ລາງວັນ ແມັກໄຊໄຊ ໃນລາວ

Logo-Speak Out-Points to Ponderໃນປະຫວັດ 58 ປີ, ລາງວັນ ເຣມອນ ແມັກໄຊໄຊ ທີ່ຊົງກຽດ ໄດ້ຖືກມອບໃຫ້ບຸກຄົນທີ່ພົ້ນເດັ່ນແລ້ວ ກວ່າ 300 ທ່ານ ຈາກທົ່ວອາຊີ.

ໃນນັ້ນ ສອງທ່ານ ແມ່ນມາຈາກລາວ.

ທ່ານທຳອິດແມ່ນ ແກ້ວ ວິພາກອນ, ທີ່ໄດ້ຮັບລາງວັນຂ້າລາຊະການດີເດັ່ນ ໃນປີ 1967.

ແກ້ວ ໄດ້ເຖິງແກ່ມໍລະນະກຳໄປຫວ່າງມໍ່ໆມານີ້.

ທ່ານທີສອງແມ່ນ ສົມບັດ ສົມພອນ, ທີ່ໄດ້ຮັບລາງວັນຜູ້ນຳຊຸມຊົນດີເດັ່ນ ໃນປີ 2005.

ສົມບັດ ໄດ້ຖືກຕຳຫຼວດໃຫ້ຢຸດ ແລ້ວລັກພາຕົວໄປໃນເດືອນທັນວາ 2012.

ບໍ່ມີໃຜປາກົດເຫັນເພິ່ນຕັ້ງແຕ່ນັ້ນມາ.

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບພົນລະເມືອງລາວ ທີ່ດີເດັ່ນເຫຼົ່ານີ້ ສາມາດພົບໄດ້ທີ່:

http://www.rmaf.org.ph/newrmaf/main/awardees/filter/all/all/all/LA/1

ຍັງມີອີກຫຼາຍປານໃດທີ່ຖືກເຊື່ອງຊ້ອນໄວ້?

Logo-Speak Out-Points to Ponderຖ້າຄົນລາວ, ສື່ລາວ, ແລະອົງການຈັດຕັ້ງ ທາງ ສັງຄົມລາວ, ລວມເຖິງອົງການ ສະຫະປະຊາຊາດ ແລະອົງການທີ່ບໍ່ຂຶ້ນກັບລັດຖະບານທີ່ເຮັດວຽກ ໃນລາວ ຍັງບໍ່ສາມາດເວົ້າໄດ້ຢ່າງເປີດແປນ ກ່ຽວກັບ ສົມບັດ ສົມພອນ, ແລ້ວຈະຍັງມີ ການຫາຍ ສາບສູນ, ການຄຸມຂັງທີ່ບໍ່ຜ່ານ ກົດໝາຍ, ແລະການລະເມີດສິທິມະນຸດອີກ ຈັກກໍລະນີ ທີ່ຍັງຖືກເຊື່ອງ ຊ້ອນໄວ້?

ສປປ ລາວ ເຍາະ ເຍື້ອຍ ການ ສຳຫລວດ ສະຖານະພາບ ດ້ານ ສິດທິມະນຸດ ຂອງ ອົງການ ສະຫະປະຊາຊາດ

MLDH LMHR-LogoFIDH-LMHR: 03 ກໍລະກະດາ 2015

ປາຣີ, 3 ກໍລະກະດາ 2015: ການ ປະຕິເສດ ຂອງ ທາງການ ສປປລາວ ທີ່ ບໍ່ ຍອມ ຮັບເອົາ ຂໍ້ ສເນີ ຂອງ ກອງປະຊຸມ ສໍາຫລວດ ຄັ້ງ ຫຼ້າສຸດນີ້, ໄດ້ ເຮັດໃຫ້ ການ ສໍາຫລວດ ຂອງ ອົງການ ສະຫະປະຊາຊາດ ກາຍເປັນ ເລື້ອງ ຕະລົກໄປ, ອີງຕາມ ຄໍາຖແລງ ຂອງ ສະຫະພັນ ສິດທິມະນຸດ ນາໆ ຊາດ (FIDH) ແລະ ຂະບວນ ການລາວ ເພື່ອສິດທິ ມະນຸດ (ຂລສມ).

