ເຖິງ ສົມບັດ… ຈາກ ພາບໂລ ໂຊລອນ (Pablo Solón)

ເຖິງສົມບັດ,

Logo-Speak Outມື້ນີ້ເປັນມື້ທີ່ຂ້ອຍເດີນທາງອອກມາຈາກທະວີບອາ​ເຊຍ ໜຶ່ງໃນຄວາມຊົງຈຳຂອງ ຂ້ອຍທີ່ຊັດເຈນທີ່ສຸດ ແລະ ຝັງ​ເລິກທີ່ສຸດກໍແມ່ນເຫດການທີ່ເກີດຂື້ນກັບເຈົ້າ. ພວກເຮົາພົບກັນບໍ່ດົນ ທີ່ນະຄອນຫຼວງວຽງຈັນ ລະ​ຫວ່າງກອງປະຊຸມ ພາກປະຊາຊົນ ອາຊີ-ເອີຣົບ ເມື່ອປີ 2012 ຕອນນັ້ນພວກເຮົາໄດ້ຈັບມືທັກທາຍ ສະບາຍດີກັນ ແລະ ລົມກັນວ່າຈະສານຕໍ່ການສົນທະນາຂອງເຮົາ ແຕ່ມັນບໍ່ໄດ້ ເກີດຂື້ນອີກຫຼັງ​ຈາກ​ນັ້ນ. ຫຼາຍເດືອນຕໍ່ມາ ມີຄົນພົບເຫັນເຈົ້າຄັ້ງສຸດທ້າຍ ຢູ່ຕໍ່ໜ້າປ້ອມຕຳຫຼວດ ແລ້ວຫຼັງຈາກນັ້ນ ເຈົ້າໜ້າທີ່ລາວກໍບໍ່ເຄີຍໃຫ້ຄຳກະຈ່າງ ແຈ້ງວ່າເກີດຫຍັງຂື້ນກັບເຈົ້າ.

ສາມປີກ່ອນຂ້ອຍໄດ້ເດີນທາງມາທະວີບເອເຊຍ ຕອນນັ້ນຂ້ອຍຫາກໍສຳເລັດການຂຽນປື້ມກ່ຽວກັບອ້າຍຂ້ອຍ ທ້າວ ໂຈເຊ ຄາລອສ ທຣູຈິໂລ ໂອໂຣຊາ ເຊິ່ງລາວໄດ້ຖືກບັງຄັບໃຫ້ຫາຍຕົວໄປໃນປີ 1972 ຊ່ວງທີ່ ມີການປົກຄອງແບບຜະເດັດການ ຂອງ ບານເຊີ (Banzer) ເຊິ່ງຂ້ອຍສາມາດຂຽນປື້ມໃຫ້ແລ້ວກ່ອນທີ່ແມ່ຂ້ອຍຈະເສຍຊີວິດ ຫຼັງຈາກທີ່ຄົ້ນຫາອ້າຍຂອງ ຂ້ອຍຕະຫຼອດໄລຍະ 40 ປີ. ຂ້ອຍຕ້ອງຍອມຮັບວ່າຕອນທີ່ຂ້ອຍນຳສະເໜີກ່ຽວກັບປື້ມດັ່ງກ່າວ ຂອ້ຍຄິດວ່າການບັງ ຄັບບຸກຄົນໃຫ້ຫາຍຕົວໄປມັນເປັນພຽງຝັນຮ້າຍທີ່ເກີດຂື້ນກັບລະບອບປົກຄອງແບບຜະເດັດການໃນສະ​ໄໝອະດີດ ຕະການເທົ່ານັ້ນ ຂ້ອຍບໍ່ເຄີຍຄິດມາກ່ອນວ່າຈະໄດ້ເຫັນເຫດການຄ້າຍຄືກັນນີ້ເກີດຂື້ນອີກ ໂດຍສະເພາະໃນທະວີບ​ເອ​ເຊຍ.

