5 ປີທີ່ໄຮ້ຮ່ອງຮອຍ ຂອງ ທ.ສົມບັດ ສົມພອນ

ວິທະຍຸເອເຊຍເສລີ: 11 ທັນວາ 2017

ມາດາມ ອຶງຊຸຍເມັງ ພັລຍາຂອງ ທ່ານ ສົມບັດ ສົມພອນ(ຊ້າຍ) ແລະ ມາດາມ Anne-Sophie Gindroz ອະດີດ ຜູ້ອໍານວຍການ Helvitas ຊຶ່ງເປັນອົງການ ທີ່ບໍ່ຂຶ້ນກັບຣັຖບານ ປະເທດ Switzerland

ນັບເປັນເວລາ 5 ປີແລ້ວທີ່ ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນດີເດັ່ນຂອງລາວ ທີ່ໄດ້ຮັບຣາງວັນ ກຽດຕິຄຸນ ແມັກໄຊໄຊ ຖືກບັງຄັບ ໃຫ້ຫາຍສາບສູນໄປ ຈາກກາງນະຄອນຫຼວງວຽງຈັນ ຈົນມາຮອດມື້ນີ້ ກໍຍັງບໍ່ມີຄວາມຄືບໜ້າ ໃນການສືບສວນ ສອບສວນ ຂອງທາງການ ລາວ ຂະນະທີ່ທາງຄອບຄົວ ແລະອົງການຈັດຕັ້ງສາກົລຕ່າງໆ ກໍບໍ່ໄດ້ລົດລະທວງຖາມ ກ່ຽວກັບວ່າມີຫຍັງ ເກີດຂຶ້ນກັບທ່ານ, ທ່ານຢູ່ໃສ. ແລະລ່າສຸດນີ້ ເຖິງແມ່ນວ່າ ຈະມີຄົນເວົ້າວ່າ ໄດ້ເຫັນທ່ານ ສົມບັດ ຖືກກັກຂັງ ຢູ່ຫ້ອງຂັງ ຄ້າຍກັບເປັນຫ້ອງຂັງ ຂອງຕໍາຣວດ ແລະຣົດ JEEP ຂອງທ່ານຈອດຢູ່ເຂດຂັງນັ້ນ ກໍບໍ່ມີຫຍັງປ່ຽນແປງ ຄໍາຕອບ ຈາກທາງການລາວ.

ແລະອີກເທື່ອນຶ່ງ ໃນກອງປະຊຸມຖແລງຂ່າວ ທີ່ສະໂມສອນນັກຂ່າວຕ່າງປະເທດ ຢູ່ບາງກອກປະເທດໄທ ໃນມື້ວັນທີ 6 ທັນວາ 2017 ມາດາມ ອຶງຊຸຍເມັງ ພັລຍາຂອງທ່ານ ສົມບັດ ສົມພອນ ກໍໄດ້ກ່າວເຖິງ ສິ່ງທີ່ມາດາມ ໄດ້ຂຽນຣາຍງານ ຕໍ່ພາກສ່ວນ ທີ່ກ່ຽວຂ້ອງ ຂອງ ອົງການ ສະຫະປະຊາຊາດ ດ້ານການບັງຄັບຄົນ ໃຫ້ຫາຍສາບສູນ ແລະສະຖານທູດ ຕ່າງປະເທດ ທີ່ນະຄອນຫລວງວຽງຈັນ ຮັບຊາບ ດັ່ງທີ່ມາດາມ ກ່າວວ່າ:

“Sombath was actually seen and was reported by eye-witness of some one who knew some police and Sombath was physically seen in a holding center which is not public but it’s like a house which is identified like a police holding center.”

