ມາດາມ ຊຸຍ ເມັງ ຊາບຊຶ້ງ ຕໍ່ ສາກົນ

ວິທະຍຸເອເຊຍເສລີ: 13 ກໍລະກົດ 2018

ມາດາມ ອຶ້ງ ຊຸຍເມັ້ງ ພັລຍາຂອງ ທ່ານ ສົມບັດ ສົມພອນ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ກໍຣະກະດາ 2018

ມາດາມ ອຶ້ງ ຊຸຍເມັ້ງ, ພັລຍາຂອງທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນ ດີເດັ່ນຂອງລາວ, ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ກໍຣະກະດາ ນີ້ວ່າ ການທວງຖາມຣັຖບານ ສປປລາວ ຫາ ທ່ານ ສົມບັດ ສົມພອນ ຢູ່ໃນກອງປະຊຸມທົບທວນ ການປະຕິບັດສິດທທິມະນຸສ ປະຈຳຣະຍະ ຂອງສະຫະປະຊາຊາດ ທີ່ນະຄອນເຈນິວາ, ປະເທສ ສະວິສເຊິແລັນ ນັ້ນຖືເປັນກຳລັງໃຈອັນສຳຄັນຍິ່ງ ຕໍ່ມາດາມແລະທຸກຄົນ ໃນຄອບຄົວ ແລະ ມາດາມຮູ້ສຶກຊາບຊຶ້ງໃຈ ທີ່ສາກົນຍັງສືບຕໍ່ຕິດຕາມ ເຣຶ່ອງການຫາຍສາບສູນ ຂອງສາມີຕົນ. ດັ່ງ ມາດາມ ໄດ້ກ່າວຕອນນຶ່ງວ່າ:

“ພາກສ່ວນສາກົນເນາະ ຂະເຈົ້າຍັງຫຼັງຈາກຜ່ານມາຫຼາຍປີແລ້ວ ຂະເຈົ້າຍັງຖາມຫາ ຢາກຮູ້ເນາະວ່າລຸງ ສົມບັດ ປະຈຸບັນ ຢູ່ໃສ? ອັນນີ້ ປ້າຂອບໃຈຂະເຈົ້າຫຼາຍໆ. ສຳລັບປ້າ, ອັນນີ້ກະເປັນກຳລັງໃຈໃຫ້ປ້າ ວ່າທາງນອກເນາະ, ໂດຍສະເພາະສາກົນ ຍັງບໍ່ທັນໄດ້ລືມ ກ່ຽວກັບ ເຣື້ອງຂອງລຸງ ສົມບັດ.” Continue reading “ມາດາມ ຊຸຍ ເມັງ ຊາບຊຶ້ງ ຕໍ່ ສາກົນ”

ພິທີຣະນຶກເຖິງ ທ.ສົມບັດ ຄົບຮອບ 5 ປີ

ວິທະຍຸເອເຊຍເສລີ: 15 ທັນວາ 2017

ຄອບຄົວ ທ່ານ ສົມບັດ ສົມພອນ ແລະເຄືອຂ່າຍສູນອົບຮົມຮ່ວມພັທນາ ຫລືທີ່ຮູ້ຈັກກັນວ່າ ສູນປາແດກ ໄດ້ຈັດພິທີຣະນຶກເຖິງ ທ່ານ ສົມບັດ ສົມພອນ ທີ່ເປັນຜູ້ກໍ່ຕັ້ງສູນ ດັ່ງກ່າວ ພາຍຫລັງທີ່ທ່ານຖືກລັກພາໂຕໄປ ເປັນເວລາ 5 ປີເຕັມ ແລະຈັດງານວາງ ສະແດງຜົລງານຂອງສູນ ແລະເຄືອຂ່າຍ ຄົບຮອບ 21 ປີ ຂຶ້ນທີ່ບ້ານນາຄຳ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃນຕອນເຊົ້າ ຂອງມື້ວັນທີ 15 ທັນວາ 2017 ນີ້, ຄອບຄົວທ່ານສົມບັດ ໄດ້ນິມົນພຣະສົງຫລາຍອົງ ມາສູຕປະຣິຕະມຸງຄຸນ ແລະມີພິທີບາສີສູ່ຂວັນ ຕາມຮີດຄອງປະເພນີລາວ: “ສຽງຄູບາເທສນາ.”

ຫລັງຈາກນັ້ນ ຕາງໜ້າຄະນະອຳນວຍການສູນປາແດກ ກໍໄດ້ກ່າວຕ້ອນຮັບຜູ້ທີ່ເຂົ້າມາຮ່ວມງານ ແລະກ່າວເປີດງານວາງສະແດງຜົລງານ ຂອງສູນປາແດກ ແລະເຄືອຂ່າຍ:

“May I express my sensitized to all of you to be here with us today and wish you a warm welcome. As you know that 2017 marks the 5th anniversary year of the disappearance of our great visionary leader and the founder of PADETC Mr. Sombath Somphone… ທ່ານກ່າວວ່າ ຂ້າພະເຈົ້າ ມີຄວາມຮູ້ສຶກຊາບຊຶ້ງໃຈ ທີ່ບັນດາທ່ານທັງຫຼາຍມາ ຮ່ວມງານກັບພວກຂ້າພະເຈົ້າໃນມື້ນີ້ ແລະພວກຂ້າພະເຈົ້າ ຍິນດີຕ້ອນຮັບ ດ້ວຍຄວາມອົບອຸ່ນ. ດັ່ງທີ່ບັນດາທ່ານຮູ້, ມາເຖິງປີ 2017 ນີ້ ກໍເປັນເວລາ 5 ປີແລ້ວທີ່ ທ່ານສົມບັດ ສົມພອນ ຊຶ່ງເປັນຜູ້ນຳທີ່ມີວິສັຍທັສ ອັນດີຍິ່ງ ແລະທັງເປັນຜູ້ສ້າງຕັ້ງສູນປາແດກ ຂອງພວກເຮົາ ໄດ້ຖືກບັງຄັບ ໃຫ້ຫາຍສາບສູນໄປ. Continue reading “ພິທີຣະນຶກເຖິງ ທ.ສົມບັດ ຄົບຮອບ 5 ປີ”