“ທ່າທີ ແບບ ປົກປ້ອງ ຕົນເອງ ແລະ ຂໍ້ ປະຕິເສດ ໂດຍ ທົ່ວໄປ ຂອງ ຣັຖບານ ສປປ ລາວ ເຮັດໃຫ້ ການ ສໍາ ຫລວດ ເຖິງ ສະຖະນະພາບ ຂອງ ສປປ ລາວ ເປັນ ເໝືອນ ສາກ ລະຄອນ ຕະລົກ. ກອງປະຊຸມ ສໍາຫລວດ ຄັ້ງແລ້ວນີ້ ໄດ້ ສະແດງ ໃຫ້ ເຫັນ ເຖິງ ການທີ່ ທາງການ ວຽງຈັນ ບໍ່ ປາຖນາ ຢາກຈະ ແກ້ໄຂ ບັນຫາ ສໍາຄັນ ດ້ານ ສິດທິມະນຸດ ເລີຍ’,” ທ່ານ ກາລີມ ລາຣິດຊີ້ ປະທານ ສະຫະພັນ ສິດທິມະນຸດ ນາໆ ຊາດ (FIDH) ໄດ້ກ່າວ.

FIDH-Logoໃນວັນທີ 23 ມີຖຸນາ, ສປປ ລາວ ໄດ້ຮັບ ເອົາ ຂໍ້ ສເນີ 116 ຂໍ້ ໃນຈໍານວນ ທັງໝົດ 196 ຂໍ້ ທີ່ຖຶກ ນຳ ສເນີ ທີ່ ກອງປະຊຸມ ສຳຫລວດ ຄັ້ງທີ ສອງ ເມື່ອ ເດືອນ ມົກະຣາ 2015 ທີ່ ຜ່ານມາ. ອີງຕາມ ທ່ານ ທອງພັນ ສວັນເພັດ, ຜູ້ ຕ່າງໜ້າ ສປປ ລາວ ທີ່ ອົງການ ສະຫະປະຊາຊາດ ທີ່ ເມືອງ Genève, “ຂໍ້ ສເນີ ອື່ນໆ 80 ຂໍ້ ນັ້ນ ບໍ່ ໄດ້ຮັບ ການ ສນັບ ສນູນ ຢ່າງ ເຕັມສ່ວນ ຈາກ ທາງການ.”

ຄຳຕອບ ຂອງ ຣັຖບານ ສປປ ລາວ ບໍ່ ພຽງພໍ ແຕ່ ປະການໃດ ເລີຍ ກ່ຽວກັບ ກໍຣະນີ ຫາຍສາບສູນ ແບບຖືກ ບັງຄັບ. ສປປ ລາວ ໄດ້ ປະຕິເສດ ບໍ່ຍອມ ຮັບ ຂໍ້ ສເນີຍ ທີ່ວ່າ ຢາກໃຫ້ ມີການ ສືບສວນ ເຖິງ ກໍຣະນີ ຫາຍ ສາບສູນ ໂດຍຖືກ ບັງຄັບ ດັ່ງກ່າວ, ໂດຍ ທາງການ ສປປ ລາວ ຖືວ່າ “ບໍ່ມີ ມູນຄວາມຈິງ’.” ເມື່ອ ຕອບໄປ ຕອບມາ, ທາງການ ສປປ ລາວ ຮັບຮູ້ ກໍຣະນີ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ, ແຕ່ຮັບເອົາ ຂໍ້ ສເນີ ພຽງ 4 ຂໍ້ ໃນຈໍານວນ ທັງໝົດ 10 ຂໍ້ ທີ່ ຮຽກທວງ ໃຫ້ມີ ການ ສືບສວນ ເຖິງ ການຫາຍ ສາບສູນ. ເພື່ອໃຫ້ ເຫດ ຜົນ ຂອງ ການ ປະຕິເສດ ບໍ່ ຮັບເອົາ ຂໍ້ ສນີ 6 ຂໍ້ ກຽວກັບ ກໍຣະນີ ທ່ານ ສົມບັດ, ທາງການ ສປປ ລາວ ກໍ່ ໄດ້ ແຕ່ ທໍາການ ໂຄຊະນາ ແບບລ້າ ສມັຍ ໂດຍ ບໍ່ ໄດ້ ໃຫ້ ຂໍ້ມູນ ໃໝ່ ໃດໆ ທັງຊິ້ນ ເຖິງ ຊາຕາກັມ ຂອງ ທ່ານ ສົມບັດ. ທາງການ ສປປ ລາວ ໄດ້ ກ່າວ ວ່າ ຄະນະ ກັມະການ ສືບສວນ “ພ້ອມແລ້ວ ທີ່ຈະຮັບ ຄຳ ແນະນໍາ ຈາກທຸກໆ ຝ່າຍ ແລະ ວ່າ ທາງ ເຈົ້າ ໜ້າທີ່ ກຳລັງ ດໍາເນີນ ການ ສືບສວນ ໃນ ເວລາ ປັດຈຸບັນ.” Continue reading “ສປປ ລາວ ເຍາະ ເຍື້ອຍ ການ ສຳຫລວດ ສະຖານະພາບ ດ້ານ ສິດທິມະນຸດ ຂອງ ອົງການ ສະຫະປະຊາຊາດ”

