ບໍ່ໜ້າແປກໃຈທີ່ລາວ ພາດໂອກາດນັ່ງຕັ່ງຂ້າຫຼວງໃຫຍ່ສະຫະປະຊາຊາດດ້ານສິທິມະນຸດ

ວິທະຍຸເອເຊຍເສຣີ: 29 ຕຸລາ 2015 (ສະບັບແປບໍ່ເປັນທາງການ)

SB-Magsaysay-08
A 2005 photo of Sombath Somphone in the Philippines.

ຄວາມພະຍາຍາມທີ່ລົ້ມເຫຼວ ຂອງປະເທດລາວ ທີ່ຈະຊະນະຕຳແໜ່ງສະມາຊິກສະພາຂ້າຫຼວງໃຫຍ່ ສະຫະປະຊາຊາດດ້ານສິທິມະນຸດ ຖືເປັນເລື່ອງທີ່ໜ້າໂລ່ງໃຈສຳລັບກຸ່ມຜູ້ນຳດ້ານສິທິມະນຸດລາວ ເມື່ອໄດ້ເຫັນຜົນການລົງຄະແນນສຽງແບບປິດລັບ ທີ່ນິວຢອກ ໃນວັນພະຫັດ. ກຸ່ມດັ່ງກ່າວ ໄດ້ຮຽກ ຮ້ອງໃຫ້ລັດຖະບານກອມມູນິສຕ໌ ປະຕິບັດຕາມສົນທິສັນຍາວ່າດ້ວຍສິດ ຂອງອົງການສະຫະ ປະຊາຊາດ ກ່ອນທີ່ຈະພະຍາຍາມເຂົ້າຮ່ວມຄະນະຂ້າຫຼວງໃຫຍ່.

ຜົນການລົງຄະແນນສຽງແບບປິດລັບ ໂດຍສະພານິຕິບັນຍັດຂອງອົງການສະຫະປະຊາຊາດ ໃນ ວັນພຸດ ເຫັນວ່າລາວພາດໂອກາດຖືຕຳແໜ່ງໜຶ່ງໃນຫ້າຂອງຕາງໜ້າພາກພື້ນອາຊີ-ປາຊີຟິກ ໃນ ສະພາຂ້າຫຼວງໃຫຍ່, ໂດຍປະເທດທີ່ໄດ້ຕຳແໜ່ງລວມມີ ກຽກກິສຖານ, ມົງໂກເລຍ, ຟີລິປິນ, ເກົາຫຼີໃຕ້, ແລະສະຫະລັດອາຣັບ ເອມິເຣດ.

ກຸ່ມເຄື່ອນໄຫວດ້ານສິທິມະນຸດລາວໃນປາຣີສ ບອກວິທະຍຸເອເຊຍເສຣີລາວວ່າ ຄົງຈະ “ໂຊກຮ້າຍທີ່ ສຸດ” ຖ້າຕ້ອງເຫັນລັດຖະບານຜະເດັດການພັກດຽວໃນວຽງຈັນ ເຂົ້າຮ່ວມເປັນໜຶ່ງໃນ 47 ສະມາຊິກ ສະພາຂ້າຫຼວງໃຫຍ່.

“ກຸ່ມເຄື່ອນໄຫວດ້ານສິທິມະນຸດລາວ ເຊື່ອວ່າການລ່ວງລະເມີດສິດຂອງພົນລະເມືອງລາວຢ່າງບໍ່ມີ ສິ້ນສຸດ ແລະບໍ່ມີຄວາມລະອາຍ ຂອງລັດຖະບານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໄດ້ສືບຕໍ່ມາຫຼາຍປີແລ້ວ, ຈິ່ງບໍ່ເປັນສິ່ງດຶງດູດຄະແນນສຽງຈາກປະເທດສະມາຊິກ (ສະຫະປະຊາ ຊາດ),” ວະນິດາ ເທບສຸວັນ, ປະທານກຸ່ມກ່າວ. Continue reading “ບໍ່ໜ້າແປກໃຈທີ່ລາວ ພາດໂອກາດນັ່ງຕັ່ງຂ້າຫຼວງໃຫຍ່ສະຫະປະຊາຊາດດ້ານສິທິມະນຸດ”