5 ປີທີ່ໄຮ້ຮ່ອງຮອຍ ຂອງ ທ.ສົມບັດ ສົມພອນ

ວິທະຍຸເອເຊຍເສລີ: 11 ທັນວາ 2017

ມາດາມ ອຶງຊຸຍເມັງ ພັລຍາຂອງ ທ່ານ ສົມບັດ ສົມພອນ(ຊ້າຍ) ແລະ ມາດາມ Anne-Sophie Gindroz ອະດີດ ຜູ້ອໍານວຍການ Helvitas ຊຶ່ງເປັນອົງການ ທີ່ບໍ່ຂຶ້ນກັບຣັຖບານ ປະເທດ Switzerland

ນັບເປັນເວລາ 5 ປີແລ້ວທີ່ ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນດີເດັ່ນຂອງລາວ ທີ່ໄດ້ຮັບຣາງວັນ ກຽດຕິຄຸນ ແມັກໄຊໄຊ ຖືກບັງຄັບ ໃຫ້ຫາຍສາບສູນໄປ ຈາກກາງນະຄອນຫຼວງວຽງຈັນ ຈົນມາຮອດມື້ນີ້ ກໍຍັງບໍ່ມີຄວາມຄືບໜ້າ ໃນການສືບສວນ ສອບສວນ ຂອງທາງການ ລາວ ຂະນະທີ່ທາງຄອບຄົວ ແລະອົງການຈັດຕັ້ງສາກົລຕ່າງໆ ກໍບໍ່ໄດ້ລົດລະທວງຖາມ ກ່ຽວກັບວ່າມີຫຍັງ ເກີດຂຶ້ນກັບທ່ານ, ທ່ານຢູ່ໃສ. ແລະລ່າສຸດນີ້ ເຖິງແມ່ນວ່າ ຈະມີຄົນເວົ້າວ່າ ໄດ້ເຫັນທ່ານ ສົມບັດ ຖືກກັກຂັງ ຢູ່ຫ້ອງຂັງ ຄ້າຍກັບເປັນຫ້ອງຂັງ ຂອງຕໍາຣວດ ແລະຣົດ JEEP ຂອງທ່ານຈອດຢູ່ເຂດຂັງນັ້ນ ກໍບໍ່ມີຫຍັງປ່ຽນແປງ ຄໍາຕອບ ຈາກທາງການລາວ.

ແລະອີກເທື່ອນຶ່ງ ໃນກອງປະຊຸມຖແລງຂ່າວ ທີ່ສະໂມສອນນັກຂ່າວຕ່າງປະເທດ ຢູ່ບາງກອກປະເທດໄທ ໃນມື້ວັນທີ 6 ທັນວາ 2017 ມາດາມ ອຶງຊຸຍເມັງ ພັລຍາຂອງທ່ານ ສົມບັດ ສົມພອນ ກໍໄດ້ກ່າວເຖິງ ສິ່ງທີ່ມາດາມ ໄດ້ຂຽນຣາຍງານ ຕໍ່ພາກສ່ວນ ທີ່ກ່ຽວຂ້ອງ ຂອງ ອົງການ ສະຫະປະຊາຊາດ ດ້ານການບັງຄັບຄົນ ໃຫ້ຫາຍສາບສູນ ແລະສະຖານທູດ ຕ່າງປະເທດ ທີ່ນະຄອນຫລວງວຽງຈັນ ຮັບຊາບ ດັ່ງທີ່ມາດາມ ກ່າວວ່າ:

“Sombath was actually seen and was reported by eye-witness of some one who knew some police and Sombath was physically seen in a holding center which is not public but it’s like a house which is identified like a police holding center.”

ຫລັງຈາກຖືກບັງຄັບໃຫ້ຫາຍສາບສູນແລ້ວ ມີຜູ້ເຫັນທ່ານ ສົມບັດ. ຄົນຜູ້ນັ້ນຮູ້ຈັກກັບຕໍາ ຣວດບາງຄົນ ແລະໄດ້ຣາຍງານວ່າເຫັນທ່ານ ສົມບັດ ຢູ່ໃນບ່ອນກັກຂັງແຫ່ງນຶ່ງ ທີ່ມວນ ຊົນທົ່ວໄປບໍ່ຮູ້ຈັກ. ບ່ອນນັ້ນເປັນຄືກັນກັບສູນກັກຂັງ ຜູ້ຄົນຂອງຕໍາຣວດ. ທ່ານ ສົມບັດ ຖືກ ເຫັນຢູ່ທີ່ນັ້ນ ແລະທັງຣົດຈິບຂອງທ່ານ ກໍເຫັນຈອດຢູ່ໃນເຂດນັ້ນ. Continue reading “5 ປີທີ່ໄຮ້ຮ່ອງຮອຍ ຂອງ ທ.ສົມບັດ ສົມພອນ”

