ສຳພາດຍານາງວະນິດາ ເທພສຸວັນ

ວິທະຍຸເອເຊຍເສຣີ:  24 ກຸມພາ 2015

LMHR-Logoສະຫະພັນ ສິດທິ ມະນຸດ ນາໆ ຊາດ (FIDH) ແລະ ສະມາຊິກ ຂະບວນການ ລາວ ເພື່ອ ສິດທິ ມະນຸດ (ຂລສມ) ອອກ ຖແລງ ການ ຮຽກຮ້ອງ ໃຫ້ ຣັຖບານ ລາວ ເພີ້ມການ ສືບຫາ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ດີເດັ່ນ ທີ່ ຫາຍສາບສູນ ເປັນ ເວລາ 800 ວັນ ແລ້ວ ຈົນຮອດ ທຸກ ມື້ນີ້ ກໍຍັງ ບໍ່ໄດ້ ຄຳຕອບ ຫຍັງຈາກ ທາງການ ລາວ ເລີຍ ສົມເນ ໄດ້ນໍາ ເອົາ ການ ສັມພາດ ຍານາງ ວະນິດາ ເທພສຸວັນ ປະທານ ຂະບວນ ການ ລາວ ເພື່ອ ສິດທິມະນຸດ ທີ່ ມີ ສຳນັກງານ ຢູ່ ນະຄອນ ຫລວງ ປາຣີ ປະເທດ ຝຣັ່ງ ມາ ສເນີ ທ່ານ. ຟັງເນື້ອເຣື້ອງ

ສປປ ລາວ: ຜູ້ນຳ ພັທນາ ປະຊາ ສັງຄົມ, ສົມບັດ ສົມພອນ, ຫາຍ ສາບສູນ ເປັນ ເວລາ 800 ວັນ ແລ້ວ

ສະຫະພັນ ສິດທິ ມະນຸດ ນາໆ ຊາດ (FIDH) ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ (ຂລສມ): (23 ກຸມພາ 2015)

FIDH-Logoລັຖະບານ ສປປ ລາວ ຄວນ ຜ່ານ ຈາກ ຄຳເວົ້າ ໄປ ຫາ ການກະທຳ ແລ້ວ ເພີ້ມ ທະວີ ສືບສວນ ກ່ຽວກັບ ການ ຫາຍສາບສູນ ໂດຍ ຖືກ ບັງຄັບ ຂອງ ທ່ານ ສົມບັດ ສົມພອນ ແລະ ເປີດເຜີຍ ເປັນ ທາງການ ຕໍ່ ປວ່ງຊົນ ເຖີງ ຜົນ ຂອງ ການ ສືບສວນ. ນີ້ ຄື ຄຳ ຖແລງ ຂອງ ສະຫະພັນ ສິດທິ ມະນຸດ ນາໆ ຊາດ (FIDH) ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ (ຂລສມ). ທັງສອງ ອົງການ ທໍາການ ຣຽກຣອ້ງ ດັ່ງກ່າວ ເນື່ອງໃນ ໂອກາດ ຄົບຣອບ 800 ວັນ ຂອງ ການ ຫາຍ ສາບສູນ ຂອງ ທ່ານ ສົມບັດ ສົມພອນ ເມື່ອ ວັນທີ 15 ທັນວາ 2012 ທີ່ ນະຄອນຫລວງ ວຽງຈັນ.

