ສະຫະຣັດອາເມຣິກາ ກົດດັນ ລາວ ກ່ຽວກັບການຫາຍຕົວໄປ ຂອງນັກເຄື່ອນໄຫວ

ຂ່າວເອແອຟປີ (Agence France Press = AFP) 19 ກຸມພາ 2013

ຕົວແທນສະຫະຣັດກ່ຽວກັບສິດທິ ໃນວັນຈັນ (18.2.2013) ໄດ້ຂໍຮ້ອງ ມາຍັງປະເທດລາວ ເພື່ອຊາບ ຂ່າວຕື່ມຂອງການຫາຍຕົວໄປ ໄດ້ 2 ເດືອນ ຂອງນັກເຄື່ອນໄຫວທີ່ມີຊື່ສຽງ, ໄດ້ເວົ້າວ່າ ເຫດການນີ້ໄດ້ມີ “ຜົນສະທ້ອນຊຶ່ງເຮັດໃຫ້ໝົດກຳລັງໃຈ” ຕໍ່ກຸ່ມທີ່ເຮັດວຽກ ກັບມວນຊົນ.

Sombath08 - people get into back door of Jeep

ສົມບັດສົມພອນ, ອາຍຸ 62 ປີ ຜູ້ກໍ່ຕັ້ງອົງກອນທີ່ບໍ່ສັງກັດ ລັດຖະບານ ຊຶ່ງເຜີຍແຜ່ ການພັດທະນາ ແບບຍືນຍົງ ໄດ້ຫາຍຕົວໄປຢູ່ນະຄອນວຽງຈັນ ເວລາຂັບລົດກັບບ້ານພັກ ໃນວັນທີ 15 ທັນວາ (2012) ແລ້ວນີ້.

ຮູບໃນກ້ອງຖ່າຍຮູບຄົບວົງຈອນ ເຫັນໄດ້ວ່າ ສົມບັດສົມພອນຖືກນຳ ຕົວໄປຈາກສະຖານີ ຕຳຫຼວດໂດຍ ຄົນ 2 ຄົນ ທີ່ບໍ່ຮູ້ໜ້າ.

“ເປັນການເຫຼືອເຊື່ອເຮັດໃຫ້ອ່ອນກຳລັງໃຈ ທີ່ການສືບສວນບໍ່ໄປບໍ່ມາ”. ທ່ານດານນິແອນ ແບຣ໌ ຮອງຜູ້ຊ່ວຍລັດຖະມົນຕີຕ່າງປະເທດຂອງ ສະຫະຣັດອາເມຣິກາ, ພະແນກ ປະຊາທິປະໄຕ, ສິດທິມະນຸສະຍະທັມ, ແລະແຮງງານ, ໄດ້ບອກ ເອແອຟປີ ທາງໂທລະສັບ ຈາກວຽງຈັນ ຫຼັງຈາກທີ່ທ່ານ ໄດ້ມີການໂອ້ລົມກັບ ຮອງລັດຖະມົນຕີ ຕ່າງປະເທດ ຂອງລາວ.

“ຂ້ອຍແນ່ໃຈວ່າ ພວກເພິ່ນກຳລັງມີການສືບສ່າວຫາ – ແມ່ນເທົ່າທີ່ ຮອງລັດຖະມົນຕີ ໄດ້ບອກກັບຂ້ອຍ – ແຕ່ວ່າ ຂ້ອຍເຂົ້າໃຈວ່າ ເພິ່ນ (ຮອງລັດຖະມົນຕີລາວ) ເຂົ້າໃຈວ່າ ຖ້າ ບໍ່ໄດ້ຮັບຂໍ້ມູນເພີ້ມເຕີ່ມ ກໍຊ່ອຍ ຫຍັງບໍ່ໄດ້”. ທ່ານແບຣ໌ໄດ້ເວົ້າ ທັງສະແດງຄວາມເສັຽຫວັງ ທີ່ທ່ານ ບໍ່ ໄດ້ພົບ ກັບເຈົ້າໜ້າທີ່ ຂອງກະຊວງຮັກສາຄວາມສະຫງົບ ຈັກຄົນ.

ເຈົ້າໜ້າທີ່ລາວ ໄດ້ໃຫ້ຄຳເຫັນກ່ອນແລ້ວວ່າ ສົມບັດອາດຖືກນຳຕົວໄປ ຍ້ອນການຜິດ ຖຽງກັນສ່ວນຕົວ ແຕ່ກໍຍັງເວົ້າວ່າ ບໍ່ມີຂໍ້ມູນກ່ຽວກັບ ສົມບັດສົມພອນ ຢູ່ແຫ່ງໃດໝົດ.

ຜູ້ເຜີຍແຜ່ (ການພັດທະນາແບບຍືນຍົງ) ໄດ້ຮັບຫຼຽນຣາມົງມາກໄຊໄຊ ໃນປີ 2005 ຍ້ອນການນຳພາ ຊຸມຊົນ, ວຽກງານກ່ຽວກັບການຫຼຸດຜ່ອນ ຄວາມຍາກຈົນແລະ ການພັດທະນາແບບຍື່ນຍົງຢູ່ໃນປະເທດ ທີ່ຍາກຈົນຫຼາຍກວ່າໝູ່ ໃນອາຊີອັກຄະເນ.