ທ.ສົມບັດ ບໍ່ເຄີຍຕໍານິ ພັກ-ຣັດ

ມາດາມ ອຶງຊຸຍເມັງ ໃນວັນຖແລງຂ່າວ ຂອງສະມາຄົມ ນັກຂ່າວຕ່າງປະເທດ ແຫ່ງປະເທດໄທ

ວິທະຍຸເອເຊຍເສລີ: 29 ຕຸລາ 2017

ມາດາມ ຊຸຍເມັງ ຢືນຢັນວ່າ ທ່ານ ສົມບັດ ສົມພອນ ຜູ້ເປັນສາມີ ຂອງມາດາມ ບໍ່ເຄີຍເວົ້າ ຫລື ກະທໍາໃນສິ່ງທີ່ແຕະຕ້ອງ ແນວທາງ ນະໂຍບາຍ ຂອງພັກແລະຣັຖ ສປປລາວ ແມ່ນແຕ່ຄັ້ງດຽວ ຫາກເວົ້າເຖິງ ແຕ່ສິ່ງທີ່ຣັຖບານ ເວົ້າມາໂດຍຕລອດ ເປັນຕົ້ນການລົບລ້າງ ຄວາມທຸກຍາກຮວມທັງ ຄໍາປາສັຍຂອງທ່ານ ທີ່ໄດ້ກ່າວໃນ ພິທີເປີດກອງປະຊຸມ ເວທີປະຊາຊົນ ເອເຊັຽ-ຢູໂຣບ ຫຼື AEPF ຄັ້ງທີ 9 ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 16 ຕຸລາ 2012.

ໃນພິທີເປີດກອງປະຊຸມ ຊຶ່ງລາວເປັນເຈົ້າພາບ ທີ່ໄດ້ຈັດຂຶ້ນແຕ່ວັນທີ 16 ຫາ 19 ຕຸລາ ທີ່ມີຜູ້ເຂົ້າຮ່ວມເກືອບຮອດ 1 ພັນຄົນນັ້ນ ທ່ານ ສົມບັດ ສົມພອນ ໄດ້ເວົ້າເຖິງບັນຫາ ຕ່າງໆທີ່ກ່ຽວຂ້ອງ ກັບຫົວຂໍ້ກອງປະຊຸມ ຄື: ບັນຫາທ້າທາຍ ການຫລຸດຜ່ອນຄວາມທຸກຍາກ ແລະ ການພັທນາຍືນຍົງ. ໃນນັ້ນ ທ່ານກໍໄດ້ເວົ້າເຖິງ ບັນຫາສິ່ງແວດລ້ອມ, ການປ່ຽນແປງ ຂອງດິນຟ້າອາກາດ ແລະ ການທໍາຣາຍສະພາບ ແວດລ້ອມ ແລະ ການພັທນາ ກໍຕ້ອງມີຄວາມສົມດູລ ຄືບໍ່ຕ້ອງເນັ້ນໃສ່ ການພັທນາເສຖກິດ ພຽງຢ່າງດຽວ. ຕາມຄໍາເວົ້າຂອງ ມາດາມ ຊຸຍເມັງ ຕໍ່ RFA ເມື່ອໄວໆມານີ້:

“ກະເພື່ອ ລູກໆຫລານໆໄປນໍ ກະເພິ່ນເວົ້າເຖິງ ວ່າຢູ່ໃນການພັທນາຫັ້ນ ກໍຕ້ອງເປັນການພັທນາ ທີ່ວ່າຍືນຍົງ ເອີ້ນວ່າ balance devel -opment ຕາມຄວາມເຂົ້າໃຈ ຂອງສົມບັດ ເພິ່ນກະວ່າຕ້ອງ ເນັ້ນໃສ່ ບໍ່ແມ່ນແຕ່ ພັທນາເສຖກິດນໍ ພັທນາເສຖກິດ ແມ່ນດ້ານນຶ່ງ ຢູ່ໃນ ສີ່ປັດໃຈ”.

ຊື່ງກໍຍັງຕ້ອງມີການພັທນາ ສິ່ງແວດລ້ອມ ການຮັກສາສິ່ງແວດລ້ອມ ວັທນະທັມ ແລະການປົກຄອງທີ່ດີ ແລະເພື່ອຄວາມເຂັ້ມແຂງ ຂອງ ຣັຖບານ ກໍຕ້ອງມີການປະຕິບັດ ກົດໝາຍ. ຫາກເວົ້າເຖິງ ການພັທນາຍືນຍົງ ກໍຕ້ອງເວົ້າເຖິງການ ເຮັດໃຫ້ຊ່ອງຫວ່າງ ຂອງຜູ້ທຸກ ແລະ ຜູ້ຮັ່ງ ແຄບເຂົ້າກັນ. ນັ້ນເປັນສະພາບລວມທົ່ວໄປ. ພ້ອມດຽວກັນ ທ່ານ ສົມບັດ ກໍເວົ້າເຖິງ ການພັທນາຢູ່ລາວ ມາດາມ ກ່າວ:

“ຢູ່ລາວນໍ ເພິ່ນກະໃຫ້ຄໍາເຫັນວ່າ ການພັທນາຢູ່ລາວ ກໍຕ້ອງຟັງສຽງປະຊາຊົນ ໂດຍສະເພາະຜູ້ຢູ່ ບ້ານນອກບ້ານນາ ພວກຂະເຈົ້າກໍເປັນ ສ່ວນນຶ່ງ ຂອງປະຊາຊົນ ຢູ່ລາວ ແລະ ເປັນສ່ວນໃຫຍ່ ໝາຍວ່າ ເພິ່ນກະມີຄໍາເຫັນ ໃຫ້ຣັຖບານ ຝ່າຍຣັຖບານ ໃຫ້ຊຸມຊົນ ຜູ້ເຮັດ business ຜູ້ລົງທຶນ 3 ຝ່າຍຕ້ອງປຶກສາຫາຣືກັນ ຟັງກັນ ບໍ່ແມ່ນຟັງແຕ່ ຝ່າຍດຽວ”.

ຢູ່ໃນຄໍາປາໃສໃນພິທີເປີດກອງປະຊຸມ ເວທີປະຊາຊົນ ເອເຊັຍ-ຢູໂຣບ ຄັງທີ 9 ຄືກ່ອນໜ້າທີ່ ທ່ານ ສົມບັດ ສົມພອນ ຖືກຫາຍສາບສູນ ພຽງ 2 ເດືອນນັ້ນ ທ່ານຍັງໄດ້ກ່າວເຖິງ ເຣື່ອງການສຶກສາ ແບບຄົບຊຸດອັນໝາຍເຖິງການພັທນາ ທີ່ບໍ່ພຽງແຕ່ຄວາມຮູ້ ເທົ່ານັ້ນແຕ່ຫາກ ຕ້ອງພັທນາ ທັງທາງດ້ານຈິດໃຈ ແລະຕ້ອງມີປະສົບການ ຕົວຈິງນໍາດ້ວຍ.