ລາວບໍ່ເໝາະເປັນເຈົ້າພາບ APF

ວິທະຍຸເອເຊຍເສຣີ: 24 ກັນຍາ 2015

ສ່ວນນຶ່ງ ໃນພິທີ ກອງປະຊຸມ ພາກ ປະຊາຊົນອາຊຽນ 2015 ທີ່ ປະເທດມະເລເຊັຽ Courtesy of:Aseanpeople.org
ສ່ວນນຶ່ງ ໃນພິທີ ກອງປະຊຸມ ພາກ ປະຊາຊົນອາຊຽນ 2015 ທີ່ ປະເທດມະເລເຊັຽ Courtesy of:Aseanpeople.org

ເຄື່ອຂ່າຍ ອົງການ ຈັດຕັ້ງ ທາງສັງຄົມ ຂອງ ອາຊຽນ ແລະ ອົງການ ຈັດຕັ້ງ ສາກົນ, ທີ່ເຮັດວຽກ ຢູ່ໃນ ປະເທດ ສະມາຊິກ ອາຊຽນ ທັງໝົດ 30 ອົງການ ໄດ້ ສົ່ງ ຈົດໝາຍ ຈົດໝາຍ ເຖິງ ຄນະກັມມະການ ຈັດ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ຢູ່ ກຸງ ກູລາລັມເປີ້ ປະເທດ ມາເລເຊັຽ, ເພື່ອ ສະແດງ ຄວາມ ເປັນຫ່ວງ ກ່ຽວກັບ ບັນຫາ ສິດທິ ມະນຸດ ຢູ່ ໃນລາວ ແລະ ບໍ່ເຫັນດີ ໃຫ້ຈັດ ກອງປະຊຸມ ພາກ ປະຊາຊົນ ຢູ່ໃນ ລາວ ປີ 2016.

ເຫດຜົນ ທີ່ ບໍ່ເຫັນດີ ຈັດຢູ່ ປະເທດ ລາວ ກໍຄື: ກຸ່ມ ອົງການ ຈັດຕັ້ງ ທາງສັງຄົມ ຂອງ ລາວ ນໍາໂດຍ ທ່ານ ໄມດົມ ຈັນທະນະສິນ ບໍ່ເຫັນດີ ໃຫ້ ເອົາ ຫົວຂໍ້ ຂອງ ກຸ່ມ ຮັກ ຮ່ວມເພດ, ຄົນ ພື້ນເມືອງ ແລະ ການສ້າງ ເຂື່ອນ, ຣະບົບ ການເມືອງ ຫຼາຍພັກ ແລະ ປະຊາທິປະໄຕ ແລະ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ໃນລາວ ເຂົ້າໄປ ສົນທະນາ ໃນ ກອງ ປະຊຸມ.

ນອກຈາກ ນີ້ ເຄື່ອຂ່າຍ ອົງການ ຈັດຕັ້ງ ທາງ ສັງຄົມ ຍັງມີຄວາມ ເປັນຫ່ວງວ່າ, ຖ້າ ມີການຈັດ ກອງປະຊຸມ ພາກ ປະຊາຊົນ ຢູ່ ປະເທດ ລາວໃນປີ 2016, ຕົວແທນ ອົງການ ຈັດຕັ້ງ ທາງສັງຄົມ ຂອງລາວ ທີ່ ເຂົ້າຮ່ວມ ຈະບໍ່ ປອດໄພ ໃນ ກໍຣະນີ ທີ່ ເຂົາເຈົ້າ ເວົ້າ ໃນສິ່ງທີ່ ຣັຖບານ ລາວ ບໍ່ມັກ, ເປັນຕົ້ນ ວ່າ ຜົນກະທົບ ຈາກການ ສ້າງ ເຂື່ອນ, ການ ສຳປະທານ ທີ່ດິນ ທີ່ ສົ່ງຜົນ ກະທົບ ຕໍ່ທີ່ດິນ ປະຊາຊົນ, ແລະ ເຣື້ອງ ທ່ານ ສົມບັດ ສົມພອນ.

