ສາກົນຮຽກຮ້ອງໃຫ້ ສປຊ ກົດດັນ ຜູ້ນໍາລາວ

ວິທະຍຸເອເຊຍເສລີ: 01 ສິງຫາ 2017

ສະຫາພັນສາກົນ ເພື່ອ ສິດທິມະນຸດ ຫລື FIDH ຮ່ວມດ້ວຍ ຂະບວນການ ລາວ ເພື່ອ ສິດທິມະນຸດ LMHR ໄດ້ອອກ ຖແລງການຮ່ວມ ຮຽກຮ້ອງ ໃຫ້ສະຫະປະຊາຊາດ ກົດກັນ ຣັຖບານລາວ ໃຫ້ແກ້ໄຂບັນຫາ ສິດທິມະນຸດ ທີ່ຍັງຄ້າງຄາ ຢູ່ໃນລາວ ກ່ອນການທົບທວນ ດ້ານ ສິດທິມະນຸດ ຂອງ ອົງການ ສະຫະປະຊາຊາດ ໃນປີນີ້.

ຂໍ້ຄວາມໃນຖແລງການດັ່ງກ່າວ ຣະບຸວ່າ ຣັຖບານລາວ ຕ້ອງໄດ້ທົບທວນ ແລະແກ້ໄຂ ສະພາບການ ດ້ານ ສິດທິມະນຸດ ຂອງຕົນຢ່າງ ຈີງຈັງ ແລະເລັ່ງລັດ ບາດກ້າວໄປ ໃນທາງທີ່ຖືກຕ້ອງ ເພື່ອສະແດງໃຫ້ອົງການ ສະຫະປະຊາຊາດ ເຫັນວ່າ ສປປລາວ ຈິງຈັງໃນການ ປະຕິບັດ ຕໍ່ຄຳຮຽກຮ້ອງຂອງສາກົນ ໃນບັນດາດັ່ງກ່າວ ດັ່ງທ່ານ Andrea Giorgetta ຜູ້ອຳນວຍການ ສະຫະພັນສາກົນ ເພື່ອສິດທິ ມະນຸດ ປະຈຳຂົງເຂດ ເອເຊັຽ ກ່າວຕໍ່ເອເຊັຽ ໃນຕອນນຶ່ງວ່າ:

“ທ່ານວ່າ ພວກທ່ານເປັນຫ່ວງກ່ຽວກັບ ການຂາດຄວາມໂປ່ງໃສ ຄວາມຮັບຜິດຊອບ ແລະ ຄວາມຫລົ້ມແຫລວ ໃນການປະຕິບັດ ຕໍ່ກົດ ເກນຂອງ ສະຫະປະຊາຊາດ ທາງດ້ານ ສິດທິມະນຸດ ແລະວ່າພວກທ່ານ ເປັນຫ່ວງກ່ຽວກັບ ການຈັບກຸມບຸກຄົນທີ່ ສະແດງອອກ ໃນ ເຄືອຂ່າຍ ອິນເຕີແນັດ ທຸກຮູບແບບ ໃນລາວ”.

ຖແລງການຍັງຣະບຸຕໍ່ໄປວ່າ ບັນຫາ ທີ່ຫນ້າເປັນຫ່ວງ ກ່ຽວກັບ ສິດທິມະນຸດ ໃນລາວ ທີ່ຍັງບໍ່ຖືກແກ້ໄຂ ໃນນັ້ນຮ່ວມດ້ວຍ ການຂາດ ການບັງຄັບໃຊ້ ກົດເກນ ກ່ຽວກັບ ສິດທິມະນຸດ ສາກົນ, ການລົງໂທດ ຜູ້ຕ້ອງຫາ ບໍ່ສົມກັບຄະດີ ແລະ ບໍ່ຜ່ານຂະບວນການ ຍຸຕິທັມ, ການທຳຮ້າຍ ຮ່າງກາຍນັກໂທດ, ການຈັບກຸມຄຸມຂັງ ຜູ້ວິພາກວິຈານຣັຖບານ ໃນເຄືອຂ່າຍອີນເຕີແນັດ, ການບີບບັງຄັບໃຫ້ຫາຍສາບສູນ, ຂາດການສືບສວນ, ສະພາບການ ໃນທີ່ກັກຂັງ ຫລື ໃນຄຸກ ຂາດມາຕຖານ ສາກົນ,

ການຕັດສີນຄະດີ ຂອງສານທີ່ບໍ່ຍຸຕິທັມ ບໍ່ເຄົາຮົບນັບຖື ສິດທິມະນຸດ ສິດທິ ການປາກເວົ້າ ສິດທິ ການສະແດງອອກ ສິດທິ ການຊຸມນຸມ ແບບສັນຕິ ແລະສິດທິ ອົງການຈັດຕັ້ງ ທາງສັງຄົມ ແມ່ນບໍ່ມີເລີຍ ຮ່ວມທັງສິດທິ ຖືສາສນາ ຂອງຊົນກຸ່ມນ້ອຍ ໃນລາວ. ສິດທິ ດັ່ງກ່າວ ທັງຫມົດນີ້ ທາງການລາວ ຕ້ອງໄດ້ແກ້ໄຂ ກ່ອນ ການທົບທວນ ດ້ານ ສິດທິ ມະນຸດ ຂອງອົງການ ສະຫະປະຊາຊາດ ດ້ານ ສິດທິມະນຸດ ໃນປີນີ້.

ອາຊຽນຕ້ອງເນັ້ນການປັບປຸງການສຶກສາ

“ຜູ້ນໍາອາຊຽນຕ້ອງເນັ້ນການປັບປຸງການສຶກສາໃນພາກພື້ນເພື້ອສ້າງເສີມໃຫ້ເກີດປະຊາຄົມທີ່ມີພະລັງສ້າງສັນ”

“ແນວໃດກໍດີ ເສັ້ນທາງໄປສູ່ຄວາມສໍາເລັດດັງກ່າວອາດບໍ່ສົດໃສປານໃດຫາກພິຈາລະນາຈາກເຈດຈໍາ ນົງທາງກາງເມືອງຂອງຜູ້ນໍາອາຊຽນທີ່ເປັນຢູ່ ຊຶ່ງ ມັກສົນໃຈແບບແຜນການພັດທະນາທີ່ບໍ່ ຍືນຍົງ ແລະ ພຶ່ງພາກັບການຂະຫຍາຍຕົວທາງເສດທະກິດ“ ເພິ່ນກ່າວໄວ້ “ພວກເຂົາຍັງບໍ່ເຫັນຄວາມສໍາຄັນເຖິງ ຄວາມຈໍາເປັນທີ່ຈະຕ້ອງສະແຫວງຫາແນວທາງໃຫມ່ໆ ດ້ານການສຶກສາ ຊຶ່ງອາດແຕກຕ່າງຈາກ ແນວທາງທີ່ພວກເຂົາຄຸ້ນເຄີຍ”

“ນອກຈາກຈະເກີດວິກິດໃຍ່ໆ ປະຊາຊົນມັກບໍ່ເຫັນຄວາມສໍາຄັນວ່າພວກເຮົາຕ້ອງຮື້ລະບົບການສຶກສາທັງຫມົດໃນປັດຈຸບັນເຊື່ອງຊ້າເກີນໄປແລະຍຶດຕິດກັບປະເພນີເກົ່າການສຶກສາບໍ່ຄວນມຸງເນັ້ນສະເພາະດ້ານວິຊາການ”

