ສະຫະຣັຖ ຣາຍງານ ການລະເມີດ ສິດທິມະນຸສ, ລວມທັງລາວ

ທະຍຸເອເຊຍເສລີ: 14 ເມສາ 2022

ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນອາວຸໂສລາວ, ໄດ້ຮັບລາງວັນ ແມັກໄຊໄຊ ປີ 2005 ຖືກຫາຍສາບສູນ ໃນປີ 2012 ຈົນຮອດປັຈຈຸບັນ.

ໃນ​ວັນ​ທີ 12 ເມ​ສາ ທີ່​ຜ່ານ​ມາ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ອອກ​ບົດ​ຣາຍ​ງານກ່ຽວ​ກັບ​ສິດ​ທິ​ມະ​ນຸ​ສ ປະ​ຈຳ​ປີ2021.

ເນື້ອ​ໃນ​ບົດ​ຣາຍ​ງານ ເວົ້າ​ເຖິງ​ບັນ​ຫາ ການ​ລະ​ເມີດ​ສິດ​ທິ​ມະ​ນຸສ ຂອງ​ແຕ່​ລະ​ປະ​ເທດ​ໃນ​ໂລກ ທັງ​ໝົດ 198 ປະ​ເທດ ລວມ​ທັງ ເຂດ​ປົກ​ຄອງ​ຕົນ​ເອງ.

ບົດ​ຣາຍ​ງານ​ສິດ​ທິ​ມະ​ນຸ​ສ ໄດ້​ຍົກ​ໃຫ້​ເຫັນ​ເຖິງບັນ​ຫາ​ສິດ​ທິ​ມະ​ນຸສ ແລະ ປະ​ຊາ​ທິ​ປະ​ໄຕ ຖືກ​ຄຸກ​ຄາມ ຢູ່​ປະ​ເທດ​ຕ່າງໆ ໂດຍ​ສະ​ເພາະ​ ເຈົ້າ​ໜ້າທີ່ຣັ​ຖ​ ​ໄດ້​ກັກ​ຂັງ​ປະ​ຊາ​ຊົນ​ແບບບໍ່​ເປັນ​ທັມ, ທໍ​ຣະ​ມານ, ຫຼື ສັງ​ຫານ​ນັກ​ການ​ເມືອງ​ຝ່າຍ​ຄ້ານ, ນັກ​ເຄື່ອນ​ໄຫວ, ນັກ​ປົກ​ປ້ອງ​ສິດ​ທິ​ມະ​ນຸ​ສ ຫຼື ນັກ​ຂ່າວ.

ການ​ຖ​ແລງ​ຂ່າວ ວັນ​ທີ 12 ເມ​ສາ 2022 ທີ່​ຜ່ານ​ມາ, ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ ຂອງກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ຂອງນຶ່ງ​ໃນ​ປະ​ເດັນ ​ການ​ລະ​ເມີດ​ສິດ​ທິ​ມະ​ນຸສ ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໃຫ້​ຄວາມ​ສຳ​ຄັນ ກໍ​ຄື ຣັສ​ເຊັຽ​​ເຂົ້າມາ​ເຮັດ​ສົງ​ຄາມ​ ໃນ​ປະ​ເທດຢູ​ເຄຣນນັ້ນ ​ນຳ​ໄປ​ສູ່​ການ​ລະ​ເມີດ​ສິດ​ທິ​ມະ​ນຸ​ສ.

ທ່ານ ແອນໂທນີ ບລິງເຄນ (Anthony J. Blinken) ຣັ​ຖ​ມົນ​ຕ​ຣີ​ຕ່າງ​ປະ​ເທດ ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ຖ​ແລ​ງ​ຕໍ່​ສື່ມວນ​ຊົນ ໃນ​ວັນ​ທີ12 ເມ​ສາ 2022 ຕອນ​ນຶ່ງວ່າ:

ຣັສ​ເຊັຽມາ​ເຮັດ​ສົງ​ຄາມ​ໂຫດໃນ​ຢູ​ເຄຣນ ນັ້ນ​ຄື​ຄວາມ​ຈິງ ໂດຍ​ສະ​ເພາະ​ໃນ​ຫຼາຍ​ອາ​ທິດ​ມານີ້​, ຍ້ອນ​ວ່າ ທະ​ຫານ​ຣັ​ສ​ເຊັຽ​ຖືກ​ຜັກ​ດັນ​ໃຫ້​ຖອຍ​ອອກ​ຈາກ​ຕົວ​ເມືອງ ທີ່​ເຄີຍ​ຢຶດ​ຄອງ ຫຼື ປິດ​ລ້ອມ,  ຫຼັກ​ຖານຄວາມ​​ປ່າ​ເຖື່ອນ​ ກໍ​ປະ​ກົດ​ໃຫ້​ເຫັນ. ສິ່ງ​ທີ່​ພວກ​ເຮົາ​ເຫັນ ຈົນ​ຕົກ​ໃຈກໍ​ຄື ສົບ​ຄົນ​ເສັຽ​ຊີ​ວິດ, ມີ​ການ​ມັດ​ມື, ຢູ່ຖ​ນົນ, ຢູ່ໂຮງ​ລະ​ຄອນ ແລະ ສ​ຖານ​ນີ​ຣົ​ຖ​ໄຟ, ​ຕຶກ​ອາ​ຄານທີ່​ພັງ​ລົງ​ມາ ທີ່ມີ​ພົ​ລ​ເຮືອນຕິດຢູ່​ໃນ​ນັ້ນ. ພວກ​ເຮົາ​ໄດ້ຍິນ​ຄຳໃຫ້​ການ ຈ​າກ​ແມ່​ຍິງ ແລະ ເດັກ​ຍິງ ທີ່​ຖືກ​​ຂົ່ມ​ຂືນ ແລະ ໄດ້​ຍິນວ່າ ມີການ​ປິດ​ລ້ອມ​ພົ​ລ​ເຮືອນ​ໃຫ້ໜາວ​ຕາຍ.” 

ບົດ​ຣາຍ​ງານ​ຍັງ​ໄດ້​ລະ​ບຸ​ວ່າ ຣັ​ຖ​ບານທີ່​ການ​ລະ​ເມີ​ດ​ສິດ​ທິ​ມະ​ນຸສ ເຫັນ​ອັນ​ດັບ​ຕົ້ນໆຂອງ​ໂລກ ລວມ​ມີ ຣັ​ສ​ເຊັຽ, ຈີນ, ເກົາ​ຫຼືເໜືອ, ນິ​ຄາກວາ ແລະ ຊີ​ເຣັຽ, ພະ​ມ້າ, ເປ​ຣາ​ຣູ​ສ, ຄິວ​ບາ, ຮົງ​ກົງ ແລະ ຊູ​ດານ.

ຢູ່​ໃນ​ປະ​ເທດລາວ, ບັນຫາ​ການ​​ບັງຄັບ​ໃຫ້​ບຸກ​ຄົນຫາຍ​ສາບ​ສູນ, ການ​ສັງ​ຫານ​ຊາວ​ມົ້ງ ແລະ ສະ​ພາບຄ້າຍ​ຄຸມ​ຂັງ ທີ່​ຂາດ​ຫຼັກອະນາໄມ ຍັງ​ເປັນ​ບັນ​ຫາອັນ​ພົ້ນ​ເດັ່ນ ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ລະ​ບຸ​ ຢູ່​ໃນ​ບົດ​ຣ​າຍ​ງານ ​ບັນ​ຫາ​ສິ​ດ​ທິ​ມະ​ນຸ​ສ.

ບົດ​ຣາຍ​ງານ ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ລະ​ບຸ​ວ່າ ໃນ​ເດືອນເມ​ສາ ຜູ້​ຣາຍ​ງານ​ພິ​ເສດ ​ສະ​ຫະ​ປະ​ຊາ​ຊາດຫຼາຍ​ທ່ານ ໄດ້​ຂຽນ​ຈົດ​ໝາຍສະ​ແດງ​ຄວາມ​ເປັນ​ຫ່ວງ ຕໍ່​ຣັ​ຖ​ບານລາວ ກ່ຽວ​ກັບການ​ສັງ​ຫານ ທ່ານ Chue Youa Vang (ຈື ຢົວ ວ່າງ) ທີ່​ເປັນ​ຍາດ​ພີ່​ນ້ອງ ຂອງ​ຊາວ​ມົ້ງ 2 ຄົນໃນ​ຈຳ​ນວນ​ຊາວ​ມົ້ງ 4 ຄົນ ທີ່​ຫາຍ​ສາບ​ສູນ​ໃນເດືອນ ມີ​ນາ 2020 ທີ່​ຜ່ານ​ມາ.

