ສະພາເອີຣົບ….

  • ສະ​ແດງ​ຄວາມ​ເປັນ​ກັງ​ວົງ​ຢ່າງ​​ເລິກ​ເຊິ່ງຕໍ່​ການ​ຫາຍ​ຕົວ​ໄປ, ຄວາມ​ປອດ​ໄພ ​ແລະ ການ​ເປັນ​ຢູ່​ຂອງ​ສົມບັດ​ ສົມ​ພອນ;
  • ຮຽກຮ້ອງ​​ໃຫ້​ເຈົ້າ​ໜ້າ​ທີ່​ລາວ​ດຳ​ເນີນການ​ສືບສວນ​ສອບ​ສວນຢ່າງ​ຮີບ​ດ່ວນ, ​ໂປ່​ງ​ໃສ, ທົ່ວ​ເຖິງ ​ໂດຍສອດ​ຄ່ອງ​ກັບ​ພາລະ​ໜ້າ​ທີ່​ຂອງ​ຕົນ​ພາຍ​ໃຕ້​ກົດໝາຍ​ສິດທິ​ມະນຸດ​ລະຫວ່າງ​ປະ​ເທດ​ຢ່າງ​ເຕັມທີ່, ​ໃຫ້​ຄວາມ​ຮ່ວມ​ມື​ກັບ​ໜ່ວຍ​ງານ​ຂອງ​ສະຫະ​ປະຊາ​ຊາດ ​ເຊັ່ນ ຄະນະ​ເຮັດ​ວຽກ​ກ່ຽວ​ກັບ​ການ​ບັງຄັບ​ຫຼືການ​ເຮັດ​ໃຫ້​ສູນ​ຫາຍ​ຕົວ​ບໍ່​ສະໝັກ​ໃຈ ​ແລະ ​ເພື່ອ​ຮັບປະກັນ​ວ່າ​ສົມບັດ​ ສົມ​ພອນ​ຈະ​ໄດ້​ກັບ​ຄືນ​ຫາ​ຄອບຄົວ​ຢ່າງ​ປອດ​ໄພ ​ແລະ ​​ໂດຍ​ດ່ວນ;
  • ສືບ​ຕໍ່​ຮຽກຮ້ອງ​ຕໍ່​ຜູ້​ແທນ/ຮອງ​ປະທານ​ຂັ້ນ​ສູງ ຂອງ​ຄະນະ​ກຳມະການ​ໃນ​ການກວດ​ສອບ​ລັດຖະບານ​ລາວຢ່າງ​ໃກ້ຊິດກ່ຽວ​ກັບ​ການ​ສືບສວນ​ສອບ​ສວນ​ກໍລະນີ​ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ ສົມ​ພອນ;
  • ​ເນັ້ນ​ຢໍ້າວ່າ​ເຈົ້າ​ໜ້າ​ທີ່​ລາວ​ຄວນ​ດຳ​ເນີນ​ການ​ທຸກ​ຂັ້ນ​ຕອນ​ທີ່​ຈຳ​ເປັນ​ທັງ​ໝົດເພື່ອຍຸ​ດຕິ​ການ​ຈັດ​ບກຸມ​ໂດ​ຍພະລະການ ​ແລະ ການ​ຄຸມ​ຂັງ​ແບບ​ປິດ​ລັບ; ຮຽກຮ້ອງ​ໃຫ້​ທາງ​ການ​ລາວ​ໃຫ້​ສັດຕະ​ຍາ​ບັນຕໍ່​ອະນຸ​ສັນຍາ​ລະຫວ່າງ​ປະ​ເທດ​ວ່າ​ດ້ວຍ​ການ​ຄຸ້ມ​ຄົງ​ບຸກຄົນ​ທຸກ​ຄົນ​ຈາກ​ການ​ບັງຄັບ​ໃຫ້ຫາ​ຍສາບ​ສູນ;​
  • ຮຽກຮ້ອງ​ໃຫ້​ລັດຖະບານ​ລາວ​ເຄົາລົບ​ຕໍ່​ສິດ​ເສລີພາບ​ໃນ​ການສະ​ແດງ​ອອກ ​ແລະ ການ​ສະມາຄົມ ​ແລະ ສິດທິ​ຂອງ​ຊົນ​ເຜົ່າ​ນ້ອຍ, ​ແລະ ​ເພື່ອ​ປົກ​ປ້ອງ​ສິດທິ​​ເສລີພາບ​​ໃນ​ການ​ນັບຖື​ສາສະໜາ ຫຼື ຄວາມ​ເຊື່ອ;

​​ເອກະສານ​ສະບັບ​ເຕັມທີ່​ຮັບຮອງ​ໂດຍ​ສະພາ​ເອີຣົບ ​ໃນ​​ເມື່ອ​ວັນ​ທີ 16 ມັງກອນ 2014, ສາ​ມາດ​ອ່ານ​ໄດ້​ທີ່​ນີ້.