ລັດຄອມມູນິດທີ່ມີຄວາມປິດລັບ ມີພັກດຽວ – ຄວບຄຸມສື່ມວນຊົນທັງ ໝົດ ແລະບໍ່ມີ ການຜ່ອນສັ້ນຜ່ອນ ຍາວການຕິຕຽນ – ໃນຫຼາຍປີບໍ່ດົນ ມານີ້ ໄດ້ອະນຸຍາດໃຫ້ອົງກອນ ປະຊາຊົນພາຍໃນປະເທດ ໄດ້ມີການ ເຄື່ອນໄຫວ.

ແຕ່ວ່າ ການຫາຍຕົວໄປຂອງສົມບັດສົມພອນ ໄດ້ສົ່ງຄວາມກົງວົນໃຈໃນເຄືອຂ່າຍຂອງ ສົມບັດ.
ທ່ານແບຣ໌ໄດ້ເວົ້າວ່າ “ແນ່ນອນທີ່ມີຜົນສະທ້ອນຍ້ອນການເມີນເສີຍ”.

“ຕາບໃດວ່າ ເຫດການຍັງບໍ່ມີການແກ້ໄຂ ແລະສົມບັດຍັງບໍ່ທັນໄດ້ກັບ ມາສູ່ພັນລະຍາ ຂອງລາວ, ຊຸມຊົນທົ່ວໂລກ, ຜູ້ຄົນຢູ່ທີ່ນີ້ທີ່ຮູ້ຈັກມັກແກ່ນ ຮັກແພງສົມບັດ ກໍຄົງຍັງຈະສືບຕໍ່ ທວງຖາມຫາ” ທ່ານແບຣ໌ໄດ້ເວົ້າຕື່ມ.

ສະພາຢູໂຣບໄດ້ພິຈາລະນາ ອະພິປາຍ ກໍລະນີທ່ານສົມບັດສົມພອນ

ໃນວັນທີ 7 ກຸມພາ 2013 ສະພາຢູໂຣບ ໄດ້ພິຈາລະນາອະພິປາຍກໍລະນີ ທ່ານສົມບັດສົມພອນ ທີ່ມີການລະເມີດສິດທິ ມະນຸສະຍະທັມປະຊາທິປະໄຕແລະການປະຕິບັດກົດໝາຍ.

ສະພາໄດ້ອອກຂໍ້ຕົກລົງເຫັນດີດັ່ງລຸ່ມນີ້:

ກ-     ດ້ວຍເຫດວ່າ ສົມບັດສົມພອນ, ຜູ້ມີຊື່ສຽງດ້ານການພັດທະນາສັງຄົມ ແລະການສຶກສາໃຫ້ ຊາວໜຸ່ມ ໄດ້ຫາຍຕົວໄປ ໃນວັນທີ 15 ທັນວາ 2012 ໃນນະຄອນຫຼວງວຽງຈັນ; ດ້ວຍເຫດທີ່ ກ້ອງຖ່າຍຮູບຄົບວົງຈອນທີ່ທາງຄອບຄົວ ຂອງສົມບັດສົມພອນໄດ້ມາ ສະແດງໃຫ້ເຫັນວ່າ ສົມບັດສົມພອນໄດ້ເຫັນເປັນ ຄັ້ງສຸດທ້າຍ ຢູ່ກັບຕຳຫຼວດທ້ອງຖິ່ນຢູ່ສະຖານີຕຳຫຼວດ ທາງໄປ ທ່າເດື່ອ ປະມານ 6 ໂມງ ແລງ ໃນວັນ ທີ່ສົມບັດສົມພອນຫາຍຕົວໄປ ແລະມີຄົນນອກເຄື່ອງແບບ ພາຂັບລົດຂີ່ໜີໄປ;

ຂ-     ດ້ວຍເຫດວ່າ ຖະແຫຼງການຂອງລັດຖະບານລົງວັນທີ 19 ທັນວາ 2012 ຮັບຮູ້ເຫດການ ທີ່ໄດ້ ບັນທຶກຢູ່ໃນກ້ອງຖ່າຍ ເພື່ອຮັກສາຄວາມສະຫງົບ, ໃນນັ້ນ ເຈົ້າໜ້າທີ່ ໄດ້ອອກໂຕວ່າ ສົມບັດ ສົມພອນ ຖືກພາຕົວໄປຮຽກຄ່າໄຖ່ ຍ້ອນມີ ການຜິດຖຽງກັນສ່ວນຕົວ ຫຼື ທາງທຸລະກິດ;

ຄ-     ດ້ວຍເຫດວ່າ ອົງການສະຫະປະຊາຊາດ ແລະ 65 ອົງການສິດທິມະນຸດ ສະຍະທັມສາກົນ ໄດ້ສະແດງຄວາມຢ້ານກົວວ່າ ສົມບັດສົມພອນ ອາດຈະຖືກ ບັງຄັບຫາຍຕົວໄປ, ອາດຍ້ອນ ວຽກງານທີ່ລາວເຮັດ, ແລະສະແດງຄວາມກັງວົນ ຢ່າງເລິກຊຶ່ງກ່ຽວກັບຄວາມປອດໄພແລະການ ບໍ່ມີການຄືບໜ້າແລະຂ່າວການສືບສ່າວຫາ ຕາມຄວາມເປັນຈິງ ຂອງເຈົ້າໜ້າທີ່ລາວ ໃນການຫາຍຕົວໄປຂອງ ສົມບັດສົມພອນ;

