ຜູ້ໃຫ້ທຶນຈະຈື່ບໍ່ນໍ?

ໃນຂະນະທີ່ຜູ້ໃຫ້ທຶນ, ນັກການທູດ, ແລະວິຊາການພັດທະນາ ເຂົ້າຮ່ວມພົບປະກັນໃນກອງປະຊຸມໂຕະມົນ ທີ່ ປາກເຊ, ພວກເພິ່ນຈະແບ່ງເວລາລຳລຶກເຖິງຄົນທີ່ຖືກຈັບຕົວ ຫຼືຫາຍຕົວໄປໃນເມືອງນີ້ ໃນເດືອນພະຈິກ ປີ 2000 ແລະເດືອນຕຸລາ ປີ 2001 ພຽງເພາະການສະແດງຄວາມຄິດເຫັນ ບໍ່ນໍ?

ພວກເພິ່ນຈະຈື່ນັກສຶກສາທີ່ໄດ້ຮັບຊາຕາກຳຄ້າຍໆກັນ ກ່ອນໜ້ານັ້ນທີ່ວຽງຈັນ ໃນເດືອນຕຸລາ ປີ 1999 ບໍ່ນໍ?

ພວກເພິ່ນຈະຈຳ ສົມບັດ ສົມພອນ ຫຼືສົມພອນ ຂັນຕິສຸກ ທີ່ໄດ້ຖືກບັງຄັບສູນຫາຍ, ຫຼືຄອບຄົວຂອງພວກເຂົາ ຜູ້ທີ່ ສືບຕໍ່ທົນທຸກ ໂດຍບໍ່ຮູ້ວ່າຊາຕາກຳ ຫຼືໂທດຂອງບຸກຄົນອັນເປັນທີ່ຮັກຂອງຕົນນັ້ນ ແມ່ນຫຍັງແທ້? Continue reading “ຜູ້ໃຫ້ທຶນຈະຈື່ບໍ່ນໍ?”

ຈົດໝາຍເປີດຊອງຈາກ ນາໆຊາດ

ວິທະຍຸເອເຊຍເສຣີ:10 ພະຈິກ 2015   (ທ່ານສາມາດອ່ານຈົດຫມາຍທີ່ນີ້)

Sombath-RFA
ທ. ສົມບັດ ສົມພອນ ຕອນໃຫ້ສຳພາດ ກັບຍານາງ Ore Huiying ເດືອນສິງຫາປີ 2010. Screen captured from “On Greed and Nature” video   Sombath.org

ກ່ອນຈະເຖິງ ວັນເປີດ ກອງປະຊຸມ ໂຕະມົນ ຣະດັບສູງ ຄັ້ງທີ 12 ທີ່ ຈະມີຂຶ້ນ, ອົງການ ຈັດຕັ້ງ ສາກົນ ໄດ້ ສົ່ງ ຈົດໝາຍ ເປີດຊອງ ຮຽກຮ້ອງ ເຖິງ ຜູ້ເຂົ້າ ຮ່ວມ ໃຊ້ ເວລາ ຊົ່ວ ລະຍະ ນຶ່ງ ອ່ານ ຂໍ້ຄວາມ ວິສັຍທັສ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ຄົນສຳຄັນ ໃນລາວ ທີ່ ທ່ານ ໄດ້ ປາສັຍ ຄັ້ງ ສຸດທ້າຍ ຢູ່ ກອງປະຊຸມ ສຸດຍອດ ເອເຊັຽ-ຢູໂຣບ ເມື່ອ ປີ 2012.

ແລະ ມີການ ຮຽກຮ້ອງ ໃຫ້ ກອງປະຊຸມ ພິຈາຣະນາ ຮັບເອົາ ວິສັຍທັສ ດັ່ງກ່າວ ເຂົ້າໃນ ການ ວາງແຜນ ພັທນາ ເສຖກິດ-ສັງຄົມ ຂອງລາວ ໃນ ຖານະ ທີ່ ລາວ ເປັນ ປະເທດ ທີ່ ໄດ້ຮັບການ ຊ່ວຍເຫລືອ ຈາກ ຕ່າງປະເທດ. ແລະ ຜ່ານມາ ກໍມີ ບັນດາ ນັກການທູດ ຫຼາຍຄົນ ໄດ້ຍົກ ບັນຫານີ້ ຕໍ່ ຣັຖບານ ແລະ ບັນຫາ ໃນຄວາມ ເປັນຫ່ວງ ເຣື້ອງ ສິດທິ ມະນຸດ ອື່ນໆ.