ສິ່ງທີ່ລັດຖະບານລາວເຮັດນັ້ນ ບໍ່ພຽງແຕ່ເປັນການກະທຳແບບປ່າເຖື່ອນກັບເຈົ້າ ແລະ ຄອບຄົວຂອງເຈົ້າ ແຕ່ມັນຍັງເປັນ ອາຊະຍາກຳຕໍ່ມະນຸດຊາດເຊິ່ງເປັນການໃສ່ຮ້າຍປ້າຍສີສະພາບຄວາມເປັນມະນຸດ ຫຼັງຈາກຜ່ານໄປສອງປີ ທີ່ຂ້ອຍຄິດໃນ ແງ່ບວກວ່າເຈົ້າໜ້າຂັ້ນສູງຂອງລາວມີຄວາມບໍລິສຸດ ບໍ່ມີສ່ວນກ່ຽວຂ້ອງໃນກໍລະນີການຫາຍຕົວໄປຂອງເຈົ້າ. ມັນເປັນ ໄປໄດ້ແນວໃດ ທີ່ປະເທດທີ່ສັງຄົມມີການຄວບຄຸມໂດຍລັດ ​ແລ້ວບຸກຄົນທີ່ມີຊື່ສຽງຄືດັ່ງເຈົ້າຫາຍຕົວໄປຫຼັງຈາກຖືກ ຕຳຫຼວດເອີ້ນໃຫ້ຈອດລົດ? ພ້ອມທັງລົດທີ່ເຈົ້າຂັບໃນມື້ນັ້ນກໍຫາຍໄປເຊັ່ນກັນ ໂດຍທີ່ບໍ່ມີການສືບສວນ-ສອບສວນຢ່າງ ເປີດເຜີຍ ​ບໍ່​ໄດ້ໃຫ້ຄອບຄົວໄດ້ມີສ່ວນຮ່ວມຢ່າງເຕັມທີ່ ແລະ ກໍຍັງບໍ່​ເຫັນມີການກັກຂັງຕົວບຸກຄົນໃດເລີຍ.

​ຂີ້​​ແພ້​ເອີ້​ຍ! ສົມບັດ​ ຂໍ​ໂທດ​ຫຼາຍໆ ​ເລືອດ​ລາ​ຕິນ-ອາ​ເມ​ລິ​ກັນ​ຂອງ​ຂ້ອຍ​ມັນ​​ແຮງ​ ​ຂ້ອຍ​ບໍ່​ສາມາດ​ຫາ​ຄຳ​ອື່ນ​ມາ​​ແທນ​ຄວາມ​ຮູ້ສຶກ​ຂອງ​ຂ້ອຍ​ໄດ້ ​ແລະ​ຂ້ອຍ​ຮູ້ສຶກ​ວ່າຄວາມ​ຈິງ​ຈະ​ປາກົດ​ອອກ​ມາ​​ໃຫ້​ເຫັນ​ກໍ​ຕໍ່​ເມື່ອ​ວ່າ​ພວກ​ເຮົາ​ເວົ້າ​ຄວາມ​ຈິງ​ກ່ຽວ​ກັບ​ພວກ​ເຂົາ: ພວກ​ຂີ້​​ແພ້​ທີ່​ໃຊ້​ອຳນາດ​ເພື່ອ​ກຳຈັດ​ຄົນ​ອື່ນ​ທີ່​ມີ​ຄວາມ​ແຕກ​ຕ່າງ​ຈາກ​ຕົນ​ເອງ!

ອີກ​ບໍ່​ດົນ ບັນດາ​ເຈົ້າ​ໜ້າທີ່​​ຜູ້​ອອກ​ຄຳ​ສັ່ງ​ໃຫ້​​​ເອົາ​ຕົວ​ເຈົ້າ​ໄປ, ຜູ້​ຄົນ​ທີ່​ປົກ​ປິດ​ກ່ຽວ​ກັບ​ເຈົ້າ ​ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່ຜູ້ດຳ​ເນີນ​ການ​ຕາມ​ຄຳ​ສັ່ງ ພວກ​ເຂົາ​ຈະ​ຕ້ອງ​ໄດ້​​ເຂົ້າ​ສູ່​ລະບົບ​ຄວາມ​ຍຸດຕິ​ທຳ ມື້​ໃດ​ມື້ໜຶ່ງ ຄວາມ​ຢ້ານ​ທີ່​ປົກ​ຄຸມ​ຢູ່​ໃນ​ລາວ​ຈະ​ຫາຍ​ໄປ ​ພວກ​ເຂົາ​ບໍ່​ສາມາດ​ຫຼົບ​ຫຼີກລະບົບ​ຄວາມ​ຍຸດຕິ​ທຳ​​ໄປ​ໄດ້​ຕະຫຼອດກາລະ​ນາ​ດອກ.