ເນື້ອ​ໃນ​ຈົດ​ໝາຍ​ ຍັງ​ລະ​ບຸ​ວ່າ ທ່ານ ຈື ຢົວ ວ່າງ ຖືກ​ຍິງ ແລະ ສັງ​ຫານ ໂດຍ​ທະ​ຫານ ເພື່ອ​ເປັນ​ການ​ແກ້​ແຄ້ນ ທີ່ ທ່ານ Chue Youa Vang ແລະ ສະ​ມາ​ຊິກ​ຄອບ​ຄົວ ​ຂອງ​ລາວ ໄດ້​ປະ​ກາດ​ທວງ​ຖາມ​ຫາຍາດ​ພີ່​ນ້ອງ ຜູ້​​ທີ່​ຫາຍ​ສ​າບ​ສູນ​ໄປ.

ເຈົາ​ໜ້າ​ທີ່​ທາງ​ການ​ລາວ ບໍ່​ມີ​ການ​ຣາຍ​ງານ​ຄວາມ​ຄືບ​ໜ້າ​ ກ່ຽວ​ກັບ​ບຸກ​ຄົນ​ທີ່​ຫາຍ​ສາບ​ສູນ ​ແບບ​ຖືກ​ບັງ​ຄັບ.

ກໍ​ລະ​ນີ ທ່ານ ສົມ​ບັດ ສົມ​ພອນ ນັກ​ພັ​ທ​ນາ​ອາ​ວຸ​ໂສ​ດີ​ເດັ່ນ ຂອງ​ລາວ ທີ່​ຖືກ​ບີບ​ບັງ​ຄັບ​ໃຫ້​ຫາຍ​ສາບ​ສູນ ​ໃນ​ປີ 2012. ທ່ານ ສົມ​ບັດ ສົມ​ພອນ ຖືກ​ລັກ​ພາ​ໂຕ ຢູ່​ຕໍ່​ໜ້າ​ປ້ອມ​ຍາມ​ຕຳ​ຣວດ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ໂດຍ ມີ​ເຈົ້າ​ໜ້າ​ທີ່​ໄດ້​ຢຸດ​ຣົ​ຖ​ຂອງ​ທ່ານ.

ອົງ​ການ​ຈັດ​ຕັ້ງ​ພາກ​ປະ​ຊາ​ສັງ​ຄົມທັງ​ຫຼາຍ​ ໃຫ້​ຄວາມ​ສົນ​ໃຈຕໍ່​ກໍ​ຣະ​ນີ ທ່ານ ສົມ​ບັດ ສົມ​ພອນ ໃນ​ຂະ​ນະ​ທີ່ ນັກ​ການ​ທູດ​ຫຼາຍ​ປະ​ເທດ ກໍໄດ້​ທວງ​ຖາມ​ ຣັ​ຖ​ບານ​ລາວ ກ່ຽວ​ກັບ​ຄວ​າມ​ຄືບ​ໜ້າ ການຊອກ​ຫາ​ໂຕ ທ່ານ ສົມ​ບັດ ສົມ​ພອນ.

