ພັນທະ ແລະ ຄຳໜັ້ນສັນຍາຂອງລາວຕໍ່ກັບສິດທິມະນຸດສາກົນ…ແມ່ນ​ຫຍັງ?

Logo-What isຂຽນໂດຍ Civil Rights Defenders (CRD)

ສາທາລະນະຊາທິປະໄຕປະຊາຊົນລາວ (LPDR) ໄດ້ເຂົ້າຮ່ວມສອງຮອບທໍາອິດຂອງຂະບວນການທົບທວນຄືນຂອງ (UPR) ກ່ຽວກັບ ການຈັດຕັ້ງປະຕິບັດສິດທິມະນຸດຂອງຕົນ, ແຕ່ການປະຕິບັດຕາມແລະການເຂົ້າຮ່ວມນຳກົນໄກສິດທິມະນຸດຂອງ ສປຊ ແມ່ນຍັງມີຈຳ ກັດຫລາຍຖິງແມ່ນວ່າທາງລັດຖະບານລາວແມ່ນໄດ້ໃຫ້ຄຳໜັ້ນສັນຍາ ແລະ ມີພັນທະຕາມສິດ ທິມະນຸດສາກົນແລ້ວກໍ່ຕາມ. ການຮ່ວມ ມືທີ່ມີຈຳກັດນີ້ແມ່ນເປັນທີ່ໜ້າກັງວົນຫລາຍເພາະມັນຈະກ່ຽວກັບການນຳເອົາໄປ ໃຊ້ໃນກົນໄກພາຍໃນໂດຍສະເພາະແມ່ນການແກ້ໄຂ ບັນຫາການລະເມີດສິດທິມະນຸດທີ່ຍັງປະກົດໃຫ້ເຫັນການລະເມີດ ຢູ່ເລື້ອຍໆ.

CRD-logo

ສົນທິສັນຍາສິດທິມະນຸດ

ລາວເປັນພາຄີຂອງສົນທິສັນຍາສິດທິມະນຸດສາກົນທີ່ສຳຄັນຢູ່ເຈັດສະບັບ (ແລະ ສອງອະນຸສັນຍາ): (1)

  • ສົນທິສັນຍາສາກົນວ່າດ້ວຍການລົບລ້າງທຸກຮູບແບບການຈໍາແນກເຊື້ອຊາດ(CERD) (ເຂົ້າໃນປີ 1974)
  • ສົນທິສັນຍາວ່າດ້ວຍການລົບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ (CEDAW) (ເຂົ້າໃນປີ  1981)
  • ສົນທິສັນຍາວ່າດ້ວຍສິດທິຂອງເດັກນ້ອຍ (CRC) ແລະ ອານຸສັນຍາອີກສອງສະບັບ (CRC-OP-AC & CRC-OP-SC) (ເຂົ້າໃນປີ  1991 & ເປັນພາຄີສົມບູນ ໃນປີ2006)
  • ສົນທິສັນຍາສາກົນວ່າດ້ວຍສິດທິທາງເສດຖະກິດ, ສັງຄົມ ແລະ ວັດທະນະທໍາ
    (ICESCR) (ເຂົ້າໃນປີ  2007)
  • ສົນທິສັນຍາວ່າດ້ວຍສິດທິຂອງຄົນພິການ (CRPD) (ເຂົ້າໃນປີ  2009)
  • ສັນຍາສາກົນວ່າດ້ວຍສິດທິທາງພົນລະເຮືອນ ແລະ ການເມືອງ(ICCPR) (ເຂົ້າໃນປີ  2009)
  • ສົນທິສັນຍາວ່າດ້ວຍການຕໍ່ຕ້ານການທໍລະມານແລະການກະທຳອື່ນໆທີ່ປ່າເຖື່ອນ ແລະ ໄຮ້ມະນຸດສະທຳ (CAT) (ເຂົ້າໃນປີ  2012)

Continue reading “ພັນທະ ແລະ ຄຳໜັ້ນສັນຍາຂອງລາວຕໍ່ກັບສິດທິມະນຸດສາກົນ…ແມ່ນ​ຫຍັງ?”

ສິດທິມະນຸດຢູ່ລາວຕ້ອງ ທົບທວນ

ວິທະຍຸເອເຊຍເສລີ: 01 ກັນຍາ 2016

RFA-FCCT-2016
(ຊ້າຍສຸດ)ທ່ານ Laurent Meillan ຜູ້ຮັກສາການແທນ ຂ້າຫຼວງໃຫຍ່ ດ້ານສິດທິມະນຸດ ສະຫະປະຊາຊາດ ປະຈຳ ພູມີພາກ ເອເຊັຍຕາເວັນອອກ ສ່ຽງໃຕ້

ສຳນັກງານຂ້າຫຼວງໃຫຍ່ ດ້ານສິດທິມະນຸດ ສະຫະປະຊາຊາດ ປະຈຳ ພູມີພາກ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ສເນີໃຫ້ ມີການ ທົບທວນເບິ່ງ ການຣະເມີດ ສິດທິມະນຸດ ໃນ 4 ເຣຶ່ອງຢູ່ ສປປລາວ ໃນຣະຫວ່າງ ກອງປະຊຸມ ສຸດຍອດ ອາຊຽນ ທີ່ຈະຈັດຂຶ້ນ ຢູ່ ນະຄອນຫຼວງ ວຽງຈັນ ໃນຕົ້ນເດືອນ ກັນຍາ ນີ້ ຄື:

1.ກໍຣະນີ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນດີເດັ່ນ ຂອງລາວ ທີ່ຍັງບໍ່ມີ ຄວາມຄືບໜ້າ ຈາກ ທາງການລາວ.

2.ຄະດີ ຂອງຄົນງານລາວ 3 ຄົນ ທີ່ຖືກ ທາງການລາວ ຈັບໃນເດືອນ ມິນາ 2016 ໃນຂໍ້ຫາ ລົງຂ່າວ ທາງເຟສບຸກ ວິຈານ ຣັຖບານ ສປປລາວ ຊຶ່ງ ທາງການລາວ ບໍ່ອະນຸຍາດ ໃຫ້ຕິດຕໍ່ ກັບ ຄອບຄົວ ແລະ ທະນາຍຄວາມ.

3.ກົດໝາຍ ທີ່ຂັດກັບ ເສຣີພາບ ໃນການຊຸມນຸມ, ເສຣີພາບ ຂອງ ສື່ມວນຊົນ ແລະ ການປະຕິບັດງານ ຂອງອົງການ ຣະຫວ່າງ ປະເທດ ແລະ ໃຫ້ມີການ ປັບປຸງ ຕາມມາຕຖານ ສາກົນ.

4.ຜົນກະທົບ ຈາກໂຄງການ ພັທນາ ຕໍ່ທີ່ດິນ ແລະ ຊັພຍາກອນ ທັມມະຊາດ ອັນເຮັດໃຫ້ ເກີດຄວາມເສັຽຫາຍ ຕໍ່ ປະຊາຊົນ ຢ່າງຮຸນແຮງ. Continue reading “ສິດທິມະນຸດຢູ່ລາວຕ້ອງ ທົບທວນ”