ໃນ ຄຳ ປາສັຍ ຂອງ ທ່ານ ສົມບັດ ສົມພອນ ໃນ ປີ 2012 ສ່ວນ ໃຫຽ່ ຈະກ່າວເຖິ ງການ ພັທນາ ທີ່ ຍືນຍົງ ປາສຈາກ ການສົ່ງ ຜົລກະທົບ ຕໍ່ ສິ່ງແວດ ລ້ອມ ແລະ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ທ້ອງຖິ່ນ ຮ່ວມທັງ ການພັທນາ ທີ່ ປະຊາຊົນ ມີສ່ວນ ຮ່ວມນຳ, ຈົນເປັນ ສາເຫດ ເຮັດໃຫ້ ທ່ານ ຫາຍ ສາບສູນ ຫລັງຈາກ ນັ້ນ.

ກອງປະຊຸມ ໂຕະມົນ ຣະດັບສູງ ຄັ້ງທີ 12 ໃນ ລາວ ໃນ ປີນີ້ ທີ່ ຈະຈັດຂຶ້ນ ໃນ ວັນທີ 27 ພືສຈິກາ ທີ່ ນະຄອນຫຼວງ ວຽງຈັນ ກັບ ຄູ່ຮ່ວມ ພັທນາ ແລະ ບັນດາ ປະເທດ ໃຫ້ ການ ຊ່ອຍເຫລືອ ລາວ, ດັ່ງ ທະນາຄານ ໂລກ ທະນາຄານ ພັທນາ ເອເຊັຽ ອົງການ ຊ່ອຍເຫລືອ ສະຫະຣັດ ຫລື UNDP ສະຫະພາບ ຢູ່ໂຮບ ທູດ ຕ່າງ ປະເທດ ໃນລາວ ແລະ ອົງການ ທີ່ ບໍ່ຂຶ້ນ ກັບ ຣັຖບານ ຮ່ວມດ້ວຍ ອົງການ ເອກຣາດ ແລະ ບຸກຄົນ ທີ່ ສຳຄັນ ຫຼາຍທານ.

ຈຸດປະສົງ ຂອງ ກອງປະຊຸມ ດັ່ງກ່າວ ແມ່ນ ເພື່ອ ສະທ້ອນ ຄວາມເຫັນ ຂອງ ຄູ່ຮ່ວມ ພັທນາ ແລະ ອົງການ ຊ່ອຍເຫລືອ ຈາກ ຕ່າງຊາດ ຕໍ່ການ ພັທນາ ເສຖກິດ ແລະ ສັງຄົມ ໃນ ລາວ.

ຈົດໝາຍເຖິງຜູ້ເຂົ້າຮ່ວມກອງປະຊຸມໂຕະມົນ ຜູ້ໃຫ້ທຶນຕໍ່ລາວ 2015

5 ພະຈິກ 2015

ໃນຂະນະທີ່ບັນດາທ່ານກະກຽມກອງປະຊຸມໂຕະມົນລະດັບສູງ ໃນປີນີ້, ພວກຂ້າພະເຈົ້າຢາກຂໍໃຫ້ ທ່ານອ່ານ ແລະລະລຶກເຖິງບົດກ່າວທີ່ ສົມບັດ ສົມພອນ ໄດ້ຂຶ້ນສະເໜີໃນກອງປະຊຸມປະຊາຊົນ ອາຊຽນ ຄັ້ງທີ 9 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ສາມປີທີ່ຜ່ານມາ.

ການກ່າວຄັ້ງນັ້ນ ເປັນຄັ້ງສຸດທ້າຍຂອງສົມບັດ ກ່ອນທີ່ເພິ່ນຈະຖືກເອົາຕົວໄປຈາກຖະໜົນກາງເມືອງ ທີ່ບັນດາທ່ານຫຼາຍຄົນໃຊ້ເດີນທາງໄປວຽກຢູ່ທຸກມື້ທຸກວັນ.