ຫລັງຈາກຖືກບັງຄັບໃຫ້ຫາຍສາບສູນແລ້ວ ມີຜູ້ເຫັນທ່ານ ສົມບັດ. ຄົນຜູ້ນັ້ນຮູ້ຈັກກັບຕໍາ ຣວດບາງຄົນ ແລະໄດ້ຣາຍງານວ່າເຫັນທ່ານ ສົມບັດ ຢູ່ໃນບ່ອນກັກຂັງແຫ່ງນຶ່ງ ທີ່ມວນ ຊົນທົ່ວໄປບໍ່ຮູ້ຈັກ. ບ່ອນນັ້ນເປັນຄືກັນກັບສູນກັກຂັງ ຜູ້ຄົນຂອງຕໍາຣວດ. ທ່ານ ສົມບັດ ຖືກ ເຫັນຢູ່ທີ່ນັ້ນ ແລະທັງຣົດຈິບຂອງທ່ານ ກໍເຫັນຈອດຢູ່ໃນເຂດນັ້ນ.

ກ່ຽວກັບເຣຶ່ອງດັ່ງກ່າວ ທາງສະຫະປະຊາຊາດ ທີ່ນະຄອນ Geneva ປະເທດສະວິດເຊີແລັນ ກໍໄດ້ຖາມຣັຖບານ ສປປລາວ ແຕ່ຄໍາຕອບນັ້ນ ກໍບໍ່ມີຫຍັງ ນອກຈາກປະຕິເສດວ່າ ນັ້ນບໍ່ເປັນຄວາມຈິງ. ຜູ້ໃດກໍຢ່າທີ່ໃຫ້ຫລັກຖານ ຂໍ້ມູນນີ້ກ່ຽວກັບທ່ານ ສົມບັດ ແມ່ນຜິດພາດ ແລະ ຜູ້ທີ່ ໃຫ້ຂໍ້ມູນ ກັບມາດາມນັ້ນ ກໍບໍ່ຕ້ອງການ ອອກມາໃຫ້ການ. ດັ່ງນັ້ນກໍເລີຍບໍ່ມີໃຜກ້າ ທີ່ຈະອອກມາໃຫ້ການ ເຮັດໃຫ້ການຕິດຕາມຫາ ທ່ານ ສົມບັດ ບໍ່ມີຄວາມຄືບໜ້າ.

ເຫດການນີ້ກໍເປັນມາໄດ້ 5 ປີແລ້ວ ແຕ່ຄໍາຕອບຈາກຣັຖບານ ສປປລາວ ກໍຍັງຄືເກົ່າ ຄືຍັງສືບສວນສອບສວນຫາຢູ່ ແຕ່ບໍ່ມີຫຍັງຄືບໜ້າ ເຮັດໃຫ້ທາງຄອບຄົວ ແລະຜູ້ທີ່ເປັນຫ່ວງເປັນໄຍນຳ ຊາຕາກຳຂອງທ່ານ ທັງຫລາຍທັງຄົນລາວ ແລະຕ່າງປະເທດ ບໍ່ຮູ້ວ່າມີຫຍັງ ເກີດຂຶ້ນ ກັບ ທ່ານ ສົມບັດ ແທ້.

ອີກອັນນຶ່ງທີ່ເຮັດໃຫ້ມາດາມ ອຶງສຸຍເມັງ ງົງນັ້ນ ຄືເຈົ້າໜ້າທີ່ຕໍາຣວດບອກວ່າ ຍັງສືບສວນສອບສວນຢູ່. ມາດາມເວົ້າວ່າຖ້າເພີ່ນສືບສວນ ສອບສວນ ຫາແທ້ ເປັນຫຍັງພວກເພິ່ນຈຶ່ງບໍ່ສາມາດບອກ ອີ່ຫຍັງທີ່ຄືບໜ້າ ໃຫ້ມາດາມຮູ້. ແລະການສືບສວນ ສອບສວນ ຂອງພວກເພິ່ນ ນັ້ນ ເປັນໄປແບບໃດ ເວົ້າກັບໃຜ ສັມພາດໃຜ ເປັນຫຍັງພວກເພິ່ນຈຶ່ງມິດງຽບ ເປັນຫຍັງພວກເພິ່ນ ຈຶ່ງບໍ່ເວົ້າກັບ ມາດາມ ຜູ້ເປັນເມັຽຂອງ ຜູ້ເຄາະຮ້າຍ ເປັນຫຍັງພວກເພິ່ນ ຫລີກລ່ຽງທີ່ ຈະພົບພໍ້ກັບ ມາດາມ ນີ້ເປັນຄໍາຖາມຂອງ ມາດາມຕລອດ. ພວກເພີ່ນຈະເວົ້າ ຕໍ່ທູດຕ່າງ ປະເທດ ເມື່ອຖາມພວກເພິ່ນ ເທົ່ານັ້ນ:

“So as I say, actually there’s nothing new development in the case. For me it almost like the response is one of denial denial denial until people tired of the case until maybe the family members tired of the case and then the case will slowly literally disappeared and Sombath will be for ever disappeared.”

ດັ່ງນັ້ນມາດາມຈຶ່ງວ່າ ບໍ່ມີຂ່າວອີ່ຫຍັງໃໝ່ ກ່ຽວກັບກໍຣະນີ ສົມບັດ, ຄໍາຕອບກໍອັນດຽວ ຄືປະຕິເສດ ປະຕິເສດ. ປະຕິເສດໄປຈົນກວ່າ ຜູ້ຄົນຈະອິດເມື່ອຍ ທວງຖາມ. ພວກເພີ່ນຄິດວ່າ ຫລັງຈາກນັ້ນ ກໍຣະນີຂອງ ທ່ານ ສົມບັດ ກໍຈະຄ່ອຍໆ ຈືດຈາງລົງ ແລະຫາຍໄປ ແລ້ວທ່ານ ສົມບັດ ກໍຈະຫາຍສາບສູນໄປຕລອດການ. ແຕ່ເຖິງຢ່າງໃດກໍຕາມ ມາດາມກໍຈະເວົ້າຢູ່ຕໍ່ໄປ ບໍ່ສົນໃຈວ່າຈະດົນນານປານໃດ ມາດາມກໍຈະສືບຕໍ່ທວງຖາມຫາ ແລະຈະສູ້ຊົນຕໍ່ ໄປເພືອໃຫ້ໄດ້ ທ່ານ ສົມບັດ ກັບຄືນມາ:

“I see this as the case to have truth the need to have justice I can’t not have truth. I cannot have closure I need to know what happened to him.”

ມາດາມຖືວ່າ ນີ້ເປັນກໍຣະນີ ທີ່ຈະຕ້ອງຮູ້ຄວາມຈິງ ຕ້ອງໄດ້ຮັບ ຄວາມເປັນທັມ ຕ້ອງໄດ້ຮູ້ ວ່າມີຫຍັງເກີດຂຶ້ນກັບ ສົມບັດ. ແລະມາດາມ ກໍຫວັງວ່າ ຢູ່ບ່ອນໃດບ່ອນນຶ່ງ ໃນລາວ ຈະມີຜູ້ໃດຜູ້ນຶ່ງທີ່ຮູ້ ແລ້ວກໍອອກມາເວົ້າຄວາມຈິງວ່າ ແມ່ນຫຍັງເກີດຂຶ້ນກັບທ່ານແທ້.