ຖແລງການສິດທິມະນຸດ ຢູ່ລາວ

ຜູ້ຕາງໜ້າຣັຖບານ ອອສເຕຣເລັຽ ກໍໄດ້ພົບພໍ້ກັບ ມາດາມ ອື້ງ ຊຸຍ-ເມັ່ງ ພັລຍາ ທ່ານ ສົມບັດ ສົມພອນ

ວິທະຍຸເອເຊຍເສລີ: 03 ສິງຫາ 2017

ຣັຖບານອອສເຕຣເລັຽ ໄດ້ອອກຖແລງການ ຜ່ານເວັບໄຊທ ຂອງກະຊວງ ການຕ່າງປະເທສ ແລະການຄ້າ ເມື່ອວັນທີ 2 ສິງຫາ 2017 ນີ້. ໃນນັ້ນໄດ້ກ່າວເຖິງ ຣາຍລະອຽດ ຂອງກອງປະຊຸມຮ່ວມ ຣະຫວ່າງ ເຈົ້າໜ້າທີ່ ດ້ານສິທທິມະນຸສ ຂອງຣັຖບານ ອອສເຕຣເລັຽ ແລະ ຂອງ ຣັຖບານລາວ ພາຍຫລັງທີ່ ທັງ 2 ຝ່າຍໄດ້ ພົບພໍ້ກັນທີ່ ນະຄອນຫລວງ ວຽງຈັນ ເມື່ອວັນທີ 18 ແລະ 19 ກໍຣະກະດາ ທີ່ຜ່ານມາ.

ຜູ້ແທນດ້ານສິທທິມະນຸສ ທີ່ຕາງໜ້າໃຫ້ຣັຖບານອອສເຕຣເລັຽ ອັນມີທັງ ດຣ. Lachlan Strahan, ແລະ ດຣ. ທິມ ສຸດພົມມະສານ ໄດ້ພົບ ພໍ້ ດຣ. ບຸນເກີດ ສັງສົມສັກ, ຣັຖມົນຕີຣ ປະຈຳສຳນັກງານ ນາຍົກຣັຖມົນຕຼີ ແລະ ປະທານ ຄນະກັມມະການ ດ້ານສິທທິມະນຸສ ແຫ່ງຊາຕ ລາວ ທີ່ເປັນຫົວໜ້າ ຄນະຜູ້ແທນ ຣັຖບານລາວ, ໄດ້ປຶກສາຫາລື ກັນໃນວຽກງານ ດ້ານສິທທິມະນຸສ ຫຼາຍຢ່າງ ແລະທັງຮຽກຮ້ອງຣັຖບານ ລາວ ໃຫ້ນັບຖືສິທທິມະນຸສ, ສິດທິ ໃນການເຊື່ອຖື ສາສນາ ຕາມຫລັກການສາກົນ ທີ່ ຣັຖບານລາວ ໄດ້ຮ່ວມເປັນພາຄີ ໃນສົນທິ ສັນຍາ ຕ່າງໆ.

ນອກຈາກນີ້, ທາງການອອສເຕຣເລັຽ ຍັງຮຽກຮ້ອງ ໃຫ້ທາງການລາວ ແກ້ໄຂບັນຫາ ບຸກຄົນທີ່ຖືກບັງຄັບ ໃຫ້ຫາຍສາບສູນ ໂດຍສະເພາະ ກໍຣະນີ ທ່ານ ສົມບັດ ສົມພອນ, ນັກພັທນາຊຸມຊົນ ດີເດັ່ນທີ່ຖືກບັງຄັບ ໃຫ້ຫາຍສາບສູນ ເມື່ອທ້າຍປີ 2012, ຈົນມາຮອດມື້ນີ້ ກໍຍັງບໍ່ທັນ ມີຄວາມຄືບໜ້າໃດໆ ໃນການສືບສວນສວບສວນ. Continue reading “ຖແລງການສິດທິມະນຸດ ຢູ່ລາວ”

ສົມບັດ ທີ່ຮັກ…ຈາກ ຊຸຍເມັງ

ວິທະຍຸເອເຊຍເສລີ: 04 ມິຖຸນາ 2017

ສົມບັດ ທີ່ຮັກ,

ສຳລັບຫລາຍປະເທດ ໃນເອເຊັຽ ແລະ ອະເມຣິກາລາຕິ໋ນ, ສລອງວັນສາກົລ ເພື່ອຜູ້ຖືກບັງຄັບ ໃຫ້ຫາຍສາບສູນ ໃນສັປດານີ້. ຍ້ອນແນວນັ້ນ ຂ້ອຍຈຶ່ງຄຶດຮອດເຈົ້າ ຫລາຍຂຶ້ນຕື່ມ ໃນມື້ສຳຄັນ ຄືແນວນີ້.

