ຢຸດການບັງຄັບໃຫ້ສູນຫາຍ, ພັນລະຍາ ຂອງຜູ້ໄດ້ຮັບລາງວັນຣາມອນ ແມັກໄຊໄຊໄດ້ກ່າວໄວ້

The Manila Post: 17 ກໍລະກົດ 2014

​ໂດຍ: ​​​ໄຈ​ມີ ອາ. ພິລາ​ພິລ (Jaime R. Pilapil)

ຊຸຍມິ​ງ ອຶງ,​ ພັນ​ລະ​ຍາ​ຂອງ ສົມບັດ ສົມ​ພອນ ​ຜູ້​ໄດ້​ຮັບ​ລາງວັນຣາມອນ​ແມັກ​ໄຊ​ໄຊ (Ramon Magsaysay)​ທີ່​​ຫາຍ​ຕົວ​ໄປ​ໃນ​ລາວ, ​​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ອອກ​ມາ​ດຳ​ເນີນ​ການ​ເພື່ອ​​ແກ້​ໄຂ​ບັນຫາ​ການ​ຫາຍ​ຕົວ​​ໄປ​ ທີ່​ປະ​ເທດ​ຟິລິບ​ປິນ.

ຊຸຍ​ມິ​ງ ​ເປັນ​ແຂກ​ຮັບ​ເຊີນ​ເພື່ອ​ກ່າວ​ໃນ​ງານ ປະຊຸມ​ຄັ້ງ​ທີ 3 ກ່ຽວ​ກັບ ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ດ້ານຈິດ​ສັງຄົມ​ໃນ​ການ​ຊອກ​ຫາ​ຄວາມ​ຈິງ ​ແລະຄວາມ​ເປັນ​ທຳ​ໃຫ້​ກັບ​ຜູ້​ເຄາະ​ຮ້າຍ​ຂອງ​ການ​ບັງຄັບ​ໃຫ້​ສູນຫາຍ, ການ​ທໍລະ​ມານ ​ແລະ ການ​ຖືກ​ດຳ​ເນີນ​ການນອກ​ລະບົບ​ກົດໝາຍ (Third Conference on Psychosocial Support Disappearances, Torture and Extra-judicial Execution) ທີ່​ໂຮງ​ແຮມ ​ເບ​ວິວພາກ​ (Bayview Park Hotel) ​ໃນ ກຸງ​ມະນີ​ລາ.

ຈັດ​ໂດຍ ສະຫະພັນ​ອາຊີ​ຕໍ່ຕ້ານ​ການ​ຫາຍຕົວ​ໂດຍ​ບໍ່​ສະໝັກ​ໃຈ (AFAD)​, ຍາດ​ພີ່​ນ້ອງ​ຂອງ​ຜູ້​ທີ່​ສູນຫາຍ ​ເຊິ່ງ​ໃນ​ນັ້ນ​ມີ ທ່ານ​ນາງ ອິດິທາ ​ເບີ​ໂກ​ສ (Edita Burgos) ​ທີ່​ໄດ້​ເຂົ້າ​ຮ່ວມ​ໃນ​ງານ​ດັ່ງກ່າວ​ເຊັ່ນ​ກັນ. ​ເບີ​ໂກສ ​​ເປັນ​ແມ່​ຂອງ ​ໂຈ​ນາສ (Jonas) ທີ່​ຖືກ​ບັງຄັບ​ຕົວ​ໄປ​ໂດຍ​ໜ່ວຍງານທະຫານ​ໃນ​ວັນ​ທີ 28 ​ເມສາ 2007. ​ຈົນ​ຮອດ​ທຸກ​ມື້​ນີ້​ຍັງ​ບໍ່​ພົບ​ຕົວ​ໂຈ​ນາສ​ອີກ​ເລີຍ.

ຕັ້ງ​ແຕ່​ກົດ​​ໄອ​ຍະ​ການ​​ເສິກ​ໃນ​ປີ 1972 ​ໄດ້​ມີ​ລາຍ​ງານ​ໂຕ​ເລກ​ວ່າ​ມີ​ຜູ້​ສູນຫາຍ​ຈຳນວນ​ກວ່າ 2,000 ຄົນ, ຈຳນວນ​ຫຼາຍ​ກວ່າ 1,000 ຄົນ​ຖືກ​ກະທຳ​ໂຫດຮ້າຍ​ທາລຸນ ​ແລະ ຫຼາຍ​ຮ້ອຍ​ຄົນ​ທີ່​ຖືກ​ຂ້າ ​ເຊິ່ງ​ໃນ​ນັ້ນ​ກໍ​ລວມທັງ ການ​ສັງຫານ​ໝູ່ມາ​ກິນດາ​ເນົາ (Maguindanao) ​ໃນ​ເດືອນ​ພະຈິກ ປີ 2009.

ສົມບັດ ​ເປັນ​ຜູ້​ທີ່​ມີ​ບົດບາດ​​ເປັນ​ຜູ້ນຳພາໃນພາກ​ປະຊາ​ສັງຄົມ ​ເຊິ່ງ​ໄດ້​ຮັບ​ລາ​ງວັນ ຣາມອນ​ແມັກ​ໄຊ​ໄຊ ສາຂາ ຜູ້ນຳ​ຊຸມ​ຊົນ​ດີ​ເດັ່ນ ​ໃນ​ປີ 2005. ​ໃນ​ວັນ​ທີ 15 ທັນ​ວາ ປີ 2012, ​ໃນ​ພາບ​ບັນທຶກກ້ອງ​ວົງ​ຈອນ​ປິດ​ປາກົດ​ໃຫ້​ເຫັນ​ວ່າຕຳຫຼວດ​ລາວ​ໄດ້​ຢຸດ​ລົດ​ລາວ ​ແລະ ​ລາວ​ໄດ້​ຖືກ​ເອົາ​ຕົວ​ໄປ. ຫຼັງ​ຈາກ​ນັ້ນ​ກໍ​ບໍ່​ມີ​ໃຜ​ພົບ​ເຫັນ​ລາວ​ອີກ​ເລີຍ.

ຊຸຍ​ມິ​ງ ​ແລະ ຜູ້​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ໄດ້​ຮຽກຮ້ອງ​​ໃຫ້​ລັດຖະບານ​ລາວ​ດຳ​ເນີນ​ການ​ສືບສວນ​ສອບ​ສວນ​ຢ່າງ​ຈິງ​ຈັງ ​ແລະ ​ເຮັດ​ທຸກ​ວິທີ​ທາງ​ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ​ສົມບັດ​ຈະ​ໄດ້​ກັບ​ມາ​ຫາ​ຄອບຄົວ​ຢ່າງ​ປອດ​ໄພ.