ຈາກ ການສອນຄວາມສຸກ (Teaching Happiness) Bangkok Post 24 ສິງຫາ 2012

ສິດທິມະນຸດຢູ່ ລາວ ບໍ່ດີຂຶ້ນ

ວິທະຍຸເອເຊຍເສລີ: 16 ມິຖຸນາ 2017

ການປະຕິບັດ ສິດທິມະນຸດ ຢູ່ສປປລາວ ບໍ່ມີທ່າທີວ່າ ຈະດີຂຶ້ນ ແຕ່ກົງກັນຂ້າມ ຫາກຂີ້ຮ້າຍລົງ. ໃນນັ້ນສ່ວນນຶ່ງ ຈະເຫັນໄດ້ ເມື່ອໄວໆ ມານີ້ ເມື່ອທາງການ ສປປລາວ ຕັດສິນ ລົງໂທດ ຕໍ່ຜູ້ໃຊ້ ສື່ສັງຄົມ ທີ່ເປັນ ຄົນງານລາວ 3 ຄົນ ທີ່ກັບມາຈາກ ປະເທດໄທ ຊຶ່ງພຽງແຕ່ ໄດ້ສະແດງທັສນະ ຂອງຕົນ ອອກມາ ເຖິງຂໍ້ບົກຜ່ອງ ແລະ ຄວາມອ່ອນແອ ຂອງ ທາງການ ສປປລາວ ໃນການ ບໍຣິຫານ ປະເທດນັ້ນ, ຕາມຄຳເວົ້າຂອງ ທ່ານ ຟີ​ລ ໂຣ​ເບີ​ຣ໌​ທເຊິນ (Phil Robertson), ຮອງຜູ້ອຳນວຍການ ອົງການ ສິດທິມະນຸດ ຫຼື Human Rights Watch (HRW) ປະຈຳເຂດ ເອເຊັຍ ທີ່ມີສູນກາງ ຢູ່ນະຄອນ ນິວຢັອກ ສະຫະຣັຖ ອະເມຣິກາ ຕໍ່ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ (RFA) ໃນວັນທີ 14 ມີຖຸນາ 2017 ນີ້:

“ສະພາບສິດທິມະນຸດ ຢູ່ລາວ ແຢ້ລົງໄປເລື້ອຍໆ ຍັງມີການປິດເສຣີ ໃນການສື່ ລະກໍມີ ບັນຫາວ່າ ຄົນໃຊ້ ເຟສບຸຄຫຼາຍຂຶ້ນ ແຕ່ກໍຕ້ອງ ລະວັງ ເພາະວ່າມີ 3 ຄົນງານ ທີ່ເພິ່ງ ໃຫ້ສານຕັດສິນ ຕິດຄຸກ ເຖິງ 20 ປີ ໂທດໜັກມາກໆ ເຮົາກໍເລີຍມອງວ່າ ອັນນີ້ເປັນແນວໂນ້ມ ທີ່ລາວ ເຫັນວ່າ ພັກການເມືອງລາວ ບໍ່ກ້າ ທີ່ຈະເປີດໂອກາດ ໃຫ້ມີ ສິດທິມະນຸດ ເຕັມຮູບແບບ”.

ຄົນງານລາວ 3 ຄົນ ທີ່ຖືກທາງການລາວ ຈັບເມື່ອຕົ້ນປີກາຍ ແລະໄດ້ຕັດສິນ ລົງໂທດໜັກ ເມື່ອເດືອນ ເມສາ ທີ່ຜ່ານມານີ້ ມີ ທ້າວ ສົມພອນ ພິມມະສອນ ຕັດສິນ ລົງໂທດ ຈຳຄຸກ 20 ປີ, ທ້າວ ສຸການ ໄຈທັດ 17 ປີ ແລະ ນາງ ຫລອດຄຳ ທັມວົງ 16 ປີ ຍ້ອນໄດ້ ຮຽກຮ້ອງ ຂໍຄວາມເປັນທັມ ໃຫ້ປະຊາຊົນລາວ ຢູ່ພາຍໃນ ປະເທດ ມີສິດມີສຽງ, ມີຢູ່ມີກິນ ຜ່ານເຟສບຸຄ ແລະ ໄດ້ຮ່ວມການ ຊຸມນຸມ ປະທ້ວງ ຢ່າງສັນຕິ ຢູ່ຕໍ່ໜ້າ ສະຖານທູດລາວ ທີ່ບາງກອກ ປະເທດໄທຍ໌.

ຕາມຂ່າວລ່າສຸດ ທັງ 3 ຄົນນີ້ ຖືກຍ້າຍຈາກຄຸກ ໂພນທັນ ໃນນະຄອນຫລວງວຽງຈັນ ໄປຂັງຢູ່ຄຸກ ຊຳເຄ້ ປົນກັບນັກໂທດ ຄົນອື່ນໆ, ອອກແຮງງານລວມ ໃນແຕ່ລະມື້, ໄດ້ພົບພໍ້ກັນ ໃນເວລາກິນເຂົ້າ. ແຕ່ລະຄົນ ໄດ້ຖືກຫລຸດໂທດ ຈຳຄຸກລົງ 1 ປີ ເພາະໄດ້ຖືກຄຸກ ໂພນທັນມາແລ້ວປີ 1 ກ່ອນຖືກ ສານຕັດສິນ.

ໃນການໃຫ້ສັມພາດ ທີ່ສຳນັກງານໃຫຍ່ ​ອາ​ຣ​ເອັ​ຟ​ເອ (RFA) ທີ່ ນະຄອນຫລວງ ວໍ​ຊິງ​ຕັນ ດີ​ຊີ (Washington DC), ທ່ານ ຟີ​ລ ໂຣ​ເບີ​ຣ​໌​ທ​ເຊິນ ໄດ້ເວົ້າເຖິງອີກຫຼາຍ ບັນຫາ ທີ່ກ່ຽວຂ້ອງ ກັບເຣຶ່ອງ ການລະເມີດ ສິດທິມະນຸດ ຢູ່ລາວ ຮວມທັງ ສິດເສຣີພາບ, ໃນເຣຶ່ອງຂ່າວສານ ແລະ ເຖິງການຮ່ວມແຮງ ຂອງ ປະຊາຄົມສາກົລ, ອົງການຈັດຕັ້ງ ເພື່ອ ສິດທິມະນຸດ ແລະ ປະເທດຕ່າງໆ ຮຽກຮ້ອງ ໃຫ້ຣັຖບານ ສປປລາວ ປ່ຽນແປງຣະບອບ ການປົກຄອງ ແບບຜະເດັດການ ໄປສູ່ ປະຊາທິປະໄຕ, ໃຫ້ປະຕິບັດ ຫລັກການ ສິດທິມະນຸດ ທີ່ກຳນົດໄວ້ ໃນສົນທິສັນຍາ ສະຫະປະຊາຊາດ ເພື່ອຜົລປໂຍດ ອັນຊອບທັມ ຂອງ ປະຊາຊົນລາວ ທັງຊາດ.