LMHR-Logoຢູ່ ກອງປະຊູມ ກວດກາ ເຖີງ ສະຖານະພາບ ດ້ານ ສິດທິ ມະນຸດ ໃນ ສປປ ລາວ ຄັ້ງ ວັນທີ 20 ມົກກະລາ 2015 ທີ່ ເມືອງ ເຊີແນວ, ທ່ານ ພົງສະວັດ ບຸຜາ ຜູ້ ຕາງໜ້າ ຂອງ ລັຖະບານ ສປປ ລາວ ໄດ້ ກ່າວ ວ່າ ທາງ ເຈົ້າໜ້າທີ່ ຍັງ ສືບຕໍ່ ການ ສືບສວນ ກ່ຽວກັບ ກໍຣະນີ ຂອງ ທ່ານ ສົມບັດ ສົມພອນ ຢູ່ ແລະ ແຈ້ງ ວ່າ ຄະນະ “ພອ້ມ ແລ້ວ ທີ່ຈະ ຣັບ ຄຳ ແນາະນຳ ຈາກ ທຸກໆ ຝ່າຍ ທີ່ ກ່ຽວຂອ້ງ ແລະ ສົນໃຈ ນຳ ການ ສືບສວນ ນີ້.” ເຖີງ ແມ່ນວ່າ ໃດ້ ກ່າວ ຄໍານີ້ ໄປ ກໍ່ຕາມ, ເປັນທີ່ ສັງເກດ ເຫັນໄດ້ ຢ່າງ ຈະແຈ້ງ ວ່າ ທາງການ ວຽງຈັນ ບໍ່ ສາມາດ ນຳ ຂໍ້ມູນ ໃຫ້ໃດ້ ນັບແຕ່ ວັນທີ 7 ມົກກະລາ 2013 ເປັນ ຕົ້ນມາ.

“ເປັນ ເວລາ ດົນນານ ເກີນຄວນ ແລ້ວ ທີ່ ທາງການ ວຽງຈັນ ໄດ້ ຊັກຊ້າ ທ່ວງ ເວລາ ໃນ ກໍຣະນີ ຫາຍ ສາບສູນ ຂອງ ທ່ານ ສົມບັດ ສົມພອນ. ມາ ບັດນີ້ ເຖີງ ແກ່ ເວລາ ແລ້ວ ທີ່ ລັຖະບານ ສປປ ລາວ ຈະ ຕອ້ງ ນັບຖື ຂໍ້ ເງື່ອນໄຂ ຂອງ ສົນທິ ສັນຍາ ນາໆ ຊາດ ແລະ ຈະ ຕອ້ງ ປະຕິບັດ ຕາມ ຂໍ້ ສເນີ ຂອງ ກອງ ປະຊູມ ກວດກາ ແຫ່ງ ອົງການ ສະຫະປະຊາຊາດ ວ່າ ດວ້ຍ ການ ຫາຍສາບສູນ ໂດຍ ຖືກ ບັງຄັບ” ທ່ານ ກາຣີມ ລາຣິດຊີ, ປະທານ ຂອງ ສະຫະພັນ ສິດິ ມະນຸດ ນາໆ ຊາດ (FIDH) ໄດ້ກ່າວ. Continue reading “ສປປ ລາວ: ຜູ້ນຳ ພັທນາ ປະຊາ ສັງຄົມ, ສົມບັດ ສົມພອນ, ຫາຍ ສາບສູນ ເປັນ ເວລາ 800 ວັນ ແລ້ວ”

ເຖິງສົມບັດ…ຈາກ ຊຸຍມິງ (7)

ອ້າຍສົມບັດທີ່ແສນຮັກ,

ມື້ນີ້ ວັນທີ 17 ເດືອນ ກຸມພາ ເປັນມື້ວັນເກີດຂອງອ້າຍ. ມັນເປັນປີທີ 3 ທີ່ອ້າຍບໍ່ໄດ້ ສະຫລອງວັນເກີດກັບນ້ອງ. ບໍ່ໄດ້ສະຫລອງວັນເກີດກັບນ້ອງກໍແມ່ນມີຄວາມຍາກຫລາຍ ແລ້ວ; ແຕ່ວ່າ ບໍ່ມີອ້າຍສົມບັດຢູ່ກັບ ຊຸຍມິງ ໃນມື້ພິເສດນີ້ ກໍຍັງເປັນການເສົ້າໃຈທີ່ ອົດທົນໄດ້ຍາກ.