ງ-     ດ້ວຍເຫດວ່າ ຄອບຄົວຂອງສົມບັດສົມພອນ ຍັງຊອກຫາລາວບໍ່ທັນພົບຕັ້ງ ແຕ່ມື້ທີ່ໄດ້ໄປ ພົບເຈົ້າໜ້າທ້ອງຖິ່ນຫຼາຍຄັ້ງ ແລະການຊອກຄົ້ນຫາຢູ່ໃນເຂດ ອ້ອມແອ້ມ;

ຈ-     ດ້ວຍເຫດວ່າ ສົມບັດສົມພອນ ເປັນຄົນທີ່ມີຄວາມນິຍົມຢ່າງກວ້າງຂວາງ  ແລະມີຊື່ສຽງ ຍ້ອນ ວຽກງານການພັດທະນາແບບຍືນຍົງ ແລະທ່ຽງທັມ ໂດຍ ສະເພາະການກໍ່ຕັ້ງອົງການໃນປີ 1996 ອົງກອນ ປາເດດ ສູນອົບຮົມເພື່ອການ ພັດທະນາແບບມີສ່ວນຮ່ວມ ແລະທ່ານກໍໄດ້ຮັບ ຫຼຽນຣາມົງ ມາກໄຊໄຊ ໃນປີ 2005 ຍ້ອນການນຳພາຊຸມຊົນ;

ສ-    ດ້ວຍເຫດວ່າ ໃນເດືອນ ຕຸລາ 2012 ສົມບັດສົມພອນ ຊຶ່ງມີສ່ວນຢູ່ ໃນຄະນະກັມມະການແຫ່ງ ຊາດລາວ ຈັດຕັ້ງກອງປະຊຸມ ອາຊີ-ເອີໂຣບ ຄັ້ງທີ 9 ຂອງ ເວທີ ປະຊາຊົນ ຕໍ່ ປະຊາຊົນ ຢູ່ວຽງຈັນ ກ່ອນ ປະຊຸມ ອາແຊມ ທີ 9, ແລະ ກໍເປັນຜູ້ໜຶ່ງທີ່ສຳຄັນເຊິ່ງໄດ້ອອກຄຳຄິດຄຳເຫັນ;

ຊ-     ດ້ວຍເຫດວ່າ ຄະນະຜູ້ແທນ ອາຊຽນ ໄດ້ໄປຢ້ຽມຢາມລາວ ວັນທີ 14 ເຖິງ ວັນທີ 18 ເດືອນ ມົກກະຣາ 2013 ເພື່ອສືບສ່າວຫາ ສົມບັດສົມພອນ;

ຍ-     ດ້ວຍເຫດວ່າ ທີ່ມີການລະເມີດສິດເສລິພາບພື້ນຖານ, ໂດຍສະເພາະ ສິດ ເສລິພາບ ຂອງສື່ສານມວນຊົນ, ສາສະໜາ, ການໂຮມຊຸມນຸມ, ວິຊາການ ແລະສິດເສລິພາບຂອງ ຊົນເຜົ່າຢູ່ລາວ;