ພວກຂ້າພະເຈົ້າຂໍໃຫ້ທ່ານ ກ່າວຄືນຄຳເວົ້າຂອງສົມບັດ ໃນການຂຶ້ນກ່າວຂອງທ່ານທີ່ກອງປະຊຸມ ໂຕະມົນ.

ທີ່ສຳຄັນກວ່ານັ້ນ, ພວກຂ້າພະເຈົ້າຂໍໃຫ້ທ່ານປະສານແນວຄວາມຄິດຂອງສົມບັດ ເຂົ້າໃນ ນະໂຍບາຍ ແລະໂຄງການຂອງພວກທ່ານໃນ ສປປ ລາວ ດ້ວຍ.

ຂອບອົກຂອບໃຈ

  1. ActionAid International
  2. Alliance Sud
  3. Asian Federation Against Involuntary Disappearances
  4. Asia Indigenous People’s Pact
  5. ASEAN Parliamentarians for Human Rights
  6. CCFD-Terre Solidaire
  7. Corner House
  8. Dharmajala
  9. Human Rights Watch
  10. Earth Rights
  11. Equality Myanmar
  12. Equitable Cambodia
  13. FIAN International
  14. FIAN Germany
  15. FIAN Netherlands
  16. Focus on the Global South
  17. Food First
  18. Forum Asia
  19. Friends of the Earth International
  20. Friends of the Earth USA
  21. Global Witness
  22. Indian Social Action Forum
  23. Institute for Advanced Sustainability Studies
  24. International Network of Engaged Buddhists
  25. Justice for Peace Foundation
  26. Lao Movement for Human Rights
  27. Ramon Magsaysay Award Foundation
  28. Re:Common
  29. Mekong Watch
  30. The School for Wellbeing
  31. The Sombath Initiative
  32. Social Action for Change
  33. Spirit in Education Movement
  34. Transnational Institute
  35. War on Want

Continue reading “ຈົດໝາຍເຖິງຜູ້ເຂົ້າຮ່ວມກອງປະຊຸມໂຕະມົນ ຜູ້ໃຫ້ທຶນຕໍ່ລາວ 2015”

ກອງປະຊຸມໂຕະມົນຖາມເຣື້ອງ ທ.ສົມບັດ

ວິທະຍຸເອເຊຍເສຣີ: (20 ພະຈິກ 2014)

ບັນດາ ປະເທດ ຄູ່ຮ່ວມ ພັທນາ ຍັງຄົງ ສືບຕໍ່ ທວງຖາມ ທາງ ການລາວ ເຣື້ອງການ ລັກພາ ຕົວ ທ່ານ ສົມບັດ ສົມພອນ ຢູ່ ກອງປະຊຸມ ໂຕະມົນ ວັນທີ 14 ທີ່ ຜ່ານມາ ເຖີງວ່າ ຈະບໍ່ມີ ຄຳຕອບ ທີ່ຊັດເຈນ ກໍຕາມ ເພາະວ່າ ທາງ ກອງປະຊຸມ ຖືວ່າ ບັນຫາ ສິດທິ ແມ່ນ ເງື່ອນໄຂ ການ ຮ່ວມມື ກັບ ສປປລາວ.

ຕົວແທນ ຈາກ ສະຫະພາບ ຢູໂຣບ ສະຖານທູດ ເຢັຽຣະມັນ ສະຖານທູດ ຝຣັ່ງ ສະຖານທູດ ອັງກິດ ແລະ ສະຖານທູດ ອະເມຣິກາ ປະຈຳລາວ ຍັງສືບຕໍ່ ທວງຖາມ ເຣື້ອງ ການຫາຍ ສາບສູນ ຂອງ ທ່ານ ສົມບັດ ສົມພອນ ຢູ່ ໃນ ກອງປະຊຸມ ໂຕະມົນ.