ສົມບັດ ທີ່ຮັກ…ຈາກ ຊຸຍເມັງ

ວິທະຍຸເອເຊຍເສລີ: 04 ມິຖຸນາ 2017

ສົມບັດ ທີ່ຮັກ,

ສຳລັບຫລາຍປະເທດ ໃນເອເຊັຽ ແລະ ອະເມຣິກາລາຕິ໋ນ, ສລອງວັນສາກົລ ເພື່ອຜູ້ຖືກບັງຄັບ ໃຫ້ຫາຍສາບສູນ ໃນສັປດານີ້. ຍ້ອນແນວນັ້ນ ຂ້ອຍຈຶ່ງຄຶດຮອດເຈົ້າ ຫລາຍຂຶ້ນຕື່ມ ໃນມື້ສຳຄັນ ຄືແນວນີ້.

ຄືນວານນີ້ ຂ້ອຍນອນຍາກ ເພາະຄຶດເຖິງເຈົ້າຫລາຍ, ແລະເຊົ້າມື້ນີ້ ຂ້ອຍຕື່ນຂຶ້ນມາ ແລະ ຮູ້ສຶກງຸດງິດໃຈ ຈົນບໍ່ເປັນອັນກິນອັນນອນ. ຂ້ອຍພຍາຍາມ ປອບໃຈໂຕເອງ ໂດຍການນັ່ງສະມາທິ ແຕ່ກໍຍາກ ທີ່ຈິດໃຈຂອງຂ້ອຍ ຈະຢູ່ໃນ ສະພາບສງົບ ປົກຕິ ບໍ່ກະວົນກະວາຍໄດ້ ເພາະວ່າ ມີສິ່ງທີ່ເຮັດໃຫ້ຂ້ອຍ ກັງວົນໃຈຢູ່. ຂ້ອຍເສົ້າໂສກ ແລະ ອາຣົມບໍ່ດີ ໃຈຮ້າຍ, ແລະ ທໍ້ແທ້ໃຈ. ຂ້ອຍຖາມໂຕເອງ ວ່າ ເຈົ້າເຮັດຫຍັງ… ສົມພອນ ຈຶ່ງໄດ້ຮັບ ຄວາມອະຍຸຕິທັມ ຄືແນວນີ້ ໃນເມື່ອ ທຸກສິ່ງທຸກຢ່າງ ທີ່ເຈົ້າເຮັດໄປ ທັງໝົດ ຄືຄວາມດີ, ເຈົ້າເປັນຄົນດີ, ທຸ້ມເທ ຄວາມຮູ້ ແລະ ຄວາມສຳນິສຳນານ ເຂົ້າໃນການປັບປຸງ ຊີວິດການເປັນຢູ່ ຂອງຊາວລາວ ທັມດາສາມັນ ແລະ ຊຸມຊົນລາວ ທົ່ວໄປ.
ຫລັງຈາກ ໄດ້ນັ່ງສະມາທິແລ້ວ ຈິດໃຈຂ້ອຍ ກໍເຢັນລົງ ແລະ ຮູ້ສຶກດີຂຶ້ນ ໜ້ອຍນຶ່ງ. ຂ້ອຍເຣີ່ມຄຶດເຖິງ ສິ່ງທີ່ເຈົ້າ ມັກເວົ້ານຳຂ້ອຍວ່າ ເຈົ້າບໍ່ເຄີຍພຍາຍາມ ທີ່ຈະປ່ຽນແປງໂລກ ຫຼື ປ່ຽນແປງຣັຖບານ ອັນເປັນສິ່ງທີ່ຢູ່ ນອກເໜືອ ໄປຈາກຄວາມສາມາດ ຂອງເຈົ້າ. ເຈົ້າເວົ້າວ່າ ເປົ້າໝາຍ ຂອງຊີວິດເຈົ້າ ມີພຽງແຕ່ຈະໄດ້ເຮັດສິ່ງ ເລັກໆນ້ອຍໆ ດ້ວຍວິທີການ ອັນນ້ອຍໆ ຄືນໃຫ້ ຄອບຄົວ ແລະ ຊຸມຊົນ ທີ່ໄດ້ລ້ຽງເຈົ້າ ໄດ້ເບິ່ງແຍງເຈົ້າ, ແລະ ສອນເຈົ້າ ໃຫ້ກາຍເປັນຄົນ ທີ່ເຈົ້າເປັນຢູ່ ໃນສູ່ມື້ນີ້. ແລະ ແນ່ນອນ ທັງໝົດນັ້ນ ເປັນສິ່ງທີ່ ເຈົ້າໄດ້ເຮັດ ຢູ່ເລື້ອຍໆ ຄື ແທນຄຸນງາມຄວາມດີ ໃຫ້ພວກເພິ່ນຄືນ ຢ່າງໝົດຈິດໝົດໃຈ ຖນອມທ່ອມຕົນ, ມ່ວນຊື່ນ ແລະ ໃຈກວ້າງ.

ຂ້ອຍໄດ້ເຫັນ ວິທີເຈົ້າເຮັດວຽກ ບໍ່ວ່າ ເຈົ້າຈະຢູ່ກັບ ຊາວນາທັມດາສາມັນ, ນາຍຄຣູ, ນັກຮຽນນັກສຶກສາ, ຄູ່ຮ່ວມພັທນາ ແລະ ເພື່ອນຮ່ວມງານ, ຫຼື ແມ່ນແຕ່ ຟັງເຈົ້າໜ້າທີ່ຂັ້ນສູງ ເຈົ້າກໍມັກ ປະຕິບັດ ຕໍ່ແຕ່ລະຄົນ ດ້ວຍຄວາມເຄົາຣົບ, ໃຫ້ກຽດ ແລະ ກ່ອນອື່ນໝົດ ເຈົ້າກໍພ້ອມ ທີ່ຈະຮັບຟັງ ຄົນອື່ນ ແລະ ມັກເວົ້າໜ້ອຍ. ນັ້ນເປັນວິທີ ທີ່ເຈົ້າ ມັກປະຕິບັດ ຕໍ່ຄົນອື່ນ ພ້ອມທັງ ເປີດຈິດເປີດໃຈ ແລະ ບໍ່ເຄີຍຖືໂຕເອງ ເປັນໃຫຍ່ຈັກເທື່ອ. ຂ້ອຍຄຶດວ່າ ຍ້ອນເປັນແນວນັ້ນ ເຈົ້າຈຶ່ງມີຄົນ ໃນຊຸມຊົນພັທນາ ແລະ ໃນບັນດາກຸ່ມຊາວໜຸ່ມ ຈຳນວນຫລາຍ ຢູ່ພາຍໃນປະເທດລາວ ແລະ ຕ່າງປະເທດ ປະຕິບັດຕາມ.