  1. ສະແດງຄວາມຫ່ວງໃຍອັນເລິກຊຶ່ງ ຕໍ່ການຫາຍຕົວໄປ, ຕໍ່ຄວາມປອດໄພ ແລະສະພາບການ ເປັນຢູ່ຂອງ ສົມບັດສົມພອນ;
  2.  ມີຄວາມເປັນຫ່ວງໃຍກ່ຽວກັບ ການຊັກຊ້າ ແລະການຂາດຄວາມປົ່ງໃສ ໃນການສຶບສວນ, ໃນການຫາຍຕົວໄປຂອງສົມບັດສົມພອນ; ຮຽກຮ້ອງ ໃຫ້ເຈົ້າ ໜ້າທີ່ລາວໄດ້ສືບສວນຢ່າງ ຮີບດ່ວນ, ປົ່ງໃສ ແລະ ຄົບຖ້ວນ, ອີງໃສ່ໜ້າທີ່ ຢູ່ ໃນກົດໝາຍສາກົນຂອງສິດທິມະນຸດ ສະຍະທັມ, ແລະເພື່ອຮັບປະກັນໃຫ້ສົມບັດ ສົມພອນໄດ້ກັບຄືນສູ່ຄອບຄົວຂອງລາວດ້ວຍ ຄວາມປອດໄພ;
  3. ຮຽກຮ້ອງໃຫ້ HR/VP ຕິດຕາມຢ່າງໃກ້ຊິດ ໃນການສືບສວນຂອງ ລັດຖະບານລາວ ກ່ຽວກັບ ການຫາຍຕົວໄປຂອງ ສົມບັດສົມພອນ;
  4. ຮ້ອງຂໍໃຫ້ເຈົ້າໜ້າທີ່ລາວໄດ້ ຢືນຢັນຢ່າງເປີດເຜີຍ ຄວາມຖືກຕ້ອງຕາມ ກົດໝາຍແລະ ຄວາມສຳຄັນ ຂອງການພັດທະນາແບບຍືນຍົງ ແລະຄວາມຍຸຕິທັມ ຂອງສັງຄົມ ເພື່ອສະກັດກັ້ນ ບໍ່ໃຫ້ມີ ການຢ້ານກົວເນື່ອງຈາກ ການຫາຍຕົວໄປ ເຊັ່ນກໍລະນີຂອງ ສົມບັດສົມພອນ;
  5. ມີຄວາມຍິນດີໃນການຢ້ຽມຢາມລາວຂອງຄະນະຜູ້ແທນອາຊຽນ ໃນເດືອນ ມົກກະຣາ 2013 ເພື່ອເກັບກຳຂ່າວກ່ຽວກັບສົມບັດສົມພອນ ແລະ ຮຽກຮ້ອງ ມາຍັງ ກັມມະການສິດທິມະນຸດ ສະຍະທັມຂອງ ອາຊຽນ ໄດ້ຕັ້ງກັມມະການສອບ ສວນສືບສວນເຫດການ ໃນການຫາຍ ຕົວໄປດ້ວຍການບັງຄັບ ສົມບັດສົມພອນ;
  6. ຮຽກຮ້ອງໃຫ້ ສະຫະພັນຢູໂຣບຈັດບັນຫາລາວ ເຂົ້າລາຍການ ເປັນບຸລິມະ ສິດ ໃນວາລະ ປະຊຸມ ຄັ້ງທີ 22 ຂອງກອງປະຊຸມສະພາ ຂອງອົງການສະຫະ ປະຊາຊາດກ່ຽວກັບ ສິດທິສະນຸດສະຍະທັມ;
  7. ເນັ້ນໜັກໃຫ້ເຈົ້າໜ້າທີ່ລາວ ຕ້ອງເຮັດທຸກສິ່ງທຸກຢ່າງ ເພື່ອຢຸດຕິການຈັບ ກຸມຕາມລຳພັງ ແລະການຈັບກຸມຢ່າງລຶກລັບ; ຮຽກຮ້ອງໃຫ້ເຈົ້າໜ້າທີ່ລາວ ຖືວ່າ ການຫາຍຕົວໄປດ້ວຍ ການບັງຄັບນັ້ນເປັນການກະທຳຜິດກົດໝາຍອາດຊະຍະກັມແລະໃຫ້ (ເຈົ້າໜ້າທີ່ລາວ) ສັດຕະຍາບັນສັນຍາສາກົນ ກ່ຽວກັບການປ້ອງກັນ ທຸກໆຄົນ ຈາກການຫາຍຕົວໄປດ້ວຍ ການບັງຄັບ; ເນັ້ນໜັກວ່າ ການຫາຍຕົວ ໄປ ດ້ວຍການບັງຄັບ ແມ່ນການລະເມີດສິດທິ ມະນຸດສະຍະທັມຂັ້ນພື້ນຖານ ແລະລະເມີດການມີອິດສະຣະພາບຢ່າງຈະແຈ້ງ;
  8. ຮຽກຮ້ອງໃຫ້ລັດຖະບານລາວ ນັບຖືສິດທິ ໃນການອອກຄຳຄິດຄຳເຫັນ ແລະ ມີສະມາຄົມ, ສິດຂອງບັນດາຊົນເຜົ່າ ແລະປ້ອງກັນສິດທິ ມີອິດສະຣະ ພາບ ທາງສາສນາ ຫຼືວ່າ ການເຊື່ອຖື, ຢຸດຕິການຫ້າມ ການໃຊ້ສິດທິດັ່ງກ່າວ ດັ່ງການຕວດສອບແບບເປັນລະຍະ ຂອງອົງການສະຫະປະຊາຊາດ ໃນວັນທີ  21 ກັນຍາ 2010 ໄດ້ໃຫ້ການແນະນຳ;
  9. ມີຄຳສັ່ງໃຫ້ ປະທານ (ສະພາຢູໂຣບ) ສົ່ງມະຕິຕົກລົງໄປໃຫ້: ຄະນະກັມ ມະທິການ, ກັມມະການ, ຮອງປະທານກັມມະການ/ທ່ານຜູ້ຕາງໜ້າສະຫະພັນ ດ້ານກິຈະການ ຕ່າງປະເທດ ແລະ ນະໂຍບາຍຄວາມປອດໄພ, ບັນດາລັດຖະ ບານແລະສະພາຂອງ ປະເທດສາມະຊິກ, ກອງເລຂາອາຊຽນ, ອົງການສິດທິ ມະນຸສະຍະທັມຂອງອົງການ ສະຫະປະຊາຊາດ, ເລຂາທິການໃຫຍ່ຂອງອົງການ ສະຫະປະຊາຊາດ, ລັດຖະບານລາວ ແລະສະພາຜູ້ແທນລາສະດອນລາວ.