ຄຳຊີ້ແຈງຕໍ່ UPR: ເຫດຜົນເກົ່າ ເວົ້າໃໝ່ ຍັງຟັງຂັດໆ

Logo-Sombath InitiativeThe Sombath Initiative: 02 ກໍລະກົດ 2015

ເຫດຜົນເກົ່າ ເວົ້າໃໝ່ ທີ່ຍັງຟັງຂັດໆ: ຄຳຊີ້ແຈງຂອງລັດຖະບານລາວ ຕໍ່ຂໍ້ແນະນຳຈາກກອງປະຊຸມທົບທວນ ປະຈຳໄລຍະດ້ານສິທິມະນຸດ ຮອບທີ 2

ໃນວັນທີ 24 ມິຖຸນາ, ລັດຖະບານລາວ ໄດ້ປະກອບຄຳຊີ້ແຈງຕໍ່ 196 ຂໍ້ແນະນຳ ຈາກກອງປະຊຸມທົບທວນ ປະຈຳໄລຍະ ຮອບທີ 2 ທີ່ໄດ້ຈັດຂຶ້ນເມື່ອເດືອນມັງກອນ ທີ່ນະຄອນເຈນີວາ. [1]

ໃນນັ້ນກໍ່ບໍ່ຄ່ອຍມີຫຍັງໃໝ່. ອັນທີ່ອາດພົ້ນເດັ່ນກວ່າໝູ່ອາດແມ່ນວາທະສາດທີ່ເອົາມາເວົ້າຄືນ, ທີ່ຍັງຟັງຂັດໆ ຢູ່.

ສົນທິສັນຍາສາກົນວ່າດ້ວຍການຄຸ້ມຄອງບຸກຄົນທຸກຄົນຈາກການຖືກບັງຄັບໃຫ້ສູນຫາຍ (ICPPED)

ລັດຖະບານລາວ ໄດ້ຕົກລົງວ່າຈະໃຫ້ສັດຕະຍາບັນ (ratify, ຮັບຮອງນຳໃຊ້) ຕໍ່ ICPPED ໃນກອງປະຊຸມ UPR ຮອບທີ 1 ເມື່ອປີ 2010. ເຖິງແມ່ນວ່າ ສຸດທ້າຍຈະບໍ່ໄດ້ໃຫ້ສັດຕະຍາບັນ, ແຕ່ກໍ່ອີກເທື່ອໜຶ່ງໄດ້ຮັບ ເອົາຂໍ້ແນະນຳໃຫ້ເຮັດແນວນີ້ ຈາກເນເທີແລນ, ແຄນາດາ, ອາເຈນຕີນາ ​ແລະສະເປນ (ຂໍ້ທີ 20, 21, ແລະ 27).