ນອກ​ຈາກນີ້ ໃນ​ເດືອນ ພຶ​ສ​ຈິ​ກາ ທີ່​ຜ່ານ​ມາ ພັ​ລ​ຍາ​ຂອງ​ທ່ານ ສົມ​ບັດ ຄື ຍາ​ນາງ ອິງຊຸຍ​ເມັງ ກໍ​ໄດ້​ຮັບ​ແຈ້ງຈາກ​ເຈົ້າ​ໜ້າ​ທີ່​ ວ່າເຈົ້າ​ໜ້າ​ທີ່ ອາ​ຍັດ ຊັບ​ສິນ​ຂອງ ທ່ານ ສົມ​ບັດ ສົມ​ພອນ ເອົາ​ໄວ້ຈົນ​ກະ​ທັ້ງ ທ່ານ ​ສົມ​ບັດ ໄດ້ຫາຍ​ສາບ​ສູນ​ເປັນ​ເວ​ລາຮອດ 10 ປີ ເຊິ່ງ​ເຈົ້າ​ໜ້າ​ທີ່​ ອ້າງວ່າ ເຮັດ​ໄປ​ຕາມ​ຂັ້ນ​ຕອນ​ຂອງ​ກົດ​ໝາຍ, ແຕ່ ທະ​ນາຍ​ຄວາມຂອງ​ພັ​ລ​ຍາ ທ່ານ ສົມ​ບັດ ໄດ້​ຣາຍ​ງານ​ວ່າ ເຂົາ​ເຈົ້າບໍ່​ເຫັນກົດ​ໝາຍ​ ມາດ​ຕ​ຣາ​ໃດທີ່​ກຳ​ນົດໄວ້​ແນວ​ນັ້ນ.

ຜູ້​ຣາຍ​ງານ​ພິ​ເສດ ​ສະ​ຫະ​ປະ​ຊາ​ຊາດ ໃນ​ເດືອນ​ເມສາ ໄດ້​ອອກ​ຈົດ​ໝາຍ ສະ​ແດງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ການດຳ​ເນີນ​ຄ​ະ​ດີ ແລະ ຄຳ​ໃຫ້​ການທີ່​ເວົ້າ​ເຖິງ​ ກໍ​ຣະ​ນີການ​ທໍ​ຣະ​ມານ, ການ​ລະ​ເມີດ​ສິດ​ທິ​ມະ​ນຸສ​ຮຸນ​ແຮງ, ການ​ລະ​ເມີ​ດ​ທາງ​ເພດ ທີ່​ທະ​ຫານ​ຂອງ​ທາງ​ການ​ລາວ ເປັນ​ຜູ້​ກະ​ທຳ ຢູ່​ໃນ ເຂດແຂວງ​ຊຽງ​ຂວາງ ບ່ອນ​ທີ່​ມີ​ຊາວ​ມົ້ງ​ອາ​ສັຍ​ຢູ່​ຫຼາຍ.

ມີ​ການຣາຍ​ງານ​ວ່າ ​ປັດ​ຈຸ​ບັນ ຍັງ​ບໍ່​ມີ​ສະ​ຖິ​ຕິ​ຈຳ​ນວນ ​ຜູ້​ທີ່​ໄດ້​ຮັບ​ການ​ຝາກ (ຫຼື ພາກ​ໂທດຕາມ​ຄຳ​ເວົ້າ​ຂອງ​ທາງ​ການ​). ກົມ​ສືບ​ສວນ​ຂອງກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ ຍັງ​ຄົງອະ​ນຸ​ຍາດ​ໃຫ້ ປະ​ຊາ​ຊົນ​ຂຽນ​ຄໍ​າ​ຮ້ອງ​ທຸກ ສົ່ງ​ຜ່ານ​ທາງ​ເວັບ​ໄຊທ໌ ແລະ ຕູ້​ຮັບ​ຄຳ​ຮ້ອງ​ທຸກ ຢູ່​ໃນ​ທົ່ວ​ປະ​ເທດ, ແຕ່ວ່າຍັງ​ບໍ່​ມີ​ຣາຍ​ລະ​ອຽດ​ການ​ໃຊ້ຂໍ້​ມູນ​ດັ່ງ​ກ່າວ ຜ່ານ​ທາງ​ເວ​ັບ​ໄຊທ໌ ແລະ ຕູ້​ຮັບ​ຄຳ​ຮ້ອງ​ທຸກ.