ການຮຽກຮ້ອງດ່ວນຂອງສະມາຊິກສະພາທົ່ວທັງອາຊີ ແລະ ເອີຣົບ ຂອງທ່ານສົມບັດສົມພອນ

ການຮຽກຮ້ອງດ່ວນຂອງສະມາຊິກສະພາທົ່ວທັງອາຊີ ແລະ ເອີຣົບ ຂອງທ່ານສົມບັດສົມພອນ
ວັນທີ 5 ເດືອນ ກຸມພາ 2013

ຮຽນ ພະນະທ່ານທອງສິງ ທັມມະວົງ
ນາຍົກລັດຖະມົນຕີ
ສາທາລະນະລັດປະຊາທິປະໄຕປະຊາຊົນລາວ

ພະນະທ່ານທີ່ນັບຖື,

ເລື່ອງ: ການຮ້ອງຂໍໃຫ້ມີການສືບສວນດ່ວນ ກ່ຽວກັບ ການຫາຍຕົວໄປຂອງ ທ່ານສົມບັດສົມພອນ

ພວກເຮົາ, ສະມາຊິກສະພາຂອງປະເທດ ທົ່ວຂົງເຂດອາຊີ ແລະ ເອີຣົບ ຂຽນຈົດໝາຍມາຍັງທ່ານ ເພື່ອ ສະແດງຄວາມຫ່ວງໃຍຢ່າງຍິ່ງ ກ່ຽວກັບຄວາມປອດໄພ ແລະການເປັນຢູ່ຂອງທ່ານສົມບັດສົມພອນ ທີ່ເປັນຄົນລາວສຳຄັນຜູ້ໜຶ່ງທີ່ໄດ້ຮ່ວມຈັດຕຽມ ເວທີປະຊາຊົນ ຄັ້ງທີ 9 ຂອງອາຊີ-ເອີຣົບ; ທ່ານສົມບັດ ເປັນຜູ້ກໍ່ຕັ້ງ ປາເດກ (ສູນພັດທະນາ ຊຸມຊົນແບບມີສ່ວນຮ່ວມ) ແລະເປັນຜູ້ໜຶ່ງທີ່ໜ້ານັບຖື ແລະມີຊື່ສຽງ ທາງດ້ານການປາກເວົ້າ ໃນການພັດທະນາເສດຖະກິດ ແລະສັງຄົມ ຢູ່ລາວກໍຄືຢູ່ອາຊີ ແບບຍືນຍົງ ດ້ວຍການເນັ້ນໜັກໃສ່ປະຊາຊົນ.

ທ່ານສົມບັດສົມພອນ ໄດ້ຫາຍຕົວໄປຕັ້ງແຕ່ແລງວັນເສົາ ເດືອນທັນວາ 2012 ປະມານ 5 ໂມງ ແລງ. ພັນລະຍາຂອງທ່ານສົມບັດ ແລະ ເພື່ອນຮ່ວມງານ ໄດ້ເຫັນທ່ານສົມບັດເທື່ອສຸດທ້າຍ ໃນເວລາທີ່ທ່ານໄດ້ ອອກຈາກຫ້ອງການ ປາເດກ ຢູ່ວຽງຈັນເພື່ອກັບໄປບ້ານ. ທ່ານສົມບັດ ຂັບລົດສ່ວນຕົວອອກຈາກ ຫ້ອງການ, ພັນລະຍາຂອງທ່ານ ກໍຂັບລົດ ເມືອຕ່າງຫາກ. ທ່ານສົມບັດບໍ່ໄດ້ໄປຮອດບ້ານ ແລະ ຄອບຄົວຂອງ ລາວ ກໍບໍ່ໄດ້ຮັບຂ່າວຫຍັງໝົດ ຫຼື ຂ່າວຂອງການຫາຍຕົວຂອງລາວ ນັບຕັ້ງແຕ່ນັ້ນມາ.

ພວກເຮົາມີຄວາມຫ່ວງໃຍກ່ຽວກັບຄວາມປອດໄພ, ສຸຂະພາບ ແລະ ສະພາບການເປັນຢູ່ຂອງສົມບັດ ສົມພອນ.

