ສົມບັດ ທີ່ຮັກ…ຈາກ ຊຸຍເມັງ

ວິທະຍຸເອເຊຍເສລີ: 04 ມິຖຸນາ 2017

ສົມບັດ ທີ່ຮັກ,

ສຳລັບຫລາຍປະເທດ ໃນເອເຊັຽ ແລະ ອະເມຣິກາລາຕິ໋ນ, ສລອງວັນສາກົລ ເພື່ອຜູ້ຖືກບັງຄັບ ໃຫ້ຫາຍສາບສູນ ໃນສັປດານີ້. ຍ້ອນແນວນັ້ນ ຂ້ອຍຈຶ່ງຄຶດຮອດເຈົ້າ ຫລາຍຂຶ້ນຕື່ມ ໃນມື້ສຳຄັນ ຄືແນວນີ້.

ຄືນວານນີ້ ຂ້ອຍນອນຍາກ ເພາະຄຶດເຖິງເຈົ້າຫລາຍ, ແລະເຊົ້າມື້ນີ້ ຂ້ອຍຕື່ນຂຶ້ນມາ ແລະ ຮູ້ສຶກງຸດງິດໃຈ ຈົນບໍ່ເປັນອັນກິນອັນນອນ. ຂ້ອຍພຍາຍາມ ປອບໃຈໂຕເອງ ໂດຍການນັ່ງສະມາທິ ແຕ່ກໍຍາກ ທີ່ຈິດໃຈຂອງຂ້ອຍ ຈະຢູ່ໃນ ສະພາບສງົບ ປົກຕິ ບໍ່ກະວົນກະວາຍໄດ້ ເພາະວ່າ ມີສິ່ງທີ່ເຮັດໃຫ້ຂ້ອຍ ກັງວົນໃຈຢູ່. ຂ້ອຍເສົ້າໂສກ ແລະ ອາຣົມບໍ່ດີ ໃຈຮ້າຍ, ແລະ ທໍ້ແທ້ໃຈ. ຂ້ອຍຖາມໂຕເອງ ວ່າ ເຈົ້າເຮັດຫຍັງ… ສົມພອນ ຈຶ່ງໄດ້ຮັບ ຄວາມອະຍຸຕິທັມ ຄືແນວນີ້ ໃນເມື່ອ ທຸກສິ່ງທຸກຢ່າງ ທີ່ເຈົ້າເຮັດໄປ ທັງໝົດ ຄືຄວາມດີ, ເຈົ້າເປັນຄົນດີ, ທຸ້ມເທ ຄວາມຮູ້ ແລະ ຄວາມສຳນິສຳນານ ເຂົ້າໃນການປັບປຸງ ຊີວິດການເປັນຢູ່ ຂອງຊາວລາວ ທັມດາສາມັນ ແລະ ຊຸມຊົນລາວ ທົ່ວໄປ.
ຫລັງຈາກ ໄດ້ນັ່ງສະມາທິແລ້ວ ຈິດໃຈຂ້ອຍ ກໍເຢັນລົງ ແລະ ຮູ້ສຶກດີຂຶ້ນ ໜ້ອຍນຶ່ງ. ຂ້ອຍເຣີ່ມຄຶດເຖິງ ສິ່ງທີ່ເຈົ້າ ມັກເວົ້ານຳຂ້ອຍວ່າ ເຈົ້າບໍ່ເຄີຍພຍາຍາມ ທີ່ຈະປ່ຽນແປງໂລກ ຫຼື ປ່ຽນແປງຣັຖບານ ອັນເປັນສິ່ງທີ່ຢູ່ ນອກເໜືອ ໄປຈາກຄວາມສາມາດ ຂອງເຈົ້າ. ເຈົ້າເວົ້າວ່າ ເປົ້າໝາຍ ຂອງຊີວິດເຈົ້າ ມີພຽງແຕ່ຈະໄດ້ເຮັດສິ່ງ ເລັກໆນ້ອຍໆ ດ້ວຍວິທີການ ອັນນ້ອຍໆ ຄືນໃຫ້ ຄອບຄົວ ແລະ ຊຸມຊົນ ທີ່ໄດ້ລ້ຽງເຈົ້າ ໄດ້ເບິ່ງແຍງເຈົ້າ, ແລະ ສອນເຈົ້າ ໃຫ້ກາຍເປັນຄົນ ທີ່ເຈົ້າເປັນຢູ່ ໃນສູ່ມື້ນີ້. ແລະ ແນ່ນອນ ທັງໝົດນັ້ນ ເປັນສິ່ງທີ່ ເຈົ້າໄດ້ເຮັດ ຢູ່ເລື້ອຍໆ ຄື ແທນຄຸນງາມຄວາມດີ ໃຫ້ພວກເພິ່ນຄືນ ຢ່າງໝົດຈິດໝົດໃຈ ຖນອມທ່ອມຕົນ, ມ່ວນຊື່ນ ແລະ ໃຈກວ້າງ.

ຂ້ອຍໄດ້ເຫັນ ວິທີເຈົ້າເຮັດວຽກ ບໍ່ວ່າ ເຈົ້າຈະຢູ່ກັບ ຊາວນາທັມດາສາມັນ, ນາຍຄຣູ, ນັກຮຽນນັກສຶກສາ, ຄູ່ຮ່ວມພັທນາ ແລະ ເພື່ອນຮ່ວມງານ, ຫຼື ແມ່ນແຕ່ ຟັງເຈົ້າໜ້າທີ່ຂັ້ນສູງ ເຈົ້າກໍມັກ ປະຕິບັດ ຕໍ່ແຕ່ລະຄົນ ດ້ວຍຄວາມເຄົາຣົບ, ໃຫ້ກຽດ ແລະ ກ່ອນອື່ນໝົດ ເຈົ້າກໍພ້ອມ ທີ່ຈະຮັບຟັງ ຄົນອື່ນ ແລະ ມັກເວົ້າໜ້ອຍ. ນັ້ນເປັນວິທີ ທີ່ເຈົ້າ ມັກປະຕິບັດ ຕໍ່ຄົນອື່ນ ພ້ອມທັງ ເປີດຈິດເປີດໃຈ ແລະ ບໍ່ເຄີຍຖືໂຕເອງ ເປັນໃຫຍ່ຈັກເທື່ອ. ຂ້ອຍຄຶດວ່າ ຍ້ອນເປັນແນວນັ້ນ ເຈົ້າຈຶ່ງມີຄົນ ໃນຊຸມຊົນພັທນາ ແລະ ໃນບັນດາກຸ່ມຊາວໜຸ່ມ ຈຳນວນຫລາຍ ຢູ່ພາຍໃນປະເທດລາວ ແລະ ຕ່າງປະເທດ ປະຕິບັດຕາມ.

ໃນລະຍະສັປດານີ້ ຊຶ່ງເປັນສັປດາສາກົລ ເພື່ອຄົນ ທີ່ຖືກບັງຄັບ ໃຫ້ຫາຍສາບສູນ, ຂະນະທີ່ ພວກເຮົາ ຄຶດຮອດເຈົ້າ, ສົມບັດ, ແລະ ທຸກໆຄົນ ທີ່ຖືກບັງຄັບ ໃຫ້ຫາຍສາບສູນ, ຂ້ອຍພຍາຍາມ ທີ່ຈະລືມຄວາມທໍ້ແທ້ ເຫລືອໃຈ ແລະ ຄວາມໂສກເສົ້າ. ຂ້ອຍຈຶ່ງ ຈື່ຈຳ ຄວາມດີທັງໝົດ ທີ່ເຈົ້າໄດ້ເຮັດມາ. ຂ້ອຍເຊື່ອວ່າເຈົ້າ ຖືກບັງຄັບ ໃຫ້ຫາຍສາບສູນ ເນື່ອງຈາກວ່າ ເຈົ້າ ໄດ້ພຍາຍາມ ມີຊີວິດຕາມຫລັກການ ຂອງເຈົ້າແລະ ຄວາມຈິງໃຈ-ຊື່ສັດ ຂອງເຈົ້າ. ແລະນັ້ນ ຄືຄວາມດີ ຂອງເຈົ້າ ແລະ ແນວຄິດ ຂອງເຈົ້າ ທີ່ເອົາຜູ້ຄົນ ເປັນສູນກາງການພັທນາ ອັນປາກົດວ່າ ມັນເປັນ ສິ່ງທ້າທາຍ ຊຶ່ງໃນທີ່ສຸດ ກໍມີບາງຄົນ ປິດປາກເຈົ້າ ໂດຍໃຫ້ເຈົ້າ ຫາຍສາບສູນໄປ.

ສົມບັດ, ໃນຂະນະທີ່ຂ້ອຍ ມີຄວາມເຈັບປວດ ເມື່ອຂາດ ເຈົ້າຢູ່ນີ້, ຂ້ອຍຮູ້ວ່າ ວຽກງານຂອງເຈົ້າ ແລະ ສິ່ງທີ່ເຈົ້າຍຶດໝັ້ນວ່າ ຈະກະທຳເພື່ອນັ້ນ ຈະຍັງມີ ຊີວິດຊີວາຕໍ່ໆໄປ ສຳລັບ ຜູ້ຄົນ ທັງຄົນລາວ ແລະ ບໍ່ແມ່ນຄົນລາວ. ຂ້ອຍຈະຮຽກຮ້ອງ ຫາຄວາມຈິງ ແລະ ຄວາມຍຸຕິທັມ ສຳລັບເຈົ້າ ເຖິງແມ່ນວ່າ ທຸກສິ່ງ ທີ່ຂ້ອຍໄດ້ຮັບ ຄື ຝາແຫ່ງຄວາມມິດງຽບ ກໍຕາມ.
ສົມບັດ, ທີ່ຮັກ, ຈົ່ງຢູ່ຢ່າງແຂງແຮງ ແລະ ຂ້ອຍກໍຄືກັນ ຈະຢູ່ຢ່າງແຂງແຮງ ເພື່ອເຈົ້າ ແລະ ເພື່ອທຸກຄົນທີ່ຖືກບັງຄັບ ໃຫ້ຫາຍສາບສູນ.

ຮັກເຈົ້າຫລາຍ, ຊຸຍເມັງ.

ວັນ​ທີ 31 ເດືອນ​ພຶ​ສ​ພາ 2017

Leave a Reply

Your email address will not be published.

This site uses Akismet to reduce spam. Learn how your comment data is processed.