Continue reading “ຢຸດການບັງຄັບໃຫ້ສູນຫາຍ, ພັນລະຍາ ຂອງຜູ້ໄດ້ຮັບລາງວັນຣາມອນ ແມັກໄຊໄຊໄດ້ກ່າວໄວ້”

ພວກເຮົາຕ້ອງການຄຳຕອບ, ຄວາມຈິງ, ແລະ ຄວາມເປັນທຳ

afad-logoສະຫະພັນ​ອາຊີ​ຕໍ່ຕ້ານ​ການ​ຫາຍຕົວ​ໂດຍ​ບໍ່​ສະໝັກ​ໃຈ (AFAD)​ ​ກຳ​ລັງ​ຈັດກອງ ປະຊຸມ​ຄັ້ງ​ທີ 3 ກ່ຽວ​ກັບ ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ດ້ານຈິດ​ສັງຄົມ​ໃນ​ການ​ຊອກ​ຫາ​ຄວາມ​ຈິງ ​ແລະຄວາມ​ເປັນ​ທຳ​ໃຫ້​ກັບ​ຜູ້​ເຄາະ​ຮ້າຍ​ຂອງ​ການ​ບັງຄັບ​ໃຫ້​ສູນຫາຍ, ການ​ທໍລະ​ມານ ​ແລະ ການ​ຖືກ​ດຳ​ເນີນ​ການນອກ​ລະບົບ​ກົດໝາຍ​ ​ທີ່​ກຸງມະນີ​ລາ ​ໃນ​ລະຫວ່າງ​ວັນ​ທີ 17-20.

ຊຸຍ​ມິ​ງ​​ໃຫ້​ຂໍ້​ຄິດ​ເຫັນ​​ໃນຊ່ວງ​ຕອນ​​ເຊົ້າຂອງ​ມື້​ທຳ​ອິດ, ​ບາງ​ຕອນ​ກ່າວ​ໄວ້ດັ່ງ​ນີ້:

 ເຫດຜົນ​ທີ່​ວ່າ​ເປັນ​ຫຍັງ​ຂ້າພະ​ເຈົ້າ​ຈຶ່ງມາ​ຢູ່​ກັບ​ພວກ​ທ່ານ​ໃນ​ມື້​ນີ້ ​​ກໍຍ້ອນ​ວ່າ​ຂ້າພະ​ເຈົ້າ​ຍັງ​ຄົງ​ມີ​ຄວາມ​ຫວັງລາງໆ​ວ່າ​ຈະ​ສາມາດ​ຊອກ​ຫາຕົວສົມບັດ ​ແລະ ​ເອົາ​ລາວ​ກັບ​ມາ​ໄດ້. ​ແຕ່​ວ່າ ນອກຈາກ​ຄວາມ​ຈິງ​ທີ່​ວ່າຄວາມ​ຫວັງລາງໆນີ້​ເຮັດ​ໃຫ້​ຂ້າພະ​ເຈົ້າ​ສູ້​ຊົນ​ຕໍ່ ​ແລະ ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ລຸກ​ອອກ​ຈາກ​ບ່ອນ​ນອນ​ໃນ​ແຕ່​ລະ​ມື້ແລ້ວ ຂ້າພະເຈົ້າຍັງຮູ້ຂໍ້ເທັດຈິງທີ່ວ່າການ​ທີ່ຜູ້​ກະທຳ​ຜິດ​ໄດ້​ຮັບການ​ຍົກ​ເວັ້ນຈາກ​ການ​ລົງ​ໂທດ ​ແລະ ​ບໍ່ມີ​ຄວາມ​ຍຸດຕິ​ທຳ​ ​ແລະ ​ລະບົບ ​ແລະ ​ໂຄງ​ສ້າງ​ທີ່ລ້ວນປົກ​ປ້ອງ​ພວກ​ເຂົາ ພວກ​ເຂົາກໍ​ຈະ​ບໍ່ມີ​ທາງ​ສົນ​ໃຈ​ວ່າ​ພວກ​ເຮົາ​ຈະມີ​ຊີວິດ​ຢູ່ ​ຫຼື ​ບໍ່. ພວກ​ເຂົາ​ຈະ​ຮູ້ສຶກ​ຍິນ​ດີທີ່​ເຫັນ​ພວກ​ເຮົາ​ ຜູ້​ທີ່ຕົກ​ເປັນ​ຜູ້​ເຄາະ​ຮ້າຍ ຢູ່​ຢ່າງມິດ​ງຽບ​ແລ້ວ​ຖອຍຫ່າງອອກ​ໄປ ​ແລະ ນີ້​ກໍ​ເປັນ​ເຫດຜົນ​ທີ່​ວ່າ​ຍ້ອນ​ຫຍັງ​ພວກ​ເຮົາ ຜູ້​ເຄາະ​ຮ້າຍ ​ແລະ ສະມາຊິກ​ຄອບຄົວ​ຜູ້​ເຄາະ​ຮ້າຍ​ຈຶ່ງ​ບໍ່​ສາມາດ​ຢູ່​ງຽບໆ ​ແລະ​​​ ​ກໍຖອຍ​ອອກໄປຊື່ໆ. ພວກ​ເຮົາ​ຕ້ອງການ​ຄຳ​ຕອບ, ພວກ​ເຮົາ​ຕ້ອງການ​ຄວາມ​ຈິງ, ​ແລະ ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ມີ​ຄວາມ​ຍຸດຕິ​ທຳ

SM-AFAD ບລອກສົດ ​ແລະ ຂໍ້​ມູນ​ລາຍ​ລະອຽດ​ເພີ້​ມຕື່ມ​ກ່ຽວ​ກັບ​ກອງ​ປະຊຸມ​ສາມາດ​ເບິ່ງ​ໄດ້​ຢູ່​ບ່ອນ​ນີ.

ຄວາມຄືບໜ້າການສືບສວນສອບສວນ: ຖົດຖອຍກັບໄປຫຼາຍກວ່າເກົ່າ

sombath-somphone-response-to-senate-20140616-1-1ຈົດໝາຍເມື່ອວັນທີ 21 ພຶດສະພາຜ່ານມາເຖິງພະນະທ່ານ ຈອນ ຮອກ (John Hogg) ປະທານສະພາອົດສະຕາລີ ແລະເຊິ່ງກໍເປັນການຕອບສະໜອງຕໍ່ ຍັດຕິທີ່ຜ່ານໂດຍວຸດທິສະພາອົດສະຕາລີ ໂດຍທ່ານ ພົມມາ ຄຳມະນີຈັນ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ໄດ້ກ່າວໄວ້ດັ່ງນີ້:

 …ຕັ້ງແຕ່ເຫດການໄດ້ຖືກເປີດເຜີຍ, ເຈົ້າໜ້າທີ່ໄດ້ທີ່ກ່ຽວຂ້ອງໄດ້ດຳເນີນຂັ້ນຕອນການສືບສວນສອບສວນຢ່າງລະອຽດລະອໍ ແລະ ໄດ້ເກັບຮວບຮວມຂໍ້ມູນຈຳນວນໜຶ່ງ ທີ່ອາດຈະກ່ຽວຂ້ອງກັບການຫາຍຕົວໄປຂອງ ສົມບັດ ສົມພອນ… ມາຮອດປັດຈຸບັນ ໜ່ວຍງານທີ່ກ່ຽວຂ້ອງກຳລັງດຳເນີນການຢ່າງຈິງຈັງໃນການສືບສວນສອບສວນ (ແປຈາກພາສາອັງກິດແລະເພີ້ມຕື່ມໂຕໜັງສືເຂັ້ມຕອນຫຼັ)

ໃນຈົດໝາຍຍັງໄດ້ຢືນຢັນເພີ້ມຕື່ມວ່າ:

ພາບບັນທຶກຈາກກ້ອງວົງຈອນປິດຈາກຕຳຫຼວດ ທີ່ຖືກເຜີຍແຜ່ຢ່າງກວ້າງຂວາງເທິງອິນເຕີເນັດ ເຊິ່ງມາຈາກພັນລະຍາຂອງສົມບັດ, ຄວາມຈິງແລ້ວ ເປັນພາບທີ່ບໍ່ຈະແຈ້ງວ່າແມ່ນໃຜ ຫຼື ມີຫຍັງຢູ່ໃນນັ້ນ. ດັ່ງນັ້ນຈຶ່ງບໍ່ສາມາດຢືນຢັນໄດ້ວ່າມີເຫດການຫຍັງເກີດຂື້ນແທ້ໆທີ່ກ່ຽວຂ້ອງກັບບຸກຄົນ ແລະ ລົດທີ່ປາກົດໃຫ້ເຫັນໃນພາບບັນທຶກດັ່ງກ່າວ. ໂດຍສະເພາະ ການລະບຸໂຕສົມບັດເອງ ກໍບໍ່ສາມາດລະບຸໄດ້ຈະແຈ້ງ. ດັ່ງນັ້ນ ຜູ້ຄົນບໍ່ສາມາດຕັ້ງຂໍ້ສົງໃສໄດ້ວ່າສົມບັດແມ່ນຫາຍຕົວໄປໃນສະຖານທີ່ທີ່ພາບກ້ອງວົງຈອນປິດບັນທຶກໄວ້ນັ້ນແທ້ບໍ່. (ແປຈາກພາສາອັງກິດແລະເພີ້ມຕື່ມໂຕໜັງສືເຂັ້ມຕອນຫຼັງ)

ຢ່າງໃດກໍຕາມ, ສິ່ງນີ້ບໍ່ກົງກັບທີ່ມີການລາຍງານໃຫ້ກັບ ສະມາຊິກສະພາຈາກກຸ່ມປະເທດໃນອາຊຽນ (ASEAN Parliamentarians) ເມື່ອຄັ້ງທີ່ໄປຢ້ຽມຢາມນະຄອນຫຼວງວຽງຈັນ ວັນທີ 16 ມັງກອນ ປີ 2013.

ພວກຂ້າພະເຈົ້າສັງເກດເຫັນຄວາມແຕກຕ່າງໃນການຕອບໂຕ້ຂອງເຈົ້າພາບທີ່ກ່ຽວຂ້ອງກັບເຫດກການການຫາຍຕົວໄປ. ເຈົ້າໜ້າທີ່ຫຼາຍທ່ານທີ່ພວກຂ້າພະເຈົ້າໄດ້ພົບໄດ້ເວົ້າວ່າ ບໍ່ມີຫຼັກຖານຢືນຢັນໄດ້ວ່າ ສົມບັດ ຂື້ນລົດກະບະ ຫຼັງຈາກລົດຈິບຂອງລາວຖືກເອີ້ນໃຫຢຸດ ດັ່ງທີ່ປາກົດໃນພາບບັນທຶກກ້ອງວົງຈອນປິດ. ແນວໃດກໍຕາມ, ພະນະທ່ານ ໄຊຍະການ ສີສຸວົງ , ຫົວໜ້າຫ້ອງການກະຊວງການຕ່າງປະເທດ ໄດ້ກ່າວໄວ້ວ່າ ສົມບັດສະໝັກໃຈຂື້ນໄກກັບລົດຄັນດັ່ງກ່າວ (ແປຈາກພາສາອັງກິດແລະເພີ້ມຕື່ມໂຕໜັງສືເຂັ້ມຕອນຫຼັງ)

Continue reading “ຄວາມຄືບໜ້າການສືບສວນສອບສວນ: ຖົດຖອຍກັບໄປຫຼາຍກວ່າເກົ່າ”

ສິດທິມະນຸດບໍ່ແມ່ນຕົວປະກອບ

​ໂລກ​ນີ້​ຕ້ອງ​ຍຶດຖືຕາມຖະແຫຼງການສາກົນ ວ່າດ້ວຍ ສິດທິມະນຸດ (UDHR: Universal Declaration of Human Rights), ທີ່​ວ່າ​ສິດທິ​ມະນຸດ​ບໍ່​​ແມ່ນ​ສິ່ງ​ທີ່​ຢູ່​ພາຍ​ໃຕ້​ການ​ອະນຸມັດ​ຂອງ​ລັດຖະບານ … ສິດທິ​ມະນຸດ​​ເປັນ​ເລື່ອງ​ສາກົນ…ພວກ​ເຮົາ​ຕ້ອງ​ຊ່ວຍ​ກັນ​ກົດ​ດັນ​ປະ​ເທດ​ລາວ​ໃຫ້​ຊ່ວຍ​ຊອກ​ຫາ ສົມບັດ ສົມ​ພອນ ​ແລະ ພາລາ​ວກັບ​ມາ​ຢ່າງ​ປອດ​ໄພ … ສິ່ງ​ເຫຼົ່າ​ນີ້​ຈະ​ເປັນ​ຈຸດ​ເລີ່​ມໃນ​ການ​ເປີດ​ປະ​ເດັນ​ກ່ຽວ​ກັບ​ສິດທິຂອງ​ປະຊາຊົນ​ໃນ​ເຂດ​ພາກພື້ນ​ນີ້, ​ແຕ່​ພວກ​ເຮົາ​ບໍ່​ຄວນ​ລ່າ​ຊ້າ​ໄປ​ກວ່າ​ນີ້​ອີກ​ແລ້ວ.

ສິດທິ​ມະນຸດ​ສາກົນ​​​ແມ່ນ​ສິ່ງ​ທີ່ຄົນ​ທຸກ​ຄົນ​ໃນ​ໂລກ​ໃບ​​ນີ້​ລ້ວນ​ເປັນ​ເຈົ້າ​ຂອງ ​ແລະ ລັດຖະບານ​ຈະ​ຕ້ອງ​ຢຸດ​ທຳທ່າ​ສະ​ແດງ​ວ່າ​ສິ່ງ​ນີ້​​ແມ່ນ​ຢູ່​ໃນ​ອຳນາດ​ຂອງ​ພວກ​ເຂົາ​ ​ເພື່ອ​ເປັນ​ຂໍ້​ຍົກ​ເວັ້ນ​ໃຫ້​​ແກ່​ພວກ​ເຂົາ. ສິດທິ​ມະນຸດ​ບໍ່​ແມ່ນ​ສິ່ງ​ປະກອບ​ເພີ້​ມຕື່ມ ຫຼື ​ເປັນ​ສິ່ງ​ທີ່​ຕ້ອງ​ເຮັດ​ຫຼັງ​ຈາກ​ບັນຫາ​ອື່ນໆ ຖືກ​ແກ້​ໄຂ​ແລ້ວ; ມັນ​ແມ່ນ​​ຮາກ​ຖານ​ຂອງ​ການ​ເຕີບ​ໃຫຍ່ ​ແລະ ການວັດ​ແທກ​ການ​ປະພຶດ​ຕົວ​ຕໍ່​ກັນ​ແລະກັນ ​ແລະ ຕໍ່​ຕົວ​ເຮົາ​ເອງ. ​

Jack Healey, ​ຈາກ Huffington Post

ເຖິງ ສົມບັດ…ຈາກ ຊູຍມິງ (3)