17 February 2015ເພື່ອເປັນການລະນຶກເຖິງມື້ວັນເກີດນັ້ນ, ພີ່ນ້ອງ ຄອບຄົວຂອງອ້າຍສົມບັດແລະນ້ອງເອງໄດ້ໄປ ເຄນອາຫານ ຢູ່ວັດປ່ານາຄູນນ້ອຍໃຫ້ພຣະສົງ ຊຶ່ງເປັນວັດທີ່ເຈົ້າໄດ້ມີການພົວພັນ ຢ່າງໃກ້ຊິດ. ເປັນວັດທີ່ເຈົ້າໄດ້ເລີ່ມຕັ້ງ ໂຄງການ ພຸດທະສາສະໜາເພື່ອການພັດທະນາ (ຄ.ພ.ພ) ເປັນຄັ້ງທຳອິດ ຢູ່ໃນຄວາມອຸປະຖັມຂອງ ພຣະອາຈານຊາລີ ຮອງປະທານ ຂອງອົງການ ພຸດທະສາສະໜາ ສຳພັນລາວ. ຢູ່ໃນ ຄ.ພ.ພ ເຈົ້າຍັງສາມາດໄດ້ສະເໜີ ຕໍ່ ພຣະສົງຈຳນວນນຶ່ງ ແນວຄິດຂອງພຸດທະສາສະໜາທີ່ຕ້ອງເອົາຈິງເອົາຈັງ ເປັນລະບົບ ຂອງການສິດສອນພຸດທະສາສະໜາ ແລະພາກປະຕິບັດທີ່ຈຸງໃຈໃຫ້ພຣະສົງອອກຈາກ ຂອບເຂດຂອງວັດວາອາຮາມແລະມີພັນທະຫລາຍຂຶ້ນກັບບັນຫາ ທີ່ກະທົບຕໍ່ຊຸມຊົນທົ່ວໄປ ແລະໃນສັງຄົມ. Continue reading “ເຖິງສົມບັດ…ຈາກ ຊຸຍມິງ (7)”

UNHRC ມີ ​196 ​ຂໍ້ກັງວົນ ​ກ່ຽວກັບ ສິດທິ ມະນຸດ ທີ່ສະ​ເໜີ ໃຫ້ລາວດຳ​ເນີນ ​ການ​ແກ້​​ໄຂ

Voice of America: 03 ກຸມພາ 2015

thediplomat_2013-12-17_03-36-21-386x289
​ບັນດາອົງການປົກປ້ອງສິດທິມະນຸດ ໃນໄທໄດ້ທຳການ​ເຄື່ອນ​ໄຫວຢູ່ໜ້າສະຖານທູດລາວ ເພື່ອ​ນຳ​ສະ​ເໜີ​ ກໍລະນີ​ການ​ຫາຍ​ໂຕ​ໄປ​ ຂອງທ່ານ​ສົມບັດ ​ສົມພອນ ເຂົ້າສູ່​ກອງ​ປະຊຸມ​ຄັ້ງຫລ້າ​ສຸດ​ນີ້ ຂອງ​ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ ທີ່ໄດ້ມີຂຶ້ນເມື່ອ ທ້າຍເດືອນມັງກອນຜ່ານມາ.

ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ ສະ​ເໜີ​ແນະ​ໃຫ້ ລັດຖະບານ​ລາວ​ຈັດຕັ້ງຄະນະ​ກຳມະການ​ພິ​ເສດ ເພື່ອ​ຮັບ ຜິດຊອບ​ການ​ສືບສວນ​ສອບ​ສວນ​ຫາ​ຄວາມ​ຈິງ ກ່ຽວ​ກັບການ​ຫາຍ​ຕົວ​ໄປ​ຂອງ​ທ່ານ​ສົມບັດ ສົມ​ພອນ.