ໃນລະຍະສັປດານີ້ ຊຶ່ງເປັນສັປດາສາກົລ ເພື່ອຄົນ ທີ່ຖືກບັງຄັບ ໃຫ້ຫາຍສາບສູນ, ຂະນະທີ່ ພວກເຮົາ ຄຶດຮອດເຈົ້າ, ສົມບັດ, ແລະ ທຸກໆຄົນ ທີ່ຖືກບັງຄັບ ໃຫ້ຫາຍສາບສູນ, ຂ້ອຍພຍາຍາມ ທີ່ຈະລືມຄວາມທໍ້ແທ້ ເຫລືອໃຈ ແລະ ຄວາມໂສກເສົ້າ. ຂ້ອຍຈຶ່ງ ຈື່ຈຳ ຄວາມດີທັງໝົດ ທີ່ເຈົ້າໄດ້ເຮັດມາ. ຂ້ອຍເຊື່ອວ່າເຈົ້າ ຖືກບັງຄັບ ໃຫ້ຫາຍສາບສູນ ເນື່ອງຈາກວ່າ ເຈົ້າ ໄດ້ພຍາຍາມ ມີຊີວິດຕາມຫລັກການ ຂອງເຈົ້າແລະ ຄວາມຈິງໃຈ-ຊື່ສັດ ຂອງເຈົ້າ. ແລະນັ້ນ ຄືຄວາມດີ ຂອງເຈົ້າ ແລະ ແນວຄິດ ຂອງເຈົ້າ ທີ່ເອົາຜູ້ຄົນ ເປັນສູນກາງການພັທນາ ອັນປາກົດວ່າ ມັນເປັນ ສິ່ງທ້າທາຍ ຊຶ່ງໃນທີ່ສຸດ ກໍມີບາງຄົນ ປິດປາກເຈົ້າ ໂດຍໃຫ້ເຈົ້າ ຫາຍສາບສູນໄປ.

ສົມບັດ, ໃນຂະນະທີ່ຂ້ອຍ ມີຄວາມເຈັບປວດ ເມື່ອຂາດ ເຈົ້າຢູ່ນີ້, ຂ້ອຍຮູ້ວ່າ ວຽກງານຂອງເຈົ້າ ແລະ ສິ່ງທີ່ເຈົ້າຍຶດໝັ້ນວ່າ ຈະກະທຳເພື່ອນັ້ນ ຈະຍັງມີ ຊີວິດຊີວາຕໍ່ໆໄປ ສຳລັບ ຜູ້ຄົນ ທັງຄົນລາວ ແລະ ບໍ່ແມ່ນຄົນລາວ. ຂ້ອຍຈະຮຽກຮ້ອງ ຫາຄວາມຈິງ ແລະ ຄວາມຍຸຕິທັມ ສຳລັບເຈົ້າ ເຖິງແມ່ນວ່າ ທຸກສິ່ງ ທີ່ຂ້ອຍໄດ້ຮັບ ຄື ຝາແຫ່ງຄວາມມິດງຽບ ກໍຕາມ.
ສົມບັດ, ທີ່ຮັກ, ຈົ່ງຢູ່ຢ່າງແຂງແຮງ ແລະ ຂ້ອຍກໍຄືກັນ ຈະຢູ່ຢ່າງແຂງແຮງ ເພື່ອເຈົ້າ ແລະ ເພື່ອທຸກຄົນທີ່ຖືກບັງຄັບ ໃຫ້ຫາຍສາບສູນ.

ຮັກເຈົ້າຫລາຍ, ຊຸຍເມັງ.

ວັນ​ທີ 31 ເດືອນ​ພຶ​ສ​ພາ 2017

ຜູ້ຕ້ອງຕິ ຣັຖະບານ ສາມຄົນ ຖືກ ຕັດສີນ ຈຳຄຸກ ເຖິງ 20 ປີ

FIDH: 16 ພຶດສະພາ 2017

ໂທດອັນໜັກໜ່ວງ ຊື່ງ ທັງສາມຄົນ ໄດ້ຮັບ ເນື່ອງຈາກ ກ່າວຕິຕຽນ ຣັຖະບານ ສປປລາວ ນັ້ນ,ແມ່ນການ ທົບທວນ ໃຫ້ເຫັນວ່າ ທາງການວຽງຈັນ ບໍ່ປະນິປະນອມ ຕໍ່ ແນວຄິດ ຄັດຄ້ານ ໃດໆ ທັ້ງສີ້ນ ຕະລອດເຖິງ ແນວຄິດ ຄັດຄ້ານ ແບບ ສັນຕິວິທີ ກໍດີ, ນີ້ຄື ຄຳ ຖແລງການ ຂອງ ອົງການ ສະຫະພັນ ສາກົນ ປົກປ້ອງ ສິດທິມະນຸດ (FIDH) ແລະ ຂະບວນການລາວ ເພື່ອ ສິດທິມະນຸດ (ຂລສມ) ຊຶ່ງ ທັງສອງ ອົງການ ຍັງໄດ້ ຮຽກທວງ ອີກຄັ້ງໃໝ່ ໃຫ້ທາງການ ສປປລາວ ປ່ອຍຕົວ ຜູ້ຖືກ ຈັບ ທັງສາມ ໂດຍດ່ວນ ແລະ ຢ່າງບໍ່ມີເງື່ອນໄຂ.

‘’ການ ຈຳຄຸກ ນັກເຄື່ອນໃຫວ ເປັນເວລາ ເຖິງ 2໐ ປີນັ້ນ,ຊໍ່ສະແດງ ໃຫ້ເຫັນວ່າ ຣັຖະບານ ສປປລາວ ບໍ່ນັບຖື ຂໍ້ເງື່ອນໄຂ ຂອງ ສົນທິສັນຍາ ສາກົນດ້ານ ສິດທິມະນຸດ ຊື່ງ ຕົນ ໄດ້ ລົງນາມ ຮັບເຊັນ. ມັນເຖິງ ແກ່ ເວລາ ແລ້ວ ທີ ປະຊາຄົມ ສາກົນ ຈະຕ້ອງ ຢຸດຕິ ການພົວພັນ ກັບ ທາງການ ສປປລາວ, ພ້ອມຍັງ ຈະຕ້ອງ ກ່າວປະນາມ ຢ່າງ ເຂັ່ງຂຶມ ຕໍ່ການ ປາບປາມ ສັງຄົມພົລະເຮືອນ ຄັ້ງນີ້ ‘’ ທ່ານ ດີມີຕຣີ ຄຣີສໂຕປູໂລຊ (Dimitris Christopoulos), ປະທານ FIDH

“ການ ຕັດສີນ ລົງໂທດ ທ້າວສົມພອນ, ທ້າວ ສຸການ ແລະ ນາງ ຫຼອດຄຳ ເປັນ ສັນຍານ ອັນ ໜ້າຢ້ານກົວ ສະທ້ອນ ຕໍ່ ວົງການ ສັງຄົມພົລເຮືອນລາວ, ໂດຍ ສະແດງ ໃຫ້ເຫັນ ອີກຄັ້ງວ່າ ຣັຖະບານ ສປປລາວ ຈົງໃຈ ຈະ ປາບປາມ ການຄັດ ຄ້ານ ຕໍ່ ແນວທາງ ຜະເດັດການ ຂອງພັກ-ລັດ.“ ຍານາງ ວານິດາ ເທພສຸວັນ, ປະທານ ຂະບວນການລາວ ເພື່ອ ສິດທິມະນຸດ

ເມື່ອວັນທີ 2 ທັນວາ 2015, ທ້າວ ສົມພອນ, ທ້າວ ສຸການ ແລະ ນາງ ຫຼອດຄຳ ໄດ້ ທຳການ ປະທ້ວງ ຣັຖະບານ ສປປລາວ, ຕໍ່ໜ້າ ສະຖານທູດລາວ ປະຈຳບັງກອກ ກັບ ອີກ 30 ຄົນ.