ຜູ້ເຂົ້າຮ່ວມ ກອງ ປະຊຸມ ໂຕະມົນ ໄດ້ ຣາຍງານ ວ່າ ບັນດາ ຕົວແທນ ຈາກ ສະຫະພາບ ຢູໂຣບ ແລະ ຈາກ ສະຖານທູດ ດັ່ງກ່າວ ໄດ້ຕັ້ງ ຄຳຖາມ ຕໍ່ ເຈົ້າໜ້າຝ່າຍ ລາວ ກ່ຽວກັບ ທ່ານ ສົມບັດ ສົມພອນ ຈົນເຮັດໃຫ້ ເຈົ້າໜ້າທີ່ ຂັ້ນສູງ ທ່ານ ນຶ່ງ ເກີດອາການ ບໍ່ພໍໃຈ ແລ້ວ ຕອບໄປວ່າ ຄູ່ຮ່ວມ ພັທນາ ຄວນ ຈະສຸມໃສ່ ບັນຫາ ທີ່ໃຫຍ່ ແລະ ສໍາຄັນ ໃນ ປະເທດ ລາວ ຫລາຍກວ່າ ທີ່ ຈະມາເວົ້າ ເຣື້ອງ ທ່ານ ສົມບັດ ເພາະ ມັນເປັນ ເຣື້ອງ ເລັກນ້ອຍ.

ນອກຈາກ ນີ້ ສະຫະພາບ ຢູໂຣບ ປະຈຳລາວ ໄດ້ອອກ ຖແລງການ ເຖິງ ຣັຖບານ ລາວ ໃນໂອກາດ ທີ່ ເຂົ້າຮ່ວມ ກອງປະຊຸມ ໂຕະມົນ ໃນຄັ້ງນີ້. ເນື້ອໃນ ຂອງ ຖແລງ ການ ຕອນນຶ່ງ ແມ່ນໄດ້ ເວົ້າເຖິງ ກໍຣະນີ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ອະວຸໂສ ດີເດັ່ນ ຂອງລາວ ທີ່ ບໍ່ມີ ຄຳ ອະທິບາຍ ໃດໆ ຈາກ ທາງການ ລາວ ແລະ ຮຽກຮ້ອງ ໃຫ້ ຣັຖບານ ລາວ ແກ້ໄຂ ບັນຫາ ນີ້ ຢ່າງ ຮີບດ່ວນ.

ໃນຕອນນຶ່ງຂອງຖະແຫລງການດັ່ງກ່າວໄດ້ວ່າເວົ້າ: ໃນກອງປະຊຸມໂຕມົນປີທີ່ຜ່ານມາ ພວກເຮົາໄດ້ຍົກ ບັນຫາການຫາຍໂຕແບບບໍ່ສາມາດອະທິບາຍໄດ້ຂອງ ທ່ານ ສົມບັດ ສົມພອນ ພວກເຮົາໄດ້ຮັບການຢືນຢັນຈາກ ຣັຖບານ [ລາວ] ວ່າ ຣັຖບານລາວໄດ້ດຳເນີນທຸກຂັ້ນຕອນ ເພື່ອສືບຕໍ່ການສືບສວນ ແລະ ນຳຜູ້ກະທຳຜິດມາ ລົງໂທດຕາມກົດໝາຍ. ປີນຶ່ງຜ່ານ (ແລະ ເກືອບສອງປີ ພາຍຫລັງການຫາຍໂຕໄປຂອງທ່ານ ສົມບັດ) ພວກເຮົມມີຄວາມເປັນຫວ່ງຢ່າງສູງ ທີ່ຄະດີບໍ່ມີຄວາມຄືບໜ້າເທົ່າທີ່ຄວນ ແລະ ທ່ານ ສົມບັດ ຍັງບໍ່ສາມາດ ເກັບຄືນມາສູ່ຄອບຄົວຂອງເພີ່ນ. ອີກຢ່າງນຶ່ງ ພວກເຮົາຂໍຮຽກຮ້ອງມາຍັງຣັຖບານ ລາວ ແກ້ໄຂກໍລະນີນີ້ ຢ່າງຮີບດ່ວນ. Continue reading “ກອງປະຊຸມໂຕະມົນຖາມເຣື້ອງ ທ.ສົມບັດ”

ຜູ້ ໃຫ້ ການ ຊວ່ຍ ເຫລືອ ຕອ້ງ ພັກດັນ ໃຫ້ ລັຖະບານ ສປປ ລາວ ແກ້ໄຂ ປັນຫາ ສິດທິ ມະນຸດ

FIDH_pinar_selekInternational Federation for Human Rights/Lao Movement for Human Rights (13 ພຶສະຈິກາ 2014)