ກອງ​ປະຊຸມ​ຄັ້ງທີ 21 ຂອງ​ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ (UNHRC) ທີ່​ໄດ້​ພິຈາລະນາ​ທົບ​ທວນ​ກ່ຽວ​ກັບ ສະພາບ​ການ​ດ້ານ​ສິດທິ​ມະນຸດ​ໃນ 14 ປະ​ເທດ​ ທີ່​ລວມທັງ ສປປ ລາວ ດ້ວຍ​ນັ້ນ ​ໄດ້​ນຳ​ສະ​ເໜີ​ຂໍ້​ແນະນຳ​ຕໍ່​ຄະນະ​ຜູ້​ຕາງ​ໜ້າ ​ຂອງ​ລັດຖະບານ​ລາວ ທີ່​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ຄັ້ງນີ້​ດ້ວຍ ມີ​ຈຳນວນ​ເຖິງ 196 ຂໍ້​ທີ່​ເປັນ​ການສະ​ແດງເຖິງຂໍ້ ກັງວົນ ກ່ຽວ​ກັບ​ສະພາບ​ການລະ​ເມີດ​ສິດທິ​ມະນຸດ​ໃນ​ລາວ ​ແລະ​ໄດ້​ສະ​ເໜີ​ແນະ​ໃຫ້​ລັດຖະບານ​ລາວ ​ດຳ​ເນີນ​ມາດ​ຕະການ​ ແກ້ໄຂ​ຢ່າງ​ຈິງ​ຈັງ ​ແລະຮີບ​ດ່ວນ ເມື່ອ​ທ້າຍ​ເດືອນ​ມັງກອນ​ທີ່​ຜ່ານ​ມາ ຢູ່​ທີ່​ນະຄອນ​ເຈ​ນີວາ ປະ​ເທດ​ ສະ​ວິດ​ເຊີແລນ.

ໂດຍ​ທີ່​ຖື​ວ່າ​ເປັນ​ເນື້ອ​ໃນ​ສຳຄັນ​ ຂອງ​ການສະ​ເໜີ​ແນ​ະ​ໃນ​ຄັ້ງນີ້ ກໍ​ຄື​ການ​ສະ​ເໜີ​ແນະ​ໃຫ້​ ລັດຖະບານ​ລາວ​ເລັ່ງ ການຈັດຕັ້ງປະຕິບັດ​ສົນທິສັນຍາ ວ່າ​ດ້ວຍ​ສິດທິ​ມະນຸດ ທີ່​ລາວ​ເຊັນ ​ໄປ​ແລ້ວນັ້ນ ​ໃຫ້​ປາກົດ​ເປັນ​ຈິງ ​ແລະ​ໃຫ້​ເຊັນ​ຮັບຮອງ​ເອົາສົນທິສັນຍາ​ສິດທິ​ມະນຸດ​ຂອງ​ ສະຫະ​ປະຊາ​ຊາດ ​ເພີ້​ມຕື່ມ​ອີກຫຼາຍສະບັບ​ເປັນຕົ້ນ​ແມ່ນ​ສະບັບ ທີ່​ວ່າ​ດ້ວຍ​ການ​ບັງຄັບໃຫ້ຫາ​ຍ​ສາບ​ສູນ.