ພວກເຮົາຮູ້ວ່າ ກັມມະການສາກົນເພື່ອຈັດຕຽມ ເວທີປະຊາຊົນ ອາຊີ-ເອີຣົບ ໄດ້ເຮັດວຽກຢ່າງເອົາຈິງ ເອົາຈັງ ກັບສົມບັດສົມພອນ ໃນລະ ຍະປີຜ່ານມາ. ການປະກອບສ່ວນຂອງສົມບັດສົມພອນ ດ້ວຍຜົນ ສຳເລັດຂອງ ເວທີປະຊາຊົນ ອາຊີ-ເອຣົບ ຄັ້ງທີ 9 ຢູ່ວຽງຈັນ ໃນວັນທີ 16-19 ຕຸລາ ມີຄວາມໝາຍ ສຳຄັນທີ່ສຸດ ຖືກຮັບຮູ້ຢ່າງ ກວ້າງຂວາງ ແລະມີການນັບຖືຢ່າງເລິກຊຶ່ງ. ນອກນີ້ ສົມບັດສົມພອນ ເປັນອາຈານ ທີ່ໜ້ານັບຖືຢ່າງສູງ, ເປັນຕົວຢ່າງໃນວຽກງານການພັດ ທະນາແບບຍືນຍົງ ແລະເປັນຜູ້ ໄດ້ຮັບຫຼຽນມາກໄຊໄຊທີ່ມີຊື່ສຽງ ໃນ ສາກົນ ໃນປີ 2005 ເນື່ອງດ້ວຍການນຳພາຊຸມຊົນ. ສົມບັດໄດ້ ອຸທິດຕົນເພື່ອ ການພັດທະນາແບບຍືນຍົງ ແລະການຫຼຸດຜ່ອນຄວາມ ຍາກຈົນໃນ ສປປລາວ, ແລະທ່ານສົມບັດຍັງໄດ້ປະກອບສ່ວນໃນທາງ ບວກຫຼາຍໆຄັ້ງ ຢູ່ເວທີສາກົນ ລວມທັງ ເວທີປະຊາຊົນ ອາຊີ-ເອີຣົບ ຄັ້ງທີ 9. ສົມບັດໄດ້ ເປັນຕົວຢ່າງ ໃນການປະຕິບັດຕົວຈິງ ໃຫ້ນັກ ພັດທະນາທົ່ວໂລກ.

ພວກເຮົາມີຄວາມຫ່ວງໃຍອັນເລິກຊຶ່ງໃນຄວາມປອດໄພ ແລະສະພາບການເປັນຢູ່ຂອງສົມບັດ; ການຫາຍຕົວໄປຂອງສົມບັດ ເປັນເຫດໃຫ້ມີ ຄວາມແຕກຕື່ນຢ່າງຍິ່ງ.

ພວກເຮົາຮຽກຮ້ອງ ໃຫ້ລັດຖະບານລາວຕ້ອງເລີ້ມ ການສືບສວນ ສອບສວນທັນທີ ແລະຮີບດ່ວນໃນການ ຫາຍຕົວໄປຂອງສົມບັດສົມພອນ. ແລະ, ພວກເຮົາຂໍຮ້ອງໃຫ້ລັດຖະບານຈົ່ງກະທຳທຸກສິ່ງທຸກ ຢ່າງ ທີ່ຈຳ ເປັນເພື່ອເຮັດແນວໃດໃຫ້ທ່ານສົມບັດສົມພອນ ກັບຄືນສູ່ຄອບຄົວຂອງລາວ ດ້ວຍຄວາມປອດໄພ.

ດ້ວຍຄວາມນັບຖື

ລົງລາຍເຊັນ

Continue reading “ການຮຽກຮ້ອງດ່ວນຂອງສະມາຊິກສະພາທົ່ວທັງອາຊີ ແລະ ເອີຣົບ ຂອງທ່ານສົມບັດສົມພອນ”

ຄົນອົດສະຕຣາລີ ຂໍຮ້ອງ ບົບຄາຣ໌ ໃຫ້ຊ່ວຍ

ຮຽນພະນະທ່ານ ບົບຄາຣ໌, ຜູ້ແທນສະພາສູງ
ລັດຖະມົນຕີກະຊວງການຕ່າງປະເທດ

Level 10, Bligh House
4 – 6 Bligh Street, Sydney NSW 2000

Fax 02 9228 3655

ວັນຈັນ ວັນທີ 4 ກຸມພາ 2013

ພະນະທ່ານ,

ພວກຂ້າພະເຈົ້າ (ຜູ້ມີລາຍເຊັນຢູ່ລຸ່ມນີ້) ສົ່ງຈົດໝາຍມາຍັງທ່ານເພື່ອສະແດງ ຄວາມ ຫ່ວງໃຍຢ່າງເລິກ ເຊິ່ງ ໃນການຫາຍສາບສູນຂອງທ່ານສົມບັດສົມພອນ ນັກພັດທະນາການທີ່ ໜ້ານັບຖືຂອງລາວ.

ທ່ານສົມບັດເປັນອະດີດຜູ້ກໍ່ຕັ້ງທັງເປັນຫົວໜ້າຂອງສູນອົມຮົມການພັດທະນາທີ່ມີສ່ວນຮ່ວມ, ເປັນຜູ້ທີ່ ໄດ້ຮັບຫຼຽນຕາຄຳຊອບ ມາກໄຊໄຊ, ເປັນຄົນ ທີ່ເຮັດວຽກບໍ່ຮູ້ອິດບໍ່ຮູ້ເມື່ອຍ ເພື່ອການພັດທະນາຍືນຍົງ ແລະເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນ ຊົນນະບົດ ຂອງລາວໃຫ້ດີຂຶ້ນ.

