫງົບສຸກ ແລະພັດທະນາຄວາມໂປ່ງໃສ ດ້ວຍການຊຸກຍູ້ໃຫ້ມີການມີສ່ວນຮ່ວມຈາກທຸກພາກ ສ່ວນກ່ຽວຂອ້ງ ໃນການຕັດສິນບັນຫາ, ການຕິດຕາມ ແລະການລາຍງານກິດຈະກໍາພັດທະນາທັງ ຫລາຍ.

ທີ່ເວົ້າມານີ້ ພຽງເປັນບາງຕົວຢ່າງຂອງຄວາມຫວັງຂອງປະຊາຊົນເທົ່ານັ້ນ. ການຟັງສຽງຂອງປະຊາຊົນແມ່ນ ບາດກ້າວທໍາອິດໃນການໄຕ່ເຕົ້າໄປສູ່ຄວາມສະເຫມີພາບ ດ້ານສາຍພົວພັນ ລະຫວ່າງ ລັດ ບໍລິສັດ ແລະ ປະຊາຊົນ. ໃນ ສປປ ລາວ ພວກເຮົາໄດ້ເພີ່ມພູນຄວາມເຂັ້ມແຂງຄວາມສາມັກຄີລະຫວ່າງ ອົງການຈັດຕັ້ງ ທາງສັງຄົມ, ອົງກາ ນຈັດຕັ້ງມະຫາຊົນແລະບັນດາຜູ້ຕາງຫນ້າຈາກລັດຖະບານ.

ຄໍາຖາມກໍຄືວ່າ ພວກເຮົາຈະເຮັດໃຫ້ຄວາມຫວັງຂອງປະຊາຊົນນີ້ ເກີດເປັນຕົວຈິງໃດ້ແນວໃດ? ພວກເຮົາຫວັງ ວ່າສິ່ງທີ່ພວກເຮົາໄດ້ເຮັດໃນສ.ປ.ປລາວຈະກາຍເປັນແນວຄິດ ເພື່ອກະຕຸ້ນໃຫ້ເກີດ ການສົນທະນາໃນ ກອງປະຊຸມຄັ້ງນີ້. ໃນ ສາມມື້ຕໍ່ຫນ້ານີ້ ພວກເຮົາຈະມີໂອກາດແລກປ່ຽນຄວາມຄິດ ຄວາມເຫັນ, ຮັບຟັງແລະ ຮຽນຮູ້ປະສົບການທີ່ຫຼາກຫຼາຍຈາກເພື່ອນຮ່ວມງານຂອງພວກເຮົາທີ່ເດີນທາງ ມາຈາ ກຫຼາຍປະເທດທັງໃນ ທະວີບອາຊີແລະເອີຣົບ. ນີ້ແມ່ນໂອກາດທີ່ພວກເຮົາຈະໄດ້ສ້າງ ຄວາມສາມັກຄີການເຮັດວຽກຮ່ວມກັນ, ເພື່ອ ກ້າວໄປສູ່ການຫຼຸດຜ່ອນຄວາມທຸກຍາກແລະ ການສ້າງ ໂລກທີ່ຍືນຍົງ. ການນໍາໃຊ້ປະສົບການ ການປະສານ ປັນຍາ ຈະເປັນພະລັງອັນໃຫມ່ໃຫ້ແກ່ສັດຕະວັດທີ 21. ພວກເຮົາຕອ້ງພາກັນເຮັດໃຫ້ເກີດໃດ້. ຄວນເຮັດໃຫ້ ກອງປະຊຸມພາກປະຊາຊົນຢູ່ນະຄອນວຽງຈັນເປັນຈຸດຫມາຍ ປະວັດສາດຂອງຫົວຄິດ ປະດິດສ້າງ ອັນໃຫມ່ນີ້. ພວກເຮົາມາຮອດຈຸດທີ່ຕ້ອງຕໍ່ຍອດຈາກ MDG ໃຫ້ກ້າວ ຂື້ນເປັນ SDG (ເປົ້າຫມາຍຂອງ ການພັດທະນາ ແບບຍືນຍົງ). ພວກເຮົາຄວນເອົາ ຄວາມສຸກມາເປັນແກ່ນ ສານຂອງ SDG ແລະຂອງ ສັດຕະວັດທີ 21.

ຂໍສະແດງຄວາມຂອບອົກຂອບໃຈມາຍັງບັນດາທ່ານທີ່ເຂົ້າຮ່ວມຟັງໃນກອງປະຊຸມນີ້. ແລະຂໍໃຫ້ບັນດາທ່ານຈົ່ງມີ ຄວາມມ່ວນຊື່ນຕະລອດໄລຍະຢ້ຽມຢາມສ.ປ.ປລາວໃນຄັ້ງນີ້.

Leave a Reply

Your email address will not be published.

This site uses Akismet to reduce spam. Learn how your comment data is processed.