ປາຣີ , 14 ພຶສະຈິກາ 2014 – ‘ຕ່າງ ປະເທດ ທີ່ ໃຫ້ ການ ຊ່ວຍເຫລືອ ຄວນ ຈະ ທົບທວນ ຄືນ ເຖີງ ເງື່ອນໄຂ ຂອງ ການ ຊວ່ຍເຫລືອ ໂດຍ ຣຽກຣອ້ງ ໃຫ້ ທາງການ ສປປ ລາວ ແກ້ໄຂ ປັນຫາ ໂດຍ ແທ້ຈີງ’, ສະຫະພັນ ສາກົນ ເພື່ອ ສິດທິ ມະນຸດ ແລະ ຂະບວນ ການ ລາວ ເພື່ອ ສິດທິ ມະນຸດ ໃດ້ ກ່າວ ໃນ ສານ ສະບັບ ລົງ ວັນທີ່ 13 ພຶສະຈິກາ 2014 ສົ່ງ ເຖີງ ບັນດາ ນັກ ການ ທູດ ແລະ ອົງການ ທີ່ ໃຫ້ ການ ຊວ່ຍເຫລືອ ທີ່ ນະຄອນ ວຽງຈັນ.

LMHR-Logoໃນ ວັນທີ່ 14 ພຶສະຈິກາ 2014, ທາງການ ສປປ ລາວ ແລະ ຄະນະ ຕ່າງ ປະເທດ ທີ່ ໃຫ້ ການ ຊວ່ຍເຫລືອ ມີ ໝາຍ ກຳນົດ ເຂົ້າ ຣວ່ມ ກອງ ປະຊູມ ໂຕະມົນ ທີ່ ນະຄອນ ຫລວງ ວຽງຈັນ ຊື່ງ ມີ ເປົ້າໝາຍ ທົບທວນ ເຖີງ ການ ດຳເນີນ ນະໂຍບາຍ ການ ພັທະນາ ສັງຄົມ ແລະ ເສຖກິດ ແຫ່ງ ຊາດ ສະບັບ ທີ່ 7, ຕລອດ ເຖີງ ປັນຫາ ອື່ນໆ ທີ່ ຢິບຍົກ ຂື້ນ ມາ ສົນທະນາ ໃນ ໂອກາດ ກອງປະຊູມ ໂຕະມົນ ເມື່ອ ປີ ທີ່ ຜານ ມາ, ຄັ້ງ ເດືອນ ພືສະຈິກາ 2013. ກອງ ປະຊູມ ໃນ ມື້ ນີ້ ຍັງ ຈະ ເປັນ ໂອກາດ ໃຫ້ ທັງ ສອງ ຝ່າຍ ໃດ້ ແລກປ່ຽນ ຂໍ້ມູນ ແລະ ຄວາມຄິດ ຄວາມເຫັນ ກ່ຽວກັບ ຍຸທະາດ ແລະ ແຜນການ ພັທະນາ.

ເມື່ອ ບໍ່ ເທົ່າ ໃດ ປີ ທີ່ ຜ່ານ ມາ, ການ ຊວ່ຍເຫລືອ ການ ພັທະນາ (Official Development Assistance-ODA) ໃຫ້ ສປປ ລາວ ໃດ້ ເພີ້ມ ຂື້ນ ຢ່າງ ຕໍ່ເນື່ອງ, ເຖີງ 23% ຈາກ 630 ລ້ານ ໂດລາ ສະຫະຣັດ ໃນ ປີ 2012-2013. ແຕ່ ໜ້າ ເສັຍດາຍ ທີ່ ຄວາມ ປາຖນາ ຂອງ ຜູ້ ໃຫ້ ການ ຊວ່ຍເຫລືອ ຢາກ ໃຫ້ ຊິວິດ ການ ເປັນຢູ່ ຂອງ ປະຊາຊົນ ລາວ ດີ ຂື້ນ, ບໍ່ ໃດ້ ຣັບ ຄວາມ ປາຖນາ ດີ ດັ່ງ ດຽວ ກັນ ຈາກ ທາງການ ສປປ ລາວ ໃນ ການ ຢາກ ຕັ້ງໃຈ ສົ່ງເສີມ ແລະ ປົກປອ້ງ ສິດທິ ພື້ນຖານ ຂອງ ປະຊາຊົນ, ນີ້ ຄື ຄຳ ເວົ້າ ໃນ ຈົດໝາຍ ຂອງ ສະຫາພັນ ສາກົນ ເພື່ອ ສິດທິ ມະນຸດ ແລະ ຂະບວນ ການ ລາວ ເພື່ອ ສິດທິ ມະນຸດ.