ຄືນວານນີ້ ຂ້ອຍນອນຍາກ ເພາະຄຶດເຖິງເຈົ້າຫລາຍ, ແລະເຊົ້າມື້ນີ້ ຂ້ອຍຕື່ນຂຶ້ນມາ ແລະ ຮູ້ສຶກງຸດງິດໃຈ ຈົນບໍ່ເປັນອັນກິນອັນນອນ. ຂ້ອຍພຍາຍາມ ປອບໃຈໂຕເອງ ໂດຍການນັ່ງສະມາທິ ແຕ່ກໍຍາກ ທີ່ຈິດໃຈຂອງຂ້ອຍ ຈະຢູ່ໃນ ສະພາບສງົບ ປົກຕິ ບໍ່ກະວົນກະວາຍໄດ້ ເພາະວ່າ ມີສິ່ງທີ່ເຮັດໃຫ້ຂ້ອຍ ກັງວົນໃຈຢູ່. ຂ້ອຍເສົ້າໂສກ ແລະ ອາຣົມບໍ່ດີ ໃຈຮ້າຍ, ແລະ ທໍ້ແທ້ໃຈ. ຂ້ອຍຖາມໂຕເອງ ວ່າ ເຈົ້າເຮັດຫຍັງ… ສົມພອນ ຈຶ່ງໄດ້ຮັບ ຄວາມອະຍຸຕິທັມ ຄືແນວນີ້ ໃນເມື່ອ ທຸກສິ່ງທຸກຢ່າງ ທີ່ເຈົ້າເຮັດໄປ ທັງໝົດ ຄືຄວາມດີ, ເຈົ້າເປັນຄົນດີ, ທຸ້ມເທ ຄວາມຮູ້ ແລະ ຄວາມສຳນິສຳນານ ເຂົ້າໃນການປັບປຸງ ຊີວິດການເປັນຢູ່ ຂອງຊາວລາວ ທັມດາສາມັນ ແລະ ຊຸມຊົນລາວ ທົ່ວໄປ.
ຫລັງຈາກ ໄດ້ນັ່ງສະມາທິແລ້ວ ຈິດໃຈຂ້ອຍ ກໍເຢັນລົງ ແລະ ຮູ້ສຶກດີຂຶ້ນ ໜ້ອຍນຶ່ງ. ຂ້ອຍເຣີ່ມຄຶດເຖິງ ສິ່ງທີ່ເຈົ້າ ມັກເວົ້ານຳຂ້ອຍວ່າ ເຈົ້າບໍ່ເຄີຍພຍາຍາມ ທີ່ຈະປ່ຽນແປງໂລກ ຫຼື ປ່ຽນແປງຣັຖບານ ອັນເປັນສິ່ງທີ່ຢູ່ ນອກເໜືອ ໄປຈາກຄວາມສາມາດ ຂອງເຈົ້າ. ເຈົ້າເວົ້າວ່າ ເປົ້າໝາຍ ຂອງຊີວິດເຈົ້າ ມີພຽງແຕ່ຈະໄດ້ເຮັດສິ່ງ ເລັກໆນ້ອຍໆ ດ້ວຍວິທີການ ອັນນ້ອຍໆ ຄືນໃຫ້ ຄອບຄົວ ແລະ ຊຸມຊົນ ທີ່ໄດ້ລ້ຽງເຈົ້າ ໄດ້ເບິ່ງແຍງເຈົ້າ, ແລະ ສອນເຈົ້າ ໃຫ້ກາຍເປັນຄົນ ທີ່ເຈົ້າເປັນຢູ່ ໃນສູ່ມື້ນີ້. ແລະ ແນ່ນອນ ທັງໝົດນັ້ນ ເປັນສິ່ງທີ່ ເຈົ້າໄດ້ເຮັດ ຢູ່ເລື້ອຍໆ ຄື ແທນຄຸນງາມຄວາມດີ ໃຫ້ພວກເພິ່ນຄືນ ຢ່າງໝົດຈິດໝົດໃຈ ຖນອມທ່ອມຕົນ, ມ່ວນຊື່ນ ແລະ ໃຈກວ້າງ.

ຂ້ອຍໄດ້ເຫັນ ວິທີເຈົ້າເຮັດວຽກ ບໍ່ວ່າ ເຈົ້າຈະຢູ່ກັບ ຊາວນາທັມດາສາມັນ, ນາຍຄຣູ, ນັກຮຽນນັກສຶກສາ, ຄູ່ຮ່ວມພັທນາ ແລະ ເພື່ອນຮ່ວມງານ, ຫຼື ແມ່ນແຕ່ ຟັງເຈົ້າໜ້າທີ່ຂັ້ນສູງ ເຈົ້າກໍມັກ ປະຕິບັດ ຕໍ່ແຕ່ລະຄົນ ດ້ວຍຄວາມເຄົາຣົບ, ໃຫ້ກຽດ ແລະ ກ່ອນອື່ນໝົດ ເຈົ້າກໍພ້ອມ ທີ່ຈະຮັບຟັງ ຄົນອື່ນ ແລະ ມັກເວົ້າໜ້ອຍ. ນັ້ນເປັນວິທີ ທີ່ເຈົ້າ ມັກປະຕິບັດ ຕໍ່ຄົນອື່ນ ພ້ອມທັງ ເປີດຈິດເປີດໃຈ ແລະ ບໍ່ເຄີຍຖືໂຕເອງ ເປັນໃຫຍ່ຈັກເທື່ອ. ຂ້ອຍຄຶດວ່າ ຍ້ອນເປັນແນວນັ້ນ ເຈົ້າຈຶ່ງມີຄົນ ໃນຊຸມຊົນພັທນາ ແລະ ໃນບັນດາກຸ່ມຊາວໜຸ່ມ ຈຳນວນຫລາຍ ຢູ່ພາຍໃນປະເທດລາວ ແລະ ຕ່າງປະເທດ ປະຕິບັດຕາມ.