ອົງການສິດທິມະນຸດແຫ່ງອາຊຽນຍັງຄົງມິດງຽບ

ສຳນັກເລຂາທິການ​ຂອງ​ອາ​ຊຽນ​ໄດ້​ສະໜັບ​ໜູນ​ຄະນະ​ກຳມະການລະຫວ່າງ​ລັດຖະບານອາ​ຊຽນທີ່​ມີ​ອາຍຸ​ໄດ້ 4 ປີ ​ທາງ​ດ້ານ​ສິດທິ​ມະນຸດ. ກຸ່ມ​ດັ່ງກ່າວປາກົດ​ວ່າ​ບໍ່​ໄດ້​ສະ​ແດງ​ຄວາມ​ເປັນ​ກັງວົນ​ຕໍ່​​ເຫດການການ​ລ່ວງ​ລະ​ເມີດ​ສິດທິມະນຸດ​ທີ່​ເກີດ​ຂື້ນ​ພາກ​ພື້ນ ທີ່ນັບ​ຄັ້ງ​ບໍ່​ຖ້ວນ. ຄວາມ​ຜິດ​ທີ່​ຮ້າຍ​ແຮງ​ ​ແລະ ​ໂຈ່ງ​​ແຈ້ງ​ທີ່​ສຸດ​ແມ່ນ​ຕໍ່​ກັບ​ເຫດ​ການ​ການ​ລັກ​ພາ​ຕົວ​ສົມບັດ​ ສົມ​ພອນ ​ເຊິ່ງ​ເປັນ​ກໍລະນີ​ຕົວຢ່າງ​ທີ່​ດີ​ສຳລັບ​ກຸ່ມ​ອາ​ຊຽນທີ່​ຈະ​ໃຫ້​ຄວາມ​ສຳຄັນ ແລະ ນຳ​ໄປ​ສູ່ການຕັດ​ສິນ​ໃຈ.

From Bangkok Post editorial “Sombath Case Needs Pressure” on 17 December 2013

ທູດລາວຊີ້ແຈງຕໍ່ການກ່າວຫາເພີ່ມຕື່ມກໍລະນີ ທ. ສົມບັດ ສົມພອນ

ລາວພັດທະນາ: 02 ມັງກອນ 2014

Sombath-photoໃນວັນທີ 31 ທັນວາ 2013 ນີ້ ທ່ານ ທອງຜ່ານ ສະຫວັນເພັດ, ເອກອັກຄະ ລັດຖະທູດ ວິສາມັນຜູ້ມີອໍານາດເຕັມ, ຜູ້ ຕາງຫນ້າ ຖາວອນແຫ່ງ ສປປ ລາວ ປະ ຈຳຫ້ອງການສະຫະປະຊາຊາດ ທີ່ ເຊີແນວ ໄດ້ໃຫ້ການຊີ້ແຈງເພີ່ມເຕີມຕໍ່ ກັບຂໍ້ມູນ ກ່າວຫາໃຫມ່ທີ່ ພົວພັນກັບການຫາຍຕົວໄປຂອງ ທ. ສົມ ບັດ ສົມພອນ ເຊິ່ງຍົກຂຶ້ນ ໂດຍຜູ້ລາຍງານພິເສດ ດ້ານສິດທິມະນຸດ ສປຊ.

ອີງຕາມການກ່າວຫາທີ່ວ່າ ພາຍຫລັງ ທ. ສົມບັດ ສົມພອນ ຫາຍຕົວໄປ ໃນວັນທີ 15 ທັນວາ 2012 ແລະ ສອງ-ສາມ ວັນຕໍ່ມາ ໄດ້ມີຄົນພົບເຫັນ ທ. ສົມບັດ ສົມພອນ ແລະ ລົດຂອງຜູ້ກ່ຽວຢູ່ຄ້າຍຕໍາຫລວດເເຫ່ງໜຶ່ງ; ຫລັງຈາກນັ້ນ ສອງວັນຕໍ່ມາ, ມີລາຍງານວ່າຜູ້ກ່ຽວໄດ້ຖືກຍ້າຍຕົວ ໄປຍັງຄ້າຍທະຫານແຫ່ງຫນຶ່ງ ຢູ່ນອກຕົວເມືອງວຽງຈັນ; ແລະ ອີກອາທິດຫນຶ່ງ ຕໍ່ມາກໍໄດ້ຖືກຍ້າຍຕົວ ໄປຍັງສະຖານທີ່ແຫ່ງ ອື່ນອີກທີ່ບໍ່ຊາບສະຖານທີ່. ຕໍ່ຄຳກ່າວຫາດັ່ງກ່າວ, ຂ້າພະເຈົ້າ ຂໍຢືນຢັນວ່າ ຂ່າວ ດັ່ງກ່າວບໍ່ມີມູນຄວາມຈິງ, ເນື່ອງຈາກວ່າ ພາຍຫລັງໄດ້ຮັບແຈ້ງການຫາຍຕົວໄປຂອງ ທ. ສົມບັດ ສົມພອນ, ເຈົ້າຫນ້າທີ່ກ່ຽວ ຂ້ອງໄດ້ແຈ້ງໄປຍັງກອງບັນຊາການຕໍາຫລວດ ທົ່ວປະເທດ ຜ່ານທາງໂທລະສັບ ໃນວັນທີ 17 ທັນວາ 2012 ແລະ ໂດຍລາຍ ລັກອັກສອນໃນວັນທີ 18 ມັງກອນ 2013 ເພື່ອ ໃຫ້ຊອກຫາຕົວຂອງ ທ. ສົມບັດ ສົມພອນ ແລະ ກອງບັນຊາການເຫລົ່ານັ້ນ ໄດ້ລາຍງານຄືນມາວ່າບໍ່ໄດ້ພົບເຫັນຜູ້ກ່ຽວແຕ່ຢ່າງໃດ.