ເມື່ອແລງວັນທີ 15 ຂອງເດືອນທັນວາ 2012 ຢູ່ນະຄອນຫຼວງວຽງຈັນ ທ່ານ ສົມບັດແລະພັນລະຍາ ໄດ້ກັບ ບ້ານພັກຂອງຕົນ ແຕ່ຂີ່ລົດຄົນລະຄັນ. ກ້ອງຖ່າຍຮູບຄົບວົງ ຈອນຂອງເຈົ້າໜ້າທີ່ຕຳຫລວດລາວ ໄດ້ ສະແດງໃຫ້ເຫັນວ່າ ທ່ານສົມບັດໄດ້ຢຸດ ແລະຈອດລົດ ຂອງລາວຢູ່ປ້ອມຕຳຫລວດ. ກ້ອງຖ່າຍຮູບຍັງ ເຮັດໃຫ້ ເຫັນວ່າ ລົດຈິບຂອງລາວ ຍັງມີຄົນຂັບ ໜີອີກ. ຕໍ່ມາ ສົມບັດກໍຖືກນຳຕົວຂຶ້ນລົດກະບະ ກັບ ສອງຄົນແລະກໍຂັບລົດນັ້ນໜີໄປ.

ນັບຕັ້ງແຕ່ນັ້ນມາ ຄອບຄົວຂອງທ່ານສົມບັດຍັງບໍ່ໄດ້ຮັບຂ່າວຄາວຫຍັງ.

ຂ່າວອັນດຽວ ທີ່ເປັນທາງການຂອງລັດຖະບານລາວກ່ຽວກັບບັນຫານີ້ ແມ່ນ ການປະຕິເສດ ວ່າ ທ່ານສົມບັດ ບໍ່ໄດ້ຖືກຕຳຫລວດກັກໄວ້ ແລະບໍ່ຮູ້ວ່າ ທ່ານສົມບັດຢູ່ບ່ອນໃດ, ແລະກໍຂ່າວວ່າ ອາດຈະ ເປັນເປົ້າໝາຍຂອງການຄຸມຕົວໄປປະກັນ. Continue reading “ຄົນອົດສະຕຣາລີ ຂໍຮ້ອງ ບົບຄາຣ໌ ໃຫ້ຊ່ວຍ”

ຈົດຫມາຍທີ່ສາມຈາກພັນລະຍາຂອງສົມບັດ

ສາທາ​ລະນະ​ລັດປະຊາທິປະ​ໄຕປະຊາຊົນ​ລາວ
ສັນຕິພາບ ​ເອກະລາດປະຊາທິປະ​ໄຕ ​ເອກະ​ພາບວັດທະນະ​ຖາວອນ

——-===000===——-

ຄຳຮ້ອງທຸກ

ຮຽນ: ບັນດາທ່ານທີນັບຖື

​ເລື່ອງ: ຂໍ​ຄວາມ​ຊ່ວຍ​ເຫຼືອ​​ຕິດຕາມ​​ການ​ດຳ​ເນີນ​ການ​ສືບຂ່າວ​ຊອກ​ຫາ​ຄົນ​ຫາຍຂອງ​ ເຈົ້າ​ໜ້າ​ທີ່​

ຂ້າພະ​ເຈົ້າ ນາງ ອຶງ ຊຸຍ​ມິ​ງ, ປະຈຸບັນຢູ່​ບ້ານ ​ໂຄກ​ນິນ, ​ເມືອງ ສີ​ສັດຕະ​ນາກ ນະຄອນຫຼວງ ວຽງຈັນ. ມີ​ຈຸດປະສົງ​ ຂໍ​ຮ້ອງທຸກ​ມາ​ຍັງ​ທ່ານ ​ແລະ​ນີ້​ກໍເປັນ​ຄຳ​ຮ້ອງທຸກ​ສະບັບ​ທີ​ສາມ​​ທີ່​ຂ້າພະ​ເຈົ້າ​ໄດ້​ຂຽນ​ຂຶ້ນ​ໃນ​ເລື່ອງ: ການຂໍ​ຄວາມ​ຊ່ວຍ​ເຫຼືອຕິດຕາມ​ການ​ດຳ​ເນີນ​ການສືບຂ່າວຊອກ​ຫາ​ການ​ຫາຍ​ຕົວ​ຂອງ​ສາມີ ຊື່ ທ້າວ ສົມບັດ ສົມ​ພອນ, ອາຍຸ 60 ປີ, ທີ່​ໄດ້​ຫາຍ​ຕົວ​ໄປ​ໃນ​ວັນ​ທີ 15 ທັນວາ 2012.