ໃນລະຍະສັປດານີ້ ຊຶ່ງເປັນສັປດາສາກົລ ເພື່ອຄົນ ທີ່ຖືກບັງຄັບ ໃຫ້ຫາຍສາບສູນ, ຂະນະທີ່ ພວກເຮົາ ຄຶດຮອດເຈົ້າ, ສົມບັດ, ແລະ ທຸກໆຄົນ ທີ່ຖືກບັງຄັບ ໃຫ້ຫາຍສາບສູນ, ຂ້ອຍພຍາຍາມ ທີ່ຈະລືມຄວາມທໍ້ແທ້ ເຫລືອໃຈ ແລະ ຄວາມໂສກເສົ້າ. ຂ້ອຍຈຶ່ງ ຈື່ຈຳ ຄວາມດີທັງໝົດ ທີ່ເຈົ້າໄດ້ເຮັດມາ. ຂ້ອຍເຊື່ອວ່າເຈົ້າ ຖືກບັງຄັບ ໃຫ້ຫາຍສາບສູນ ເນື່ອງຈາກວ່າ ເຈົ້າ ໄດ້ພຍາຍາມ ມີຊີວິດຕາມຫລັກການ ຂອງເຈົ້າແລະ ຄວາມຈິງໃຈ-ຊື່ສັດ ຂອງເຈົ້າ. ແລະນັ້ນ ຄືຄວາມດີ ຂອງເຈົ້າ ແລະ ແນວຄິດ ຂອງເຈົ້າ ທີ່ເອົາຜູ້ຄົນ ເປັນສູນກາງການພັທນາ ອັນປາກົດວ່າ ມັນເປັນ ສິ່ງທ້າທາຍ ຊຶ່ງໃນທີ່ສຸດ ກໍມີບາງຄົນ ປິດປາກເຈົ້າ ໂດຍໃຫ້ເຈົ້າ ຫາຍສາບສູນໄປ.

ສົມບັດ, ໃນຂະນະທີ່ຂ້ອຍ ມີຄວາມເຈັບປວດ ເມື່ອຂາດ ເຈົ້າຢູ່ນີ້, ຂ້ອຍຮູ້ວ່າ ວຽກງານຂອງເຈົ້າ ແລະ ສິ່ງທີ່ເຈົ້າຍຶດໝັ້ນວ່າ ຈະກະທຳເພື່ອນັ້ນ ຈະຍັງມີ ຊີວິດຊີວາຕໍ່ໆໄປ ສຳລັບ ຜູ້ຄົນ ທັງຄົນລາວ ແລະ ບໍ່ແມ່ນຄົນລາວ. ຂ້ອຍຈະຮຽກຮ້ອງ ຫາຄວາມຈິງ ແລະ ຄວາມຍຸຕິທັມ ສຳລັບເຈົ້າ ເຖິງແມ່ນວ່າ ທຸກສິ່ງ ທີ່ຂ້ອຍໄດ້ຮັບ ຄື ຝາແຫ່ງຄວາມມິດງຽບ ກໍຕາມ.
ສົມບັດ, ທີ່ຮັກ, ຈົ່ງຢູ່ຢ່າງແຂງແຮງ ແລະ ຂ້ອຍກໍຄືກັນ ຈະຢູ່ຢ່າງແຂງແຮງ ເພື່ອເຈົ້າ ແລະ ເພື່ອທຸກຄົນທີ່ຖືກບັງຄັບ ໃຫ້ຫາຍສາບສູນ.

ຮັກເຈົ້າຫລາຍ, ຊຸຍເມັງ.

ວັນ​ທີ 31 ເດືອນ​ພຶ​ສ​ພາ 2017

ພັນລະຍາ ທ່ານສົມບັດ ຮຽກຮ້ອງໃຫ້ ທາງການ ລາວ ບອກຄວາມຈິງ ກ່ຽວກັບ ສາມີທ່ານນາງ

ສຽງຂອງອາເມລິກາ: 22 ທັນວາ 2016

ພັນ​ລະ​ຍາ​ຂອງ​ຜູ້ນຳ​ນັກ​ເຄື່ອນ​ໄຫວສັງຄົມພົນລະ​ເຮືອນໃນ​ລາວ ທ່ານ​ສົມບັດ ສົມ​ພອນ ຮຽກຮ້ອງ​ໃຫ້​ມີ​ການ​ປະຕິ​ຮູບລະບົບ​ຕຸລາການໃນ​ລາວ ​ແລະ​ຂໍໃຫ້​ລັດຖະບານ​ໃຫ້​ຄວາມ

ກະຈ່າງ​ແຈ້ງ​ ກ່ຽວກັບ​ຊະ​ຕາ​ກຳ​ຂອງ​ສາມີ​ທ່ານ​ນາງ ​ໂດ​ຍທ່ານ​ນາງກ່າວ​ວ່າ ທ່ານ​ນາງ
“ຈະບໍ່ຍອມລົ້ມ​ເລີກ” ໃນ​ການສືບ​ຕໍ່​ຊອກຫາ​ຄວາມ​ຈິງ​ ທີ່ຢູ່​ເບື້ອງ​ຫຼັງ​ການ​ຫາຍ​ສາບ​ສູນ
​ໄປ​ຂອງ​ສາມີ​ທ່ານ​ນາງ.

ທ່ານ​ນາງ ອຶ້ງ ຊຸຍ​ເມັງ ​ໄດ້​ທຳ​ການ​ຮຽກຮ້ອງ​ດັ່ງກ່າວ​ໃນ​ຂະນະທີ່​ພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ສິດທິ​ມະນຸດ ລະນຶກ​ເຖິງ​ວັນ​ຄົບຮອບ 4 ປີ ນັບ​ຕັ້ງແຕ່ ​ທ່ານ​ສົມບັດ ​ຖືກ​ບັງຄັບໃຫ້ ຫາ​ຍສາບ​ສູນ ທີ່ປ້ອມ​ກວດ​ຂອງ​ຕຳຫຼວດ​ໃນ​ນະຄອນຫຼວງ​ວຽງ​ຈັນ​ເມື່ອ​ເດືອນ​ທັນວາ​ປີ 2012​ ເປັນຕົ້ນ​ມາ.

