ກຸ່ມ​ປົກປ້ອງ​ສິດທິ​ມະນຸດ ຕິຕຽນ ການຕັດສິນ ໃຫ້ຄົນງານລາວ 3 ຄົນ ຕິດຄຸກດົນນານ

VOA: 18 ພຶດສະພາ 2017

ປະທານປະເທດ ສປປ ລາວ ທ່ານບຸນຍັງ ວໍລະຈິດ ໂອ້ລົມກັບປະທານປະເທດຈີນ ທ່ານ Xi Jinping (ບໍ່ໄດ້ຢູ່ໃນຮູບ) ໃນກອງປະຊຸມສອງຝ່າຍ ທີ່ບ້ານພັກ Diaoyutai ໃນນະຄອນຫຼວງປັກກິ່ງ, ຈີນ. (16 ພຶດສະພາ 2017)

ກຸ່ມ​ປົກປ້ອງ​ສິດທິ​ມະນຸດໄດ້​ປະນາມ​ການຕັດສິນ​ລົງ​ໂທດຕິດ​ຄຸກ​ຢ່າງ​ໜັກ​ແລະ​ຮຽກຮ້ອງ ໃຫ້ປ່ອຍ​ຕົວ​ ​ຄົນ​ງານ​ລາວ 3 ຄົນ ທີ່​ໄດ້​ໄປ​ເຮັດ​ວຽກ​ໃນ​ປະ​ເທດ​ໄທ ຊຶ່ງ​ໄດ້​ຂຽນ​ຂໍ້ຄວາມ ຕ້ອງ​ຕິລັດ​ຖະບານທາງ​ສື່​ສັງຄົມ ​ແລະ​ເຂົ້າ​ຮ່ວມ​ການປະ​ທ້ວງ​ ຢູ່​ນອກ​ສະຖານທູດ​ ສປປ ລາວ ​ປະຈຳ​ປະ​ເທດ​ໄທ.

ພວກ​ຄົນ​ງານທີ່​ວ່າ​ນີ້ ຮວມມີ ທ້າວ​ ສົມ​ພອນ ພິມມະ​ສອນ ​ໄວ 30 ປີ ທ້າວ​ສຸ​ການ ໃຈ​ທັດ ອາຍຸ 33 ປີ ​ແລະນາງ​ ຫຼອດ​ຄຳ ທຳ​ມະ​ວົງ ​ໄດ້​ຖືກຕັດສິນ​ລົງ​ໂທດ ​ໃນ​ຕົ້ນ​ເດືອນ​ເມສາທີ່ ​ຜ່ານ​ມາ​ນີ້ ​ໃຫ້ຕິດ​ຄຸກແຕ່ 12 ຫາ 20 ​ປີ.

​ສະຫະພັນ​ສາກົນເພື່ອ​ສິດທິ​ມະນຸດ ຫຼື FIDH ​ແລະ​ຂະ​ບວນການ​ລາວ​ເພື່ອ​ສິດທິ​ມະນຸດ ​ຫຼື LMHR ​ໄດ້​ກ່າວ​ວ່າ “ການຕັດສິນ​ລົງ​ໂທດນີ້ ​ໄດ້​ສົ່ງ​ຂ່າວ​ທີ່​ໜ້າ​ຢ້ານ​ກົວ​ໄປ​ສູ່ກຸ່ມ​ສັງຄົມພົນລະ​ເຮືອນ​ໃນທົ່ວ​ປະ​ເທດ ທີ່​ທາງ​ລັດຖະບານ​ ໄດ້​ຕັດສິນ​ໃຈ​ໄປ​ແລ້ວ​ວ່າ ຈະ​ປາບ​ປາມ​ ແມ່ນ​ແຕ່​ການ​ເຄື່ອນ​ໄຫວພຽງ​ໜ້ອຍ​ດຽວ ​ແລະຄັດ​ຄ້ານຕໍ່​ການ​ປົກຄອງ
ແບບ​ຜະ​ເດັດ​ການ​ຂອງຕົນ.”

​ໃນ​ຂະນະ​ທີ່ຢູ່​ໃນ​ປະ​ເທດ​ໄທນັ້ນ ພວກຄົນ​ງານ​ທັງ​ສາມ ​ໄດ້​ຂຽນ​ຂໍ້ຄວາມລົງ​ໃນ​ສື່​ສັງຄົມ ຕ້ອງ​ຕິລັດຖະບານ ​ໂດຍກ່າວ​ຫາ​ວ່າ​ການ​ສໍ້​ລາດ​ບັງ​ຫຼວງ ຕັດ​ໄມ້​ທຳລາຍ​ປ່າ ​ແລະ​ລະ​ເມີດ​ ສິດທິ​ມະນຸດຕ່າງໆ​ນາໆ.

ນອກ​ນັ້ນ ພວກ​ເຂົາ​ເຈົ້າ​ຍັງ​ໄດ້​ເຂົ້າ​ຮ່ວມ​ ໃນ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ຢູ່ຂ້າງ​ນອກ ​ສະຖານ​ທູດ ​ສປປ ລາວ ໃນ​ເດືອນ​ທັນວາ ປີ 2015.

ພວກ​ເຂົາ​ເຈົ້າ ​ໄດ້​ຖືກ​ຈັບ​ກຸມ​ໃນເດື​ອນມີນາ ປີ 2016 ຫຼັງ​ຈາກ​ທີ່​ໄດ້​ກັບ​ຄືນໄປ​ຍັງ​ສປປ ລາວ ​ເພື່ອ​ຍື່ນ​ຄຳ​ຮ້ອງ​ຂໍ​ຕໍ່​ໜັງສື​ເດີນທາງ ກ່ອນ​ກັບຄືນ​ໄປ​ຍັງ​ປະ​ເທດ​ໄທ.

​ໂທ​ລະ​ພາບຂອງ​ລັດຖະບານ​ລາວ ​ໄດ້​ອອກ​ຂ່າວ​ວ່າທ້າວ​ ສົມ​ພອນ ທ້າວ​ສຸ​ການ ​ແລະນາງ ​ຫຼອດ​ຄຳ ຖືກ​ເຈົ້າໜ້າ​ທີ່​ຄຸມ​ຕົວ​ທີ່​ກອງ​ບັນຊາ​ການ​ຕຳຫຼວດ​ໃນະຄອນຫຼວງ​ວຽງ​ຈັນ. ມີລາຍ ​ງານວ່າ ​ເຈົ້າໜ້າ​ທີ່​ໄດ້​ກ່າວ​ຫາບຸກຄົນ​ທັງ​ສາມວ່າ​ເປັນ​ໄພ​ຂົ່ມຂູ່ຕໍ່​ຄວາມ​ປອດ​ໄພ​ຂອງ​ປະ​ເທດ ​ແລະ​ສ້າງ​ຄວາມ​ເສຍ​ຫາຍຕໍ່​ຊື່​ສຽງ​ຂອງ​ລັດຖະບານ.

ທ່ານ Andrea Giorgeta ຜູ້ອຳນວຍການ​ຝ່າຍ​ເອ​ເຊຍຂອງ​ອົງການ FIDH ໄດ້ກ່າ​ວວ່າ ການ​ຈັບ​ກຸ​ມທີ່​ວ່າ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນວ່າລັດຖະບານ​ໄດ້​ຕິດຕາມ​ເບິ່ງ​ການ​ເຄື່ອນ ປະຊາຊົນຂອງ​ຕົນ ​ໃນ​ຕ່າງ​ປະ​ເທດ​ຢ່າງ​ໃກ້ຊິດ.

ທ່ານ Giorgeta ​ໄດ້​ບອກກັບ VOA ວ່າ “ລັດຖະບານ​ລາວ ​ໄດ້​ດຳ​ເນີນ​ການ​ໃນ​ວິທີ​ການ​ ຂອງ​ຕົນ ​ເພື່ອ​ລົງ​ໂທດ​ພວກ​ຄັດຄ້ານ​ລັດຖະບານສາມ​ຄົນນີ້ ທີ່​ປະກອບ​ອາຊີ​ບ​ໃນ​ປະ​ ເທດ​ໄທ. ມັນສະ​ແດງ​ໄຫ້​ເຫັນ​ວ່າ ລັດຖະບານໄດ້ເພີ່ມກາ​ນຕິດຕາມສິ້ງ​ຊອມ ​ເບິ່ງປະຊາຊົນຂອງ​ຕົນ ຍ້ອນພວກ​ເຂົາ​ເຈົ້າ​ທັງ​ສາມ ​ໄດ້​ສະ​ແດງ​ອ​ອກຊຶ່ງຄວາມ​ຄິດ​ເຫັນ​ຂອງ​
ພວກ​ເຂົາເຈົ້າ ​ແລະ​ຕ້ອງ​ຕິ​ນະ​ໂຍບາຍ​ຂອງ​ລັດຖະບານ.”

ອົງການ Freedom House ຊຶ່ງ​ເປັນ​ອົງການ​ທີ່​ບໍ່​ຂຶ້ນກັບ​ລັດຖະບານ ທີ່​ມີສຳນັກງານ ຕັ້ງຢູ່​ໃນສະຫະລັດ ​ໃນ​ການ​ຊັ່ງຊາ​ເບິ່ງ​ສິດ​ເສລີພາບ​ແລະ​ສິດທິ​ທາງ​ສື່​ມວນຊົນ ​ໄດ້​ຈັດລາວ​ວ່າ ​ເປັນ​ປະ​ເທດ​ທີ່​ບໍ່​ມີ​ເສລີ ​ໂດຍ​ມີ​ສິດທິ​ທາງ​ດ້ານ​ການ​ເມືອງ​ແລະ​ສິດ​ເສລີພາບ​ໃນ​ລະດັບ​ຕ່ຳ​ຫລື​ບໍ່​ກໍ​ສູນ.

ຄົນງານລາວຖືກຕັດສິນ ໂທດໜັກ

ວິທະຍຸເອເຊຍເສລີ: 16 ພຶດສະພາ 2017

ພວກພີ່ນ້ອງ ຂອງ ຄົນງານລາວ 3 ຄົນ ທີ່ຖືກທາງການ ສປປລາວ ຈັບຂັງຄຸກ ມາແຕ່ຕົ້ນປີ 2016 ນັ້ນແຈ້ງໃຫ້ ວິທຍຸເອເຊັຍເສຣີ ຮູ້ວ່າ ທັງ 3 ຖືກສານ ຕັດສິນລົງໂທດ ໜັກເມື່ອ ຕົ້ນເດືອນເມສາ ຜ່ານມາຄື: ທ້າວ ສົມພອນ ພິມມະສອນ ຖືກຕັດສິນລົງໂທດ ຈໍາຄຸກ 20 ປີ, ທ້າວສຸການ ໃຈທັດ 18 ປີ ແລະ ນາງຫຼອດຄໍາ ທໍາມະວົງ 12 ປີ. ຄົນງານທັງ 3 ຄົນນັ້ນ ຖືກນໍາຕົວໄປຂັງຢູ່ຄຸກຊໍາເຄ້, ແຕ່ການຕັດສິນ ຂອງສານ ບໍ່ຖືກເປີດເຜີຍ ອອກເປັນຂ່າວ ຜ່ານສື່ມວນຊົນ ໃນລາວ.

ກ່ຽວກັບເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຖາມໄປຍັງ ເຈົ້າໜ້າທີ່ ກົມຄຸມຂັງດັດສ້າງ ທີ່ນະຄອນຫຼວງວຽງຈັນ ໃນມື້ວັນທີ 15 ພຶສພາ ນີ້, ໄດ້ຮັບຄໍາຕອບ ວ່າບຸກຄົນ ທັງ 3 ຍັງບໍ່ທັນ ຖືກຕັດສິນເທື່ອ ແລະ ຍັງບໍ່ຮູ້ກໍານົດວ່າ ຈະຕັດສິນ ເມື່ອໃດ ແຕ່ຢືນຢັນວ່າ ຜົນການຕັດສິນ ຈະອອກມາແບບ ມີຄວາມຍຸຕິທັມ:

“ຍັງສົ່ງໃຫ້ສານ ສານຍັງບໍ່ທັນໄດ້ ຕັດສິນ ມື້ກ່ອນຫັ້ນ ພີ່ນ້ອງຂະເຈົ້າ ກະມາຢາມ ສໍານວນຫັ້ນມັນ ຢູ່ນໍາສານແລ້ວ ຄະດີ ຮຸນແຮງ ບໍ່ ມັນກະຢູ່ ໃນຂອບ ຂອງກົດໝາຍ ຫັ້ນແຫລະ ກົດໝາຍອາຍາມາຕຣາ 165 ຫັ້ນ ປະຕິບັດຄວາມເປັນທັມຫັ້ນ ມັນຕ້ອງຢູ່ໃນດູນ ພິນິດ ຂອງສານ”.

ທ່ານກ່າວຕື່ມວ່າ ປັດຈຸບັນ ຄົນງານລາວ ທັງ 3 ຍັງຖືກຂັງ ຢູ່ໃນຄຸກ ແລະໄດ້ຮັບການເບິ່ງແຍງ ຄືກັນກັບນັກໂທດ ຄົນອື່ນໆ, ບໍ່ໄດ້ຖືກ ກົດຂີ່ ຕາມທີ່ເປັນ ຂ່າວລື ແຕ່ຢ່າງໃດ.

ຄົນງານລາວທັງ 3 ຄົນ ຖືກທາງການ ສປປລາວ ຕັ້ງຂໍ້ຫາໂຈມຕີ ຣະບອບການເມືອງ ແລະໃສ່ຮ້າຍປ້າຍສີຜູ້ນໍາພັກ-ຣັຖ ໂດຍເຜີຍແຜ່ ຂໍ້ມູນບິດເບືອນ ກ່ຽວກັບ ພັກ-ຣັຖ ຜ່ານສື່ສັງຄົມ ອອນລາຍ ແລະເຄີຍໄປຮຽກຮ້ອງ ປະຊາທິປະຕັຍ ຢູ່ຕໍ່ໜ້າ ສະຖານທູດ ສປປລາວ ທີ່ບາງກອກ ປະເທດໄທ.

ເມື່ອເດືອນພຶສພາປີກາຍ ເຈົ້າໜ້າທີ່ ທາງການລາວ ໄດ້ນໍາຕົວທັງ 3 ຄົນ ອອກມາຖແລງຂ່າວ ຮັບສາຣະພາບຜິດ ຕໍ່ສື່ມວນຊົນ ຂອງ ທາງການ ຂນະທີ່ ອົງການຈັດຕັ້ງ ສາກົນຕ່າງໆ ຮຽກຮ້ອງ ແລະກົດດັນໃຫ້ ຣັຖບານສປປລາວ ປ່ອຍຕົວ ຢ່າງຮີບດ່ວນ ແລະ ບໍ່ມີ ເງື່ອນໄຂ.

ເສຣີພາບດ້ານຂ່າວສານ ຢູ່ລາວ

ວິທະຍຸເອເຊຍເສລີ: 03 ພຶດສະພາ 2017

ຣາຍງານຂອງອົງການຂ່າວບໍ່ມີພົມແດນ ໃນການຈັດດັຊນີ ເສຣີພາບ ທາງການຂ່າວສານ ໃນບັນດາ ປະເທດ ໃນໂລກ ສຳລັບປີ 2017 ຣະບຸວ່າ ສປປລາວ ຖືກຈັດຢູ່ໃນ ອັນດັບ 170 ໃນຈຳນວນ 180 ປະເທດ ໝາຍຄວາມວ່າ ລາວຍັງບໍ່ມີເສຣີພາບ ທາງດ້ານການຂ່າວຢູ່ ແລະບໍ່ມີສຳນັກຂ່າວ ເອກຣາດ ໃນລາວ.

ອົງການຂ່າວສານແມ່ນຂຶ້ນກັບຣັຖບານຫມົດ, ທຽບໃສ່ປີ 2016 ສປປລາວ ຖືກຈັດຢູ່ໃນອັນດັບທີ 173. ດັ່ງທ່ານ PHIL ROBERTSON ຮອງຜູ້ ອຳນວຍການ ອົງການສິ້ງຊອມ ດ້ານສີດທິມະນຸດ ປະຈຳຂົງເຂດ ໄດ້ໃຫ້ຄວາມເຫັນ ກ່ຽວກັບ ເສຣີພາບ ຂ່າວສານ ໃນລາວວ່າ:

“ຄືສລູບງ່າຍໆ ກະເລີຍບໍ່ມີເສຣີພາບ ໃນການສື່ໃນລາວ ຣັຖບານກ່າເລີຍ ເຮັດໄດ້ເບິດ ປະຊາຊົນລາວ ສິເວົ້າຫຍັງ ກໍຕ້ອງໃຊ້ ເຟສບຸກ ຖ້າຈະດູໂທຣະທັດ ຟັງວິທຍຸ ອ່ານຫນັງສືພີມ ຂອງຣັຖບານລາວ ກໍໄດ້ແຕ່ຂ່າວ ທີ່ຣັຖບານລາວ ຄວນຈະໃຫ້ ບໍ່ມີໂອກາດ ທີ່ຈະມີການສື່ ອິສຣະໃນລາວ ປັດຈຸບັນ ເພາະວ່າເປັນ ຣັຖບານ ພັກດຽວ ມັນບໍ່ໄດ້ ເປັນຫນັງສືພີມ ອິສຣະ ວິທຍຸອິສຣະ ໂທຣະທັດ ອິສຣະ”.

ປັດຈຸບັນ ເສຣິພາບຂອງສື່ມວນຊົນ ໃນລາວ ຍັງຖືກຈຳກັດ ຊື່ງການນຳສເນີ ປະເດັ່ນຂ່າວ ແລະ ການສະແດງ ຄວາມຄິດຄວາມເຫັນ ທີ່ ແຕກຕ່າງ ຈະຖືກຫ້າມ ຕ້ອງໄດ້ເຮັດ ຕາມຄຳສັ່ງ ທາງການເທົ່ານັ້ນ ແລະຕ້ອງໄດ້ ກວດສອບເນື້ອຫາ ສາຣະ ກ່ອນຈະອອກ ຂ່າວໄດ້. ດັ່ງສື່ມວນຊົນ ທ້ອງຖິ່ນ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 3 ພຶສພາ ນີ້ວ່າ:

“ເນື້ອໃນຂ່າວໃຫ້ມັນຄົມຊັດ ກວ່າທີ່ຜ່ານມາ ບໍ່ແມ່ນວ່າສິຂຽນຂ່າວ ແບບວິຊາການ ແບບຕາຍໂຕ ໃຫ້ມີລັກສນະ ແຕກຕ່າງໄປເລື້ອຍໆ ແຕ່ວ່າມີຂໍ້ມູນ ຄົບຖ້ວນ ອາດຈະໄດ້ ແຕ່ວ່າອາດຈະຜ່ານ ປະທານຜູ້ຊີ້ນຳ ຄືເຈົ້າເມືອງ ເຈົ້າແຂວງອະນຸຍາດ ໃຫ້ເປີດເຜີຍ ຈຶ່ງເປີດເຜີຍ ໄດ້”.

ທ່ານກ່າວຕື່ມວ່າໃນອະນາຄົດ ຢາກເຫັນ ສື່ມວນຊົນລາວ ຣາຍງານຂ່າວ ທີ່ມີຄວາມຫຼາກຫຼາຍ ບໍ່ຢາກໃຫ້ຈຳກັດ ເສຣິພາບ ໃນຄວາມຄິດ ຄວາມເຫັນ ທີ່ແຕກຕ່າງ ສາມາດໃຊ້ ເປັນເຄື່ອງມື ກວດສອບການ ປະຕິບັດງານ ຂອງຣັດໄດ້ ໃຫ້ເປັນແບບດຽວກັບ ອົງກອນຂ່າວຕ່າງ ຊາດ.

ລາຍງານ ການເຄົາລົບ ສິດທິມະນຸດ ຂອງ ກະຊວງຕ່າງປະເທດ ສຫລ ທີ່ກ່ຽວກັບລາວ

VOA: 04 ມີນາ 2017

ບົດ​ສະຫລຸບ ​ຂອງລາຍ​ງານ​ປະຈຳ​ປີ ວ່າດ້ວຍການ​ເຄົາລົບ​ນັບຖື​ສິດທິ​ມະນຸດ ຂອງ​ກະ
ຊວງການ​ຕ່າງປະ​ເທດ​ສະຫະລັດກ່ຽວກັບລາວກ່າວ​ວ່າ ສປປ ລາວ ​ແມ່ນ​ປົກຄອງ​ໂດຍ
​ພັກ​ການ​ເມືອງພຽງພັກ​ດຽວ ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ລັດຖະທຳ​ມະນູນຄື​ພັກ​ປະຊາ​ຊົນ​
ປະຕິວັດ​ລາວ. ການ​ເລືອກ​ຕັ້ງ​ເທື່ອ​ຫຼ້າ​ສຸດ​ຊຶ່ງມີ​ຂຶ້ນ​ໃນ​ວັນ​ທີ​ 20 ມີນາ​ຜ່ານ​ມາ ​ແມ່ນ​ດຳ
​ເນີນ​ໄປ​ແບ​ບບໍ່ມີ​ເສລີ​ແລະບໍ່ມີຄວາມ​ຍຸຕິ​ທຳ. ພັກ​ປະຊາຊົນ​ປະຕິວັດ​ລາວ​ໄດ້​ເລືອກ​ເອົາ
​ບັນດາ​ຜູ້​ສະໝັກ​ທັງ​ໝົດແລະ​ການ​ປ່ອນ​ບັດແມ່ນເປັນ​ການບັງຄັບຕໍ່​ປະຊາຊົນ​ທຸກໆ​ຄົນ.
ຫລັງ​ຈາ​ກ ານ​ເລືອກ​ຕັ້ງ​ແລ້ວ ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້ການ​ອະນຸມັດ​ຕໍ່​ການ​ແຕ່ງຕັ້ງ​ທ່ານ​
ທອງ​ລຸນ ສີ​ສຸ​ລິດ ​ເປັນນາຍົກລັດຖະມົນຕີ​ຂອງ​ປະ​ເທດ.

ລາຍ​ງານ​ກ່າວ​ວ່າ ພົນລະ​ເຮືອນ​ຍັງ​ສືບ​ຕໍ່​ເປັນ​ຜູ້​ຄວບ​ຄຸມ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​
ຢ່າງ​ມີ​ປະສິດທິ​ຜົນ.

ບັນຫາ​ການ​ເຄົາລົບ​ນັບຖື ​ສິ​ດທິມະນຸດ​ທີ່ສຳຄັນສຸດ ​ແມ່ນ​ຍັງ​ສືບ​ຕໍ່​ເປັນ​ເລື່ອງ​ທີ່​ລັດຖະ
ບານປະຕິ​ເສດ​ບໍ່​ໃຫ້​ປະ​ຊາຊົນ​ຂອງ​ຕົນສາມາດ​ເລືອກ​ເອົາ​ລັດຖະບານ​ຂອງ​ພວກ​ເຂົາ
​ເຈົ້າ​ໄດ້. Continue reading “ລາຍງານ ການເຄົາລົບ ສິດທິມະນຸດ ຂອງ ກະຊວງຕ່າງປະເທດ ສຫລ ທີ່ກ່ຽວກັບລາວ”

ພັນລະຍາ ທ່ານສົມບັດ ຮຽກຮ້ອງໃຫ້ ທາງການ ລາວ ບອກຄວາມຈິງ ກ່ຽວກັບ ສາມີທ່ານນາງ

ສຽງຂອງອາເມລິກາ: 22 ທັນວາ 2016

ພັນ​ລະ​ຍາ​ຂອງ​ຜູ້ນຳ​ນັກ​ເຄື່ອນ​ໄຫວສັງຄົມພົນລະ​ເຮືອນໃນ​ລາວ ທ່ານ​ສົມບັດ ສົມ​ພອນ ຮຽກຮ້ອງ​ໃຫ້​ມີ​ການ​ປະຕິ​ຮູບລະບົບ​ຕຸລາການໃນ​ລາວ ​ແລະ​ຂໍໃຫ້​ລັດຖະບານ​ໃຫ້​ຄວາມ

ກະຈ່າງ​ແຈ້ງ​ ກ່ຽວກັບ​ຊະ​ຕາ​ກຳ​ຂອງ​ສາມີ​ທ່ານ​ນາງ ​ໂດ​ຍທ່ານ​ນາງກ່າວ​ວ່າ ທ່ານ​ນາງ
“ຈະບໍ່ຍອມລົ້ມ​ເລີກ” ໃນ​ການສືບ​ຕໍ່​ຊອກຫາ​ຄວາມ​ຈິງ​ ທີ່ຢູ່​ເບື້ອງ​ຫຼັງ​ການ​ຫາຍ​ສາບ​ສູນ
​ໄປ​ຂອງ​ສາມີ​ທ່ານ​ນາງ.

ທ່ານ​ນາງ ອຶ້ງ ຊຸຍ​ເມັງ ​ໄດ້​ທຳ​ການ​ຮຽກຮ້ອງ​ດັ່ງກ່າວ​ໃນ​ຂະນະທີ່​ພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ສິດທິ​ມະນຸດ ລະນຶກ​ເຖິງ​ວັນ​ຄົບຮອບ 4 ປີ ນັບ​ຕັ້ງແຕ່ ​ທ່ານ​ສົມບັດ ​ຖືກ​ບັງຄັບໃຫ້ ຫາ​ຍສາບ​ສູນ ທີ່ປ້ອມ​ກວດ​ຂອງ​ຕຳຫຼວດ​ໃນ​ນະຄອນຫຼວງ​ວຽງ​ຈັນ​ເມື່ອ​ເດືອນ​ທັນວາ​ປີ 2012​ ເປັນຕົ້ນ​ມາ.

ທ່ານ​ນາງ ອຶ້ງ ຊຸຍ​ເມັງ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ທີ່ປະ​ເທດ​ໄທ​ວ່າ “ຂໍ້ຄວາມ​ທີ່ສົ່ງ​ໄປຫາ​ລັດຖະບານ​ລາວ​ນັ້ນ ​ແມ່ນ​ຂໍ​ໃຫ້​ເວົ້າຄວາມ​ຈິງ ບອກ​ພວກ​ເຮົາ​ຄວາມ​ຈິງ​ ແລະ​ຂໍ້ ຄວາມ​ຂອງ​ຂ້າພະ​ເຈົ້າ ​ທີ່​ສົ່ງ​ໄປ​ຫາລັດຖະບານ​ລາວນັ້ນ ກໍ​ແມ່ນ​ວ່າ ຂ້າພະ​ເຈົ້າ​ຈະ​ບໍ່​ ຍອມລົ້ມ​ເລີກ.” Continue reading “ພັນລະຍາ ທ່ານສົມບັດ ຮຽກຮ້ອງໃຫ້ ທາງການ ລາວ ບອກຄວາມຈິງ ກ່ຽວກັບ ສາມີທ່ານນາງ”

ສາກົນທວງຖາມຣັຖບານລາວ ທ.ສົມບັດ ຢູ່ໃສ?

ວິທະຍຸເອເຊຍເສລີ: 16 ທັນວາ 2016

ໃນວັນຄົບຮອບ 4 ປີ ຂອງການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ອົງການຈັດຕັ້ງ ທາງສັງຄົມ ຕ້ອງການຢາກຮູ້ວ່າ ທ່ານສົມບັດ ຢູ່ໃສ.

ໃນວັນຄົບຮອບ 4 ປີ ຂອງການບີບບັງຄັບ ໃຫ້ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຫົວຫນ້າອົງການ ຈັດຕັ້ງ ທາງສັງຄົມ ຜູ້ທີ່ມີ ຊື່ສຽງ ໃນລາວ, ອົງການ ຈັດຕັ້ງທາງສັງຄົມ 132 ອົງການ ໄດ້ສົ່ງຫນັງສື ເປີດຊອງປະນາມ ຣັຖບານລາວ ໃນຄວາມຫຼົ້ມເຫຼວ ໃນການ ສືບສວນ ກ່ຽວກັບການ ຫາຍສາບສູນ ຂອງ ທ່ານສົມບັດ.

ອົງການດັ່ງກ່າວ ໄດ້ຮຽກຮ້ອງໃຫ້ ເຈົ້າຫນ້າທີ່ລາວ ປະຕິບັດ ການສືບສວນ ຢ່າງຈິງຈັງ ເພື່ອຢາກຮູ້ ຊຕາກັມ ຂອງ ທ່ານສົມບັດ ວ່າທ່ານ ຢູ່ແຫ່ງຫົນໃດ ໃນເວລານີ້. ອົງການຈັດຕັ້ງ ທາງສັງຄົມ ຍັງໄດ້ປະນາມ ຣັຖບານລາວ ໃນການຂາດ ຄວາມຮັບຜິດຊອບ ຫຼັງຈາກໄດ້ເຫັນ ຫລັກຖານ ໃນຮູບພາບ ວີດີໂອ ອີກໃຫມ່ ເມື່ອ 12 ເດືອນກ່ອນ.

ອົງການຈັດຕັ້ງທາງສັງຄົມ ຍັງໄດ້ຮຽກຮ້ອງ ໃຫ້ຣັຖບານລາວ ໃຫ້ຂໍ້ມູນກ່ຽວກັບ ຊະຕາກັມ ຂອງ ກຸ່ມນັກເຄື່ອນໄຫວ ຄົນອື່ນໆອີກ 10 ຄົນ ທີ່ຖືກ ເຈົ້າຫນ້າທີ່ລາວ ບີບບັງຄັບ ໃຫ້ຫາຍສາບສູນ ເຊັ່ນດຽວກັນ ໃນນັ້ນ ມີແມ່ຍິງ ສອງຄົນ ຄື ນາງກິ່ງແກ້ວ ແລະ ນາງສົມຈິດ, ຜູ້ຊາຍ 7 ຄົນຄື ທ້າວສຸບິນ ທ້າວຊວນ ທ້າວສິງປະສົງ ທ້າວຄຳສອນ ທ້າວນູ ທ້າວສົມຄິດ ແລະ ທ້າວສຸຣິຢາ ໃນຂໍ້ຫາວາງແຜນ ເຂົ້າຮ່ວມການ ປະທ້ວງ ຮຽກຮ້ອງໃຫ້ມີ ປະຊາທິປະຕັຍ ໃນລາວ ໃນປີ 2009.ແລະ ທ້າວສົມພອນ ຂັນຕິສຸກ ຜູ້ທີ່ປະນາມ ກ່ຽວກັບ ໂຄງການ ກະເສດ ຂອງຈີນ ທີ່ ແຂວງຫຼວງນ້ຳທາ ທີ່ຖືກ ເຈົ້າຫນ້າທີ່ ນອກເຄື່ອງແບບ ລັກພາຕົວ ແລະບີບບັງຄັບ ໃຫ້ຫາຍສາບສູນ ໃນເດືອນມົກກະຣາ ປີ 2007 ເທົ່າເຖີງ ປັດຈຸບັນ ຍັງບໍ່ມີ ຮ່ອງຮອຍຂອງ ຜູ້ກ່ຽວເລີຍ.

ທາງການລາວ ຕ້ອງໃຫ້ຂໍ້ມູນ ກ່ຽວກັບ ການຫາຍສາບສູນ ແລະ ຊະຕາກັມ ຂອງກຸ່ມຄົນ ດັ່ງກ່າວນີ້.

ງານລຳຣຶກເຖິງ ທ.ສົມບັດ

ວິທະຍຸເອເຊຍເສລີ: 16 ທັນວາ 2016

ສະມາຊິກຄອບຄົວ ແລະເຄືອຂ່າຍສູນອົບຮົມ ຮ່ວມພັທນາປາແດກ ຈັດງານລຳຣຶກ ເຖິງທ່ານສົມບັດ ສົມພອນ ໃນວັນຄົບຮອບ 4 ປີ ທີ່ທ່ານຖືກ ລັກພາຕົວ.

ຄອບຄົວຂອງ ທ່ານສົມບັດ ສົມພອນ ແລະເຄືອຂ່າຍ ສູນອົບ ຮົມຮ່ວມພັທນາ ຫຼື ສູນປາແດກ ໄດ້ຈັດງານລຳຣຶກ ເຖິງ ທ່ານສົມບັດ ສົມພອນ ທີ່ ນະຄອນຫຼວງ ວຽງຈັນ ໃນວັນທີ 15 ທັນວາ 2016 ພາຍຫຼັງທີ່ ທ່ານ ຖືກລັກພາໂຕໄປ ຄົບຮອບ 4 ປີເຕັມ. ໃນຕອນເຊົ້າ ຂອງງານ ຍານາງ ອຶ້ງຊຸຍເມັງ ພັລຍາຂອງທ່ານ ສົມບັດ ສົມພອນ ພ້ອມດ້ວຍຄອບຄົວ ກໍໄດ້ພາກັນ ຈັດພິທີ ທາງສາສນາ ຂຶ້ນເລັກນ້ອຍ, ໄດ້ນິມົນ ຄູບາມາສູຕ ຕາມຮີດຄອງ ຂອງຊາວພຸທ:

ຫຼັງຈາກນັ້ນ ຜູ້ຕາງໜ້າຄນະບໍຣິຫານງານ ຂອງສູນອົບຮົມ ຮ່ວມພັທນາແລະເຄືອຂ່າຍ, ທ່ານຄຳຜຸຍ ໄຊທະຣາຊ ກໍໄດ້ຂຶ້ນກ່າວ ເປີດງານ ລຳຣຶກເຖິງ ທ່ານສົມບັດ ສົມພອນ ແລະ ງານວາງສະແດງ ປາແດກ FAIR ຢ່າງເປັນທາງການ ໂດຍເວົ້າວ່າ:

“ທັງເໝິດນັ້ນແມ່ນເພື່ອເຮັດໃຫ້ ສັງຄົມລາວ ເປັນສັງຄົມ ທີ່ໜ້າຢູ່ ແລະ ເປັນສັງຄົມ ທີ່ມີຄວາມ ຍຸຕິທັມ. ແນ່ນອນແລ້ວ, ການທີ່ຈະ ອະທິບາຍ ຜົລງານ ຂອງອາຈານ ສົມບັດ ສົມພອນ ທີ່ມີຕໍ່ວຽກງານ ການພັທນາ ຢູ່ໃນເມືອງລາວນີ້, ຂ້າພະເຈົ້າ ບໍ່ມີຄວາມສາມາດ ທີ່ຈະອະທິບາຍ ໄດ້ໃນຂນະນີ້. ພ້ອມດຽວກັນນັ້ນ, ບັນດາການ ວາງສະແດງ ຕ່າງໆ ທີ່ພວກທ່ານເຫັນ ລ້ວນແລ້ວແຕ່ ສໍ່ສະແດງ ໃຫ້ ເຫັນຮູບພາບ ແລະ ຜົລງານ ຂອງອາຈານ ສົມບັດ ສົມພອນ, ຊິ່ງເປັນຜົລງານ ທີ່ຍັງຄົງຢູ່ ຕລອດໄປ”. Continue reading “ງານລຳຣຶກເຖິງ ທ.ສົມບັດ”

ທາງການລາວຄວນປ່ອຍນັກສຶກສາ

ວິທະຍຸເອເຊຍເສລີ: 28 ຕຸລາ 2016

LMHR logoຣັຖບານສປປລາວ ຈະຕ້ອງປ່ອຍຕົວ ອະດີດ ຜູ້ນໍາ ນັກສຶກສາ ທັງ 2 ທ່ານ ທີ່ທໍາການ ຮຽກທວງ ເພື່ອ ປະຊາທິປະຕັຍ ແລະ ຖືກຈັບ ໂດຍບໍ່ມີ ການສືບສວນ ມາໄດ້ 17 ປີ ແລ້ວນັ້ນ ຢ່າງຮີບດ່ວນ ແລະ ບໍ່ມີເຂື່ອນໄຂ. ຕາມ ຖແລງການຮ່ວມ ຂອງອົງການ ປົກປ້ອງ ນັກຕໍ່ສູ້ ເພື່ອ ສິດທິມະນຸດ ແລະ ຂະບວນການລາວ ເພື່ອ ສິດທິ ມະນຸດ.

ຍານາງ ວານີດາ ເທບສຸວັນ ຊະນະນິກອນ ປະທານ ຂະບວນການ ລາວ ເພື່ອ ສິດທິມະນຸດ ໃຫ້ສັມພາດ ຕໍ່ RFA ຈາກ ກຸງປາຣີ ປະເທດ ຝຣັ່ງເສດ ເມື່ອວັນທີ 26 ຕຸລາ 2016 ນີ້ວ່າ ການຈັບຂັງ ຜູ້ນໍາ ຂະບວນການ ນັກສຶກສາ 26 ຕຸລາ 1999 ເປັນ ກໍຣະນີ ທີ່ສໍາຄັນ ແລະ ຮ້າຍແຮງຫຼາຍ ສໍາລັບ ຂະບວນການ ລາວ ເພື່ອ ສິດທິມະນຸດ ທີ່ໄດ້ຕິດຕາມ ເຣື່ອງນີ້ ມາແຕ່ຕົ້ນ ຍານາງ ກ່າວ:

“ເຮົາໄດ້ດີ້ນຮົນ ໄປຂໍ ຄວາມເຂົ້າໃຈ ຄວາມເຫັນໃຈ ຈາກຜູ້ແທນ ສະພາ ເອີໂຣບ ຢູ່ບໍ່ເຊົາ ໃນຊ່ວງ 17 ປີ ທີ່ຜ່ານມານີ້ ສະພາເອີໂຣບ ໄດ້ລົງມະຕິ ຢ່າງເອກສັນ 5 ເທື່ອ ເພື່ອຂໍໃຫ້ ຜູ້ນໍາ ສປປລາວ ປ່ອຍຕົວ ນັກໂທດ ການເມືອງ ແລະ ບໍຣິຫານ ປະເທດ ປະກາດ ເຄົາຣົບ ສິດ ເສຣີພາບ ແລະ ປະຊາທິປະຕັຍ”. Continue reading “ທາງການລາວຄວນປ່ອຍນັກສຶກສາ”

ສິດທິມະນຸດຢູ່ລາວຕ້ອງ ທົບທວນ

ວິທະຍຸເອເຊຍເສລີ: 01 ກັນຍາ 2016

RFA-FCCT-2016
(ຊ້າຍສຸດ)ທ່ານ Laurent Meillan ຜູ້ຮັກສາການແທນ ຂ້າຫຼວງໃຫຍ່ ດ້ານສິດທິມະນຸດ ສະຫະປະຊາຊາດ ປະຈຳ ພູມີພາກ ເອເຊັຍຕາເວັນອອກ ສ່ຽງໃຕ້

ສຳນັກງານຂ້າຫຼວງໃຫຍ່ ດ້ານສິດທິມະນຸດ ສະຫະປະຊາຊາດ ປະຈຳ ພູມີພາກ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ສເນີໃຫ້ ມີການ ທົບທວນເບິ່ງ ການຣະເມີດ ສິດທິມະນຸດ ໃນ 4 ເຣຶ່ອງຢູ່ ສປປລາວ ໃນຣະຫວ່າງ ກອງປະຊຸມ ສຸດຍອດ ອາຊຽນ ທີ່ຈະຈັດຂຶ້ນ ຢູ່ ນະຄອນຫຼວງ ວຽງຈັນ ໃນຕົ້ນເດືອນ ກັນຍາ ນີ້ ຄື:

1.ກໍຣະນີ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນດີເດັ່ນ ຂອງລາວ ທີ່ຍັງບໍ່ມີ ຄວາມຄືບໜ້າ ຈາກ ທາງການລາວ.

2.ຄະດີ ຂອງຄົນງານລາວ 3 ຄົນ ທີ່ຖືກ ທາງການລາວ ຈັບໃນເດືອນ ມິນາ 2016 ໃນຂໍ້ຫາ ລົງຂ່າວ ທາງເຟສບຸກ ວິຈານ ຣັຖບານ ສປປລາວ ຊຶ່ງ ທາງການລາວ ບໍ່ອະນຸຍາດ ໃຫ້ຕິດຕໍ່ ກັບ ຄອບຄົວ ແລະ ທະນາຍຄວາມ.

3.ກົດໝາຍ ທີ່ຂັດກັບ ເສຣີພາບ ໃນການຊຸມນຸມ, ເສຣີພາບ ຂອງ ສື່ມວນຊົນ ແລະ ການປະຕິບັດງານ ຂອງອົງການ ຣະຫວ່າງ ປະເທດ ແລະ ໃຫ້ມີການ ປັບປຸງ ຕາມມາຕຖານ ສາກົນ.

4.ຜົນກະທົບ ຈາກໂຄງການ ພັທນາ ຕໍ່ທີ່ດິນ ແລະ ຊັພຍາກອນ ທັມມະຊາດ ອັນເຮັດໃຫ້ ເກີດຄວາມເສັຽຫາຍ ຕໍ່ ປະຊາຊົນ ຢ່າງຮຸນແຮງ. Continue reading “ສິດທິມະນຸດຢູ່ລາວຕ້ອງ ທົບທວນ”

ປະຊຸມອາຊຽນບໍ່ຄວນລືມ ທ.ສົມບັດ

ວິທະຍຸເອເຊຍເສລີ: 18 ກໍລະກົດ 2016

Human Rights Watch HRWທ່ານ ຟີລ ໂຣເບິດເຊິ້ນ PHIL ROBERTSON ຮອງ ຜູ້ອຳນວຍການ ອົງການ ສິ້ງຊອມ ດ້ານສິດທິ ມະນຸດ ປະຈຳ ຂົງເຂດ ເອເຊັຽ ປາຊິຝິກ ກ່າວຕໍ່ ເອເຊັຽເສຣີ ວ່າ, ອົງການ ສິ້ງຊອມ ດ້ານສິດທິ ມະນຸດ ຕ້ອງການ ຣົນນະຣົງ ເຣື້ອງການ ຖືກລັກພາຕົວ ຂອງ ທ່ານ ສົມບັດ ສົມພອນ ເພື່ອໃຫ້ຜູ້ນຳ ປະເທດອື່ນໆ ເວົ້າເຣື້ອງນີ້ ກັບ ຣັຖບານລາວ ຢູ່ ໃນກອງປະຊຸມ ນາໆຊາດ ແລະ ກົດດັນໃຫ້ ຣັຖບານ ລາວ ຍອມເປີດເຜີຍ ຂໍ້ມູນ ກ່ຽວກັບ ເຣື້ອງນີ້. ດັ່ງ ທ່ານກ່າວ ໃນຕອນນື່ງ ວ່າ:

“ຕ້ອງສອບສວນ ເອົາຈິງເອົາຈັງ ເພາະວ່າ ບໍ່ໄດ້ເຮັດ ການສອບສວນ ແບບໂປ່ງໄສ ແລ້ວກໍທົ່ວເຖີງ ເຮົາກໍເລີຍ ຈະເຮັດແບບ ຣົນນະຣົງ ເພື່ອໃຫ້ ຜູ້ນຳ ປະເທດອື່ນໆ ທີ່ຈະເດີນທາງໄປ ວຽງຈັນ ສໍາລັບ ກອງປະຊຸມ ອາຊຽນ ຍົກປະເດັນນີ້ ກັບ ທ່ານ ນາຍົກລາວ ເພື່ອຈະຂໍ ຂໍ້ມູນວ່າ ສົມບັດ ສົມພອນ ຢູ່ໃສ”.

ທ່ານ ກ່າວຕື່ມວ່າ ພາຍຫລັງ ທ່ານ ທອງລຸນຂຶ້ນເປັນ ນາຍົກ ຣັຖມົນຕຣີລາວ ຢ່າງເປັນ ທາງການ ໃນເດືອນ ເມສາ ປີ 2016 ຜ່ານມາ ທ່າທີ ຂອງຣັຖບານໃຫມ່ ກ່ຽວກັບ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ກໍບໍ່ມີ ການປ່ຽນແປງ ຫຍັງ ໃຫ້ດີຂຶ້ນ ທ່ານ ກ່າວ ເພີ້ມວ່າ:

“ບໍ່ ບໍ່ໄດ້ປ່ຽນ ມັນຄືເກົ່າ ຣັຖບານລາວ ກໍ່ເຮັດເຫມືອນ ມັນບໍ່ຮູ້ ບໍ່ເຫັນ ກໍປິດເຣື້ອງ ບໍ່ຢາກເວົ້າ ບໍ່ຢາກໃຫ້ ຄົນນອກ ຮູ້ເຣື້ອງ ສົມບັດ ສົມພອນ ຕ່າງປະເທດ ກໍເລີຍ ຍົກປະເດັນ ກໍບໍ່ຕອບໄປ ບໍ່ໃຫ້ ຕ່າງປະເທດ ຮູ້ເຣື້ອງ ສະຖານະການ ໃນລາວ”.

ທ່ານ ສົມບັດ ສົມພອນ ນັກພັທນາກອນ ຄົນສຳຄັນ ຂອງລາວ ຖືກລັກພາຕົວ ໃນກາງ ນະຄອນຫຼວງ ວຽງຈັນ ໃນ ເດືອນທັນວາ ປີ 2012 ຕໍ່ຫນ້າ ປອມຍາມ ຕຳຣວດ ເທົ່າເຖິງ ປັດຈຸບັນ ຍັງບໍ່ມີ ຄວາມຄືບຫນ້າ ກ່ຽວກັບ ການຫາຍສາບສູນ ຂອງ ທ່ານ ແຕ່ຢ່າງໃດ.