ສົມບັດ​ທີ່​ຮັກ​,

SB-MOຂ້ອຍ​ຂຽນ​ເຖິງ​ເຈົ້າ​ເພື່ອ​ແຈ້ງ​ຂ່າວເສົ້າ ສະຫຼົດ​ໃຈ​ ມື້​ເຊົ້າ​ນີ້​ແມ່​ຜູ້​ເປັນ​ທີ່​ຮັກ​ແລະ​ເຄົາລົບ​ຂອງ​ເຈົ້າ​ໄດ້​​ເສຍ​ຊີວິດ​ແລ້ວ. ​ເປັນ​ເວລາ​ຫຼາຍ​ກວ່າ 6 ​ເດືອນທີ່​ສຸຂະພາບ​ຂອງ​ລາວ​​ຊຸດ​ໂຊມ​ ​ແລະ​ ​ເຖິງ​ວ່າ​ລາວ​ຈະ​​ອ່ອນ​ເພຍ ​ແຕ່​ລາວ​ໄດ້​ພະຍາ​ມຕໍ່ສູ້​ເພື່ອ​ໃຫ້​ມີ​ລົມ​ຫາຍ​ໃຈ​ຢູ່​ຕໍ່ ​​ຕັ້ງ​ຕາລໍ​ຖ້າ​​ເພື່ອ​ໃຫ້ໄດ້​ພົບ​​ເຈົ້າ​ຈົນ​ຮອດ​ນາ​ທີ​ສຸດ​ທ້າຍ.

​ແມ່​ຂອງ​ເຈົ້າ​ເປັນ​ໜຶ່ງ​ໃນ​ບັນດາບຸກຄົນ​ທີ່​ມີ​ຈິດ​ໃຈ​ດີ ​ແລະ ມີ​ເມດ​ຕາ​ທີ່​ສຸດ​ເທົ່າ​ທີ່​ຂ້ອຍ​ເຄີຍຮູ້ຈັກມາ ​ແລະ ມັນ​ກໍ​ຊັດ​ເຈນວ່າ​​ເຈົ້າ​ກັບ​ລາວ​ມີ​ສາຍ​​ໄຍ​ພິ​ເສດ​​ນີ້​. ຫຼາຍ​ຄັ້ງ​ທີ່​ຂ້ອຍ​ເຈົ້າ​​ເບີກ​ບ້ານ ​ເມື່ອ​ພວກ​ເຈົ້າ​ໄດ້ພົບ​ກັນ. ​ເນື່ອງ​ຈາກ​​ເຈົ້າ​ເປັນ​ລູກ​ຄົນ​ທຳ​ອິດ​ຂອງ​ລາວ ​​ແນ່ນອນ​ວ່າ​ເຈົ້າ​​ເປັນ​ແກ້ວຕາ​ດວງ​ໃຈ​ຂອງ​ລາວ​. ​​​ໃນ​ນາມ​ລູກ​ຊາຍ​ກົກ ​ເຈົ້າ​ເຫັນວ່າ​ມັນ​ແມ່ນໜ້າ​ທີ່​ຈະ​ຕ້ອງ​ແບ່ງ​ເບົາ​ຄວາ​ມທຸກຍາກ​ໃຫ້​ແກ່​ພໍ່​ແມ່​ໃຫ້​​ໄດ້ຫຼາຍ​ທີ່ສຸດ​ເທົ່າ​ທີ່​ຈະ​ເຮັດ​​ໄດ້. ​ເຈົ້າ​​ເລົ່າ​ໃຫ້​ຂ້ອຍ​ຟັງ​ເປັນ​ປະ​ຈຳວ່າແມ່​ເຈົ້າ​ຕ້ອງ​ເຮັດ​ວຽກ​ໜັກ​ສຳ່​ໃດ ​ໄປ​ພ້ອມໆ ກັບ​ລ້ຽງ​ດູລູກໆ. ​​​ເຈົ້າ​ເວົ້າ​ເຖິງ​ລາວ​ດ້ວຍ​ຄວາມ​ຮັກ​ແລະ​ເຄົາລົບ ​ແລະ​ເວົ້າ​ໃຫ້​ຟັງ​ເລື້ອຍໆ​ວ່າລາວ​ບໍ່​ເຄີຍ​ຈົ່ມ​ເຖິງ​​ແມ່ນ​ວ່າ​ຕົນ​ເອງ​ພົບ​ກັບ​ຄວາມ​ຍາກ​ລຳບາກຫຼາຍ​ສ່ຳໃດ ​ເຈົ້າ​ຄົງຈະ​ຊືມຊັບ​ເອົາ​​ລັກ​ຊະນະພິ​ເສດ​ຂອງ​ລາວ ກໍ​ຄື ຈິດທີ່​ອ່ອນ​ໂຍນ, ຄວາມມີ​ເມດ​ຕາ, ຄວາມອົດ​ທົດ,​​ແລະ ​ການ​​ເອົາ​ໃຈ​ໃສ່​ໃນ​ວຽກ​ງານ . Continue reading “ເຖິງ ສົມບັດ…ຈາກ ຊູຍມິງ (3)”

18 ເດືອນແລ້ວທີ່ທ່ານສົມບັດ ຫາຍໄປ

ວິທະຍຸເອເຊຍເສຣີ: 18 ມິຖຸນາ 2014

imageການປະຊຸມ ກ່ຽວກັບ ສິດທິມະນຸດ ແລະ ການພັທນາ ຂອງ ເອເຊັຍ ໂດຍ ມີຕົວແທນ ຈາກ ອົງການ ສິດທິມະນຸດ 47 ອົງການ ຈາກ 16 ປະເທດ ໃນເອເຊັຍ ໄດ້ຮຽກຮ້ອງ ຄະນະ ກັມມາ ທິການ ສິດທິ ມະນຸດ ຂອງ ອາຊຽນ ແລະ ຣັຖບານ ຂອງ ປະເທດ ອາຊຽນ ໃຫ້ຕໍ່ຕ້ານ ກໍຣະນີ ການບີບ ບັງຄັບ ໃຫ້ສູນຫາຍ ຂອງ ນັກປົກປ້ອງ ສິດທິີມະນຸດ ຢູ່ໃນ ຂົງເຂດ.

ໃນວັນເສົາ ທີ່ ຜ່ານມາ ກຸມສິດທິ ມະນຸດ ໄດ້ຈັດງານ ພິທີ ລຳລຶກ ໃຫ້ແກ່ ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສ ດີເດັ່ນ ຂອງລາວ ເນື່ອງ ໃນໂອກາດ ຄົບຮອບ 18 ເດືອນ ທີ່ ທ່ານ ຖືກລັກ ພາຕົວ. ທ່ານ ສົມບັດ ໄດ້ຖືກ ລັກພາຕົວ ແລະ ບີບບັງຄັບ ໃຫ້ ຫາຍສາບສູນ ໃນວັນທີ 15 ທັນວາ 2012 ຫລັງຈາກທີ່ ຣົດ ຂອງທ່ານ ຖືກ ເຈົ້າໜ້າທີ່ ຕຳຫລວດ ຈະຣາຈອນ ຢຸດຢູ່ ຖະໜົນ ທ່າເດື່ອ ຕໍ່ໜ້າໂຮງຮຽນ ການຊ່າງ ລາວ ເຢັຍຣະມັນ ບ້ານ ວັດນາກ ເມືອງ ສີສັດຕະນາກ ນະຄອນ ຫລວງ ວຽງຈັນ. ອີງຕາມ ຫລັກຖານ ຈາກພາບ ວີດີໂອ ຂອງກ້ອງ ວົງຈອນປິດ.