ຣັ​ຖ​ບານລາວ ບໍ່​ມີ​ການ​ເປີດ​ເຜີຍ​ຂໍ້​ມູນ ກ່ຽວ​ກັບ​ການ​ດໍ​າ​ເນີນ​ງານ​ ຂອງ​ອົງ​ການ​​ສື​ບ​ສວນ-ສອບ​ສວນ, ການ​ສວຍ​ໃຊ້​ອຳ​ນາດ ​ຂອງ​ເຈົ້າ​ໜ້າ​ທີ່​ຄວາມ​ສ​ງົບ.

ນອກ​ຈາກນີ້ ສະ​ພາບ​ຄຸກ, ສູນ​ກັກ​ກັນ ມີ​ຄວາມ​ແຕກ​ຕ່າງ​ກັນ ແລະ ຄຸກ​ບາງ​ແຫ່ງ ມີ​ອາ​ຫານ​ບໍ່ພຽງ​ພໍ, ມີ​ສະ​ພາບ​ແອ​ອັດ, ຂາດ​ຫຼັກ​ອະ​ນາ​ໄມ​ທີ່​ເໝາະ​ສົມ.

ຄຸກ​ມີ​ສະ​ພາບແອ​ອັດ ບໍ່​ມີ​ຕຽງ​ນອນຄວາມກວ້າງ ບໍ່​ເກີນເຄິ່ງ​ແມັດ. ມີຣາຍ​ງານ​ວ່າ ມີ​ການ​ຂັງນັກ​ໂທດ​ທີ່​ເປັນ​ເຍົາ​ວະ​ຊົນ ປົນ​ກັບ​ນັກ​ໂທດ​ຜູ້​ໃຫຍ່ ເຖິງວ່າຈະ​ບໍ່​ມີ​ການ​ຣາຍ​ງານໂຕ​ເລກ ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ ຈຳ​ນວນ​ນັກ​ໂທດ​ທັງ​ໝົດ ລວ​ມ​ທັງ​ເຣື່ອງການ​ແຍກ​ເພດ ຂອງ​ນັກ​ໂທດ ຍ້ອນ​ວ່າສ​ຖານ​ທີ່ບໍ່​ພຽງ​ພໍ ສະ​ນັ້ນ ຜູ້​ທີ່​ຖືກ​ຂັງ ລໍ​ຖ້າ​ສານ​ຕັດ​ສິນ ແລະ ນັກ​ໂທດ​ທີ່​ຖືກ​ສານ​ຕັດ​ສິນ ຈຶ່ງ​ຖືກ​ນຳ​ມາ​ໄວ້​ລວມ​ກັນ​ໝົດ.

ບໍ່​ມີ​ຂໍ້​ມູນ​ກ່ຽວ​ກັບ ການ​ເສັຽ​ຊີ​ວິດ​ຂອງ​ນັກ​ໂທດ​ ຢູ່​ໃນ​ຄຸກ ຫຼື ຢູ່​ໃນ​ສູນ​ກັກ​ຂັງ​ພາງ.  ສະ​ພາບ​ແອ​ອັດ​ຂອງ​ຄຸກ ເປັນ​ເຫດ​ເຮັດ​ໃຫ້ ມີ​ນັກ​ໂທດຫຼາຍ 100 ປາຍຄົນ ​ຕິດ​ໂຄວິດ-19 ຢູ່ ແຂວງ​ສວັນ​ນະ​ເຂດ.

ນັກ​ໂທດ ຕ້ອງຈ່າຍ​ເງິນ ​ເສັຽ​ເງິນຊື້​ອາ​ຫານ-ການ​ກິນ ເພື່ອ​ໃຫ້​ເອົາ​ເຂົ້າ​ມາ​ກິນ ຢູ່​ໃນ​ຄຸກ​ໄດ້. ໂດຍ​ທົ່ວ​ໄປ​ແລ້ວ ຄຸກ​ຢູ່​ປະ​ເທດ​ລາວ ສນອງ​ອາ​ຫານ​ການ​ກິນ ​ທີ່ບໍ່​ເໝາະ​ສົມ ສະ​ນັ້ນ ​ຄອບ​ຄົວ ແລະ ໝູ່​ເພື່ອນ​ຂອງ​ນັກ​ໂທດ​ ຈະ​ຕ້ອງ​ໄດ້​ຈ່າຍ​ເພີ່ມ ເພື່ອ​ຊື້​ອາ​ຫານ​ການ​ກິນ​ໃຫ້​ນັກ​ໂທດ.

