ສະຫະຣັດຖແລງຄົບຮອບ 1 ປີ ທ.ສົມບັດ

ວິທະຍຸເອເຊຍເສຣີ: 16 ທັນວາ 2013

ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ອະເມຣິກາ ທ່ານ John Kerry US States department
ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ອະເມຣິກາ ທ່ານ John Kerry: US States department

ທ. John Kerry ຣັຖມົນຕຣີການຕ່າງປະເທດ ສະຫະຣັຖອະເມຣິກາ ອອກຖ້ອຍແຖລງເນື່ອງໃນວັນ ຄົບຮອບນຶ່ງປີຂອງ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນລາວຊຶ່ງມີໃຈຄວາມ ສຳຄັນວ່າ:

“ສະຫະຣັຖ ຍັງມີຄວາມເປັນຫ່ວງ ຢ່າງເລິກຊຶ້ງ ນໍາຊາຕາກັມຂອງ ທ່ານ ສົມບັດ ສົມພອນ. ເຮົາຂໍສົ່ງ ຄວາມເປັນຫ່ວງແລະແຮງໃຈໄປ ຍັງຄອບຄົວຂອງ ທ່ານ ສົມບັດ ເພື່ອນມິດຂອງທ່ານແລະທຸກຄົນ ໃນປະຊາຄົມສາກົນຜູ້ທີ່ມີໃຈສັດທາໃນການນຳພາ ວຽກງານພັທນາ ຊຸມຊົນໂຕຢ່າງຂອງທ່ານ ສົມບັດ ແລະການອຸທິດຕໍ່ປະເທດຊາຕ ຂອງທ່ານ”.

ຖ້ອຍຖແຫລງດັ່ງກ່າວ ລົງຢູ່ໃນເວັບໄຊທ໌ຂອງສະຖານທູດສະຫະຣັຖ ປະຈຳລາວ. ທ່ານແຄຣີ ວ່າສະຫະຣັຖ ຍິນດີນຳຖ້ອຍຖແລງຂອງທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ສປປ ລາວ ທີ່ເວົ້າວ່າ ຣັຖບານລາວມີ ຄວາມເປັນຫ່ວງຫລາຍ ກ່ຽວກັບການຫາຍສາບສູນ ຂອງທ່ານ ສົມບັດ ແລະວ່າ ຈະສືບຕໍ່ທໍາການສືບສວນ ແລະເອົາມາຕການ ທີ່ຈຳເປັນເພື່ອແກ້ໄຂ ກໍຣະນີດັ່ງກ່າວ.

ສະຫະຣັຖຫວັງວ່າຈະໄດ້ຮັບຟັງຜົນຂອງການສືບສວນຢ່າງຄົບຖ້ວນ, ຣະອຽດຖີ້ຖ້ວນ ແລະໂປ່ງໄສ. ສະຫະຣັຖ ຖືສຳຄັນການເປັນຄູ່ພາຄີກັບ ລາວໃນຫລາຍໆບັນຫາຮ່ວມທັງ ການເກັບກູ້ລະເບີດ, ສາທາຣະນະສຸຂ, ການສຶກສາ, ການຕໍ່ຕ້ານການຄ້າມະນຸດ, ສິ່ງແວດລ້ອມ, ການປະຕິ ຮູບ ກົດໝາຍຍຸຕິທັມ, ຕໍ່ຕ້ານຢາເສບຕິດ, ການຄ້າ, ແລະການຊອກຄົ້ນຫາ ຊາກກະດູກຂອງທະຫານ ອະເມຣິກັນ ທີ່ຫາຍສາບສູນ ໃນລາວ ປາງສົງຄາມ, ທ່ານກ່າວອີກ ວ່າສະຫະຣັຖຢາກຈະເຮັດວຽກແບບສ້າງສັນຮ່ວມກັບລາວເພື່ອປົກປ້ອງສິດທິມະນຸດແລະສົ່ງເສີມຣະບຽບກົດໝາຍ.

ທ້າຍສຸດ ທ່ານ ແຄຣີ ກ່າວວ່າເມື່ອຫລາຍປີມໍ່ໆມານີ້ ສປປລາວໄດ້ເອົາບາດກ້າວໃນການເປັນຄູ່ຮ່ວມຮັບຜິດຊອບ ຢູ່ໃນປະຊາຄົມປະຊາຊາຕ. ທ່ານວ່າ ການລັກພາໂຕ ຂອງທ່ານ ສົມບັດນາບຂູ່ຕໍ່ຄວາມພຍາຍາມທີ່ ລາວໄດ້ປະຕິບັດມາ. ສະຫະຣັຖ ຂໍຮຽກຮ້ອງມາຍັງ ຣັຖບານລາວ ເອົາມາຕການອັນຄວນທຸກຢ່າງ ເພື່ອນໍາເອົາທ່ານ ສົມບັດ ກັບຄືນມາໃຫ້ຄອບຄົວ.