ທ່ານ ບາລາຍສ ເຊີຣັນໂນ ເຈົ້າໜ້າທີ່ ດ້ານ ສິດທິມະນຸດ ໄດ້ກ່າວ ວ່າ ກໍຣະນີ ການ ຂອງທ່ານ ສົມບັດ ບໍ່ເປັນ ເຫດການ ທີ່ ຖືກ ເມີນເສີຍ ຢູ່ໃນ ປະເທດລາວ ແລະ ຢູ່ໃນ ປະເທດ ອາຊຽນ ກໍເຊັ່ນດຽວ ກັນ ຊຶ່ງມີ ກໍຣະນີ ການບີບ ບັງຄັບ ໃຫ້ສູນຫາຍ ເກີດຂຶ້ນ ຫລາຍ ແລະ ຍັງມີ ກໍລະນີ ຈຳກັດ ສິດທິ ໃນການ ປາກເວົ້າ.

 

ຢູໂຣບເວົ້າເຣື້ອງສິດທິມະນຸດ ໃນລາວ

ວິທະຍຸເອເຊຍເສຣີ: 21 ພຶດສະພາ 2014

ສປປລາວ ຍັງ ປະເຊີນ ກັບການ ລ່ວງ ຣະເມີດ ສິດມະນຸດ ຢ່າງ ໃຫຍ່ຫລວງ ໃນ ທຸກມື້ນີ້ ໃນນັ້ນ ຮ່ວມດ້ວຍ ການ ຫາຍສາບສູນ ຂອງ ນັກ ພັທນາ ຄົນສຳຄັນ ຂອງລາວ ທ່ານ ສົມບັດ ສົມພອນ ແລະ ການ ຈັບກຸມ ຊາວ ຄຣິສຈຽນ ຫລາຍສິບ ຄົນ ໃນມໍ່ໆມານີ້ ກຸ່ມ ສະພາ ຢູໂຣບ ໄດ້ໂອ້ລົມ ກັບ ເຈົ້າຫນ້າທີ່ ລາວ ໃນ ກອງປະຊຸມ ທີ່ ຈັດຂື້ນ ເທື່ອທຳອິດ ທີ່ ກຸງ ລອນດອນ ປະເທດ ອັງກິດ ໃນ ວັນທີ 21 ພຶສພາ ຜ່ານມາ.

ເຈົ້າຫນ້າທີ່ ກວດກາ ຈາກ ສະຫະພາບ ຢູໂຣບ ແລະ ຣັຖບານ ອັງກິດ ຕ້ອງການ ຄຳຕອບ ຈາກ ທາງການລາວ ກ່ຽວກັບ ການ ຝ່າຝືນ ສິດທິມະນຸດ ໃນລາວ ໃນ ກອງປະຊຸມ ປະຈຳປີ ກ່ຽວກັບ ສິດທິມະນຸດ ໃນລາວ ຂອງ ສະພາ ຢູໂຣບ ຊື່ງ ມີຕົວແທນ ຂອງລາວ ເຂົ້າຮ່ວມນຳ.

ເຈົ້າຫນ້າທີ່ ຢູໂຣບ ທ່ານນຶ່ງ ເວົ້າວ່າ ທັ້ງໆ ທີ່ ການໂອ້ລົມ ກັນ ໃນບັນຫາ ດັ່ງກ່າວ ຢ່າງ ຟົດເດືອດ ທັງສອງຝ່າຍ ບໍ່ສາມາດ ຕົກລົງ ກັນໄດ້ ໃນການ ທີ່ ຈະເຮັດໃຫ້ ມີຄວາມ ຄືບຫນ້າ ໃນບັນຫາ ດັ່ງກ່າວ ໃນລາວ ໃນ ການອອກ ຖແລງການ ຮ່ວມ.

ການໂອ້ລົມ ກ່ຽວກັບ ສິດທິມະນຸດ ໃນລາວ ທີ່ ກຸງລອນດອນ ແລະ ກຸງບຣາສໂຊ ເທື່ອນີ້ ບັນຫາ ການ ຫາຍສາບສູນ ຂອງ ທ່ານ ສົມບົດ ສົມພອນ ໃນເດືອນ ທັນວາ ປີ 2012 ເປັນ ບັນຫາ ທີ່ມີການ ໂອ້ລົມ ກັນ ຫລາຍກວ່າ ບັນຫາ ອື່ນໆ ໃນ ກອງປະຊຸມ.

ໃນກອງ ປະຊຸມ ຍັງໄດ້ ກົດດັນ ໃຫ້ ຣັຖບານ ລາວ ປ່ອຍຊາວ ຄຣິສຈຽນ 11 ຄົນ ທີ່ຖືກຈັບ ທີ່ ແຂວງ ສວັນນະເຂດ ຍ້ອນ ຈັດພິທີ ທາງ ສາສນາ ໃນໂບດ ທີ່ ບໍ່ໄດ້ຮັບ ອະນຸຍາດ.

ຫ້າຮ້ອຍວັນທີ່ທ່ານສົມບັດຫາຍໄປ

ວິທະຍຸເອເຊຍເສຣີ: 29 ເມສາ 2014

ນາງ ອຶງ ຊຸຍເມັງ ພັລຍາ ຂອງທ່ານ ສົມບັດ ສົມພອນ ເດີນທາງມາ ສະຫະຮັຖ ອະເມຣິກາ ເພື່ອເຜີຍແພ່ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ
ນາງ ອຶງ ຊຸຍເມັງ ພັລຍາ ຂອງທ່ານ ສົມບັດ ສົມພອນ ເດີນທາງມາ ສະຫະຮັຖ ອະເມຣິກາ ເພື່ອເຜີຍແພ່ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ

ການຫາຍໄປ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ອາວຸໂສ ດີເດັ່ນ ຂອງລາວ ຜ່ານໄປ ເປັນເວລາ ຫ້າ ຮ້ອຍວັນ ແລ້ວ ກໍຍັງ ບໍ່ມີ ຮ່ອງຮອຍ, ແຕ່ວ່າ ຍານາງ ອືງ ຊຸຍເມັງ ຜູ້ເປັນ ພັລຍາ ກໍ ຍັງຄົງ ບໍ່ສິ້ນຫວັງ ແລະ ຍັງ ລໍຄອຍ ວ່າ ຜູ້ເປັນ ສາມີ ຈະກັບມາ.

ຍານາງ ອຶງ ຊຸຍເມັງ ໄດ້ ເດີນທາງ ມາ ສະຫະຮັຖ ອະເມຣິກາ ເພື່ອ ຕ້ອງການ ຢາກ ຈະເຜີຍແພ່ ໃຫ້ຄົນຢູ່ ປະເທດ ສະຫະຣັຖ ໄດ້ຮູ້ ກ່ຽວກັບ ການ ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ແລະ ຢາກຮ້ອງຮຽນ ໃຫ້ ຣັຖບານ ສະຫະຣັຖ ຊ່ວຍເຫລືອ ໃນ ເຣື້ອງນີ້. ຍານາງ ກ່າວຕໍ່ ນັກຂ່າວ ເອເຊັຍ ເສຣີ ທີ່ ນະຄອນ ຫລວງ ວໍຊິງຕັນ ດີຊີ ໃນວັນທີ 29 ເມສາ ວ່າ:

“ຮ້ອງຂໍ ຣັຖບານ ສະຫະຣັຖ ຖ້າເຮັດ ຊ່ວຍໄດ້ ຜັກດັນ ໃຫ້ລາວ ເນາະ ກະຊອກຫາ ສົມບັດ ຊອກຫາ ສົມບັດ ໃຫ້ເພີ່ນ ກັບຄືນ ສູ່ຄອບຄົວ ດ້ວຍຄວາມ ປອດໄພ”.