ທັງ​ນີ້​ໂດຍ​ກອງ​ປະຊຸມ ​ໄດ້​ເພ່ງ​ເລັງ​ເຖິງ​ກໍລະນີ​ຂອງ​ທ່າ​ນສົມ​ບັດ ສົມ​ພອນ ນັກ​ພັດທະນາລາວ​ຜູ້ດີ​ເດັ່ນ​ໃນ​ອາ​ຊ່ຽນ ທີ່​ໄດ້​ຖືກ​ລັກພາ​ໂຕ​ນັບ​ເປັນ​ເວລາ​ຫຼາຍກວ່າ​ 2 ປີ​ມາ​ແລ້ວ ​ແຕ່ກໍ​ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ ​ໃນ​ການ​ສືບສວນ​ສອບ​ສວນ​ຄະດີ​ ຈາກ​ທາງ​ການ​ຕຳຫລວດ​ລາວແຕ່​ຢ່າງ​ໃດ ດັ່ງນັ້ນ ກອງ​ປະຊຸມ​ຈຶ່ງ​ໄດ້​ແນະນຳ​ໃຫ້​ທາງ​ການ​ລາວ​ ຈັດຕັ້ງຄະນະ​ກຳມະການ
​ທີ່​ເປັນ​ເອກະລາດ​ຈາກ​ລັດຖະບານ​ລາວ ​ຂຶ້ນມາ​ສືບ​ຫາ​ຄວາມ​ຈິງ ​ແລະ​ຈັບ​ຜູ້​ກະທຳ​ຄວາມ​ຜິດ​ມາ​ດຳ​ເນີນ​ຄະດີ ​ແລະ​ຮັບ​ໂທດ​ຕາມ​ກົດໝາຍ​ຕໍ່​ໄປ. Continue reading “UNHRC ມີ ​196 ​ຂໍ້ກັງວົນ ​ກ່ຽວກັບ ສິດທິ ມະນຸດ ທີ່ສະ​ເໜີ ໃຫ້ລາວດຳ​ເນີນ ​ການ​ແກ້​​ໄຂ”

ລາວແມ່ນ 1 ໃນ 14 ປະເທດ ທີ່​​ຖືກ​ທົບ​ທວນ​ ໂດຍສະພາ ສິດທິມະນຸດ ສປຊ

Voice of America: 30 ມັງກອນ 2015

AEPF-2014-004
ອົງການ Human Rights Watch ​ໄດ້​ປະກາດ​ທ່າ​ທີ​ຢ່າງ​ຊັດ​ເຈນ​ວ່າ ຕົນ​ໄດ້ນຳ​ສະ​ເໜີ​ ກໍລະນີ​ບັນຫາ​ການ​ຫາຍ​ຕົວ​ໄປ ​ຂອງ ທ່ານສົມບັດ ສົມ​ພອນ ເຂົ້າສູ່​ການ​ພິຈາລະນາ​ທົບ​ທວນ​ໃນ​ຄັ້ງນີ້.

ລາວເປັນ 1 ​ໃນ 14 ປະ​ເທດ​ທີ່​ຕົກ​ເປັນ​ເປົ້າໝາຍຂອງ​ການ​ພິຈາລະນາທົບ​ທວນ​ ກ່ຽວ​ກັບ​ສະພາບ​ການ ​ດ້ານ​ສິດທິ​ມະນຸດ ໃນ​ກອງ​ປະຊຸມ​ຄັ້ງທີ 21 ຂອງ​ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ.

ສະພາ​ສິດທິ​ມະນຸດແຫ່ງ​ສະຫະ​ປະຊາ​ຊາດ (UNHRC) ກຳນົດ​ໃຫ້ ສປປ ລາວ ​ເປັນ​ປະ​ເທດ​ໜຶ່ງ ຈາກ​ທັງ​ໝົດ 14 ປະເທດ​ທີ່​ໄດ້​ຖືກ​ພິຈາລະນາ​ທົບ​ທວນ​ ກ່ຽວ​ກັບ​ສະພາບ​ ການ​ດ້ານ​ສິດທິ​ມະນຸດ​ ​ໃນລະຫວ່າງ​ກອງ​ປະຊຸມ​ຄັ້ງທີ 21 ທີ່​ໄດ້​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 19 ມັງກອນ ​ແລະ​ໄດ້ດຳ​ເນີນ​ການ​ປະ​ຊຸມ​ຕໍ່​ໄປ​ຈົນ​ເຖິງ ​ວັນ​ທີ 30 ມັງກອນມື້​ນີ້
ທີ່​ນະຄອນ​ເຈ​ນີວາ ປະ​ເທດ​ສະ​ວິສ​ເຊີ​ແລນ.