ກົດ​ໝາຍ​ຫ້າມບໍ່​ໃຫ້​ມີ​ການ​ຈັບ​ກຸມ ແລະ ກັກ​ຂັງ​ ກໍ​ຣະ​ນີ​ທີ່​ມີ​ຂໍ້​ພິ​ພາດ​ກັນ, ແຕ່ ເຈົ້າ​ໜ້າ​ທີ່​ຣັ​ຖ​ບາງ​ຄົນ ບໍ່​ເຄົາ​ຣົບ​ກົດ​ໝາຍ ແລະ ມີ​ການ​ສັ່ງ​ຈັບ ແລະ ກັກ​ຂັງ​ທີ່​ພົວ​ພັນ​ກໍ​ຣະ​ນີ​ພິ​ພາດ​ກັນ. ກົດ​ໝາຍໄດ້​ໃຫ້​ສິດ​ຜູ້​ທີ່​ຖືກກັກ​ຂັງ ​ໄດ້​ຕໍ່​ສູ້​ຄະ​ດີ, ແຕ່ວ່າ ບໍ່​ປະ​ກົດ​ມີ​ກໍ​ຣະ​ນີ​ດັ່ງ​ກ່າວ.

ເຈົ້າ​ໜ້າ​ທີ່​ຕຳ​ຣວດ ແລະ ທ​ະ​ຫານ ໄດ້​ມີ​ອຳ​ນາດ​ໃນ​ການ​ຈັບ​ກຸມປະ​ຊາ​ຊົນ ເຖິງວ່າ ໂດຍ​ທົ່ວ​ໄປ​ແລ້ວ ມີ​ພຽງ​ແຕ່​ເຈົ້າ​ໜ້າ​ທີ່​ຕຳ​ຣວດ​ເທົ່າ​ນັ້ນ ທີ່​ສາ​ມາດ​ຈັບ​ກຸມ​ໄດ້. ໃນ​ກົດ​ໝາຍ​ລະ​ບຸ​ວ່າ ເຈົ້າ​ໜ້າ​ທີ່​ດຳ​ເນີນ​ການ​ ຈັບ​ກຸມ​ແລ້ວ ຈະ​ຕ້ອງ​ແຈ້ງ​ຂໍ້​ກ່າວ​ຫາພາຍ​ໃນ​ເວ​ລາ 24 ຊົ່ວ​ໂມງ, ແຕ່​ໃນ​ໂຕ​ຈິງບໍ່​ເປັນ​ແນວ​ນັ້ນ ໂດຍ​ສະ​ເພາະ​ຢູ່​ເຂດ​ທີ່​ຢູ່​ຫ່າງ​ໄກສອກ​ຫຼີກ.

ບົດ​ຣາຍ​ງານ ຍັງ​ລະ​ບຸ​ເຖິງ​ການ​ຈຳ​ກັດ​ສິດ​ທິ ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ ໂດຍ ສະ​ເພາະ​ເຈົ້າ​ໜ້າ​ທີ່​ທາງ​ການ​ລາວ ໄດ້​ຈັບ​ໂຕ​ ນາງ ຮ່ວຍ​ເຮືອງ ໄຊ​ຍະ​ບູ​ລີ ຫຼື ນາງ ໝວຍ ໃນ​ປີ 2019 ແລະ ຕັດ​ສິນ​ຈຳ​ຄຸກເປັນ​ເວ​ລາ 5 ປີ ໃນ​ຂໍ້​ຫາໃສ່​ຮ້າຍ​ປ້າຍ​ສີ​ປະ​ເທດ​ຊາດ ໂດຍ ທີ່​ ນາງ ໝວຍ​ໄດ້​ອອກ​ມາ​ ວິ​ພາກວິ​ຈານ​ຣັ​ຖ​ບານ ຜ່ານ​ທາງ​ເຟ​ສ​ບຸກຄ໌.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.