ທັງສາມ ຖືກ ຈັບຕົວ ເມື່ອເດືອນ ມີນາ ປີ 2016, ຫຼັງຈາກ ເມືອ ຢາມບ້ານ ໃນວັນທີ 18 ກູມພາ 2016, ເພື່ອໄປຕໍ່ ບັດຜ່ານແດນ ເຂົ້າໄປເຮັດວຽກ ໃນ ປະເທດໄທ ແບບ ຖືກຕ້ອງຕາມກົດໝາຍ. ໃນວັນທີ 4 ມີນາ 2016, ເຈົ້າໜ້າທີ່ ຕຳລວດ ໄດ້ ຈັບຕົວ ນາງ ຫຼອດຄຳ ແລະ ທ້າວ ສົມພອນ ທີ່ ບ້ານພັກ ຂອງ ຄອບຄົວ ນາງ ຫຼອດຄຳ, ທີ່ ບ້ານວັງໄຕ້ ເມືອງໜອງບົກ, ແຂວງຄຳມ່ວນ. ສ່ວນ ທ້າວ ສຸການ ຖືກຈັບໃນ ວັນທີ 22 ມີນາ 2016, ທີ່ ຫ້ອງການ ກ ປ ຊ ແຂວງ ສວັນນະເຂດ.

ໃນວັນທີ 25 ພຶສພາ 2016, ຜູ້ຕ້ອງຫາ ທັງສາມ ຖືກນຳມາ ປະກົດຕົວ ຕໍ່ ໂທລະທັດ ແຮ່ງຊາດ ຫ້ອງການສູນກາງ ປກສ ທີ່ ນະຄອນວຽງຈັນ. ວົງການ ສື່ມວນຊົນ ປະກາດວ່າ ທັງສາມ ຖືກ ຈັບຕົວ ໃນ ຂໍ້ຫາ ນາບຂູ່ ຄວາມໝັ້ນຄົງ ຂອງຊາດ, ໂດຍ ທັບມ້າງ ຊື່ສຽງ ແລະ ພາບພົດ ຂອງ ຣັຖະບານ ຜ່ານ ສື່ສັງຄົມ ອອນລາຍ“

ກຸ່ມ​ປົກປ້ອງ​ສິດທິ​ມະນຸດ ຕິຕຽນ ການຕັດສິນ ໃຫ້ຄົນງານລາວ 3 ຄົນ ຕິດຄຸກດົນນານ

VOA: 18 ພຶດສະພາ 2017

ປະທານປະເທດ ສປປ ລາວ ທ່ານບຸນຍັງ ວໍລະຈິດ ໂອ້ລົມກັບປະທານປະເທດຈີນ ທ່ານ Xi Jinping (ບໍ່ໄດ້ຢູ່ໃນຮູບ) ໃນກອງປະຊຸມສອງຝ່າຍ ທີ່ບ້ານພັກ Diaoyutai ໃນນະຄອນຫຼວງປັກກິ່ງ, ຈີນ. (16 ພຶດສະພາ 2017)

ກຸ່ມ​ປົກປ້ອງ​ສິດທິ​ມະນຸດໄດ້​ປະນາມ​ການຕັດສິນ​ລົງ​ໂທດຕິດ​ຄຸກ​ຢ່າງ​ໜັກ​ແລະ​ຮຽກຮ້ອງ ໃຫ້ປ່ອຍ​ຕົວ​ ​ຄົນ​ງານ​ລາວ 3 ຄົນ ທີ່​ໄດ້​ໄປ​ເຮັດ​ວຽກ​ໃນ​ປະ​ເທດ​ໄທ ຊຶ່ງ​ໄດ້​ຂຽນ​ຂໍ້ຄວາມ ຕ້ອງ​ຕິລັດ​ຖະບານທາງ​ສື່​ສັງຄົມ ​ແລະ​ເຂົ້າ​ຮ່ວມ​ການປະ​ທ້ວງ​ ຢູ່​ນອກ​ສະຖານທູດ​ ສປປ ລາວ ​ປະຈຳ​ປະ​ເທດ​ໄທ.

ພວກ​ຄົນ​ງານທີ່​ວ່າ​ນີ້ ຮວມມີ ທ້າວ​ ສົມ​ພອນ ພິມມະ​ສອນ ​ໄວ 30 ປີ ທ້າວ​ສຸ​ການ ໃຈ​ທັດ ອາຍຸ 33 ປີ ​ແລະນາງ​ ຫຼອດ​ຄຳ ທຳ​ມະ​ວົງ ​ໄດ້​ຖືກຕັດສິນ​ລົງ​ໂທດ ​ໃນ​ຕົ້ນ​ເດືອນ​ເມສາທີ່ ​ຜ່ານ​ມາ​ນີ້ ​ໃຫ້ຕິດ​ຄຸກແຕ່ 12 ຫາ 20 ​ປີ.

​ສະຫະພັນ​ສາກົນເພື່ອ​ສິດທິ​ມະນຸດ ຫຼື FIDH ​ແລະ​ຂະ​ບວນການ​ລາວ​ເພື່ອ​ສິດທິ​ມະນຸດ ​ຫຼື LMHR ​ໄດ້​ກ່າວ​ວ່າ “ການຕັດສິນ​ລົງ​ໂທດນີ້ ​ໄດ້​ສົ່ງ​ຂ່າວ​ທີ່​ໜ້າ​ຢ້ານ​ກົວ​ໄປ​ສູ່ກຸ່ມ​ສັງຄົມພົນລະ​ເຮືອນ​ໃນທົ່ວ​ປະ​ເທດ ທີ່​ທາງ​ລັດຖະບານ​ ໄດ້​ຕັດສິນ​ໃຈ​ໄປ​ແລ້ວ​ວ່າ ຈະ​ປາບ​ປາມ​ ແມ່ນ​ແຕ່​ການ​ເຄື່ອນ​ໄຫວພຽງ​ໜ້ອຍ​ດຽວ ​ແລະຄັດ​ຄ້ານຕໍ່​ການ​ປົກຄອງ
ແບບ​ຜະ​ເດັດ​ການ​ຂອງຕົນ.”

​ໃນ​ຂະນະ​ທີ່ຢູ່​ໃນ​ປະ​ເທດ​ໄທນັ້ນ ພວກຄົນ​ງານ​ທັງ​ສາມ ​ໄດ້​ຂຽນ​ຂໍ້ຄວາມລົງ​ໃນ​ສື່​ສັງຄົມ ຕ້ອງ​ຕິລັດຖະບານ ​ໂດຍກ່າວ​ຫາ​ວ່າ​ການ​ສໍ້​ລາດ​ບັງ​ຫຼວງ ຕັດ​ໄມ້​ທຳລາຍ​ປ່າ ​ແລະ​ລະ​ເມີດ​ ສິດທິ​ມະນຸດຕ່າງໆ​ນາໆ.