ໃນກອງປະຊຸມຖແລງຂ່າວ ທີ່ສະໂມສອນນັກຂ່າວຕ່າງປະເທດ ເນື່ອງໃນໂອກາດຄົບຮອບ 5 ປີ ທີ່ທ່ານ ສົມບັດ ສົມພອນ ຖືກບັງຄັບ ໃຫ້ຫາຍສາບສູນ ໃນມື້ວັນທີ 15 ທັນວາ 2012 ທີ່ພາກສ່ວນ Sombath Initiatives ຮ່ວມກັບອົງການສິດທິມະນຸດ Human Rights Watch, FIDH, ICJ ແລະອົງການ APHR ຈັດຂຶ້ນນັ້ນ ທ່ານ Charles Santiago ສະມາຊິກ ສະພາຜູ້ແທນ ຂອງມາເລເຊັຽ ປະທານ ຣັຖສະພາອາຊຽນ ເພື່ອສິດທິມະນຸດ ກໍໄດ້ກ່າວຜ່ານທາງ online ມາໂດຍທົບທວນເຖິງ ວຽກງານຂອງ ທ່ານ ສົມບັດ ວ່າມີຫຍັງທີ່ເປັນ ພິດພັຍ ໃນເມື່ອທ່ານບອກໃຫ້ ຜູ້ຄົນ ໂດຍສະເພາະ ຄົນວັຍໜຸ່ມ ຮັກສາດິນດອນຕອນຫຍ້າ ບໍ່ໃຫ້ທໍາລາຍ ສິ່ງແວດລ້ອມ ບໍ່ເຮັດໃຫ້ເກີດ ມົລພິດ ຊຶ່ງນັ້ນເປັນບັນຫາທີ່ພວກຜູ້ໃຫຍ່ ຂອງລາວສ່ວນນຶ່ງ ບໍ່ເຫັນວ່າເປັນປະໂຫຍດ:

“the kind of issues are not something that seen helpful to the elite of Laos and therefore he pays a heavy prize. And also it’s clear to me looking at the video hundred times that shown earlier that it is the state’s.”

ດັ່ງນັ້ນທ່ານ ສົມບັດ ຈຶ່ງຈ່າຍດ້ວຍຣາຄາແພງ. ອີກອັນນຶ່ງ ເມື່ອເບິ່ງວີດີໂອຕັ້ງເປັນຫຼາຍໆເທື່ອກ່ອນນີ້ ກໍເຫັນວ່າ ການຫາຍສາບສູນໄປ ຂອງ ທ່ານ ສົມບັດ ເປັນການກະທໍາຂອງຣັຖບານ ເປັນການກະທໍາ ຂອງຕໍາຣວດ ຢ່າງຈະແຈ້ງທັງໝົດ.

ທ່ານ Charles Santiago ໄດ້ເວົ້າເຖິງການເດີນທາງໄປລາວ ຫລາຍເທື່ອຂອງທ່ານ ພາຍຫລັງ ທ່ານ ສົມບັດ ສົມພອນ ຖືກບັງຄັບ ໃຫ້ຫາຍສາບສູນ ຄືເມື່ອປີ 2013 ແລະ ປີ 2014 ຮວມທັງໄດ້ເປັນສ່ວນນຶ່ງ ຂອງຄະນະຜູ້ແທນ ໄປຄົ້ນຫາຄວາມຈິງ ໃນລາວ ໄດ້ພົບພໍ້ ກັບຄົນທີ່ຮູ້ຈັກ ທ່ານ ສົມບັດ ດີ, ເຄີຍເຂົ້າໂຮງຮຽນດຽວກັນ ຊຶ່ງອາດມາຈາກບ້ານດຽວກັນ ກິນເຂົ້າຊາມດຽວກັນກັບ ທ່ານ ສົມບັດ ຊຶ່ງໃນນັ້ນມີຊາຍຄົນນຶ່ງ ເວົ້າຕໍ່ທ່ານວ່າ ໃນເມື່ອພວກ ເຮົາກິນເຂົ້າຊາມດຽວກັນ ເປັນຫຍັງ ສົມບັດ ຈຶ່ງ ຖືກບັງຄັບ ໃຫ້ຫາຍສາບສູນ ແລະແມ່ນໃຜ ເປັນຜູ້ຮັບຜິດຊອບ ເຣຶ່ອງນີ້ ອັນນີ້ເຮັດໃຫ້ ເກີດມີຄໍາຖາມ ຫລາຍຕໍ່ຫລາຍ ແຕ່ບໍ່ມີຄໍາຕອບ.

