ຄະນະຜູ້ແທນສະພາຢູໂຣບໄປ ສປປ ລາວ ກ່ຽວກັບການຫາຍສາບສູນຂອງ ທ່ານສົມບັດສົມພອນ

ຄະນະຜູ້ແທນສະພາຢູໂຣບໄດ້ໄປວຽງຈັນ ນະຄອນຫຼວງຂອງປະເທດລາວ ລະຫວ່າງວັນທີ 6 ຫາ 9 ມີນາ 2013 ເພື່ອສະແດງເຖິງຄວາມຫ່ວງໃຍ ອັນເລິກຊຶ່ງ ທີ່ສົມບັດສົມພອນ ສະມາຊິກຂອງອົງກອນລາວເພື່ອປະຊາຊົນ ຜູ້ທີ່ ມີຄົນນັບໜ້າຖືຕາຫຼາຍ, ຍັງບໍ່ທັນໄດ້ກັບສູ່ຄອບຄົວດ້ວຍຄວາມປອດໄພ. ສົມບັດ ໄດ້ຫາຍຕົວໄປວັນທີ 15 ເດືອນ ທັນວາ 2012, ຖືກຄຸມຕົວຂຶ້ນລົດກະບະ ດ້ວຍຄົນບໍ່ຮູ້ໜ້າ ຫຼັງຈາກທີ່ເຈົ້າໜ້າທີ່ຕຳຫຼວດໄດ້ຢຸດລົດ ຢູ່ໃນນະຄອນຫຼວງ ວຽງຈັນ. ຍັງບໍ່ມີໃຜໄດ້ເຫັນ ຫຼື ໄດ້ຍິນຂ່າວຄາວຂອງສົມບັດ ນັບຕັ້ງແຕ່ນັ້ນມາ.

ຄະນະຜູ້ແທນໄດ້ສະເໜີເປັນທາງການ ຕໍ່ສະພາຜູ້ແທນລາສະດອນແຫ່ງ ຊາດລາວແລະຮອງລັດຖະມົນຕີກະຊວງ ຕ່າງປະເທດຂອງສປປ ລາວ, ມະຕິຕົກ ລົງຂອງສະພາຢູໂຣບກ່ຽວກັບ ‘ ລາວ: ກໍລະນີສົມບັດສົມພອນ ‘, ທີ່ສະພາຢູໂຣບ ໄດ້ລົງມະຕິຕົກລົງກັນເປັນເອກະສັນໃນວັນ 6 ກຸມພາ 2013.

ທ່ານ Tuur Elzinga ຜູ້ແທນສະພາສູງຂອງເນດເຕີແລນດ໌ ຫົວໜ້າຄະນະ ໄດ້ກ່າວຢໍ້າວ່າ ຄະນະຜູ້ແທນມີຄວາມ ຮູ້ສຶກຢ່າງເລິກຊຶ່ງວ່າ ມັນນອນຢູ່ໃນຄວາມ ຮັບຜິດຊອບຂອງລັດຖະບານ ສປປ ລາວ ທີ່ເຮັດແນວໃດໃຫ້ສົມບັດກັບຄືນສູ່ ຄອບຄົວດ້ວຍຄວາມປອດໄພແລະດັ່ງນັ້ນ ກໍເປັນການເໝາະສົມທີ່ການກະທຳ ໃດໆຕ້ອງມີບຸລິມະສິດ.

ທ່ານ Tuur Elzinga ຍັງໄດ້ກ່າວຢໍ້າອີກວ່າ ທຸກໆວັນທີ່ຜ່ານໄປ ທີ່ປາດສະ ຈາກສົມບັດຍັງບໍ່ທັນໄດ້ກັບສູ່ຄອບຄົວຂອງ ລາວ ຄວາມດີເດັ່ນຂອງປະເທດລາວ ກໍອ່ອນລົງ.

ວັນທີ 8 ເດືອນ ມີນາ 2013 ແມ່ນມື້ ທີ 83 ທີ່ສົມບັດສົມພອນ ໄດ້ຫາຍຕົວໄປ ແລະສຳລັບຫຼາຍອົງກອນ, 100 ວັນ ເປັນເວລາທີ່ມີຄວາມ ສຳນຶກຈິດ ແລະທົບທວນຄວາມກ້າວໜ້າ. ຖ້າຫາກວ່າບໍ່ໄດ້ຜົນທາງບວກ ຈະມີ ກິຈະກັມສາກົນ ຂຶ້ນມາໃໝ່ຢ່າງບໍ່ຕ້ອງສົງໃສ ໃນເມື່ອວ່າ ມະຕິຕົກລົງຂອງສະພາ ຢູໂຣບໄດ້ຮຽກຮ້ອງເປັນທາງການ ຂໍໃຫ້ ສະຫະພາບຢູໂຣບ ເອົາເຂົ້າໃນວາຣະ ກອງປະຊຸມທີ່ຈະມາເຖິງນີ້ ຖືເປັນບຸລິມະສິດ ຢູ່ໃນກັມມາທິການສິດທິມະນຸດ ຂອງ ອົງການສະຫະປະຊາຊາດ. ປີ 2012 ເປັນປີທີ່ລາວ ເລີ້ມຄວາມຈົບຄວາມ ງາມດີເດັ່ນ ທັງຢູ່ໃນປະເທດ ແລະສາກົນ, ຮັບກອງປະຊຸມ ອາແຊມທີ 9 ແລະເຂົ້າເປັນສະມາຊິກຂອງອົງການການຄ້າໂລກ. ແຕ່ວ່າບໍ່ເປັນຈັງບຸນ ໃນປັດ ຈຸບັນນີ້ ຄວາມຈົບຄວາມງາມດີເດັ່ນນັ້ນ ຖືກຄອນແຄນ.