ທ່ານ ສົມບັດ ສົມພອນ ເປັນນັກ ພັທນາ ອາວຸໂສ ດີເດັ່ນ ຂອງ ລາວ ຈົນໄດ້ ຮັບຣາງວັນ ແມັກ ໄຊໄຊ ອາຫວອດ ປີ 2005. ອີງຕາມ ຫລັກຖານ ຈາກ ກ້ອງ ວົງຈອນປິດ, ທ່ານ ສົມບັດ ສົມພອນ ຖືກລັກ ພາຕົວ ໃນ ວັນທີ 15 ທັນວາ ປີ 2012 ເວລາ ປະມານ 18 ໂມງ ເຫດການ ເກີດຂຶ້ນ ໃນມື້ນັ້ນ ເມື່ອ ຣົດຂອງ ທ່ານ ຖືກ ເຈົ້າໜ້າທີ່ ຕຳຫຣວດ ຈະຣາຈອນ ຢຸດ ຢູ່ປ້ອມຍາມ ຕຳຫຣວດ ຕໍ່ໜ້າ ໂຮງຮຽນ ການຊ່າງ ລາວ- ເຢັຽຣະມັນ ຖະໜົນ ທ່າເດື່ອ ເຂດ ບ້ານວັດນາກ,  ເມືອງ ສີສັດຕະນາກ, ນະຄອນ ຫລວງ ວຽງຈັນ ຕໍ່ມາ ທ່ານໄດ້ລົງ ຈາກຣົດ ຍ່າງໄປກັບ ເຈົ້າໜ້າທີ່ ຕຳຫຣວດ ໄປໃນ ປ້ອມຍາມ ນັ້ນ ຈາກນັ້ນ ຕໍ່ມາ ມີຊາຍ ຄົນນຶ່ງ ຂີ່ລົດຈັກ ມາຈອດ ຢູ່ໃກ້ກັບ ປ້ອມຍາມ ຕຳຫຣວດ ແລ້ວ ແລ່ນເຂົ້າໄປ ໃນ ປ້ອມຍາມ ຈາກນັ້ນ ຊາຍຄົນນັ້ນ ກໍອອກ ມາຂັບຣົດ ຂອງ ທ່ານ ສົມບັດ ອອກໄປ.

ຕໍ່ມາ ບໍ່ດົນ ກໍມີຣົດ ກະບະ ສີເງິນ ຂັບມາ ພ້ອມດ້ວຍ ເປີດໄຟ ຂໍທາງ ແລ້ວມາຈອດ ຢູ່ ປ້ອມຍາມ ແລ້ວ ທ່ານ ສົມບັດ ກໍຖືກ ນຳຕົວຂຶ້ນ ຣົດຄັນນັ້ນ ແລ້ວກໍຂັບ ອອກໄປ ຫລັງຈາກ ນັ້ນ ກໍບໍ່ເຫັນ ທ່ານ ສົມບັດ ອີກ ເລີຍ. ນັບແຕ່ມື້ທີ່ ທ່ານ ສົມບັດ ສົມພອນ ຖືກລັກພາ ຕົວໄປ ຈົນມາເຖີງ ປັດຈຸບັນ ກໍຍັງ ບໍ່ມີຂ່າວ ຫຍັງ ກ່ຽວກັບ ທ່ານ ສົມບັດ ແລະ ບໍ່ຮູ້ວ່າ ຊະຕາກັມ ຈະເປັນ ແນວໃດ. ເຖີງຢ່າງໃດ ກໍຕາມ ຜູ້ ເປັນເມັຍ ກໍຍັງຄົງ ຈະສືບຕໍ່ ຊອກຫາ ທ່ານ ສົມບັດ ຕໍ່ໄປ ຍັງກ່າວ ອີກວ່າ:

“ຂ້ອຍກໍຕ້ອງ ຢູ່ເມືອງ ລາວ ເພື່ອ ຟັງຂ່າວ ແລະ ຊອກຫາ ສົມບັດ ມື້ໃດ ສົມບັດ ບໍ່ກັບບ້ານ ຂ້ອຍ ກໍຢູ່ລາວ ຂ້ອຍກໍຢາກ ຢູ່ລາວ ຖ້າ ສົມບັດ ກັບມາ”.

ການຫາຍຕົວໄປ ຂອງ ທ່ານ ສົມບັດ ສົມພອນ ຢູ່ຕໍ່ໜ້າ ປ້ອມ ຕຳຫຣວດ ນະຄອນ ຫລວງ ວຽງຈັນ ຖືວ່າ ເປັນ ກໍຣະນີ ການບີບ ບັງຄັບ ບຸກຄົນ ໃຫ້ ຫາຍສາບສູນ ແລະ ເປັນເຣື້ອງ ຣະເມີດ ສິດທິ ມະນຸດ ຢ່າງ ຮ້າຍແຮງ.

ພັນລະຍາ ທ່ານສົມບັດ ສົມພອນ ຍັງບໍ່ໄດ້ຮັບຂ່າວຄາວ ຈາກຜູ້ເປັນສາມີ ທີ່ຫາຍຕົວໄປ

Voice of America: 22 ເມສາ 2014

APF-02
ພາກປະຊາສັງຄົມ ທັງໃນອາຊຽນ ແລະນາໆຊາດ ໄດ້ພາກັນ ຮຽກຮ້ອງໃຫ້ ຊອກຫາ ທ່ານສົມບັດ.

ພັນລະຍາ ຂອງທ່ານສົມບັດ ສົມພອນ ຍັງບໍ່ໄດ້ຮັບຂ່າວຄາວໃດໆເລີຍຈາກຜູ້ເປັນສາມີທັງຍັງບໍ່ມີຄວາມຄືບໜ້າ ໃນການສອບສວນ ສືບສວນຫາຄວາມຈິງໂດຍທາງການຕຳຫຼວດລາວອີກດ້ວຍ.

ພາຍຫຼັງຈາກທີ່ ທ່ານນາງ Ng Shui Meng ພັນລະຍາ ຂອງ ທ່ານ ສົມບັດ ສົມພອນ ນັກພັດທະນາລາວ ຜູ້ດີເດັ່ນຂອງອາ ຊ່ຽນ ທີ່ໄດ້ຫາຍຕົວໄປ ນັບແຕ່ວັນທີ 15 ທັນວາ 2013 ເປັນຕົ້ນມານັ້ນ ໄດ້ຖະແຫລງການ ໃນໂອກາດການຫາຍຕົວໄປ ຂອງທ່ານສົມບັດ ຄົບຮອບ 1 ປີ ເພື່ອເຊີນຊວນ ໃຫ້ຜູ້ທີ່ຮັກ ຄວາມເປັນທຳ ທັງໃນລາວ ແລະຕ່າງປະເທດ ຈົ່ງໄດ້ພາກັນຂຽນຈົດໝາຍເຖິງ ທ່ານສົມບັດ ທີ່ມີເນື້ອຫາກ່ຽວກັບຊີວິດ ແລະ ຜົນງານ ແນວຄວາມຄິດ ອຸດົມການ ແລະ ວິທີການ ປະຕິບັດງານ ຂອງທ່ານສົມບັດ ເພື່ອເຜີຍແຜ່ອອກສູ່ການຮຽນຮູ້ ໃນວົງກວ້າງນັບແຕ່ ວັນທີ 15 ທັນວາ 2013 ເປັນຕົ້ນມາ ກໍປະກົດວ່າ ໄດ້ຮັບການຕອບສະໜອງຈາກ ພາກປະຊາສັງຄົມ ທັງໃນອາຊຽນ ແລະນາໆ ຊາດຢ່າງກວ້າງຂວາງ.

