ທ.ສົມບັດ ບໍ່ເຄີຍຕໍານິ ພັກ-ຣັດ

ມາດາມ ອຶງຊຸຍເມັງ ໃນວັນຖແລງຂ່າວ ຂອງສະມາຄົມ ນັກຂ່າວຕ່າງປະເທດ ແຫ່ງປະເທດໄທ

ວິທະຍຸເອເຊຍເສລີ: 29 ຕຸລາ 2017

ມາດາມ ຊຸຍເມັງ ຢືນຢັນວ່າ ທ່ານ ສົມບັດ ສົມພອນ ຜູ້ເປັນສາມີ ຂອງມາດາມ ບໍ່ເຄີຍເວົ້າ ຫລື ກະທໍາໃນສິ່ງທີ່ແຕະຕ້ອງ ແນວທາງ ນະໂຍບາຍ ຂອງພັກແລະຣັຖ ສປປລາວ ແມ່ນແຕ່ຄັ້ງດຽວ ຫາກເວົ້າເຖິງ ແຕ່ສິ່ງທີ່ຣັຖບານ ເວົ້າມາໂດຍຕລອດ ເປັນຕົ້ນການລົບລ້າງ ຄວາມທຸກຍາກຮວມທັງ ຄໍາປາສັຍຂອງທ່ານ ທີ່ໄດ້ກ່າວໃນ ພິທີເປີດກອງປະຊຸມ ເວທີປະຊາຊົນ ເອເຊັຽ-ຢູໂຣບ ຫຼື AEPF ຄັ້ງທີ 9 ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 16 ຕຸລາ 2012.

ໃນພິທີເປີດກອງປະຊຸມ ຊຶ່ງລາວເປັນເຈົ້າພາບ ທີ່ໄດ້ຈັດຂຶ້ນແຕ່ວັນທີ 16 ຫາ 19 ຕຸລາ ທີ່ມີຜູ້ເຂົ້າຮ່ວມເກືອບຮອດ 1 ພັນຄົນນັ້ນ ທ່ານ ສົມບັດ ສົມພອນ ໄດ້ເວົ້າເຖິງບັນຫາ ຕ່າງໆທີ່ກ່ຽວຂ້ອງ ກັບຫົວຂໍ້ກອງປະຊຸມ ຄື: ບັນຫາທ້າທາຍ ການຫລຸດຜ່ອນຄວາມທຸກຍາກ ແລະ ການພັທນາຍືນຍົງ. ໃນນັ້ນ ທ່ານກໍໄດ້ເວົ້າເຖິງ ບັນຫາສິ່ງແວດລ້ອມ, ການປ່ຽນແປງ ຂອງດິນຟ້າອາກາດ ແລະ ການທໍາຣາຍສະພາບ ແວດລ້ອມ ແລະ ການພັທນາ ກໍຕ້ອງມີຄວາມສົມດູລ ຄືບໍ່ຕ້ອງເນັ້ນໃສ່ ການພັທນາເສຖກິດ ພຽງຢ່າງດຽວ. ຕາມຄໍາເວົ້າຂອງ ມາດາມ ຊຸຍເມັງ ຕໍ່ RFA ເມື່ອໄວໆມານີ້:

“ກະເພື່ອ ລູກໆຫລານໆໄປນໍ ກະເພິ່ນເວົ້າເຖິງ ວ່າຢູ່ໃນການພັທນາຫັ້ນ ກໍຕ້ອງເປັນການພັທນາ ທີ່ວ່າຍືນຍົງ ເອີ້ນວ່າ balance devel -opment ຕາມຄວາມເຂົ້າໃຈ ຂອງສົມບັດ ເພິ່ນກະວ່າຕ້ອງ ເນັ້ນໃສ່ ບໍ່ແມ່ນແຕ່ ພັທນາເສຖກິດນໍ ພັທນາເສຖກິດ ແມ່ນດ້ານນຶ່ງ ຢູ່ໃນ ສີ່ປັດໃຈ”.

ຊື່ງກໍຍັງຕ້ອງມີການພັທນາ ສິ່ງແວດລ້ອມ ການຮັກສາສິ່ງແວດລ້ອມ ວັທນະທັມ ແລະການປົກຄອງທີ່ດີ ແລະເພື່ອຄວາມເຂັ້ມແຂງ ຂອງ ຣັຖບານ ກໍຕ້ອງມີການປະຕິບັດ ກົດໝາຍ. ຫາກເວົ້າເຖິງ ການພັທນາຍືນຍົງ ກໍຕ້ອງເວົ້າເຖິງການ ເຮັດໃຫ້ຊ່ອງຫວ່າງ ຂອງຜູ້ທຸກ ແລະ ຜູ້ຮັ່ງ ແຄບເຂົ້າກັນ. ນັ້ນເປັນສະພາບລວມທົ່ວໄປ. ພ້ອມດຽວກັນ ທ່ານ ສົມບັດ ກໍເວົ້າເຖິງ ການພັທນາຢູ່ລາວ ມາດາມ ກ່າວ:

“ຢູ່ລາວນໍ ເພິ່ນກະໃຫ້ຄໍາເຫັນວ່າ ການພັທນາຢູ່ລາວ ກໍຕ້ອງຟັງສຽງປະຊາຊົນ ໂດຍສະເພາະຜູ້ຢູ່ ບ້ານນອກບ້ານນາ ພວກຂະເຈົ້າກໍເປັນ ສ່ວນນຶ່ງ ຂອງປະຊາຊົນ ຢູ່ລາວ ແລະ ເປັນສ່ວນໃຫຍ່ ໝາຍວ່າ ເພິ່ນກະມີຄໍາເຫັນ ໃຫ້ຣັຖບານ ຝ່າຍຣັຖບານ ໃຫ້ຊຸມຊົນ ຜູ້ເຮັດ business ຜູ້ລົງທຶນ 3 ຝ່າຍຕ້ອງປຶກສາຫາຣືກັນ ຟັງກັນ ບໍ່ແມ່ນຟັງແຕ່ ຝ່າຍດຽວ”.

ຢູ່ໃນຄໍາປາໃສໃນພິທີເປີດກອງປະຊຸມ ເວທີປະຊາຊົນ ເອເຊັຍ-ຢູໂຣບ ຄັງທີ 9 ຄືກ່ອນໜ້າທີ່ ທ່ານ ສົມບັດ ສົມພອນ ຖືກຫາຍສາບສູນ ພຽງ 2 ເດືອນນັ້ນ ທ່ານຍັງໄດ້ກ່າວເຖິງ ເຣື່ອງການສຶກສາ ແບບຄົບຊຸດອັນໝາຍເຖິງການພັທນາ ທີ່ບໍ່ພຽງແຕ່ຄວາມຮູ້ ເທົ່ານັ້ນແຕ່ຫາກ ຕ້ອງພັທນາ ທັງທາງດ້ານຈິດໃຈ ແລະຕ້ອງມີປະສົບການ ຕົວຈິງນໍາດ້ວຍ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.