ອາ​ຊະ​ຍາ​ກຳ​ເຫຼົ່າ​ນີ້​ໄດ້​ເສຍ​ໄຊຊະນະ​​ໄປແລ້ວ ​​ແມ່ນ​ຢູ່​ວ່າ​ພວກ​ເຂົາ​ສາມາດ​ເຮັດ​ໃຫ້​ຮ່າງກາຍ​ຂອງ​ເຈົ້າ​ຫາຍ​ໄປ ​ແຕ່​ພວກ​ເຂົາ​ບໍ່​ມີ​ອຳນາດ​ທີ່​ຈະ​ກຳຈັດ​ຄວາມ​ຊົງ​ຈຳ​ຂອງ​ຜູ້​ຄົນທີ່​ມີ​ກ່ຽວ​ກັບ​​ເຈົ້າ ຈິດ​ວິນ​ຍານ​ຂອງ​ເຈົ້າ​ມີ​ຊີວິດຂື້ນຫຼາຍ​ກວ່າ​ເກົ່າ ​ແລະ ສ່ວນ​ເລັກ​ນ້ອຍ​ຂອງ​ເຈົ້າ​ໄດ້​ບິນ​ມາປະ​ເທດ​ໂບລິ​ເວ​ຍນຳ​ຂ້ອຍ ​ແລະ​ ຂ້ອຍ​ສາມາດ​​​ແນະນຳໃຫ້​​ແມ່​ ແລະ​ ອ້າຍ​ຂອງ​ຂ້ອຍ​​ໄດ້​ຮູ້ຈັກ​ກັບ​ເຈົ້າ ​ໃນ​ລະຫວ່າງ​ການ​ສົນທະນາ​ທຸກ​ຄັ້ງ​ພາຍ​ໃຕ້ພະ​ອາທິດ​ກຳລັງຕົກ​ດິນ ​ໃນ​​ເມືອງ ລາ​ປາສ ​​ໃນຂອບ​ເຂດ​ພື້ນ​ທີ່​ນ້ອຍໆ ຂອງ​ການ​ບັງຄັບບຸກຄົນ​ໃຫ້ຫາ​ຍຕົວ​​ໄປ ດ້ວຍ​ຄວາມ​ຊົງ​ຈຳ​ກ່ຽວກັບ ​ໂຈ​ເຊ ຄາ​ລອສ ​ແນວ​ໃດ​ກໍ​ດີ ຂ້ອຍ​ເຫັນ ຊຸຍ​ມິ​ງ ພັນລະ​ຍາ​ຂອງ​ເຈົ້າ​ແລ້ວ ​​​ເຮັດ​ໃຫ້​ຂ້ອຍຄິດ​ຮອດ​ຜູ້​ເປັນ​ແມ່​ຂອງ​ຂ້ອຍ​ຫຼາຍ ​​ ​ໂດຍ​ສະ​ເພາະ​ຄວາມ​ກ້າ​ຫານ ​ແລະ ​ຄວາມ​ມຸ່ງ​ມານະຂອງ​ລາວ ທີ່​ຈິງ​​ແລ້ວ ຄົນ​ຄື ພວກ​ເຂົາ​ນັ້ນ​ແຫຼະ​ທີ່​​ໃຫ້​​ພວກ​ເຮົາມີ​ຄວາມ​ຫວັງ​ກ່ຽວ​ກັບ​ອະນາຄົດຂອງ​ມວນມະນຸດ​​ເຮົາ. ​

ດ້ວຍ​ຄວາມຮັກ​ແພງ ​ແລະ ​ພົບ​ກັນ​ອີກ​​ໃນ​ອະນາຄົດອັນ​ມໍ່ໆ ນີ້

ພາ​ໂບລ ​ໂຊ​ລອນ (Pablo Solón)

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.