ນອກ​ນັ້ນ ພວກ​ເຂົາ​ເຈົ້າ​ຍັງ​ໄດ້​ເຂົ້າ​ຮ່ວມ​ ໃນ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ຢູ່ຂ້າງ​ນອກ ​ສະຖານ​ທູດ ​ສປປ ລາວ ໃນ​ເດືອນ​ທັນວາ ປີ 2015.

ພວກ​ເຂົາ​ເຈົ້າ ​ໄດ້​ຖືກ​ຈັບ​ກຸມ​ໃນເດື​ອນມີນາ ປີ 2016 ຫຼັງ​ຈາກ​ທີ່​ໄດ້​ກັບ​ຄືນໄປ​ຍັງ​ສປປ ລາວ ​ເພື່ອ​ຍື່ນ​ຄຳ​ຮ້ອງ​ຂໍ​ຕໍ່​ໜັງສື​ເດີນທາງ ກ່ອນ​ກັບຄືນ​ໄປ​ຍັງ​ປະ​ເທດ​ໄທ.

​ໂທ​ລະ​ພາບຂອງ​ລັດຖະບານ​ລາວ ​ໄດ້​ອອກ​ຂ່າວ​ວ່າທ້າວ​ ສົມ​ພອນ ທ້າວ​ສຸ​ການ ​ແລະນາງ ​ຫຼອດ​ຄຳ ຖືກ​ເຈົ້າໜ້າ​ທີ່​ຄຸມ​ຕົວ​ທີ່​ກອງ​ບັນຊາ​ການ​ຕຳຫຼວດ​ໃນະຄອນຫຼວງ​ວຽງ​ຈັນ. ມີລາຍ ​ງານວ່າ ​ເຈົ້າໜ້າ​ທີ່​ໄດ້​ກ່າວ​ຫາບຸກຄົນ​ທັງ​ສາມວ່າ​ເປັນ​ໄພ​ຂົ່ມຂູ່ຕໍ່​ຄວາມ​ປອດ​ໄພ​ຂອງ​ປະ​ເທດ ​ແລະ​ສ້າງ​ຄວາມ​ເສຍ​ຫາຍຕໍ່​ຊື່​ສຽງ​ຂອງ​ລັດຖະບານ.

ທ່ານ Andrea Giorgeta ຜູ້ອຳນວຍການ​ຝ່າຍ​ເອ​ເຊຍຂອງ​ອົງການ FIDH ໄດ້ກ່າ​ວວ່າ ການ​ຈັບ​ກຸ​ມທີ່​ວ່າ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນວ່າລັດຖະບານ​ໄດ້​ຕິດຕາມ​ເບິ່ງ​ການ​ເຄື່ອນ ປະຊາຊົນຂອງ​ຕົນ ​ໃນ​ຕ່າງ​ປະ​ເທດ​ຢ່າງ​ໃກ້ຊິດ.

ທ່ານ Giorgeta ​ໄດ້​ບອກກັບ VOA ວ່າ “ລັດຖະບານ​ລາວ ​ໄດ້​ດຳ​ເນີນ​ການ​ໃນ​ວິທີ​ການ​ ຂອງ​ຕົນ ​ເພື່ອ​ລົງ​ໂທດ​ພວກ​ຄັດຄ້ານ​ລັດຖະບານສາມ​ຄົນນີ້ ທີ່​ປະກອບ​ອາຊີ​ບ​ໃນ​ປະ​ ເທດ​ໄທ. ມັນສະ​ແດງ​ໄຫ້​ເຫັນ​ວ່າ ລັດຖະບານໄດ້ເພີ່ມກາ​ນຕິດຕາມສິ້ງ​ຊອມ ​ເບິ່ງປະຊາຊົນຂອງ​ຕົນ ຍ້ອນພວກ​ເຂົາ​ເຈົ້າ​ທັງ​ສາມ ​ໄດ້​ສະ​ແດງ​ອ​ອກຊຶ່ງຄວາມ​ຄິດ​ເຫັນ​ຂອງ​
ພວກ​ເຂົາເຈົ້າ ​ແລະ​ຕ້ອງ​ຕິ​ນະ​ໂຍບາຍ​ຂອງ​ລັດຖະບານ.”

ອົງການ Freedom House ຊຶ່ງ​ເປັນ​ອົງການ​ທີ່​ບໍ່​ຂຶ້ນກັບ​ລັດຖະບານ ທີ່​ມີສຳນັກງານ ຕັ້ງຢູ່​ໃນສະຫະລັດ ​ໃນ​ການ​ຊັ່ງຊາ​ເບິ່ງ​ສິດ​ເສລີພາບ​ແລະ​ສິດທິ​ທາງ​ສື່​ມວນຊົນ ​ໄດ້​ຈັດລາວ​ວ່າ ​ເປັນ​ປະ​ເທດ​ທີ່​ບໍ່​ມີ​ເສລີ ​ໂດຍ​ມີ​ສິດທິ​ທາງ​ດ້ານ​ການ​ເມືອງ​ແລະ​ສິດ​ເສລີພາບ​ໃນ​ລະດັບ​ຕ່ຳ​ຫລື​ບໍ່​ກໍ​ສູນ.

ຄົນງານລາວຖືກຕັດສິນ ໂທດໜັກ

ວິທະຍຸເອເຊຍເສລີ: 16 ພຶດສະພາ 2017

ພວກພີ່ນ້ອງ ຂອງ ຄົນງານລາວ 3 ຄົນ ທີ່ຖືກທາງການ ສປປລາວ ຈັບຂັງຄຸກ ມາແຕ່ຕົ້ນປີ 2016 ນັ້ນແຈ້ງໃຫ້ ວິທຍຸເອເຊັຍເສຣີ ຮູ້ວ່າ ທັງ 3 ຖືກສານ ຕັດສິນລົງໂທດ ໜັກເມື່ອ ຕົ້ນເດືອນເມສາ ຜ່ານມາຄື: ທ້າວ ສົມພອນ ພິມມະສອນ ຖືກຕັດສິນລົງໂທດ ຈໍາຄຸກ 20 ປີ, ທ້າວສຸການ ໃຈທັດ 18 ປີ ແລະ ນາງຫຼອດຄໍາ ທໍາມະວົງ 12 ປີ. ຄົນງານທັງ 3 ຄົນນັ້ນ ຖືກນໍາຕົວໄປຂັງຢູ່ຄຸກຊໍາເຄ້, ແຕ່ການຕັດສິນ ຂອງສານ ບໍ່ຖືກເປີດເຜີຍ ອອກເປັນຂ່າວ ຜ່ານສື່ມວນຊົນ ໃນລາວ.