ອີກບຸກຄົນນຶ່ງທີ່ສໍາຄັນ ທີ່ມາຮ່ວມຖແລງຂ່າວນັ້ນ ກໍມີມາດາມ Anne-Sophie Gindroz ອາດີດ ຜູ້ອໍານວຍການ Helvitas ຊຶ່ງເປັນ ອົງການທີ່ບໍ່ຂຶ້ນ ກັບຣັຖບານ ປະເທດ Switzer land ທີ່ຖືກເນຣະເທດ ອອກຈາກລາວ ໄປພາຍໃນ 48 ຊົ່ວໂມງ ພາຍຫລັງ ກອງປະຊຸມ ພາກປະຊາຊົນ ເອເຊັຽ-ຢູໂຣບ ທີ່ນະຄອນຫລວງວຽງຈັນ ນຶ່ງອາທິດຫລັງ ກອງປະຊຸມ ແລະນຶ່ງອາທິດ ກ່ອນໜ້າທ່ານ ສົມບັດ ຖືກລັກພາຕົວ ກໍຮ່ວມຖແລງຂ່າວ ໂດຍທົບທວນ ເຖິງສະພາບການ ປະຕິບັດໜ້າທີ່ ວຽກງານຢູ່ລາວ ໃນຣະຍະນັ້ນ ຕລອດ 3 ປີເຄິ່ງ ມາດາມ ປະເຊີນກບັນຫາ ທ້າທາຍ ຫລາຍຢ່າງ ບໍ່ພຽງແຕ່ຍ້ອນ ສະພາບແວດລ້ອມ ທີ່ປົກຄຸມໃນລາວຈຳກັດເທົ່ານັ້ນ ແຕ່ຍັງຍ້ອນບັນຫາ ຫຍູ້ງຍາກຕ່າງໆ ທີ່ປະເຊີນເມື່ອຕ້ອງການຣະດົມ ການສນັບສນູນ ແລະຄວາມເປັນ ເອກພາບໃນບັນຫາຕ່າງໆ ເຊັ່ນສິດທິມະນຸດ ໃນລາວ:

“because of all these difficulties face when you want to mobilize support and solidarity for issues like human rights in Laos. And I think that as international organization as donor as aid agencies when you are engaging in a country where you have democratic difficit, a country ruled by authoritarian regime.”

ແລະມາດາມ ກໍຄິດວ່າໃນຖານະອົງການຈັດຕັ້ງສາກົລ ອົງການໃຫ້ການຊ່ວຍເຫລືອ ເມື່ອປະຕິບັດພາຣະກິດ ໃນປະເທດ ທີ່ມີປະຊາທິປະຕັຍ ຈໍາກັດ ປະເທດຜະເດັດການນັ້ນ. ມາດາມເຊື່ອວ່າ ກ່ອນອື່ນໝົດ ຕ້ອງເຂົ້າໃຈສະພາບເງື່ອນໄຂ ທີ່ເຈົ້າເຮັດວຽກ ຢູ່ ຊຶ່ງມັນງ່າຍຫລາຍ ທີ່ຈະຕີຣາຄາຕໍ່າ ໃນສິ່ງທີ່ກໍາລັງເກີດຂຶ້ນ ໂດຍສະເພາະ ໃນປະເທດລາວນີ້. ບໍ່ພຽງແຕ່ເວລາ ເຈົ້າມາຢ້ຽມຢາມ ປະເທດນີ້ ຫາກແມ່ນແຕ່ ສໍາລັບພວກຄົນ ທີ່ເຮັດວຽກຢູ່ ລາວ ກໍແມ່ນງ່າຍຫລາຍ ທີ່ຈະເບິ່ງບໍ່ເຫັນ ເຖິງດ້ານມືດຂອງລາວ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.