​ໂດຍ​ທີ່​ຖື​ເປັນຄວາມ​ເຄື່ອນ​ໄຫວ ​ທີ່​ສຳຄັນ​ທີ່​ກ່ຽວຂ້ອງ​ກັບ​ລາວ​ ໃນ​ກອງ​ປະຊຸມ​ຄັ້ງນີ້ ກໍ​ຄື​ ກໍລະນີ ທີ່​ອົງການ Human Rights Watch ​ໄດ້​ປະກາດ​ທ່າ​ທີ​ຢ່າງ​ຊັດ​ເຈນ​ວ່າ ຕົນໄດ້​ນຳ​ ສະ​ເໜີ​ກໍລະນີ​ບັນຫາ​ການ​ຫາຍ​ຕົວ​ໄປ ​ຂອງ ທ່ານສົມບັດ ສົມ​ພອນ ນັກ​ພັດທະນາ​ລາວ ​ທີ່​ດີ​ເດັ່ນ​ຂອງ​ອາ​ຊ່ຽນ ​ເຂົ້າສູ່​ການ​ພິຈາລະນາ​ທົບ​ທວນ​ ໃນ​ຄັ້ງນີ້​ດ້ວຍ ທັງ​ນີ້ ​ໂດຍເນັ້ນ ໜັກ​ເນື້ອ​ໃນ​ສຳຄັນ ​ເຖິງ​ຄວາມ​ບໍ່​ເອົາ​ໃຈ​ໃສ່ ຂອງ​ທາງການລາວ​ ຕໍ່​ບັນຫາ​ດັ່ງ​ກ່າວ​ນີ້ ລວມ​ເຖິງ​ການ​ຈຳກັດ​ສິດທິ​ພົນລະ​ເມືອງ​ລາວ ທັງ​ໃນ​ການສະ​ແດງ​ຄວາມ​ຄິດ​ເຫັນ ​ແລະ​ການສະ​ແດງ​ອອກທາງ​ການ​ເມືອງ​ຕາມ​ລັດຖະທຳ​ມະນູນ​ດ້ວຍ.

ກ່ອນ​ໜ້າ​ນີ້ ບັນດາ​ນັກ​ເຄື່ອນ​ໄຫວ ​ເພື່ອ​ປົກ​ປ້ອງ​ສິດທິ​ມະນຸດ​ຂອງ 82 ອົງການ​ຈາກ​ທົ່ວ​ໂລກ ​ໄດ້​ຮ່ວມ​ກັນ​ລົງ​ນາມ​ ໃນ​ຖະ​ແຫລ​ງການ ທີ່​ໄດ້​ສົ່ງ​ເຖິງ​ບັນດາ​ລັດຖະບານ​ຂອງ​ປະ​ເທດ​ສະມາຊິກ​ຂອງ​ອາ​ຊ່ຽນ ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 15 ທັນວາ 2014 ອັນ​ເປັນ​ວັນ​ຄົບ​ຮອບ 2 ປີ ຂອງ​ການ​ຫາຍ​ຕົວ​ໄປ​ຢ່າງ​ບໍ່​ມີ​ຮ່ອງຮອຍ ຂອງ​ທ່ານ​ສົມບັດ ສົມ​ພອນ. Continue reading “ລາວແມ່ນ 1 ໃນ 14 ປະເທດ ທີ່​​ຖືກ​ທົບ​ທວນ​ ໂດຍສະພາ ສິດທິມະນຸດ ສປຊ”

145 ອົງການ: ການບັງຄັບຫາຍສາບສູນ ຂອງສົມບັດສົມພອນ ເປັນໃຈກາງ ຂອງການ ປະຊຸມທົບທວນການປະຕິບັດ ວຽກງານດ້ານ ສິດທິມະນຸດສາກົນ ກ່ຽວກັບລາວ

Logo-Sombath InitiativeThe Sombath Initiative: 20 ມັງກອນ 2015

ພວກເຮົາທີ່ລົງລາຍເຊັນຂ້າງລຸ່ມນີ້ ຮຽກຮ້ອງມາ ຍັງທ່ານ ໃຫ້ພິຈາລະນາແກ້ໄຂ ການ ຫາຍສາບສູນຂອງສົມບັດສົມພອນ ຢູ່ໃນ UPR ກ່ຽວກັບ ສປປລາວ ຂອງວັນທີ 20 ມັງກອນ 2015 ທີ່ຈະມາເຖິງນີ້