ທັງນີ້ໂດຍບັນດາຈົດໝາຍ ແລະ ການສະແດງອອກຕ່າງໆ ທີ່ກ່ຽວຂ້ອງກັບ ທ່ານສົມບັດ ດັ່ງກ່າວໄດ້ຖືກເຜີຍແຜ່ສູ່ ການຮັບຮູ້ໃນວົງກວ້າງໂດຍ Website ແລະ Facebook ທີ່ ຊື່ວ່າ Find Sombath Somphone ທີ່ມີທັງ ຈົດໝາຍ ການຈັດກິດຈະກຳ ແລະ ການ ສະແດງອອກ ທີ່ເປັນສັນຍາລັກ ຂອງການທວງຖາມ ອຳນາດການປົກຄອງ ໃນລາວ ກ່ຽວກັບການຫາຍຕົວໄປ ຂອງທ່ານສົມບັດ.

Members of Amnesty International Japan and Human Rights Watch protest at the Laos Embassy in Tokyo in December 2013. (Hideki Yakabayashi)
ເຄືອຂ່າຍອົງກອນ ພັດທະນາເອກະຊົນຍີ່ປຸ່ນ ຮຽກຮ້ອງໃຫ້ ຊອກຫາ ທ່ານສົມບັດ

ໂດຍການປະຕິບັດດັ່ງກ່າວນີ້ ກໍເພື່ອເປັນການສົ່ງກຳລັງໃຈ ແລະ ຄວາມປາດຖະໜາດີ ໄປເຖິງ ທ່ານສົມບັດ ທີ່ຫາຍຕົວໄປ ນັບເປັນລະຍະເວລາເກືອບ 500 ວັນມາແລ້ວ ຫາກແຕ່ວ່າຈົນ ເຖິງທຸກມື້ ສຳລັບທ່ານນາງ Ng Shui Meng ນັ້ນກໍຍັງຄົງ ບໍ່ໄດ້ຮັບຂ່າວຄາວໃດໆເລີຍ ຈາກຜູ້ເປັນສາມີ ຂອງທ່ານນາງ ແລະ ບໍ່ມີຄວາມຄືບໜ້າໃດໆ ເລີຍ ຈາກການສືບສວນສອບສວນ ຂອງທາງການຕຳຫຼວດລາວ ດັ່ງທີ່ທ່ານນາງໄດ້ກ່າວວ່າ:

“ສົມບັດ ເປັນຄົນສັນຊາດລາວ ລາວໄດ້ຫາຍໄປຢູ່ຕໍ່ໜ້າ ປົດຕຳຫຼວດ ໃນວຽງຈັນ ເລື້ອງທີ່ວ່າຜູ້ໃດເປັນ ຜູ້ຮັບຜິດຊອບ ໃນການ ເອົາລາວໄປນັ້ນບໍ່ສຳຄັນ ແຕ່ທີ່ສຳຄັນ ແມ່ນວ່າ ມັນຍັງແມ່ນຄວາມ ຮັບຜິດຊອບ ຂອງລັດຖະບານ ແລະ ຂອງກຳລັງຮັກສາຄວາມປອດໄພ ຢູ່ທີ່ຈະຊອກ ຫາ ສົມບັດ ໃຫ້ເຫັນແລ້ວສົ່ງລາວ ໃຫ້ຂ້າພະເຈົ້າ ແລະ ຄອບຄົວຢ່າງ ປອດໄພ ພວກເຂົາເຈົ້າ ໄດ້ຈັດຕັ້ງທີມງານສືບສວນຂຶ້ນມາ ແຕ່ກໍບໍ່ເຫັນວ່າມີຫຍັງດີເພາະເທົ້າເຖິງປັດຈຸບັນນີ້ ກໍບໍ່ໄດ້ມີຂ່າວຄາວອັນໃດວ່າ ສົມບັດ ຢູ່ແຫ່ງໃດ.”

ນອກຈາກການເຊີນຊວນໃຫ້ມີການ ຂຽນຈົດໝາຍເຖິງ ທ່ານສົມບັດ ດັ່ງກ່າວແລ້ວບັນດາອົງການ ຄຸ້ມຄອງ ສິດທິມະນຸດຍະຊົນສາກົນເຊັ່ນ ເຄືອຂ່າຍສະໝານສັນພາກປະຊາຊົນອາຊຽນ ຄະນະປະສານງານມະຫະກຳ ພາກປະຊາຊົນເອເຊຍກັບ ຢູໂຣບ ຄະນະກຳມະການປະສານງານ ອົງກອນພັດທະນາເອກະຊົນໄທ ເຄືອຂ່າຍ
ອົງກອນພັດທະນາເອກະຊົນຍີ່ປຸ່ນ ແລະ ເຄືອຂ່າຍເຍົາວະຊົນອາຊຽນກໍໄດ້ພາກັນ ຈັດກິດຈະກຳ ເພື່ອຮຽກຮ້ອງຂໍໃຫ້ ທາງການລາວຕາມຫາ ແລະ ໃຫ້ການຊ່ວຍເຫຼືອ ທ່ານສົມບັດ ຢ່າງຈິງຈັງອີກດ້ວຍ.

ກ່ອນໜ້ານີ້ ທ່ານ Walden Bello ຮອງປະທານ ຄະນະກຳມະການ ດ້ານສິດທິ ມະນຸດຍະຊົນ ຂອງລັດຖະສະພາ ອາຊຽນ ໄດ້ຖະແຫຼງການໃນໂອກາດທີ່ຄະນະຜູ້ ແທນຂອງລັດຖະສະພາຢູໂຣບ ຢ້ຽມຢາມ ສປປ. ລາວຢ່າງເປັນ ທາງການ ໃນວັນທີ 28 ຕຸລາ ປີ 2013 ວ່າຖືເປັນອີກໂອກາດນຶ່ງທີ່ຈະໄດ້ທວງຖາມທາງການລາວເຖິງ ຄວາມຄືບໜ້າ ຂອງການສືບສວນຫາຄວາມຈິງກ່ຽວກັບກໍລະນີ ຂອງທ່ານສົມບັດ.