ຕໍ່ກັບລາຍລະອຽດຂອງການສືບສວນ-ສອບສວນ, ຂ້າພະເຈົ້າ ຢືນຢັນວ່າ ໃນໄລຍະຜ່ານມາເຈົ້າຫນ້າທີ່ໄດ້ທຳການ ສືບສວນ-ສອບສວນຢ່າງເອົາຈິງເອົາຈັງ ແລະ ສາມາດເກັບກຳຂໍ້ມູນຈໍານວນໜຶ່ງ ທີ່ອາດກ່ຽວຂ້ອງກັບການຫາຍຕົວໄປ ຂອງ ທ. ສົມບັດ ສົມພອນ ພ້ອມທັງໄດ້ແຈ້ງຜົນຂອງການສືບສວນ-ສອບສວນ ໃຫ້ສື່ມວນຊົນ ແລະ ຜູ້ທີ່ມີຄວາມສົນໃຈ ຊາບຜ່ານ ມາແລ້ວ 3 ຄັ້ງ. ປັດຈຸບັນ, ເຈົ້າຫນ້າທີ່ກ່ຽວຂ້ອງຍັງສືບຕໍ່ດຳເນີນການສືບສວນ-ສອບສວນຢ່າງຈິງຈັງ.  ຕໍ່ກັບການຂໍຕິດເຈ້ຍ ປະກາດຊອກຫາຄົນຫາຍສາບສູນ, ເຈົ້າຫນ້າທີ່ກ່ຽວຂ້ອງໄດ້ແຈ້ງໃຫ້ນາງ ອຶງ ຊຸຍມິງ ຊາບວ່າ ການຕິດເຈ້ຍປະກາດຕາມສະ ຖານທີ່ສາທາລະນະໃນຕົວເມືອງວຽງຈັນ ແມ່ນຕ້ອງປະຕິບັດຕາມຄຳສັ່ງຂອງເຈົ້າຄອງ ນະຄອນຫລວງວຽງຈັນ ເຊິ່ງໄດ້ກຳນົດ ວ່າ ບຸກຄົນໃດທີ່ມີຄວາມປະສົງຢາກຕິດເຈ້ຍປະກາດ ຈະຕ້ອງໄປຜ່ານ ພາກສ່ວນກ່ຽວຂ້ອງ ຂອງນະຄອນຫລວງ ເພື່ອຮັບປະ ກັນຄວາມສວຍງາມ ແລະ ຄວາມສະອາດຂອງຕົວເມືອງ. ນອກນັ້ນ, ເຈົ້າຫນ້າທີ່ກ່ຽວ ຂ້ອງຍັງໄດ້ແຈ້ງໃຫ້ ນ. ອຶງ ຊຸຍມິງ ຊາບ ຕື່ມອີກວ່າ ຜູ້ກ່ຽວສາມາດລົງປະກາດ ຜ່ານສື່ຕ່າງໆໄດ້ ແລະ ຜ່ານມາຜູ້ກ່ຽວກໍໄດ້ລົງປະກາດໃນຫນັງສືພິມ ແລະ ສື່ອື່ນໆຫລາຍ ຄັ້ງແລ້ວ.

ຕໍ່ກັບຂໍ້ມູນການລົງໂທດຜູ້ກະທຳຜິດ, ຂ້າພະເຈົ້າຂໍແຈ້ງໃຫ້ທ່ານຊາບວ່າ ປະຈຸບັນເຈົ້າຫນ້າທີ່ພວມສືບຕໍ່ສືບສວນ- ສອບສວນ ກ່ຽວກັບການຫາຍຕົວໄປຂອງ ທ. ສົມບັດ ສົມພອນ, ຖ້າຫາກພົບ ເຫັນຜູ້ກະທຳຜິດ ແມ່ນຜູ້ກ່ຽວຈະຖືກ ລົງໂທດ ຕາມລະບຽບກົດຫມາຍ.