ທ່ານ​ນາງ ອຶ້ງ ຊຸຍ​ເມັງ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ທີ່ປະ​ເທດ​ໄທ​ວ່າ “ຂໍ້ຄວາມ​ທີ່ສົ່ງ​ໄປຫາ​ລັດຖະບານ​ລາວ​ນັ້ນ ​ແມ່ນ​ຂໍ​ໃຫ້​ເວົ້າຄວາມ​ຈິງ ບອກ​ພວກ​ເຮົາ​ຄວາມ​ຈິງ​ ແລະ​ຂໍ້ ຄວາມ​ຂອງ​ຂ້າພະ​ເຈົ້າ ​ທີ່​ສົ່ງ​ໄປ​ຫາລັດຖະບານ​ລາວນັ້ນ ກໍ​ແມ່ນ​ວ່າ ຂ້າພະ​ເຈົ້າ​ຈະ​ບໍ່​ ຍອມລົ້ມ​ເລີກ.” Continue reading “ພັນລະຍາ ທ່ານສົມບັດ ຮຽກຮ້ອງໃຫ້ ທາງການ ລາວ ບອກຄວາມຈິງ ກ່ຽວກັບ ສາມີທ່ານນາງ”

ງານລຳຣຶກເຖິງ ທ.ສົມບັດ

ວິທະຍຸເອເຊຍເສລີ: 16 ທັນວາ 2016

ສະມາຊິກຄອບຄົວ ແລະເຄືອຂ່າຍສູນອົບຮົມ ຮ່ວມພັທນາປາແດກ ຈັດງານລຳຣຶກ ເຖິງທ່ານສົມບັດ ສົມພອນ ໃນວັນຄົບຮອບ 4 ປີ ທີ່ທ່ານຖືກ ລັກພາຕົວ.

ຄອບຄົວຂອງ ທ່ານສົມບັດ ສົມພອນ ແລະເຄືອຂ່າຍ ສູນອົບ ຮົມຮ່ວມພັທນາ ຫຼື ສູນປາແດກ ໄດ້ຈັດງານລຳຣຶກ ເຖິງ ທ່ານສົມບັດ ສົມພອນ ທີ່ ນະຄອນຫຼວງ ວຽງຈັນ ໃນວັນທີ 15 ທັນວາ 2016 ພາຍຫຼັງທີ່ ທ່ານ ຖືກລັກພາໂຕໄປ ຄົບຮອບ 4 ປີເຕັມ. ໃນຕອນເຊົ້າ ຂອງງານ ຍານາງ ອຶ້ງຊຸຍເມັງ ພັລຍາຂອງທ່ານ ສົມບັດ ສົມພອນ ພ້ອມດ້ວຍຄອບຄົວ ກໍໄດ້ພາກັນ ຈັດພິທີ ທາງສາສນາ ຂຶ້ນເລັກນ້ອຍ, ໄດ້ນິມົນ ຄູບາມາສູຕ ຕາມຮີດຄອງ ຂອງຊາວພຸທ:

ຫຼັງຈາກນັ້ນ ຜູ້ຕາງໜ້າຄນະບໍຣິຫານງານ ຂອງສູນອົບຮົມ ຮ່ວມພັທນາແລະເຄືອຂ່າຍ, ທ່ານຄຳຜຸຍ ໄຊທະຣາຊ ກໍໄດ້ຂຶ້ນກ່າວ ເປີດງານ ລຳຣຶກເຖິງ ທ່ານສົມບັດ ສົມພອນ ແລະ ງານວາງສະແດງ ປາແດກ FAIR ຢ່າງເປັນທາງການ ໂດຍເວົ້າວ່າ:

“ທັງເໝິດນັ້ນແມ່ນເພື່ອເຮັດໃຫ້ ສັງຄົມລາວ ເປັນສັງຄົມ ທີ່ໜ້າຢູ່ ແລະ ເປັນສັງຄົມ ທີ່ມີຄວາມ ຍຸຕິທັມ. ແນ່ນອນແລ້ວ, ການທີ່ຈະ ອະທິບາຍ ຜົລງານ ຂອງອາຈານ ສົມບັດ ສົມພອນ ທີ່ມີຕໍ່ວຽກງານ ການພັທນາ ຢູ່ໃນເມືອງລາວນີ້, ຂ້າພະເຈົ້າ ບໍ່ມີຄວາມສາມາດ ທີ່ຈະອະທິບາຍ ໄດ້ໃນຂນະນີ້. ພ້ອມດຽວກັນນັ້ນ, ບັນດາການ ວາງສະແດງ ຕ່າງໆ ທີ່ພວກທ່ານເຫັນ ລ້ວນແລ້ວແຕ່ ສໍ່ສະແດງ ໃຫ້ ເຫັນຮູບພາບ ແລະ ຜົລງານ ຂອງອາຈານ ສົມບັດ ສົມພອນ, ຊິ່ງເປັນຜົລງານ ທີ່ຍັງຄົງຢູ່ ຕລອດໄປ”. Continue reading “ງານລຳຣຶກເຖິງ ທ.ສົມບັດ”

ລາວຈັດການກັບນັກວິຈານທາງສື່ສັງຄົມອອນລາຍ

Al Jazeera: 06 ມິຖຸນາ 2016 ໂດຍ Preeti Jha (unofficial translation)

ໃນການໂຈມຕີເທື່ອໃໝ່ ຕໍ່ກັບອິສະລະພາບໃນການປາກເວົ້າ, ລາວເຜີຍແຜ່ການຕັກເຕືອນຢ່າງໜັກ ຕໍ່ກັບຜູ້ຊົມໃຊ້ສື່ສັງຄົມອອນລາຍ.