ກ່ຽວກັບເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຖາມໄປຍັງ ເຈົ້າໜ້າທີ່ ກົມຄຸມຂັງດັດສ້າງ ທີ່ນະຄອນຫຼວງວຽງຈັນ ໃນມື້ວັນທີ 15 ພຶສພາ ນີ້, ໄດ້ຮັບຄໍາຕອບ ວ່າບຸກຄົນ ທັງ 3 ຍັງບໍ່ທັນ ຖືກຕັດສິນເທື່ອ ແລະ ຍັງບໍ່ຮູ້ກໍານົດວ່າ ຈະຕັດສິນ ເມື່ອໃດ ແຕ່ຢືນຢັນວ່າ ຜົນການຕັດສິນ ຈະອອກມາແບບ ມີຄວາມຍຸຕິທັມ:

“ຍັງສົ່ງໃຫ້ສານ ສານຍັງບໍ່ທັນໄດ້ ຕັດສິນ ມື້ກ່ອນຫັ້ນ ພີ່ນ້ອງຂະເຈົ້າ ກະມາຢາມ ສໍານວນຫັ້ນມັນ ຢູ່ນໍາສານແລ້ວ ຄະດີ ຮຸນແຮງ ບໍ່ ມັນກະຢູ່ ໃນຂອບ ຂອງກົດໝາຍ ຫັ້ນແຫລະ ກົດໝາຍອາຍາມາຕຣາ 165 ຫັ້ນ ປະຕິບັດຄວາມເປັນທັມຫັ້ນ ມັນຕ້ອງຢູ່ໃນດູນ ພິນິດ ຂອງສານ”.

ທ່ານກ່າວຕື່ມວ່າ ປັດຈຸບັນ ຄົນງານລາວ ທັງ 3 ຍັງຖືກຂັງ ຢູ່ໃນຄຸກ ແລະໄດ້ຮັບການເບິ່ງແຍງ ຄືກັນກັບນັກໂທດ ຄົນອື່ນໆ, ບໍ່ໄດ້ຖືກ ກົດຂີ່ ຕາມທີ່ເປັນ ຂ່າວລື ແຕ່ຢ່າງໃດ.

ຄົນງານລາວທັງ 3 ຄົນ ຖືກທາງການ ສປປລາວ ຕັ້ງຂໍ້ຫາໂຈມຕີ ຣະບອບການເມືອງ ແລະໃສ່ຮ້າຍປ້າຍສີຜູ້ນໍາພັກ-ຣັຖ ໂດຍເຜີຍແຜ່ ຂໍ້ມູນບິດເບືອນ ກ່ຽວກັບ ພັກ-ຣັຖ ຜ່ານສື່ສັງຄົມ ອອນລາຍ ແລະເຄີຍໄປຮຽກຮ້ອງ ປະຊາທິປະຕັຍ ຢູ່ຕໍ່ໜ້າ ສະຖານທູດ ສປປລາວ ທີ່ບາງກອກ ປະເທດໄທ.

ເມື່ອເດືອນພຶສພາປີກາຍ ເຈົ້າໜ້າທີ່ ທາງການລາວ ໄດ້ນໍາຕົວທັງ 3 ຄົນ ອອກມາຖແລງຂ່າວ ຮັບສາຣະພາບຜິດ ຕໍ່ສື່ມວນຊົນ ຂອງ ທາງການ ຂນະທີ່ ອົງການຈັດຕັ້ງ ສາກົນຕ່າງໆ ຮຽກຮ້ອງ ແລະກົດດັນໃຫ້ ຣັຖບານສປປລາວ ປ່ອຍຕົວ ຢ່າງຮີບດ່ວນ ແລະ ບໍ່ມີ ເງື່ອນໄຂ.

ເສຣີພາບດ້ານຂ່າວສານ ຢູ່ລາວ

ວິທະຍຸເອເຊຍເສລີ: 03 ພຶດສະພາ 2017

ຣາຍງານຂອງອົງການຂ່າວບໍ່ມີພົມແດນ ໃນການຈັດດັຊນີ ເສຣີພາບ ທາງການຂ່າວສານ ໃນບັນດາ ປະເທດ ໃນໂລກ ສຳລັບປີ 2017 ຣະບຸວ່າ ສປປລາວ ຖືກຈັດຢູ່ໃນ ອັນດັບ 170 ໃນຈຳນວນ 180 ປະເທດ ໝາຍຄວາມວ່າ ລາວຍັງບໍ່ມີເສຣີພາບ ທາງດ້ານການຂ່າວຢູ່ ແລະບໍ່ມີສຳນັກຂ່າວ ເອກຣາດ ໃນລາວ.

ອົງການຂ່າວສານແມ່ນຂຶ້ນກັບຣັຖບານຫມົດ, ທຽບໃສ່ປີ 2016 ສປປລາວ ຖືກຈັດຢູ່ໃນອັນດັບທີ 173. ດັ່ງທ່ານ PHIL ROBERTSON ຮອງຜູ້ ອຳນວຍການ ອົງການສິ້ງຊອມ ດ້ານສີດທິມະນຸດ ປະຈຳຂົງເຂດ ໄດ້ໃຫ້ຄວາມເຫັນ ກ່ຽວກັບ ເສຣີພາບ ຂ່າວສານ ໃນລາວວ່າ:

“ຄືສລູບງ່າຍໆ ກະເລີຍບໍ່ມີເສຣີພາບ ໃນການສື່ໃນລາວ ຣັຖບານກ່າເລີຍ ເຮັດໄດ້ເບິດ ປະຊາຊົນລາວ ສິເວົ້າຫຍັງ ກໍຕ້ອງໃຊ້ ເຟສບຸກ ຖ້າຈະດູໂທຣະທັດ ຟັງວິທຍຸ ອ່ານຫນັງສືພີມ ຂອງຣັຖບານລາວ ກໍໄດ້ແຕ່ຂ່າວ ທີ່ຣັຖບານລາວ ຄວນຈະໃຫ້ ບໍ່ມີໂອກາດ ທີ່ຈະມີການສື່ ອິສຣະໃນລາວ ປັດຈຸບັນ ເພາະວ່າເປັນ ຣັຖບານ ພັກດຽວ ມັນບໍ່ໄດ້ ເປັນຫນັງສືພີມ ອິສຣະ ວິທຍຸອິສຣະ ໂທຣະທັດ ອິສຣະ”.

ປັດຈຸບັນ ເສຣິພາບຂອງສື່ມວນຊົນ ໃນລາວ ຍັງຖືກຈຳກັດ ຊື່ງການນຳສເນີ ປະເດັ່ນຂ່າວ ແລະ ການສະແດງ ຄວາມຄິດຄວາມເຫັນ ທີ່ ແຕກຕ່າງ ຈະຖືກຫ້າມ ຕ້ອງໄດ້ເຮັດ ຕາມຄຳສັ່ງ ທາງການເທົ່ານັ້ນ ແລະຕ້ອງໄດ້ ກວດສອບເນື້ອຫາ ສາຣະ ກ່ອນຈະອອກ ຂ່າວໄດ້. ດັ່ງສື່ມວນຊົນ ທ້ອງຖິ່ນ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 3 ພຶສພາ ນີ້ວ່າ:

“ເນື້ອໃນຂ່າວໃຫ້ມັນຄົມຊັດ ກວ່າທີ່ຜ່ານມາ ບໍ່ແມ່ນວ່າສິຂຽນຂ່າວ ແບບວິຊາການ ແບບຕາຍໂຕ ໃຫ້ມີລັກສນະ ແຕກຕ່າງໄປເລື້ອຍໆ ແຕ່ວ່າມີຂໍ້ມູນ ຄົບຖ້ວນ ອາດຈະໄດ້ ແຕ່ວ່າອາດຈະຜ່ານ ປະທານຜູ້ຊີ້ນຳ ຄືເຈົ້າເມືອງ ເຈົ້າແຂວງອະນຸຍາດ ໃຫ້ເປີດເຜີຍ ຈຶ່ງເປີດເຜີຍ ໄດ້”.