ມື້​ນີ້​ເປັນ​ມື້​ທີ່ 45​​ຫລັງ​ຈາກ​ສາມີ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຫາຍ​ຕົວ​ໄປ ​ແລະ ຂ້າ​ພະ​ເຈົ້າ​​ເຮັດ​ທຸກ​ຢ່າງ​ທີ່​ເປັນ​ການ​ຮ່ວມ​ມື​ກັບ​​ເຈົ້າ​ໜ້າ​ທີ່​ຕຳຫລວດ​ໃນ​ການ​ໃຫ້​ຂໍ້​ມູນ​ເພື່ອ​ຊ່ວຍ​ໃນ​ການ​ສືບ​ຫາ​ຕົວ​ສາມີ​ຂອງຂ້າພະ​ເຈົ້າ ​​ໃຫ້ໄວ​ເທົ່າ​ທີ່​ຈະ​ໄວ​​ໄດ້. ຂ້າພະ​ເຈົ້າ​ເອງ​ກໍ​ໄດ້​ພົບ​ກັບ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ແລະ​ພະນັກງານ​ຂອງ​ສະພາ​ເອງ​ເພື່ອ​ຍື່ນ​ຄຳ​ຮ້ອງທຸກ​ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ນາມ​ຂອງ​ປະຊາຊົນ​ເພື່ອ​ຜັກ​ດັນ​ການ​ສືບ​ຫາ​​ໃຫ້ໄວ​ຂຶ້ນ. ​ແຕ່​ເຖີງຢ່າງ​ໃດກໍ່ດີ​ທຸກ​ຂໍ້​ມູນ ​ແລະທຸກ​ຂະ​ບວນການ​ທີ່​ຂ້າພະ​ເຈົ້າ​ໄດ້​ເຮັດ​ລົງ​ໄປນັ້ນ​ກໍ​ບໍ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຫຍັງ​ທັງ​ໝົດ​ກ່ຽວ​ກັບ​ການ​ສືບ​ຂ່າວ, ນອກຈາກ​ຖະ​ແຫລ​ງການ​ທີ່​ເຈົ້າ​ໜ້າ​ທີ່​​​ໄດ້​ບອກ​ທາງ​ສື່​ມວນ​ຊົນ​ວ່າ ”ປະຈຸບັນເຈົ້າໜ້າທີ່ກໍາລັງທໍາການສືບຫາ​”

ຍັງມີອີກບາງປະເດັນດັ່ງລຸ່ມນີ້ທີ່ຂ້າພະເຈົ້າຍັງບໍ່ທັນໄດ້ຮັບຄຳຕອບທີ່ຊັດເຈນຄື:

  1. ເຈົ້າໜ້າທີສືບສວນໄດ້ສອບຖາມຫຍັງແດ່ຕໍ່ກັບຕຳຫລວດທີ່ໄດ້ຢຸດລົດຂອງສາມີຂ້າພະເຈົ້າ ໃນຕອນແລງຂອງວັນທີ 15 ທັນວາ 2012? ເຈົ້າໜ້າທີ່ໄດ້ຖາມບໍ່ວ່າ ເກີດຫຍັງຂຶ້ນໃນມື້ນັ້ນ ແລະ ພວກເຂົາໄດ້ເຫັນ ແລະໄດ້ຮູ້ຫຍັງແດ່?
  2. ບໍ່ຮູ້ວ່າຄົນຂີ່ລົດຈັກທີ່ໄດ້ຂັບລົດຈິບຂອງ ສົມບັດໄປນັ້ນໄດ້ຖືກສືບຖາມ ແລະຂະຫຍາຍຜົນແນວໃດ?
  3. ລົດຈິບຂອງສົມບັດ (ເລກທະບຽນ ກກ.2624) ໄດ້ຖືກພົບເຫັນຫລືຍັງ?
  4. ບໍ່ຮູ້ວ່າລົດກະບະສີຂາວທີ່ໄດ້ຂັບມາຈອດຢູ່ປ້ອມຕຳຫລວດແລະຮັບເອົາຕົວສາມີຂອງຂ້າພະເຈົ້າໄປນັ້ນ ໄດ້ຖືກຂະຫຍາຍຜົນຕື່ມແນວໃດ?
  5. ແລ້ວຄົນຂັບລົດກະບະສີຂາວນັ້ນໄດ້ຖືກສອບຖາມ ແລະຂະຫຍາຍຜົນຫລືຍັງ?
  6. ຖ້າຫາກວ່າແຟ້ມພາບຈາກກ້ອງວົງຈອນປິດຫາກເຫັນບໍ່ຊັດເຈນຕາມການລາຍງານຂອງເຈົ້າໜ້າທີ່, ບໍ່ຮູ້ວ່າທາງກະຊວງປ້ອງກັນຄວາມສະຫງົບໄດ້ຂໍຄວາມຊ່ວຍເຫລືອດ້ານເຕັກນິກຈາກລັດຖະບານ ອື່ນຫລື ອົງການສາກົນອື່ນໆຫລືບໍ່? ແລ້ວກ້ອງວົງຈອນປິດທີ່ຕິດຕັ້ງ ຕາມສາຍທາງທ່າເດື່ອກໍ ເຫັນບໍ່ຊັດເຈນເຊັ່ນດຽວກັນທັງໝົດບໍ່?
  7. ບໍ່ຮູ້ວ່າເຈົ້າໜ້າທີ່ຕຳຫລວດຂອງລາວໄດ້ຍົກປະເດັນນີ້ແຈ້ງ ແລະຂໍຄວາມຊ່ວຍ ເຫລືອຈາກ ຕຳຫລວດສາກົນ ຫລືບໍ່? ແລະໄດ້ແຈ້ງໃຫ້ແກ່ບັນດາເພື່ອນບ້ານ ໃນພາກພື້ນຮັບຮູ້ ແລະຊອກຫາຕົວ ສົມບັດຫລືບໍ່?

ທຸກຄຳຖາມຂ້າງເທິງນັ້ນຂ້າພະເຈົ້າຍັງບໍ່ທັນໄດ້ຮັບຄຳຕອບທີ່ເປັນໜ້າພໍໃຈ. Continue reading “ຈົດຫມາຍທີ່ສາມຈາກພັນລະຍາຂອງສົມບັດ”