People in Minneapolis are asking...
ນາໆ ຊາດພາກັນ ຮຽກຮ້ອງໃຫ້ ຊອກຫາ ທ່ານ ສົມບັດ

ຄະນະຜູ້ແທນຂອງລັດຖະສະພາຢູໂຣບ ທີ່ຢ້ຽມ ຢາມລາວ ດັ່ງກ່າວ ນຳໂດຍ ທ່ານ Werner Langen ປະທານ ລັດຖະສະພາຢູໂຣບຊຶ່ງ ຄະນະຂອງທ່ານກໍໄດ້ ພົບປະເຈລະຈາຮ່ວມ ກັນກັບ ຄະນະຜູ້ແທນ ຂອງສະພາແຫ່ງຊາດ ລາວ ທີ່ມີ ທ່ານໄຊ ສົມພອນ ພົມວິຫານຮອງ ປະທານສະພາ ແຫ່ງຊາດລາວເປັນຫົວໜ້າ ຄະນະໂດຍທັງ ສອງຝ່າຍ ກໍໄດ້ແລກປ່ຽນ ທັດສະນະ ຄວາມ ເຫັນທັງໃນດ້ານ ການພັດທະນາ ເສດຖະກິດ ສັງຄົມ ແລະ ສິດທິມະນຸດຍະຊົນ ທັງທີ່ເປັນ ການຮ່ວມມື ລະຫວ່າງສະພາແຫ່ງ ຊາດລາວ ກັບ ລັດຖະສະພາຢູໂຣບແລະ ລັດຖະສະພາຢູ່ໂຣບ ແລະ ລັດຖະສະພາອາຊຽນດ້ວຍ.

ແຕ່ຢ່າງໃດກໍຕາມ ສະມາຊິກລັດຖະສະພາຢູໂຣບ ກໍເຄີຍພົບປະເຈລະຈາ ກັບຄະນະເຈົ້າ ໜ້າທີ່ຂອງທາງການລາວ ຢູ່ນະຄອນວຽງຈັນມາ​ແລ້ວ​ ຄັ້ງນຶ່ງ​ເມື່ອ​ ເດືອນ​ສິງຫາ ປີກາຍ ​ໂດຍ​ຄະນະ​ຜູ້​ແທນ​ຂອງ​ລັດຖະສະພາ​ຢູ​ໂຣບກໍ​ໄດ້​ຢືນຢັນ​ວ່າ​ຈະ​ດຳ​ເນີນ​ມາດ​ຕະການ​ກົດ​ດັນ ຕໍ່​ລັດຖະບານ​ລາວຫຼາຍຂຶ້ນ​ໃນ​ກໍລະນີ​ຂອງ​ການ​ຫາຍ​ຕົວ​ໄປ​ ຂອງ​ທ່ານສົມບັດ ​ເພາະ​ເຫັນ​ວ່າ​ທາງ​ການ​ລາວ​ບໍ່​ໄດ້​ດຳ​ເນີນ​ການ​ຢ່າງ​ຈິງ​ຈັງ​ໃນ​ການຄົ້ນຫາ ​ຄວາມ​ຈິງ.

ທັງ​ນີ້​ໂດຍ​ກໍລະນີ​ທີ່​ສະທ້ອນ​ ໃຫ້​ເຫັນ​ເຖິງ​ຄວາມ​ບໍ່​ຈິງ​ຈັງ ຂອງ​ທາ​ງການ​ລາວ​ໄດ້​ຢ່າງ​ຈະ​ແຈ້ງ​ກໍ​ຄື​ການ​ທີ່​ບໍ່​ໄດ້​ໃຊ້​ປະ​ໂຫຍ​ດ ຈາກ​ພາບ​ທີ່​ກ້ອງ​ວົງ​ຈອນ​ປິດ​ຂອງ​ທາງ​ການ​ລາວ​ບັນ​ທຶກ​ໄ​ວ້​ໄດ້​ ໃນ​ຕອນ​ແລງ​ຂອງ​ວັນ​ທີ 15 ທັນ​ວາ 2012 ຊຶ່ງ​ເປັນ​ມື້​ທີ່​ ທ່ານ​ສົມບັດ ຖື​ກລັກ​ພາ​ຕົວ​ໄປ​ຈາກ​ປ້ອມ​ຕຳຫຼວດ​ ໃນ​ເຂ​ດນະຄອນ​ວຽງ​ຈັນ.

Shui Meng Ng ກ່າວຢູ່ນະຄອນ ຊິດນີ

ວິທະຍຸເອເຊຍເສຣີ: (26 ກຸມພາ 2014)

ດຣ.Shui Meng Ng ກ່າວຕໍ່ສາທາຣະນະຊົນຢູ່ ມະຫາວິທະຍາໄລ ຊິດນີ ອອສເຕຣເລັຽ ວັນພຸດວັນທີ 26 ກຸມພາ 2014
ດຣ. Shui Meng Ng ກ່າວຕໍ່ສາທາຣະນະຊົນຢູ່ ມະຫາວິທະຍາໄລ ຊິດນີ ອອສເຕຣເລັຍ ວັນພຸດວັນທີ 26 ກຸມພາ 2014. RFA

ເປັນເທື່ອທຳອິດທີ່ ດຣ. Shui Meng Ng ພັລຍາຂອງ ດຣ.ສົມບັດສົມພອນ ໄດ້ເດີນທາງມາກ່າວຕໍ່ ສາທາຣະນະຊົນຢູ່ ມະຫາວິທະຍາໄລ ຊິດນີປະເທດອອສເຕຣເລັຽໃນຄືນວັນພຸດວັນທີ 26 ກຸມພາ 2014, ນັບຕັ້ງແຕ່ ດຣ. ສົມບັດໄດ້ຖືກ ຈັບ ແລະຫາຍໄປ ຕັ້ງແຕ່ຄືນວັນທີ 15 ທັນວາ 2012, ຊຶ່ງເປັນເວລາກວ່າ 1 ປີແລ້ວ.

ຈຸດປະສົງໃນການອອກມາກ່າວ ກໍເພື່ອເນັ້ນໃຫ້ຊາວໂລກຮູ້ກ່ຽວກັບວຽກງານຂອງ ດຣ. ສົມບັດຊຶ່ງບໍ່ເຄີຍ ລ່ວງລຳ້ເຂດ ອຳນາດຂອງທາງການ ລາວ ດຣ. Shui Meng Ng ເວົ້າກັບຜູ່ສື່ຂ່າວວິທຍຸເອເຊັຍເສຣີຢູ່ ນະຄອນຊິດນີ ອອສເຕຣເລັຍວ່າ:

“ສິ່ງທີ່ເພິ່ນເຮັດໂຄງການໃດກໍຕາມກໍຕ້ອງໄດ້ຮັບອະນຸຍາດ ຈາກຣັຖບານກ່ອນທຳອິດແມ່ນຂັ້ນສູນກາງ, ຕໍ່ມາກໍຂັ້ນແຂວງ, ຂັ້ນເມືອງຂັ້ນ ບ້ານ. ອີກອັນໜຶ່ງສົມມຸດວ່າລົງໄປອົບຮົມ ຊາວນາຊາວສວນຢູ່ໃນບ້ານຫລື ວ່າຊາວໜຸ່ມກໍມີບັນດາ ຣັຖບານໄປນຳເພິ່ນເນາະບໍ່ແມ່ນວ່າ ເຮັດບໍ່ໄດ້ຮັບອະນຸຍາດ. ອີກອັນໜຶ່ງ ໂຄງການໃດກໍມີການປຶກສາຫາລືກັນ ຈັ່ງຊັ້ນຈັ່ງວ່າຂ້າພະເຈົ້າບໍ່ເຂົ້າໃຈ”. Continue reading “Shui Meng Ng ກ່າວຢູ່ນະຄອນ ຊິດນີ”