ທ່ານຜູ້ແທນ Tuur Elzinga ໄດ້ກ່າວວ່າ: ຖ້າເຈົ້າໜ້າທີ່ລາວຄຶດວ່າ ບັນ ຫາການຫາຍຕົວຂອງສົມບັດຖືກລືມໄປ, ພວກທ່ານຄຶດຜິດແລ້ວ! ຈະມີການສົນ ທະນາ ກ່ຽວກັບລາວ ຢູ່ໃນທຸກວາຣະປະຊຸມຄັ້ງຕຳອິດ ບໍ່ວ່າ ລະຫວ່າງປະເທດ, ສາກົນ ແລະ ນານາຊາດ ຈົນກວ່າ ສົມບັດຈະໄດ້ກັບຄືນສູ່ຄອບຄົວຂອງລາວ.

Senator_Tuur_Elzinga_presents resolution_of_European_parliament_to Lao_National_Assemblyຫຼັງຈາກຄະນະຜູ້ແທນສະພາຢູໂຣບໄດ້ເຂົ້າໄປພົບກັບບຸກຄົນສຳຄັນຂອງລາວແລະພາກສ່ວນທີ່ກ່ຽວຂ້ອງຈຳນວນໜຶ່ງ ໃນກໍລະນີທ່ານສົມບັດສົມພອນ ເມື່ອວັນທີ 6-9 ເດືອນ ມີນາ 2013 ກໍໄດ້ເຮັດລາຍງານຢ່າງລະອຽດສົມຄວນ ດັ່ງມີເນື້ອໃນຢູ່ນີ້

ຂໍ້ມູນພຶ້ນຖານ:

ຄະນະຜູ້ແທນໄດ້ພົບກັບ:

  • ຜູ້ຕາງໜ້າລັດຖະບານສປປ ລາວ, ຮອງລັດຖະມົນຕີຕ່າງ ປະເທດ ທ່ານອາລຸນແກ້ວ ກິດທິຄຸນ
  • ຮອງປະທານສະພາຜູ້ແທນລາສະດອນສປປ ລາວ, ທ່ານສົມພັນ ແພງຄຳມີ ແລະສະມາຊິກສະພາຜູ້ແທນ ລາສະດອນທີ່ລວມມີ ທ່ານອ່ອນສີ ແສນສຸກ ຮອງປະທານກັມມະການຄວາມສະຫງົບ ແລະປ້ອງກັນຊາດ; ທ່ານກີສິນ ສິງພັນງາມ ຮອງປະທານ ກັມມະການກົດໝາຍ; ແລະທ່ານຄົງສີ ສີແສງເດືອນ ຮອງເລຂາ ທິການປະຈຳການ
  • ຜູ້ວ່າຫ້ອງການທັງເປັນຫົວໜ້າຂອງທູດຢູໂຣບປະຈຳລາວແລະ ເອກອັຄະລັດຖະທູດຂອງປະເທດທີ່ເປັນ ສະມາຊິກຂອງສະຫະ
  • ພາບຢູໂຣບ ຢູ່ລາວ
  • ຜູ້ຕາງຂອງອົງກອນການພັດທະນາ ຂອງລາວ
  • ຜູ້ຕາງໜ້າຂອງອົງກອນນານາຊາດທີ່ບໍ່ຂື້ນກັບລັດຖະບານຢູ່ລາວ

ຂໍ້ມູນສຳລັບການຂ່າວ:

Tuur Elzinga ຜູ້ແທນສະພາສູງ (ພັກສັງຄົມນິຍົມ) ຂອງສະພາເນເທີແລນດ໌ ແລະເປັນສະມາຊິກຂອງ ກັມມາທິການສະພາຢູໂຣບ.

Tuur Elzinga ຕິດຕາມດ້ວຍ Andy Rutherford ຜູ້ຕາງໜ້າຂອງ ກັມມະການສາກົນ ທີ່ຕຽມເວທີສາກົນຂອງ ປະຊາຊົນ ອາຊີ-ເອີໂຣບ. ກັມມະ ການໄດ້ເຮັດວຽກຢ່າງໃກ້ສິດກັບ ສົມບັດ ລະຫວ່າງ ວັນທີ 16 ຫາວັນທີ 19 ຕຸລາ 2012 ຢູ່ນະຄອນຫຼວງວຽງຈັນ ຫຼາຍອາທິດກ່ອນປະຊຸມ ອາແຊມທີ 9.