ກ່ຽວກັບການຫາຍສາບສູນໂດຍບັງຄັບ ແມ່ນອາຊະຍາກຳ ທີ່ໜ້າຢ້ານກົວ ມັນເປັນສ່ວນ ນຶ່ງທີ່ບໍ່ຫຼາຍທີ່ຖືກຮັບຮູ້ໃນ ລະດັບສາກົນ ວ່າເປັນ ການບໍ່ມີເຫດຜົນ ຈັກດີ້ [1]

ອາຊະຍາກຳນີ້ ບໍ່ແມ່ນກະທົບແຕ່ຜູ້ຮັບເຄາະຮ້າຍ ມັນກໍແມ່ນອາຊະຍາກຳ ທີ່ກະທົບຕໍ່ ຄອບຄົວຂອງ ຜູ້ຮັບເຄາະຮ້າຍທີ່ ປັດສະຈາກເຫດຜົນ ການແກ້ໄຂບັນຫາ ຫຼື ບໍ່ມີພາຫາ ນະ ການຊ່ວຍແກ້ ແລະເຮັດໃຫ້ມີການຢ້ານກົວ ແລະ ການຂົ່ມຂູ່. ໃນເຫດຜົນອັນດຽວ ກັນນັ້ນ ກໍແມ່ນອາຊະຍາກຳ ຕໍ່ສັງຄົມຢ່າງກວ້າງຂວາງ ແລະ ເປັນສ່ວນນຶ່ງຂອງການ ທຳຮ້າຍທີ່ລາມອອກໄປ ແລະ ມີລະບົບການກະທົບຕໍ່ປະຊາຊົນພົນລະເຮືອນ ເປັນອາ ຊະຍາກຳ ຕໍ່ ມະນຸດຊາຕ

ສົມບັດສົມພອນຖືກຮັບຮູ້ຢ່າງກວ້າງຂວາງສຳລັບວຽກງານຂອງລາວ ທີ່ເປັນວຽກງານປະ ດິດສ້າງຂອງການດຳລົງຊີວິດ ແລະ ມີຜົນສຳເລັດຢ່າງໜ້າສັນລະເສີນໃນດ້ານກະສິກຳ ຍຶນຍົງ ການພັດທະນາຊຸມຊົນ ແລະ ມີຫຼາຍທາງເລືອກ ມີການປະກອບສ່ວນ ຂອງ ຄົນສ່ວນຫຼາຍ ແລະ ມີການສຶກສາໃຫ້ເຍົາວະຊົນ. ສົມບັດສົມພອນໃຫ້ຮັບການສັນລະ ເສີນ ຈາກຫຼາຍທາງ ລວມທັງ ໄດ້ຮັບຮາງວັນ ໄຣມົງແມັກໄຊໄຊ ໃນປີ 2005 ກ່ຽວ ກັບ ການເປັນຜູ້ນຳຊຸມຊົນ

ຍ້ອນວ່າມີການຮັບຮູ້ ແລະ ການເຄົາລົບນັບຖື ການຫາຍສາບສູນຂອງສົມບັດສົມພອນ ຈຶ່ງໄດ້ນຳມາຊຶ່ງ ຄວາມສົນໃຈທີ່ມີຄວາມໝາຍ ແລະ ການບໍ່ລົດລະ ອອກມາທົ່ວໂລກ [2] Continue reading “145 ອົງການ: ການບັງຄັບຫາຍສາບສູນ ຂອງສົມບັດສົມພອນ ເປັນໃຈກາງ ຂອງການ ປະຊຸມທົບທວນການປະຕິບັດ ວຽກງານດ້ານ ສິດທິມະນຸດສາກົນ ກ່ຽວກັບລາວ”