‘’ ໃນ ສປປ ລາວ ຊັບ ສົມບັດ ຈາກ ການ ຊວ່ຍເຫລືອ ຕ່າງ ປະເທດ ບໍ່ ໃດ້ ນຳພາ ໃຫ້ ຊື່ງ ການ ນັບຖື ສິດທິ ມະນຸດ ແຕ່ ປະການ ໃດ. ເຖີງ ເວລາ ແລ້ວ ທີ່ ຜູ້ ໃຫ້ ການ ຊວ່ຍເຫລືອ ຈະຕອ້ງ ວາງ ເງື່ອນໄຂ ພັກດັນ ໃຫ້ ລັຖະບານ ສປປ ລາວ ນັບຖື ສິດທິ ມະນຸດ ‘’ ທ່ານ ກາຣີມ ລາຣີດຈີ, ປະທານ ສະຫະພັນ ສາກົນ ເພື່ອ ສິດທິ ມະນຸດ ໃດ້ ກ່າວ. Continue reading “ຜູ້ ໃຫ້ ການ ຊວ່ຍ ເຫລືອ ຕອ້ງ ພັກດັນ ໃຫ້ ລັຖະບານ ສປປ ລາວ ແກ້ໄຂ ປັນຫາ ສິດທິ ມະນຸດ”

ສະຫະພາບຢູໂຣບຖາມເຖິງ ເຣື້ອງ ທ່ານ ສົມບັດ

ວິທະຍຸເອເຊຍເສຣີ: (ພະຈິກ 2014)

European Unionສະຫະພາບ ຢູໂຣບ ປະຈຳລາວ ໄດ້ອອກ ຖແລງການ ເຖິງ ຣັຖບານ ໃນໂອກາດ ທີ່ ເຂົ້າຮ່ວມ ກອງປະຊຸມ ໂຕະມົນ ກັບ ຣັຖບານ ລາວ ທີ່ ຈະມີຂຶ້ນ ໃນມື້ນີ້ ວັນທີ 14 ພຶສຈິກາ.

ເນື້ອໃນ ຂອງ ຖແລງການ ຕອນນຶ່ງ ແມ່ນໄດ້ ເວົ້າເຖິງ ກໍຣະນີ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ອະວຸໂສ ດີເດັ່ນ ຂອງລາວ ທີ່ ບໍ່ມີຄຳ ອະທິບາຍ ຈາກ ທາງການ ລາວ ແລະ ຮຽກຮ້ອງ ໃຫ້ ຣັຖບານ ລາວ ແກ້ໄຂ ບັນຫາ ນີ້ ຢ່າງ ຮີບດ່ວນ.

ສະເພາະ ວາລະ ກອງປະຊຸມ ໂຕະມົນ ປະຈຳປີ ໃນຄັ້ງນີ້ ມີສອງ ຫົວຂໍ້ ຫລັກ ຄື: ອັນທີ ນຶ່ງ ແມ່ນການ ປະຕິບັດ ແຜນ ພັທນາ ເສຖກິດ ສັງຄົມ ຄັ້ງທີ 7 ແລະ ອັນທີສອງ ແມ່ນ ຄວາມ ຄືບໜ້າ ຂອງ ການ ປະຕິບັດ ແຜນງານ 16 ຂໍ້ ທີ່ໄດ້ມີ ການຕົກ ລົງ ກັນເອົາໄວ້ ຢູ່ໃນ ກອງປະຊຸມ ໂຕະມົນ ໃນປີ ທີ່ ຜ່ານມາ.

