“ຜູ້ນໍາອາຊຽນຕ້ອງເນັ້ນການປັບປຸງການສຶກສາໃນພາກພື້ນເພື້ອສ້າງເສີມໃຫ້ເກີດປະຊາຄົມທີ່ມີພະລັງສ້າງສັນ”
“ແນວໃດກໍດີ ເສັ້ນທາງໄປສູ່ຄວາມສໍາເລັດດັງກ່າວອາດບໍ່ສົດໃສປານໃດຫາກພິຈາລະນາຈາກເຈດຈໍາ ນົງທາງກາງເມືອງຂອງຜູ້ນໍາອາຊຽນທີ່ເປັນຢູ່ ຊຶ່ງ ມັກສົນໃຈແບບແຜນການພັດທະນາທີ່ບໍ່ ຍືນຍົງ ແລະ ພຶ່ງພາກັບການຂະຫຍາຍຕົວທາງເສດທະກິດ“ ເພິ່ນກ່າວໄວ້ “ພວກເຂົາຍັງບໍ່ເຫັນຄວາມສໍາຄັນເຖິງ ຄວາມຈໍາເປັນທີ່ຈະຕ້ອງສະແຫວງຫາແນວທາງໃຫມ່ໆ ດ້ານການສຶກສາ ຊຶ່ງອາດແຕກຕ່າງຈາກ ແນວທາງທີ່ພວກເຂົາຄຸ້ນເຄີຍ”
“ນອກຈາກຈະເກີດວິກິດໃຍ່ໆ ປະຊາຊົນມັກບໍ່ເຫັນຄວາມສໍາຄັນວ່າພວກເຮົາຕ້ອງຮື້ລະບົບການສຶກສາທັງຫມົດໃນປັດຈຸບັນເຊື່ອງຊ້າເກີນໄປແລະຍຶດຕິດກັບປະເພນີເກົ່າການສຶກສາບໍ່ຄວນມຸງເນັ້ນສະເພາະດ້ານວິຊາການ”
ຈາກ ການສອນຄວາມສຸກ (Teaching Happiness) Bangkok Post 24 ສິງຫາ 2012


ທ່ານ ຟີລ ໂຣເບິດເຊິ້ນ PHIL ROBERTSON ຮອງ ຜູ້ອຳນວຍການ ອົງການ ສິ້ງຊອມ ດ້ານສິດທິ ມະນຸດ ປະຈຳ ຂົງເຂດ ເອເຊັຽ ປາຊິຝິກ ກ່າວຕໍ່ ເອເຊັຽເສຣີ ວ່າ, ອົງການ ສິ້ງຊອມ ດ້ານສິດທິ ມະນຸດ ຕ້ອງການ ຣົນນະຣົງ ເຣື້ອງການ ຖືກລັກພາຕົວ ຂອງ ທ່ານ ສົມບັດ ສົມພອນ ເພື່ອໃຫ້ຜູ້ນຳ ປະເທດອື່ນໆ ເວົ້າເຣື້ອງນີ້ ກັບ ຣັຖບານລາວ ຢູ່ ໃນກອງປະຊຸມ ນາໆຊາດ ແລະ ກົດດັນໃຫ້ ຣັຖບານ ລາວ ຍອມເປີດເຜີຍ ຂໍ້ມູນ ກ່ຽວກັບ ເຣື້ອງນີ້. ດັ່ງ ທ່ານກ່າວ ໃນຕອນນື່ງ ວ່າ:
ພາກສະເໜີ
ກົດບັດອາຊຽນໄດ້ກຳນົດໃຫ້ບັນດາປະເທດສະມາຊິກຜັດປ່ຽນກັນເປັນປະທານຂອງອາຊຽນ. ການຜັດປ່ຽນກັນເປັນປະທານຂອງອາຊຽນແມ່ນຈະໄດ້ໝຸນວຽນກັນທຸກໆປີໂດຍອີງຕາມການລຽງຕາມຕົວອັກສອນທີ່ມີຊື່ປະເທດສະມາຊິກຕາມຕົວອັກສອນແບບພາສາອັງກິດ.
ປີ 2016 ຈະເປັນປີທີ່ຄົບຮອບ 20 ປີນັບຕັ້ງແຕ່ລັດຖະບານແຫ່ງ ສປປ ລາວ (ລັດຖະບານລາວ) ປະກາດເຖິງເປົ້າຫມາຍຂອງຕົນເປັນຄັ້ງທຳອິດທີ່ຈະບຸກບືນໃຫ້ຕົນເອງພົ້ນຈາກສະຖານະພາບການເປັນປະເທດດ້ອຍພັດທະນາ (LDC) ພາຍໃນປີ 2020.1 ໃນເວລານັ້ນ, ມີຫລາຍອັນໃດ້ປ່ຽນແປງ. ໂດຍມີຂໍ້ຍົກເວັ້ນໃນສອງສາມປີໃນຊ່ວງ 1977 ທີ່ເກີດວິກິດທາງການເງິນອາຊີ, ຫຼັງຈາກນັ້ນມາ ເສດຖະກິດຂອງລາວກໍ່ມີການຂະຫຍາຍຕົວຢ່າງເຂັ້ມແຂງ ແລະ ໃນປີ 2011 ທະນາຄານໂລກໄດ້ຍົກສະຖານະຂອງປະເທດລາວຂຶ້ນຈາກສະຖານະການເປັນປະເທດທີ່ມີລາຍໄດ້ຕ່ຳມາເປັນປະເທດທີ່ມີລາຍໄດ້ຕຳ່ປານກາງ.2 ການລົງທຶນຕ່າງປະເທດກໍ່ໄດ້ຂະຫຍາຍຕົວຢ່າງໄວວາ ແລະ ເປົ້າຫມາຍການພັດທະນາສະຫັດສະວັດຂອງປະເທດ (MDG) ກໍ່ມີຄວາມຄືບຫນ້າຢ່າງເຂັ້ມແຮງ. ຍ້ອນເຫດຜົນທີ່ວ່ານີ້ ອົງການ UNDP ໄດ້ຈັດປະເທດລາວໃຫ້ເປັນປະເທດທີ່ສົບຜົນສໍາເລັດຫຼາຍທີ່ສຸດເປັນອັນດັບທີ 6 ທີ່ມີການປັບປຸງ ແລະ ພັດທະນາຊັບພະຍາກອນມະນຸດໃນໄລຍະ 40 ປີທີ່ຜ່ານມາ.3