ແຕ່ ລັດຖະບານລາວ ບໍ່ຍອມຮັບເອົາຂໍ້ແນະນຳ ຈາກອູຣູກວາຍ (ຂໍ້ທີ 22) ທີ່ຂໍໃຫ້ມອບສັດຕະຍາບັນ ຕໍ່ສົນທິ ສັນຍາ ໂດຍບໍ່ມີຂໍ້ແມ້ໃດໆ, ໂດຍຊີ້ແຈງວ່າ ຕົນ “…ຈະໃຫ້ສັດຕະຍາບັນໄດ້ກໍ່ຕໍ່ເມື່ອ ໄດ້ສຶກສາກ່ຽວກັບ ສົນທິສັນຍາ ຢ່າງລະອຽດເສຍກ່ອນ.”

ອິຕາລີ, ບຣາຊິລ, ເຢຍລະມັນ ແລະຝຣັ່ງ (ຂໍ້ທີ 23-26) ກໍ່ໄດ້ແນະນຳໃຫ້ມອບສັດຕະຍາບັນຕໍ່ສົນທິສັນຍາ, ໄປພ້ອມໆກັບການສືບສວນກໍລະນີທີ່ກ່ຽວຂ້ອງຢ່າງເປັນກາງ ແລະລະອຽດຖີ່ຖ້ວນ.

ຂໍ້ແນະນຳເຫຼົ່ານີ້ ກໍ່ບໍ່ໄດ້ຖືກຮັບເອົາ ຍ້ອນວ່າ “ກໍລະນີທີ່ຖືກກ່າວຫານັ້ນ ໄດ້ຮັບການສືບສວນໂດຍເຈົ້າໜ້າທີ່ ກ່ຽວຂ້ອງແລ້ວ ແລະເຫັນວ່າຂໍ້ກ່າວຫາດັ່ງກ່າວບໍ່ແມ່ນຄວາມຈິງ.”

ICPPED ມີທັງໝົດ 18 ໜ້າ, 7,234 ຄໍາ. ເວລາ 5 ປີ ນັ້ນເຫຼືອເຟືອສຳລັບການສຶກສາຢ່າງລະອຽດ, ໂດຍສະ ເພາະ ເມື່ອໄດ້ລົງນາມໄປກ່ອນໜ້າແລ້ວ.

ນອກນັ້ນ, ຖ້າພົບວ່າການກ່າວຫາທັງໝົດທີ່ກ່ຽວຂ້ອງກັບອາຊະຍາກຳເປັນເລື່ອງ ບໍ່ເປັນຄວາມຈິງ, ຍ້ອນ ຫຍັງ ຈຶ່ງເປັນໄປບໍ່ໄດ້ທີ່ຈະໃຫ້ສັດຕະຍາບັນຕໍ່ສົນທິສັນຍາໂດຍບໍ່ມີຂໍ້ແມ້?

ສົມບັດ ສົມພອນ

ໃນຂໍ້ແນະນຳຈາກເຢຍລະມັນ, ລັກຊຳເບີກ, ໂປແລນ, ປໍຕຸເກດ, ສວີເດັນ, ສວິດເຊີແລນ, ອັງກິດ, ອອສເຕຣເລຍ, ການາດາ, ແລະຟິນແລນ (ຂໍ້ທີ 25, 94-101, 151) ໄດ້ສະເພາະເຈາະຈົງຮຽກຮ້ອງໃຫ້ລົງມື ສືບສວນທັນທີ ໂດຍນຳໃຊ້ທີມງານເອກະລາດ ຕໍ່ກໍລະນີການຫາຍສາບສູນຂອງ ສົມບັດ ສົມພອນ.

ຂໍ້ແນະນຳບາງອັນແມ່ນໄດ້ຖືກຮັບເອົາ, ແຕ່ບາງອັນກໍ່ບໍ່ຖືກຮັບ ຍ້ອນວ່າ “…ມີບາງສ່ວນນໍາໃຊ້ພາສາ ຫຼືສຳ ນວນ ທີ່ຍັງບໍ່ສະແດງເຖິງຄວາມເປັນຈິງໃນ ສປປ ລາວ.” Continue reading “ຄຳຊີ້ແຈງຕໍ່ UPR: ເຫດຜົນເກົ່າ ເວົ້າໃໝ່ ຍັງຟັງຂັດໆ”