ວິທະຍຸເອເຊຍເສລີ: 11 ທັນວາ 2017

ນັບເປັນເວລາ 5 ປີແລ້ວທີ່ ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນດີເດັ່ນຂອງລາວ ທີ່ໄດ້ຮັບຣາງວັນ ກຽດຕິຄຸນ ແມັກໄຊໄຊ ຖືກບັງຄັບ ໃຫ້ຫາຍສາບສູນໄປ ຈາກກາງນະຄອນຫຼວງວຽງຈັນ ຈົນມາຮອດມື້ນີ້ ກໍຍັງບໍ່ມີຄວາມຄືບໜ້າ ໃນການສືບສວນ ສອບສວນ ຂອງທາງການ ລາວ ຂະນະທີ່ທາງຄອບຄົວ ແລະອົງການຈັດຕັ້ງສາກົລຕ່າງໆ ກໍບໍ່ໄດ້ລົດລະທວງຖາມ ກ່ຽວກັບວ່າມີຫຍັງ ເກີດຂຶ້ນກັບທ່ານ, ທ່ານຢູ່ໃສ. ແລະລ່າສຸດນີ້ ເຖິງແມ່ນວ່າ ຈະມີຄົນເວົ້າວ່າ ໄດ້ເຫັນທ່ານ ສົມບັດ ຖືກກັກຂັງ ຢູ່ຫ້ອງຂັງ ຄ້າຍກັບເປັນຫ້ອງຂັງ ຂອງຕໍາຣວດ ແລະຣົດ JEEP ຂອງທ່ານຈອດຢູ່ເຂດຂັງນັ້ນ ກໍບໍ່ມີຫຍັງປ່ຽນແປງ ຄໍາຕອບ ຈາກທາງການລາວ.
ແລະອີກເທື່ອນຶ່ງ ໃນກອງປະຊຸມຖແລງຂ່າວ ທີ່ສະໂມສອນນັກຂ່າວຕ່າງປະເທດ ຢູ່ບາງກອກປະເທດໄທ ໃນມື້ວັນທີ 6 ທັນວາ 2017 ມາດາມ ອຶງຊຸຍເມັງ ພັລຍາຂອງທ່ານ ສົມບັດ ສົມພອນ ກໍໄດ້ກ່າວເຖິງ ສິ່ງທີ່ມາດາມ ໄດ້ຂຽນຣາຍງານ ຕໍ່ພາກສ່ວນ ທີ່ກ່ຽວຂ້ອງ ຂອງ ອົງການ ສະຫະປະຊາຊາດ ດ້ານການບັງຄັບຄົນ ໃຫ້ຫາຍສາບສູນ ແລະສະຖານທູດ ຕ່າງປະເທດ ທີ່ນະຄອນຫລວງວຽງຈັນ ຮັບຊາບ ດັ່ງທີ່ມາດາມ ກ່າວວ່າ:
“Sombath was actually seen and was reported by eye-witness of some one who knew some police and Sombath was physically seen in a holding center which is not public but it’s like a house which is identified like a police holding center.”
ຫລັງຈາກຖືກບັງຄັບໃຫ້ຫາຍສາບສູນແລ້ວ ມີຜູ້ເຫັນທ່ານ ສົມບັດ. ຄົນຜູ້ນັ້ນຮູ້ຈັກກັບຕໍາ ຣວດບາງຄົນ ແລະໄດ້ຣາຍງານວ່າເຫັນທ່ານ ສົມບັດ ຢູ່ໃນບ່ອນກັກຂັງແຫ່ງນຶ່ງ ທີ່ມວນ ຊົນທົ່ວໄປບໍ່ຮູ້ຈັກ. ບ່ອນນັ້ນເປັນຄືກັນກັບສູນກັກຂັງ ຜູ້ຄົນຂອງຕໍາຣວດ. ທ່ານ ສົມບັດ ຖືກ ເຫັນຢູ່ທີ່ນັ້ນ ແລະທັງຣົດຈິບຂອງທ່ານ ກໍເຫັນຈອດຢູ່ໃນເຂດນັ້ນ. Continue reading “5 ປີທີ່ໄຮ້ຮ່ອງຮອຍ ຂອງ ທ.ສົມບັດ ສົມພອນ”


ຂຽນໂດຍ the Sombath Initiative
ອົງການຈັດຕັ້ງມະຫາຊົນລວມມີອົງການແນວລາວສ້າງຊາດ, ສະຫະພັນກຳມະບານ, ແລະ ສະຫະພັນຊາວໝຸ່ມ ແລະ ແມ່ຍິງ ແມ່ນໄດ້ຮັບການຄຸ້ມຄອງໂດຍລັດຖະບານ ແຕ່ກໍ່ຍັງຖືວ່າເປັນອົງການພາກປະຊາສັງຄົມຢູ່ ເຖິງ ແມ່ນວ່າ ການສ້າງຕັ້ງອົງການເຫຼົ່ານັ້ນແມ່ນເພື່ອເປັນຕົວແທນໃຫ້ແກ່ພາກປະຊາຊົນໂດຍຕົງ. ບັນດາອົງການທີ່ບໍ່ໄດ້ສະແຫວງຫາຜົນກຳໄລຕ່າງໆ (NPAs) ກໍ່ຖືວ່າເປັນອົງການທີ່ສຳຄັນຄ້າຍຄືກັນເພາະປຽບເໝືອນເປັນ ສາຍເລືອດ ແລະ ກົນໄກ ທີ່ຊ່ວຍເຜີຍແຜ່ລະບຽບການ, ນະໂຍບາຍ ແລະ ແຜນງານຕ່າງໆຂອງລັດຖະບານ.
ເນື່ອງໃນໂອກາດກອງປະຊຸມພາກປະຊາຊົນເອເຊຍ-ຢູໂຣບ ຄັ້ງທີ 11 ທີ່ອູລານ ບາຕໍ, ປະເທດມົງໂກເລຍ, ພວກຂ້າພະເຈົ້າຂໍຈື່ຈຳກອງປະຊຸມດຽວກັນຄັ້ງທີ 9 ທີ່ວຽງຈັນ, ນະຄອນຫຼວງຂອງ ສປປ ລາວ ໃນປີ 2012.
ວິທະຍຸເອເຊັຍເສລີ:



