ກອງປະຊຸມ ພາກປະຊາສັງຄົມ ບໍ່ຈັດ ຢູ່ລາວ

ວິທະຍຸເອເຊຍເສລີ: 14 ກໍລະກົດ 2016

Phil Robertson
ທ່ານ ຟີລ໌ ໂຣເບີຣດ໌ເຊິ໊ນ (Phil Robertson), ຮອງຜູ້ອຳນວຍການອົງການສິດທິມະນຸດ (Human Rights Watch) ປະຈຳພາກພື້ນເອເຊັຍຕາວັນອອກ

ຕາມທີ່ເຄີຍປະຕິບັດກັນມາ ຖ້າປະເທດໃດ ເປັນປະທານວຽນ ອາຊ່ຽນ ປະເທດນັ້ນ ຈະອະນຸຍາດ ໃຫ້ຈັດກອງປະຊຸມ ພາກປະຊາສັງຄົມຂຶ້ນ ໃນປະເທດຂອງຕົນ ພ້ອມໆກັບ ກອງປະຊຸມສຸດຍອດອາຊ່ຽນ. ແຕ່ປີນີ້ ຊຶ່ງສປປລາວ ເປັນປະທານວຽນອາຊ່ຽນ, ເຈົ້າໜ້າທີ່ ທາງການລາວ ໄດ້ຕັດສິນໃຈ ບໍ່ຍອມໃຫ້ ອົງການປະຊາສັງຄົມ ຈັດກອງປະຊຸມ ຢູ່ລາວ. ກອງປະຊຸມ ພາກປະຊາສັງຄົມ ເປັນກອງປະຊຸມ ຂອງຜູ້ຕາງໜ້າບັນດາ ອົງການຈັດຕັ້ງ ທາງສັງຄົມ ທັງໃນລາວ ໃນອາຊ່ຽນ ແລະ ໃນໂລກ, ຊຶ່ງສ່ວນຫລາຍນຶ່ງ ແມ່ນອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ຫຼື NGOs ມາປະຊຸມກັນ ກ່ຽວກັບ ບັນຫາຕ່າງໆ ທີ່ພວກເຂົາ ຢາກຮຽກຮ້ອງ ໃຫ້ຄະນະ ຜູ້ນຳອາຊ່ຽນ ພິຈາຣະຈາ ແກ້ໄຂ ຕົວຢ່າງ ບັນຫາການຍຶດທີ່ດິນ, ການປາບປາມປະຊາຊົນ ແລະ ການຈຳກັດ ສິດເສຣີພາບ ໃນການປາກເວົ້າ ອອກຂ່າວ.

ທ່ານ ໄມດົມ ຈັນທະນາສິນ, ປະທານ ຄະນະກັມມະການ ອົງການປະຊາສັງຄົມ ຂອງລາວ ໃຫ້ ເຫດຜົນຕໍ່ການຕັດສິນໃຈ ເມື່ອປີກາຍວ່າ ທາງການລາວ ບໍ່ອະນຸຍາດ ໃຫ້ຈັດກອງປະຊຸມ ພາກປະຊາສັງຄົມ ຢູ່ນະຄອນຫລວງວຽງຈັນ ໃນປີນີ້ ກໍເພາະ 5 ເຫດຜົນໃຫຍ່ໆ ຄື: Continue reading “ກອງປະຊຸມ ພາກປະຊາສັງຄົມ ບໍ່ຈັດ ຢູ່ລາວ”

ລາວຈັດການກັບນັກວິຈານທາງສື່ສັງຄົມອອນລາຍ

Al Jazeera: 06 ມິຖຸນາ 2016 ໂດຍ Preeti Jha (unofficial translation)

ໃນການໂຈມຕີເທື່ອໃໝ່ ຕໍ່ກັບອິສະລະພາບໃນການປາກເວົ້າ, ລາວເຜີຍແຜ່ການຕັກເຕືອນຢ່າງໜັກ ຕໍ່ກັບຜູ້ຊົມໃຊ້ສື່ສັງຄົມອອນລາຍ.

Al Jazeera-June-2016
ສຸກັນ ໃຈທັດ ແລະ ສົມພອນ ພິມະສອນ ທາງໂທລະພາບແຫ່ງຊາດລາວ [Preeti Jha/Al Jazeera]
 ວຽງຈັນ, ລາວ – ປະຊາຊົນລາວ 3 ຄົນ ກົ້ມຫົວຂໍອະໄພຢ່າງງຽບໆ ຜ່ານໂທລະພາບແຫ່ງລັດ ຈາກການຫັກຫຼັງປະເທດໂດຍການໂພສ ຂໍ້ຄວາມຕໍ່ຕ້ານລັດຖະບານ ຜ່ານເຟສບຸກ, ເຊິ່ງເປັນການສະແດງໃຫ້ສາທາລະນະຊົນເຫັນ ຕໍ່ກັບການຍອມຮັບຜິດຢ່າງໂຈ່ງແຈ້ງ, ແລະເປັນການຈັດການກັບຄຳເຫັນຕໍ່ຕ້ານກັບລັດຖະບານຄອມມິວນິສ ຄັ້ງລ່າສຸດ.

ການເຜີຍແຜ່ທາງໂທລະພາບທີ່ມີບັນຍາກາດຫົດຫູ່ ໃນທ້າຍເດືອນພຶສະພາ ເປັນຂ່າວອັນທຳອິດຂອງທັງສາມ ສຳລັບຄອບຄົວທີ່ໃຈຈົດໃຈຈໍ່ລໍຖ້າຂ່າວວ່າພວກເຂົາຢູ່ໃສ ຕັ້ງແຕ່ທີ່ໄດ້ຖືກຈັບຕົວໃນເດືອນມີນາ.

“ແຕ່ນີ້ເປັນຕົ້ນໄປ ຂ້ານ້ອຍຈະປະຕິບັດຕົວດີ, ປ່ຽນແປງແນວຄິດ ແລະຍຸຕິທຸກກິຈະກຳທີ່ທໍລະຍົດຕໍ່ປະເທດຊາດ,” ທ້າວ ສົມພອນ ພິມະສອນ, ອາຍຸ 29 ປີ, ກ່າວຜ່ານໂທລະພາບລາວ.

ສົມພອນ ນັ່ງຢູ່ລະຫວ່າງກາງຂອງໝູ່ອີກສອງຄົນທີ່ຖືກກ່າວຫາ: ແຟນຂອງລາວ, ນາງ ລົດຄຳ ທຳມະວົງ, 30 ປີ, ແລະຊາຍອາຍຸ 32 ປີ ອີກຄົນໜຶ່ງ, ສຸກສັນ ໃຈທັດ, ເຊິ່ງແຕ່ລະຄົນໃສ່ຊຸດສີຟ້າ ສັນຍາລັກຂອງເຄື່ອງແບບນັກໂທດ.

ປະກົບໂດຍແຖວນາຍຕຳຫຼວດຫຼັງກົງ, ພາຍໃຕ້ປ້າຍຄຳຂວັນ “ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ”, ສຸກັນ ຢ້ຳວ່າການສາລະພາບຂອງພວກເຂົາ ບໍ່ໄດ້ຖືກເຈົ້າໜ້າທີ່ບັງຄັບ. Continue reading “ລາວຈັດການກັບນັກວິຈານທາງສື່ສັງຄົມອອນລາຍ”

ຣັຖບານລາວບໍ່ສົນໃຈ ສິດທິ ມະນຸດ

ວິທະຍຸເອເຊັຍເສລີ: 26 ເມສາ 2016

Phil Robertson-RFA
ທ່ານ Phil Robertson ຮອງ ຫົວໜ້າ ອົງການ ສິດທິມະນຸດ ປະຈຳເຂດ ເອເຊັຽ RFA

ອົງການ ສິດທິມະນຸດ ເຂດ ເອເຊັຽ ວ່າ ຣັຖບານ ຊຸດໃໝ່ ທີ່ ຫາກໍ ປະກອບຂຶ້ນນີ້ ກໍບໍ່ແຕກຕ່າງ ຫຍັງກັບ ເຫລົ້າເກົ່າ ຢູ່ ໃນຂວດ ໃໝ່ ເພາະວ່າ ຣັຖບານ ຊຸດນີ້ ນອກຈາກ ຈະບໍ່ເອົາ ຫົວຊານໍາ ເຣື້ອງ ສິດທິມະນຸດ ສິດ ເສຣີພາບ ພື້ນຖານ ຂອງ ປະຊາຊົນ ແລ້ວ ຍັງຈະສືບ ຕໍ່ ຈໍາກັດ ຮັດແຄບ ສິດ ເສຣີພາບ ຂອງ ປະຊາຊົນ ຕໍ່ໄປ. ດັ່ງ ທ່ານ Phil Robertson ຮອງ ຜູ້ອໍານວຍການ ອົງການ ສິ້ງຊອມ ສິດທິ ມະນຸດ HRW ເຂດ ເອເຊັຽ ໄດ້ກ່າວ:

“ຂ້ອຍຄິດວ່າ ຣັຖບານ ຊຸດໃໝ່ ບໍ່ມີການ ປ່ຽນແປງ ຫຍັງເຣື້ອງ ນະໂຍບາຍ ສິດທິ ມະນຸສຍາຊົນ ກ່າເລີຍ ຂີ້ຮ້າຍ ຄືເກົ່າ, ຄືວ່າ ເຣື້ອງ ສິດທິ ເສຣີພາບ ໃນການ ອອກຄວາມ ຄິດເຫັນ ການຮວມຕົວ ເປັນກຸ່ມ ທີ່ບໍ່ໄດ້ຮັບ ການອານຸຍາດ ຈາກ ຣັຖບານ ຫລືວ່າ ການໂຮມ ຊຸມນຸມ ກໍບໍ່ມີ ຄືເກົ່າ. ຕອນນີ້ ລາວ ກ່າເປັນ ປະທານ ອາຊຽນ ແຕ່ວ່າ ແອັນຈີໂອ ຣະດັບ ພູມີພາກ ບໍ່ກ້າໄປ ປະຊຸມ ຢູ່ລາວ ເພາະວ່າ ມັນ ບໍ່ປອດພັຍ ສໍາລັບ ຄົນລາວ ທີ່ ໄປຮວມກັນ ໃນ ແອັນຈີໂອ ພູມີພາກ. ຄິດວ່າ ຣັຖບານລາວ ອາດຈະ ທໍາຮ້າຍ ປະຊາຊົນລາວ ທີ່ເຂົ້າຮ່ວມ ການປະຊຸມ ເໝືອນ ທ່ານ ສົມບັດ ສົມພອນ ທີ່ ສູນຫາຍ ໄປ”. Continue reading “ຣັຖບານລາວບໍ່ສົນໃຈ ສິດທິ ມະນຸດ”

ມະນຸດຕ້ອງປົກປ້ອງທັມຊາດ

Logo-Humanity & Natureວິທະຍຸເອເຊັຍເສລີ: 18 ກຸມພາ 2016

ເຄືອຂ່າຍ ອົງການ ຈັດຕັ້ງ ທາງສັງຄົມ ຈາກ ຫຼາຍປະເທດ ໃນຂົງເຂດ ອາຊຽນ ທີ່ ເຂົ້າຮ່ວມ ງານເສວະນາ ເຣື້ອງ ຄວາມສັມພັນ ຣະຫວ່າງ ມະນຸດ ກັບ ທຳມະຊາດ ຊຶ່ງ ຈັດຂຶ້ນ ຢູ່ ຈຸລາລົງກອນ ມະຫາວິທຍາລັຍ ປະເທດໄທ ໃນ ວັນທີ 17 ກຸມພາ 2016 ເຫັນພ້ອມ ນໍາກັນວ່າ ມະນຸດ ຕ້ອງປົກປັກ ຮັກສາ ທັມຊາດ.

ຍານາງ ອຶງ ຊຸຍເມັງ ພັລຍາ ຂອງທ່ານ ສົມບັດ ສົມພອນ ຜູ້ກໍ່ຕັ້ງ ສູນ ອົບຮົມ ຮ່ວມພັທນາ ຫຼື PADETC ໃຫ້ສຳພາດ ກັບ ວິທຍຸ ເອເຊັຽເສຣີ ຢູ່ໃນງານ ເສວະນາ ນັ້ນວ່າ ມະນຸດ ກັບ ທຳມະຊາດ ບໍ່ສາມາດ ແຍກອອກ ຈາກກັນໄດ້ ແລະ ມະນຸດ ຕ້ອງປົກປັກ ຮັກສາ ທຳມະຊາດ:

“ມະນຸດ ເປັນສ່ວນນຶ່ງ ຂອງ ທຳມະຊາດ ອັນນີ້ ກໍຜ່ານ ປະສົບການ ຊີວິດ ຂອງ ສົມບັດ ເອງ ເພາະວ່າ ເພິ່ນເປັນ ລູກຊາວນາ, ເຂົ້າ ກໍມາແຕ່ດິນ, ດິນ ກໍຕ້ອງ ອາສັຍນ້ຳ, ມີນ້ຳ ມີເຂົ້າ ມີປາ ຈຶ່ງມີອາຫານ ລໍ່ລ້ຽງຊີວິດ, ປ່າໄມ້ ໄດ້ໄມ້ ຈຶ່ງໄດ້ ເຮືອນຊານ. ເພິ່ນຢາກໃຫ້ ຄົນລຸ້ນໃຫມ່ ນຶກເຖິງ ບຸນຄຸນ ຂອງ ທຳມະຊາດ”. Continue reading “ມະນຸດຕ້ອງປົກປ້ອງທັມຊາດ”

ຜູ້ນຳລາວຕ້ອງໄຂບັນຫາ ສົມບັດ

ວິທະຍຸເອເຊຍເສຣີ: 18 ທັນວາ 2015

ກະຊວງ ຕ່າງ ປະເທດ ສະຫະຣັດ ອອກ ຖແລງການ ຮຽກຮ້ອງ ຣັຖບານລາວ ໃຫ້ຄວາມ ກະຈ່າງແຈ້ງ ກ່ຽວກັບ ການ ຫາຍ ສາບສູນ ຂອງທ່ານ ສົມບົດ ສົມພອນ ທີ່ ຖືກ ຫາຍສາບສູນ ໄປເປັນ ເວລາ 3 ປີແລ້ວ.

ທ່ານ JOHN KIRBY ໂຄສົກ ກະຊວງ ການຕ່າງ ປະເທດ ສະຫະຣັດ ກ່າວ ໃນຖແລງການ ຂອງ ມື້ວັນທີ 16 ທັນວາ ນີ້ວ່າ ທາງການ ສະຫະຣັດ ຍັງ ເປັນຫ່ວງນຳ ຊະຕາກັມ ຂອງ ທ່ານ ສົມບັດ ສົມພອນ ແລະ ກັງວົນວ່າ ການສືບສວນ ບໍ່ຄືບໜ້າ. ສະຫະຣັດ ຮຽກຮ້ອງ ແນະນໍາ ໃຫ້ ທາງການລາວ ດຳເນີນ ການສືບສວນ ສອບສວນ ຢ່າງຣະອຽດ ແລະ ໂປ່ງໄສ ໂດຍທັນທີ.

ໃນເຣື້ອງນີ້ ວິທຍຸ ເອເຊັຽເສຣີ ໄດ້ສອບຖາມ ໄປຍັງ ກົມການຂ່າວ ກະຊວງ ຕ່າງປະເທດລາວ, ເຈົ້າຫນ້າທີ່ ບອກວ່າ ບໍ່ທັນໄດ້ ຮັບຖແລງການ ນັ້ນເທື່ອ ແລະ ບໍ່ຮູ້ ຣາຍລະອຽດ ກ່ຽວກັບ ເຣື້ອງນີ້.

ໃນ ວັນຄົບຮອບ 3 ປີ ຂອງການຖືກ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ໄດ້ມີຫຼາຍ ພາກສ່ວນ ຈາກທົ່ວໂລກ ໂດຍ ສະເພາະ ອົງການ ສິດທິມະນຸດ ໄດ້ຮ່ວມກັນ ຊຸກຍູ້ ກົດດັນ ຜູ້ນຳລາວ ໃຫ້ ຮັບຜິດຊອບ ໃນບັນຫາ ດັ່ງກ່າວ. ດັ່ງ ທ່ານ PHIL ROBERTSON ຮອງ ຜູ້ ອຳນວຍການ ອົງການ ສິດທິມະນຸດ ປະຈຳ ຂົງເຂດ ເອເຊັຽ ກ່າວວ່າ:

“ຄອບຄົວ ສົມບັດ ເອົາ ວິດີໂອໃຫມ່ ໃຫ້ ຣັຖບານລາວ ຣັຖບານ ບໍ່ຮູ້ບໍ່ສົນ ມີແຕ່ຂໍ້ອ້າງ ໄປໃຫ້ ສະຫະ ປະຊາຊາດ ຟັງ, ເມື່ອ ຣັຖບານລາວ ບໍ່ໄປຫາ ທ່ານນາງ ຊຸຍເມັງ ເກືອບ ສອງປີ ເພື່ອ ຣາຍງານ ຄວາມຄືບຫນ້າ ຂອງ ການສືບສວນ ກໍ ຈະເຫັນໄດ້ວ່າ ເຂົາບໍ່ຈີງໃຈ”.

ທ່ານ ສົມບັດ ສົມພອນ ຖືກບີບ ບັງຄັບ ໃຫ້ ຫາຍສາບສູນ ໃນ ມື້ວັນທີ 15 ທັນວາ ປີ 2012, ຄົນໃນ ຄອບຄົວ ຂອງ ທ່ານ ສົມບັດ ໄດ້ໄປເຫັນ ວິດີໂອ ຈາກກ້ອງ ວົງຈອນປິດ ອີກມຸມນຶ່ງ ທີ່ ເປັນ ວີດຮໂອ ຄລິບໃໝ່ ແຕ່ ທາງການລາວ ກໍບໍ່ໃຫ້ ຄວາມ ສົນໃຈ ແລະ ບໍ່ຍອມຮັບ ໄປກວດສອບ.

ຄອບຄົວທ່ານສົມບັດຂໍຄວາມ ເປັນທັມ

ວິທະຍຸເອເຊຍເສຣີ: 16 ທັນວາ 2015

2015-12-15-SSBP-01
(ຊ້າຍມື) ຫຼານສາວຂອງທ່ານ ສົມບັດ ສົມພອນ ຖັດໄປແມ່ນ ຍານາງເປມຣຶດີ ດາວເຮືອງ ຜູ້ຕາງໜ້າ ອົງກອນ TERRA

ຫລານສາວ ຂອງ ທ່ານ ສົມບັດ ສົມພອນ ຮຽກຮ້ອງ ທາງການລາວ ໃຫ້ຄວາມ ເປັນທັມ ໃນການ ສືບສວນ ສອບສວນຫາ ທ່ານ ສົມບັດ ຕື່ມອີກ ເພາະຕລອດ 3 ປີ ຜ່ານມາ ການສືບສວນ ສອບສວນ ຂອງ ເຈົ້າໜ້າທີ່ ຕຳຣວດ ບໍ່ມີຄວາມ ຄືບໜ້າ ເລີຍ, ເຮັດໃຫ້ ຄອບຄົວ ທ່ານ ສົມບັດ ຄິດວ່າ ບໍ່ໄດ້ຮັບ ຄວາມເປັນທັມ, ແຕ່ກໍບໍ່ ໄດ້ຈົ່ມເຖິງ ການເຮັດວຽກ ຂອງ. ດັ່ງ ນາງກ່າວ ຕອນນຶ່ງ ວ່າ:

“ຖາມວ່າ ມັນ ຍຸຕິທັມ ບໍ່ ຮອດທຸກມື້ນີ້ ກະຄຶດວ່າ ມັນບໍ່ ຍຸຕິທັມ ເພາະວ່າ ເປັນ ປະຊາຊົນ ເຮົາເພິ່ງໃຜ ບໍ່ໄດ້ ແຕ່ວ່າຖາມວ່າ ເຮົາໄປ ດູຖູກ ເພິ່ນບໍ່ ຫລື ວ່າຈັ່ງໃດ ພວກເຮົາ ກະບໍ່ ເພາະເຮົາ ກະຄຶດວ່າ ມັນກະ ມີເຫດ ມີຜົລ ແຕ່ລະຄົນ ມີຫຼາຍໆຢ່າງ ທີ່ວ່າ ຕິດຂັດ ຫລື ອາຈຈະບໍ່ ສາມາດ ເຮັດໄດ້ ເຮົາ ກະບໍ່ຮູ້ ເຮົາກະ ພຍາຍາມ ເຂົ້າໃຈ ເພິ່ນ ຄືກັນ”.

ພ້ອມດຽວກັນ ນັ້ນ ນາງ ກໍຢາກ ຮຽກຮ້ອງ ຄົນໃນສັງຄົມ ໃຫ້ກຳລັງໃຈ ແກ່ ຄອບຄົວ ທ່ານ ສົມບັດ ຕໍ່ໄປ ເພາະ ຕົນເຫັນວ່າ ຂນະນີ້ ປະຊາຊົນ ສ່ວນໃຫຍ່ ບໍ່ຢາກ ເຂົ້າມາຫາ ຫລື ພົວພັນ ກັບຄອບຄົວ ທ່ານ ສົມບັດ ເພາະຢ້ານ ຈະເກີດຄວາມ ເດືອດ ຮ້ອນ ຕາມມາ. ແລະວ່າ ຢາກໃຫ້ ສັງຄົມ ເຂົ້າໃຈວ່າ ເມື່ອ ຄອບຄົວ ນຶ່ງ ມີ ສະມາຊິກ ໃນຄອບຄົວ ຂອງຕົນ ຖືກລັກ ພາຕົວໄປ ກໍເປັນເຣື່ອງ ປົກຕິ ທີ່ ຕ້ອງຕາມຫາ ແລະ ຫາຄວາມ ເປັນທັມ. Continue reading “ຄອບຄົວທ່ານສົມບັດຂໍຄວາມ ເປັນທັມ”

ຜູ້ນຳຂະບວນນັກສຶກາ ເພື່ອປະຊາທປະໄຕ ຕອ້ງຖືກປອ່ຍຕົວ ຫລັງຖືກກັກຂັງ 16 ປີ ຢ່າງບໍ່ຖຶກຕອ້ງ

FIDH: 08 ທັນວາ 2015

FIDH-Logo(Paris, Geneva)’ຣັຖະບານ ສປປ ລາວ ຈະຕອ້ງ ປອ່ຍຕົວ ຢ່າງ ຮີບດວ່ນ ແລະ ໂດຍ ບໍມີ່ ເງື່ອນໄຂ  ຜູ້ນຳ ຂະບວນ ນັກສຶກາ ເພື່ອ ປະຊາທປະໄຕ ທັງ ສອງ ຄົນ ທີ່ ຖຶກ ຈັບຕົວ ໂດຍ ບໍ່ ມີ ການ ໄຕ່ສວນ ຄະດີ ມາໃດ້ 16 ປີ ແລ້ວ, ພອ້ມຍັງ ຕອ້ງແຈ້ງ ໃຫ້ຊາບ ເຖີງ ຊາຕາ ກັມ ຂອງ ຄະນະ ນັກສຶກສາ ອິກ ສອງຄົນ’’ ນີ້ ຄື ຖແລງ ຂອງ ອົງການ ປົກປອ້ງ ນັກຕໍ່ ສູ້ ເພື່ອ ສິດທິ ມະນຸດ (Observatory for the Protection of Human Rights Defenders)  ແລະ ຂບວນການ ລາວ ເພື່ອ ສິດທິ ມະນຸດ ໃນ ວັນນີ້

ທ່ານ ທອງປະເສີດ ເກື້ອກູນ  ແລະ  ທ່ານ ແສງອາລູນ ແພງພັນ  ຊື່ງ ເປັນ ສອງ ຜູ້ນຳ ໃນ ຂະບວນການ ນັກ ສຶກສາ ເພື່ອ ປະຊາທິປະໄຕ ຖຶກ ກັກຂັງ ທີ່ ຄຸກ ຊຳເຄ້ ຊານເມືອງ ນະຄອນ ວຽງຈັນ.  ທ່ານ ທອງປະເສີດ ເກື້ອກູນ ແລະ ທ່ານ ແສງອາລູນ ແພງພັນ   ຖຶກຈັບຕົວ  ທີ່ ນະຄອນ ວຽງຈັນ ໃນ ວັນທີ່ 26 ຕຸລາ 1999  ພອ້ມທັງ ຄະນະ ຄື ທ່ານ ບົວວັນ ຈັນມານີວົງ, ທ່ານ ຄຳພູວຽງ ສີສະອາດ ແລະ ທ່ານ ແກ້ວໃຈ  , ໃນຂະນະ ຕຽມການ ປະທວ້ງ ແບບ ສັນນຕິວິທີ ເພື່ອ ຮຽກທວງ ເອົາ ປະຊາທິປະໄຕ, ຄວາມ ຍຸດຕິທັມ ດ້ານ ສັງຄົມ ແລະ ການ ເຄົາຣົບ ສິດທິ ມະນຸດ. ທັງຫ້າ ຖຶກຕັດສິນ ຈຳຄຸກ ເປັນ ເວລາ 20 ປີ ໃນຂໍ້ຫາ “ສ້າງ ຄວາມ ປັ່ນປວ່ນ ໃນ ວົ່ງ ສັງຄົມ ແລະ ທຳລາຍ ຄວາມ ປອດພັຍ ຂອງ ຊາດ’’. ແຕ່  ຣັຖະບານ ສປປ ລາວ ຊໍ້າ ເຄີຍ ປະຕິເສດ ວ່າ ບໍ່ມີ ການ ຈັບຕົວ ທ່ານ ບົວວັນ ທ່ານ ຄໍາພູວຽງ ແລະ ທ່ານ ແກ້ວໃຈ ເລີຍ.

ສວ່ນ ທອງປະເສີດ ເກື້ອກູນ ແລະ ແສງອາລູນ ແພງພັນ ນັ້ນ ຖຶກ ກັກຂັງ ໂດດດ່ຽວ ຢູ່ ຄົນລະ ຫອ້ງ  ສອງຂ້າ ຖຶກ  ກັບໃມ້ ງັບໃວ້ ຕລອດ ເວລາ. ທັງ ສອງ ຖຶກ ອະນຸຍາດ ອອກ ຈາກ ຫອ້ງຂັງ ເທື່ອລະ ອາທິດ ຫລື ບາງທີ ກໍ່ ເທື່ອລະ ສອງ ອາທິດ ເພື່ອ ອາບນໍ້າ ແລະ ນຳເອົາ  ອາຈົມ ຂອງ ຕົນ ໄປ ຖີ້ມ. ແຕ່ລະ ຄັ້ງ ທອງປະເສີດ ເກື້ອກູນ  ແລະ ແສງອາລູນ ແພງພັນ ຖຶກ ເຈົ້າໜ້າທີ່ ຕໍ່າລວດ ຕິດຕາມ ຕົວ ຢູ່ ສເມີ ແທນທີ່ ຈະ ແມ່ນ ຜູ້ ຍາມ ຄຸກ. ພິຍານ ແຈ້ງ ວ່າ ທັງສອງ ທ່ານ ‘’ຈອ່ຍຜອມ ຍັງແຕ່ ກະດູກ’’. ທາງ ເຈົ້າໜ້າທີ່ ຄຸກ ບໍ່ ອານຸຍາດ ໃຫ້ ຢ້ຽມຢາມ ແລະ ບໍ່ໃຫ້ ທາງ ຄອບຄົວ ສົ່ງ ອາຫານ ຫລື ຢາປົວ ພະຍາດ ໃຫ້ ທັງສອງ. ຣັຖະບານ ສປປ ລາວ ເຄີຍ ປະຕິເສດ ເປັນ ເວລາ ຫລາຍ ປີ  ບໍ່ຍອມ ຣັບວ່າ ໃດ້ ຈັບ ແລະ ກັກຂັງ ທອງປະເສີດ ເກື້ອກູນ ກັບ ແສງອາລູນ ແພງພັນ.

ການກັກຂັງ ຜູ້ນຳ ທັງສອງ ຂອງ ຂະບວນການ ນັກສຶກສາ ເປັນ ເວລາ ດົນນານ ພອ້ມ ທາງການ ທໍຣະມານ ເຂົາເຈົ້າ ຢ່າງ ຍາວນານ ນັ້ນ ເປັນ ການລວ່ງ ລະເມີດ ສິດທິ ມະນຸດ ຢ່າງ ຮ້າຍແຮງ ແລະ ຣັບບໍ່ໃດ້. ທາງການ ສປປ ລາວ ຕອ້ງ ປອ່ຍຕົວ ເຂົາເຈົ້າ ຢ່າງ ຮີບດວ່ນ ໂດຍ ບໍ່ມີ ເງື່ອນໄຂ  ພອ້ມ ທັງ ຈະຕອ້ງ ສືບສວນ ເຖີງ ການ ທໍຣະມານ ເຂົາເຈົ້າ ແລະ   ໃຫ້ ຄ່າ ຊົດເຊີຍ ເຂົາເຈົ້າ ໃນ ຂໍ້ຫາ ທີ່ ຖຶກ ກັກຂັງ ຢ່າງ ບໍ່ ຖຶກ ຕອ້ງໃ ທ່ານ ກາຣີມ ລາຮິດຊີ ປະທານ ສະຫາພັນ ສາກົນ ເພື່ອ ສິດທິ ມະນຸດ (FIDH).

Continue reading “ຜູ້ນຳຂະບວນນັກສຶກາ ເພື່ອປະຊາທປະໄຕ ຕອ້ງຖືກປອ່ຍຕົວ ຫລັງຖືກກັກຂັງ 16 ປີ ຢ່າງບໍ່ຖຶກຕອ້ງ”

ຈົດໝາຍເປີດຊອງຈາກ ນາໆຊາດ

ວິທະຍຸເອເຊຍເສຣີ:10 ພະຈິກ 2015   (ທ່ານສາມາດອ່ານຈົດຫມາຍທີ່ນີ້)

Sombath-RFA
ທ. ສົມບັດ ສົມພອນ ຕອນໃຫ້ສຳພາດ ກັບຍານາງ Ore Huiying ເດືອນສິງຫາປີ 2010. Screen captured from “On Greed and Nature” video   Sombath.org

ກ່ອນຈະເຖິງ ວັນເປີດ ກອງປະຊຸມ ໂຕະມົນ ຣະດັບສູງ ຄັ້ງທີ 12 ທີ່ ຈະມີຂຶ້ນ, ອົງການ ຈັດຕັ້ງ ສາກົນ ໄດ້ ສົ່ງ ຈົດໝາຍ ເປີດຊອງ ຮຽກຮ້ອງ ເຖິງ ຜູ້ເຂົ້າ ຮ່ວມ ໃຊ້ ເວລາ ຊົ່ວ ລະຍະ ນຶ່ງ ອ່ານ ຂໍ້ຄວາມ ວິສັຍທັສ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ຄົນສຳຄັນ ໃນລາວ ທີ່ ທ່ານ ໄດ້ ປາສັຍ ຄັ້ງ ສຸດທ້າຍ ຢູ່ ກອງປະຊຸມ ສຸດຍອດ ເອເຊັຽ-ຢູໂຣບ ເມື່ອ ປີ 2012.

ແລະ ມີການ ຮຽກຮ້ອງ ໃຫ້ ກອງປະຊຸມ ພິຈາຣະນາ ຮັບເອົາ ວິສັຍທັສ ດັ່ງກ່າວ ເຂົ້າໃນ ການ ວາງແຜນ ພັທນາ ເສຖກິດ-ສັງຄົມ ຂອງລາວ ໃນ ຖານະ ທີ່ ລາວ ເປັນ ປະເທດ ທີ່ ໄດ້ຮັບການ ຊ່ວຍເຫລືອ ຈາກ ຕ່າງປະເທດ. ແລະ ຜ່ານມາ ກໍມີ ບັນດາ ນັກການທູດ ຫຼາຍຄົນ ໄດ້ຍົກ ບັນຫານີ້ ຕໍ່ ຣັຖບານ ແລະ ບັນຫາ ໃນຄວາມ ເປັນຫ່ວງ ເຣື້ອງ ສິດທິ ມະນຸດ ອື່ນໆ.

ໃນ ຄຳ ປາສັຍ ຂອງ ທ່ານ ສົມບັດ ສົມພອນ ໃນ ປີ 2012 ສ່ວນ ໃຫຽ່ ຈະກ່າວເຖິ ງການ ພັທນາ ທີ່ ຍືນຍົງ ປາສຈາກ ການສົ່ງ ຜົລກະທົບ ຕໍ່ ສິ່ງແວດ ລ້ອມ ແລະ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ທ້ອງຖິ່ນ ຮ່ວມທັງ ການພັທນາ ທີ່ ປະຊາຊົນ ມີສ່ວນ ຮ່ວມນຳ, ຈົນເປັນ ສາເຫດ ເຮັດໃຫ້ ທ່ານ ຫາຍ ສາບສູນ ຫລັງຈາກ ນັ້ນ.

ກອງປະຊຸມ ໂຕະມົນ ຣະດັບສູງ ຄັ້ງທີ 12 ໃນ ລາວ ໃນ ປີນີ້ ທີ່ ຈະຈັດຂຶ້ນ ໃນ ວັນທີ 27 ພືສຈິກາ ທີ່ ນະຄອນຫຼວງ ວຽງຈັນ ກັບ ຄູ່ຮ່ວມ ພັທນາ ແລະ ບັນດາ ປະເທດ ໃຫ້ ການ ຊ່ອຍເຫລືອ ລາວ, ດັ່ງ ທະນາຄານ ໂລກ ທະນາຄານ ພັທນາ ເອເຊັຽ ອົງການ ຊ່ອຍເຫລືອ ສະຫະຣັດ ຫລື UNDP ສະຫະພາບ ຢູ່ໂຮບ ທູດ ຕ່າງ ປະເທດ ໃນລາວ ແລະ ອົງການ ທີ່ ບໍ່ຂຶ້ນ ກັບ ຣັຖບານ ຮ່ວມດ້ວຍ ອົງການ ເອກຣາດ ແລະ ບຸກຄົນ ທີ່ ສຳຄັນ ຫຼາຍທານ.

ຈຸດປະສົງ ຂອງ ກອງປະຊຸມ ດັ່ງກ່າວ ແມ່ນ ເພື່ອ ສະທ້ອນ ຄວາມເຫັນ ຂອງ ຄູ່ຮ່ວມ ພັທນາ ແລະ ອົງການ ຊ່ອຍເຫລືອ ຈາກ ຕ່າງຊາດ ຕໍ່ການ ພັທນາ ເສຖກິດ ແລະ ສັງຄົມ ໃນ ລາວ.

EU ຖາມເຖິງທ່ານສົມບັດ

ວິທະຍຸເອເຊຍເສຣີ: 10 ພະຈິກ 2015

European Unionທີ່ ນະຄອນຫຼວງ ວຽງຈັນ ເມື່ອ ວັນສຸກ ຜ່ານມາ, ໃນ ກອງປະຊຸມ ປຶກສາ ຫາລື ຣະຫວ່າງ ສະຫະພາບ ຢູໂຣບ ແລະ ທາງການ ລາວ ກ່ຽວກັບ ບັນຫາ ການ ປະຕິບັດ ສິດທິ ມະນຸດ ໃນ ສປປລາວ, ສະຫະພາບ ຢູໂຣບ ສະແດງ ຄວາມກັງວົນ ຕໍ່ ທາງການ ລາວ ກ່ຽວກັບ ກໍຣະນີ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ຂອງລາວ. ອີງຕາມ ການເປີດເຜີຍ ຂອງ ເຈ້າຫນ້າທີ່ ສະຫະພາບ ຢູໂຣບ ປະຈຳ ລາວ:

“ເປັນຫ່ວງ ເປັນຫ່ວງ ທ່ານທູຕ ເພິ່ນກະ ພົບປະກັບ ເມັຽ ທ່ານ ສົມບັດ ສົມພອນ ຢູ່ ຕລອດ. ເຣື້ອງ ເປັນຫ່ວງ ກໍເປັນຫ່ວງ ເນາະ ແຕ່ວ່າເຮົາ ໃນ ຖານະ ທາງ ການທູຕ ຈະ ໄປ ເຮັດແຮງ ຫຼາຍ ກໍບໍ່ໄດ້. ຖ້າ ເຮົາເຮັດແຮງ ຫຼາຍ ກໍເຮັດໃຫ້ ພວກເຮົາ ເຮັດວຽກ ລຳບາກ ຄືກັນ ເຮົາກໍຕ້ອງ ເຮັດໄປ ຕາມຂັ້ນຕອນ ທາງ ການທູຕ”.

ໃນ ກອງປະຊຸມ ປະຈຳປີ 2015 ນີ້, ຄນະ ຜູ້ຕາງຫນ້າ ສະຫະພາບ ຢູໂຣບ ປະຈຳ ພາກພື້ນ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ແລະ ຄນະຜູ້ ແທນ ສປປລາວ ນຳໂດຍ ທ່ານ ພູຂົງ ສີສຸລິດ ຫົວຫນ້າ ກົມ ສົນທິສັນຍາ ແລະ ກົດຫມາຍ ກະຊວງ ການຕ່າງ ປະເທດ ໄດ້ ປຶກສາ ຫາລື ກັນ ກ່ຽວກັບ ບັນຫາ ສິດທິ ມະນຸດ, ສິດ, ເສຣີພາບ ແລະ ປະຊາ ທິປະໄຕ, ການປົກຄອງ ແລະ ການຄຸ້ມຄອງ ຣັຖ ດ້ວຍ ກົດໝາຍ ແລະ ການມີ ສ່ວນຮ່ວມ ຂອງ ປະຊາຊົນ ໃນ ວຽກບ້ານ ການເມືອງ.

ໃນ ຕອນທ້າຍ ຂອງ ກອງປະຊຸມ ນັ້ນ ໄດ້ມີການ ອອກ ຖແລງການ ຮ່ວມ ຊຶ່ງ ໃນນັ້ນ ສະຫະພາບ ຢູໂຣບ ມີຄວາມ ກັງວົນ ຕໍ່ ກໍຣະນີ ການ ຣະເມີດ ສິດທິ ມະນຸດ ຢູ່ ສປປ ລາວ ເຊັ່ນການ ບັງຄັບ ໃຫ້ ປະຊາຊົນ ລາວ ໃຫ້ ຫາຍສາບສູນ. ແຕ່ ສະຫະພາບ ຢູໂຣບ ກໍ ຊົມເຊີຍ ຣັຖບານ ລາວ ທີ່ ພຍາຍາມ ຮ່ວມມື ກັບ ສາກົນ ຫຼາຍຂຶ້ນ ຂນະທີ່ ເນັ້ນວ່າ ສປປ ລາວ ຄວນຈະ ປະຕິບັດ ຕາມ ສັນຍາ ທີ່ ໄດ້ເຊັນ ລົງນາມ ໄວ້ ແລະ ໃຫ້ ອົງການ ຈັດຕັ້ງ ທາງສັງຄົມ ໃນລາວ ໄດ້ ປະຕິບັດ ງານດ້ານ ສິດທິ ມະນຸດ ໃຫ້ ປະສົບ ຜົນສຳເຣັດ.

EU-ລາວ ສົນທະນາ ສິດທິ ມະນຸດ

ວິທະຍຸເອເຊຍເສຣີ: 04 ພະຈິກ 2015

European Unionສະຫະພັນ ສິດທິ ມະນຸດ ສາກົນ FIDH ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ LMDH ໄດ້ອອກ ຖແລງການ ຮ່ວມ ໃນ ວັນທີ 3 ພຶສຈີກາ ນີ້ວ່າ ສະຫະພາບ ຢູໂຣບ ຕ້ອງ ຮັບປະກັນ ວ່າ ຣັຖບານ ລາວ ຢຶດໝັ້ນ ໃນ ພັນທະ ຢ່າງ ເດັດດ່ຽວ, ໃນ ກອງປະຊຸມ ສົນທະນາ ສິດທິ ມະນຸດ ຄັ້ງທີ່ 6 ຣະຫວ່າງ ສອງຝ່າຍ ທີ່ ຈະມີຂຶນ ໃນ ວັນທີ່ 6 ພຶສຈິກາ ນີ້ ທີ່ ນະຄອນຫຼວງ ວຽງຈັນ.

ຄວບຄູ່ ກັບ ກອງປະຊຸມ ສົນທະນາ ເຣື້ອງ ສິດທິ ມະນຸດ ຣະຫ່ວາງ ລາວ ກັບ ສະຫະພາບ ຢູໂຣບ ນີ້ ສະຫະພັນ ສິດທິ ມະນຸດ ສາກົນ ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ໄດ້ ຮວບຮວມ ອັນດັບ ເຫດການ ການ ຣະເມີດ ສິດທິ ມະນຸດ ໃນລາວ ນັບແຕ່ ກອງປະຊຸມ ສົນທະນາ ເດືອນ ພຶສພາ ປີ 2014. ດັ່ງ ຍານາງ ວານິດາ ເທບສຸວັນ ປະທານ ຂະບວນການ ລາວ ເພື່ອ ສິດທິ ມະນຸດ, ທີ່ ນະຄອນຫຼວງ ປາຣີ ກ່າວ ໃນ ຕອນນຶ່ງ ວ່າ:

“ຈຳເປັນ ທີ່ສຸດ ທີ່ ສະຫະພາບ ເອີໂຣບ ຕ້ອງຕັ້ງ ເງື່ອນໄຂ ໃຫ້ ທາງການ ສປປ ລາວ ວາງ ມາຕການ ຢ່າງ ຈະແຈ້ງ ແລ້ວ ໄປ ປະຕິບັດ ຕາມ ຕາຕະລາງ ທີ່ ຖືກກໍານົດ ໄວ້ ເພື່ອໃຫ້ ເຫັນຜົນ ຖ້າ ບໍ່ດັ່ງນັ້ນ ກອງປະຊຸມ ກ່ຽວກັບ ສິດທິ ມະນຸດ ນີ້ ກໍຈະກາຍ ເປັນ ຂັ້ນຕອນ ທີ່ ບໍ່ມີ ຄວາມໝາຍ ບໍ່ ນໍາຜົນດີ ອັນໃດເລີຍ ມາສູ່ ປະຊາຊົນ ລາວ”. Continue reading “EU-ລາວ ສົນທະນາ ສິດທິ ມະນຸດ”