ທ່ານກ່າວຕື່ມວ່າໃນອະນາຄົດ ຢາກເຫັນ ສື່ມວນຊົນລາວ ຣາຍງານຂ່າວ ທີ່ມີຄວາມຫຼາກຫຼາຍ ບໍ່ຢາກໃຫ້ຈຳກັດ ເສຣິພາບ ໃນຄວາມຄິດ ຄວາມເຫັນ ທີ່ແຕກຕ່າງ ສາມາດໃຊ້ ເປັນເຄື່ອງມື ກວດສອບການ ປະຕິບັດງານ ຂອງຣັດໄດ້ ໃຫ້ເປັນແບບດຽວກັບ ອົງກອນຂ່າວຕ່າງ ຊາດ.

ລາຍງານ ການເຄົາລົບ ສິດທິມະນຸດ ຂອງ ກະຊວງຕ່າງປະເທດ ສຫລ ທີ່ກ່ຽວກັບລາວ

VOA: 04 ມີນາ 2017

ບົດ​ສະຫລຸບ ​ຂອງລາຍ​ງານ​ປະຈຳ​ປີ ວ່າດ້ວຍການ​ເຄົາລົບ​ນັບຖື​ສິດທິ​ມະນຸດ ຂອງ​ກະ
ຊວງການ​ຕ່າງປະ​ເທດ​ສະຫະລັດກ່ຽວກັບລາວກ່າວ​ວ່າ ສປປ ລາວ ​ແມ່ນ​ປົກຄອງ​ໂດຍ
​ພັກ​ການ​ເມືອງພຽງພັກ​ດຽວ ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ລັດຖະທຳ​ມະນູນຄື​ພັກ​ປະຊາ​ຊົນ​
ປະຕິວັດ​ລາວ. ການ​ເລືອກ​ຕັ້ງ​ເທື່ອ​ຫຼ້າ​ສຸດ​ຊຶ່ງມີ​ຂຶ້ນ​ໃນ​ວັນ​ທີ​ 20 ມີນາ​ຜ່ານ​ມາ ​ແມ່ນ​ດຳ
​ເນີນ​ໄປ​ແບ​ບບໍ່ມີ​ເສລີ​ແລະບໍ່ມີຄວາມ​ຍຸຕິ​ທຳ. ພັກ​ປະຊາຊົນ​ປະຕິວັດ​ລາວ​ໄດ້​ເລືອກ​ເອົາ
​ບັນດາ​ຜູ້​ສະໝັກ​ທັງ​ໝົດແລະ​ການ​ປ່ອນ​ບັດແມ່ນເປັນ​ການບັງຄັບຕໍ່​ປະຊາຊົນ​ທຸກໆ​ຄົນ.
ຫລັງ​ຈາ​ກ ານ​ເລືອກ​ຕັ້ງ​ແລ້ວ ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້ການ​ອະນຸມັດ​ຕໍ່​ການ​ແຕ່ງຕັ້ງ​ທ່ານ​
ທອງ​ລຸນ ສີ​ສຸ​ລິດ ​ເປັນນາຍົກລັດຖະມົນຕີ​ຂອງ​ປະ​ເທດ.

ລາຍ​ງານ​ກ່າວ​ວ່າ ພົນລະ​ເຮືອນ​ຍັງ​ສືບ​ຕໍ່​ເປັນ​ຜູ້​ຄວບ​ຄຸມ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​
ຢ່າງ​ມີ​ປະສິດທິ​ຜົນ.

ບັນຫາ​ການ​ເຄົາລົບ​ນັບຖື ​ສິ​ດທິມະນຸດ​ທີ່ສຳຄັນສຸດ ​ແມ່ນ​ຍັງ​ສືບ​ຕໍ່​ເປັນ​ເລື່ອງ​ທີ່​ລັດຖະ
ບານປະຕິ​ເສດ​ບໍ່​ໃຫ້​ປະ​ຊາຊົນ​ຂອງ​ຕົນສາມາດ​ເລືອກ​ເອົາ​ລັດຖະບານ​ຂອງ​ພວກ​ເຂົາ
​ເຈົ້າ​ໄດ້. Continue reading “ລາຍງານ ການເຄົາລົບ ສິດທິມະນຸດ ຂອງ ກະຊວງຕ່າງປະເທດ ສຫລ ທີ່ກ່ຽວກັບລາວ”

ສະຫະພາບ ເອີຣົບ ຕອ້ງຮຽກຮອ້ງໃຫ້ ທາງການ ສປປລາວ ປອ່ຍຕົວ ບັນດາຜູ້ຕໍ່ຕ້ານ ແລະ ແກ້ໄຂ ບັນຫາ ການຫາຍສາບສູນ ແບບຖືກບັ່ງຄັບ

FIDH: 13 ກຸມພາ 2017

ສະຫະພາບ ເອີຣົບ ຕອ້ງຮຽກຮອ້ງໃຫ້ ທາງການ ສປປລາວ ປອ່ຍຕົວ ນັກໂທດການເມືອງ ແລະ ຕອ້ງທວງເຖີງ ຄວາມຄືບໜ້າ ຂອງ ກໍຣະນີ ຫາຍສາບສູນ ແບບຖືກບັງຄັບ ນີ້ຄື ຖແລງການຮວ່ມ ຂອງ ສະຫະພັນສາກົນ ເພື່ອ ສີດທິມະນູດ (FIDH) ແລະ ຂະບວນການລາວ ເພື່ອ ສີດທິມະນູດ (ຂລສມ).
ສອງອົງການຈັດຕັ້ງ ເພື່ອ ສີດທິມະນູດ ໃດ້ອອກ ຖແລງການຮວ່ມ ກອ່ນໝ້າ ກອງປະຊູມ ຄັ້ງທີ 7 ລະຫວ່າງ ສະຫະພັນ ເອີຣົບ ແລະ ສປປລາວ ທີ່ຈະມືຂື້ນ ທີ່ ນະຄອນຫລວງ ວຽງຈັນ ໄນວັນທີ 16 ແລະ 17 ກູມພາ 2017 ທີ່ຈະມາເຖີງນີ້. ໃນຖແລງການຮວ່ມ ດັ່ງກ່າວ ສອງອົງການ ໄດ້ ມີຣາຍງານ ເຜີຍເຖີງ ສະຖານະການ ດ້ານ ສີດທິມະນູດ ໃນ ສປປລາວ ຕັັ້ງແຕ່ ການ ພົບພໍ້ ຄັ້ງ ສູດທ້າຍ ລະຫວ່າງ ເອີຣົບ ແລະ ສປປ ລາວ ຄັ້ງ ເດືອນ ພືສະຈິກາ ປີ 2015. Continue reading “ສະຫະພາບ ເອີຣົບ ຕອ້ງຮຽກຮອ້ງໃຫ້ ທາງການ ສປປລາວ ປອ່ຍຕົວ ບັນດາຜູ້ຕໍ່ຕ້ານ ແລະ ແກ້ໄຂ ບັນຫາ ການຫາຍສາບສູນ ແບບຖືກບັ່ງຄັບ”