Al Jazeera-June-2016
ສຸກັນ ໃຈທັດ ແລະ ສົມພອນ ພິມະສອນ ທາງໂທລະພາບແຫ່ງຊາດລາວ [Preeti Jha/Al Jazeera]
 ວຽງຈັນ, ລາວ – ປະຊາຊົນລາວ 3 ຄົນ ກົ້ມຫົວຂໍອະໄພຢ່າງງຽບໆ ຜ່ານໂທລະພາບແຫ່ງລັດ ຈາກການຫັກຫຼັງປະເທດໂດຍການໂພສ ຂໍ້ຄວາມຕໍ່ຕ້ານລັດຖະບານ ຜ່ານເຟສບຸກ, ເຊິ່ງເປັນການສະແດງໃຫ້ສາທາລະນະຊົນເຫັນ ຕໍ່ກັບການຍອມຮັບຜິດຢ່າງໂຈ່ງແຈ້ງ, ແລະເປັນການຈັດການກັບຄຳເຫັນຕໍ່ຕ້ານກັບລັດຖະບານຄອມມິວນິສ ຄັ້ງລ່າສຸດ.

ການເຜີຍແຜ່ທາງໂທລະພາບທີ່ມີບັນຍາກາດຫົດຫູ່ ໃນທ້າຍເດືອນພຶສະພາ ເປັນຂ່າວອັນທຳອິດຂອງທັງສາມ ສຳລັບຄອບຄົວທີ່ໃຈຈົດໃຈຈໍ່ລໍຖ້າຂ່າວວ່າພວກເຂົາຢູ່ໃສ ຕັ້ງແຕ່ທີ່ໄດ້ຖືກຈັບຕົວໃນເດືອນມີນາ.

“ແຕ່ນີ້ເປັນຕົ້ນໄປ ຂ້ານ້ອຍຈະປະຕິບັດຕົວດີ, ປ່ຽນແປງແນວຄິດ ແລະຍຸຕິທຸກກິຈະກຳທີ່ທໍລະຍົດຕໍ່ປະເທດຊາດ,” ທ້າວ ສົມພອນ ພິມະສອນ, ອາຍຸ 29 ປີ, ກ່າວຜ່ານໂທລະພາບລາວ.

ສົມພອນ ນັ່ງຢູ່ລະຫວ່າງກາງຂອງໝູ່ອີກສອງຄົນທີ່ຖືກກ່າວຫາ: ແຟນຂອງລາວ, ນາງ ລົດຄຳ ທຳມະວົງ, 30 ປີ, ແລະຊາຍອາຍຸ 32 ປີ ອີກຄົນໜຶ່ງ, ສຸກສັນ ໃຈທັດ, ເຊິ່ງແຕ່ລະຄົນໃສ່ຊຸດສີຟ້າ ສັນຍາລັກຂອງເຄື່ອງແບບນັກໂທດ.

ປະກົບໂດຍແຖວນາຍຕຳຫຼວດຫຼັງກົງ, ພາຍໃຕ້ປ້າຍຄຳຂວັນ “ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ”, ສຸກັນ ຢ້ຳວ່າການສາລະພາບຂອງພວກເຂົາ ບໍ່ໄດ້ຖືກເຈົ້າໜ້າທີ່ບັງຄັບ. Continue reading “ລາວຈັດການກັບນັກວິຈານທາງສື່ສັງຄົມອອນລາຍ”

ມະນຸດຕ້ອງປົກປ້ອງທັມຊາດ

Logo-Humanity & Natureວິທະຍຸເອເຊັຍເສລີ: 18 ກຸມພາ 2016

ເຄືອຂ່າຍ ອົງການ ຈັດຕັ້ງ ທາງສັງຄົມ ຈາກ ຫຼາຍປະເທດ ໃນຂົງເຂດ ອາຊຽນ ທີ່ ເຂົ້າຮ່ວມ ງານເສວະນາ ເຣື້ອງ ຄວາມສັມພັນ ຣະຫວ່າງ ມະນຸດ ກັບ ທຳມະຊາດ ຊຶ່ງ ຈັດຂຶ້ນ ຢູ່ ຈຸລາລົງກອນ ມະຫາວິທຍາລັຍ ປະເທດໄທ ໃນ ວັນທີ 17 ກຸມພາ 2016 ເຫັນພ້ອມ ນໍາກັນວ່າ ມະນຸດ ຕ້ອງປົກປັກ ຮັກສາ ທັມຊາດ.

ຍານາງ ອຶງ ຊຸຍເມັງ ພັລຍາ ຂອງທ່ານ ສົມບັດ ສົມພອນ ຜູ້ກໍ່ຕັ້ງ ສູນ ອົບຮົມ ຮ່ວມພັທນາ ຫຼື PADETC ໃຫ້ສຳພາດ ກັບ ວິທຍຸ ເອເຊັຽເສຣີ ຢູ່ໃນງານ ເສວະນາ ນັ້ນວ່າ ມະນຸດ ກັບ ທຳມະຊາດ ບໍ່ສາມາດ ແຍກອອກ ຈາກກັນໄດ້ ແລະ ມະນຸດ ຕ້ອງປົກປັກ ຮັກສາ ທຳມະຊາດ:

“ມະນຸດ ເປັນສ່ວນນຶ່ງ ຂອງ ທຳມະຊາດ ອັນນີ້ ກໍຜ່ານ ປະສົບການ ຊີວິດ ຂອງ ສົມບັດ ເອງ ເພາະວ່າ ເພິ່ນເປັນ ລູກຊາວນາ, ເຂົ້າ ກໍມາແຕ່ດິນ, ດິນ ກໍຕ້ອງ ອາສັຍນ້ຳ, ມີນ້ຳ ມີເຂົ້າ ມີປາ ຈຶ່ງມີອາຫານ ລໍ່ລ້ຽງຊີວິດ, ປ່າໄມ້ ໄດ້ໄມ້ ຈຶ່ງໄດ້ ເຮືອນຊານ. ເພິ່ນຢາກໃຫ້ ຄົນລຸ້ນໃຫມ່ ນຶກເຖິງ ບຸນຄຸນ ຂອງ ທຳມະຊາດ”. Continue reading “ມະນຸດຕ້ອງປົກປ້ອງທັມຊາດ”