ເຈົ້າໜ້າທີ່ ຈາກ ອົງການ ຈັດຕັ້ງ ທາງ ສັງຄົມ ທ່ານ ນຶ່ງ ກ່າວວ່າ ພວກເຮົາ ຕ້ອງໄດ້ມີ ການ ທົບທວນ ແລະ ທວງຖາມ ທາງການ ລາວ ວ່າ ແຜນງານ ທີ່ ໄດ້ຕົກລົງ ກັນໃນປີ ທີ່ ຜ່ານມາ ມີຫຍັງ ປະຕິບັດ ໄດ້ແດ່ ແລ້ວ ແລະ ມີຫຍັງໄດ້ ຮັບການ ປັບປຸງ ແລ້ວ.

ນຶ່ງໃນ ແຜນງານ 16 ຂໍ້ ນັ້ນ ແມ່ນເຣື້ອງ ການທົບທວນ ສິດທິມະນຸດ ໂດຍສະເພາະ ຂະບວນ ການທົບທວນ ປະຈຳ ລະຍະ ກ່ຽວກັບ ປະຕິບັດ ວຽກງານ ດ້ານ ສິດທິມະນຸດ ຢູ່ ລາວ. ໃນ ກອງປະຊຸມ ໂຕະມົນ ກັບ ຣັຖບານ ລາວ ໃນ ປີ 2013 ທີ່ ຜ່ານມາ ສະຫະພາບ ຢູໂຣບ ກໍໄດ້ອອກ ຖແລງການ ແລະ ເນື້ອໃນ ສ່ວນນຶ່ງ ຂອງ ຖແລງການ ກໍໄດ້ຍົກ ກໍຣະນີ ເຣື້ອງການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ແຕ່ບໍ່ໄດ້ ຮັບ ຄຳຕອບ ໃດໆ ຈາກ ທາງການ ລາວ.

 

ຄຳຖະແຫຼງຂອງອີຢູ (EU) ສຳລັບກອງປະຊຸມໂຕະມົນ

Screen Shot 2013-02-01 at 22.53.08 PM

​ຄູ່​​ຮ່ວມ​ງານ​ຕ່າງໆ ຂອງ​​ເອີ​ຣົບ​ໄດ້​​ໃຫ້​ຄວາມ​ສຳຄັນ​ກັບ​ເຫດການ​ການ​ຫາຍ​ຕົວ​ໄປ​ຂອງ​ທ່ານ​ ສົມບັດ ສົມ​ພອນ ທີ່​ໄຮ້​ຄຳ​ອະທິບາຍ ວ່າ​ເປັນກໍລະ​ນີທີ່​ຮ້າຍ​ແຮງ. ພວກ​ຂ້າພະ​ເຈົ້າຂໍສະ​ແດງ​ຄວາມ​ກັງວົນ​​ເປັນທີ່​ສຸດຕໍ່​ຄວາມປອດ​ໄພ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ລາວ. ​ຄູ່​ຮ່ວມ​ງານ​ຕ່າງໆ​ຂອງ​ເອີຣົບ​ກ່າວ​ເຖິງຄຳ​ຖະ​ແຫຼ​ງຂອງ​ລັດຖະບານ​ສປປ ລາວ ຕໍ່​ກັບ​ກໍລະນີ​ດັ່ງກ່າວ ​ເຊິ່ງບໍ່​ພຽງພໍ ​ແລະ ບໍ່ຄວາມ​ໜ້າ​ເຊື່ອ​ຖື. ພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ລັດຖະບານ​ ສປປ ລາວ ດຳ​ເນີນ​ການ​ສືບສວນ​ສອບ​ສວນ​ຕໍ່​ກໍ​ລະ​ນີດັ່ງກ່າວ​ຢ່າງ​ເລິກ​ເຊິ່ງ ​ແລະ ​​ໂປ່​ງ​ໃສ…

ຈາກ ຄຳ​​ຖະ​ແຫຼ​ງຂອງ​​ຄູ່​ຮ່ວມ​ງານ​​ເພື່ອ​ການ​ພັດທະນາ​ຂອງ​ເອີຣົບ ທີ່ກອງ​ປະຊຸມ​ໂຕະມົນ ​ທີ່ສປປ ລາວ (European Development Partners Statement at Lao PDR’s Round Table Meeting) ​ວັນ​ທີ 19 ພະຈິກ 2013.