ເຄືອຂ່າຍ ການຈັດຕັ້ງ ທາງສັງຄົມ ອາຊຽນ ວ່າ ມັນເປັນໄປ ບໍ່ໄດ້ ທີ່ ຈະຈັດ ກອງປະຊຸມ ພາກ ປະຊາຊົນ ຢູ່ ສປປລາວ ໂດຍ ທີ່ຜູ້ ເຂົ້າຮ່ວມ ບໍ່ສາມາດ ສະແດງ ຄວາມຄິດ ຄວາມເຫັນ ໄດ້ ຢ່າງ ເສຣີ ແລະ ບໍ່ມີການ ແຊກແຊງ ຂອງ ຣັຖບານ.

ເຄືອຂ່າຍ ການຈັດຕັ້ງ ທາງ ສັງຄົມ ອາຊຽນ ວ່າ ປະສົບການ ໃນກອງ ປະຊຸມ ພາກ ປະຊາຊົນ ເອເຊັຽ-ຢູໂຣບ ຄັ້ງທີ 9 (AEPF9) ທີ່ ຈັດຂຶ້ນ ຢູ່ ນະຄອນຫຼວງ ວຽງຈັນ ໃນເດືອນ ຕຸລາ ປີ 2012 ຊຶ່ງ ມີການນໍາ ເອົາ ບັນຫາ ຫລາຍບັນຫາ ທີ່ ຣັຖບານ ບໍ່ມັກ ຂຶ້ນມາເວົ້າ ແລ້ວ ຕໍ່ມາ ໃນເດືອນ ທັນວາ ປີ ດຽວກັນ ທ່ານ ສົມບັດ ສົມພອນ ໃນຖານະ ທີ່ ເປັນຜູ້ນຶ່ງ ຢູ່ໃນ ຄນະຈັດ ກອງ ປະຊຸມ ກໍຖືກ ລັກພາຕົວ ແລະ ກໍບໍ່ເຫັນ ຮ່ອງຮອຍ ຂອງ ທ່ານ ຈົນມາເຖິງ ປັດຈຸບັນ.

APF ຄວນເປັນສຽງປະຊາຊົນ ໂດຍແທ້

ວິທະຍຸເອເຊຍເສຣີ: 15 ກັນຍາ 2015

Phil Robertson-RFA
ທ່ານ Phil Robertson ຮອງ ຫົວໜ້າ ອົງການ ສິດທິມະນຸດ ປະຈຳເຂດ ເອເຊັຽ RFA

ທ່ານ Phil Robertson ຮອງ ຜູ້ ອຳນວຍການ ອົງກອນ ສິ້ງຊອມ ສິດທິ ມະນຸດ ຫຼື Human Rights Watch ພາກພື້ນ ເອເຊັຽ, ກ່າວຕໍ່ ເອເຊັຽ ເສຣີ ເຖິງ ຄວາມຄືບໜ້າ ຂອງ ການຕຣຽມ ຈັດ ກອງປະຊຸມ ພາກ ປະຊາສັງຄົມ ອາຊຽນ ຫຼື APF ໃນ ປີ 2016 ນີ້ວ່າ, ຄນະ ກັມມະການ ເອພີເອັຟ ຈາກ ມາເລເຊັຽ, ຈະ ເດີນທາງ ໄປຫາລື ກັບ ເຈົ້າໜ້າທີ່ ກະຊວງ ການ ຕ່າງປະເທດ ສປປ ລາວ, ໃນ ເດືອນ ຕຸລາ ຈະມາເຖິງ ນີ້, ເພື່ອ ປະເມີນ ມາຕການ ໃນ ຄວາມປອດໄພ ຂອງ ຜູ້ເຂົ້າຮ່ວມ ກອງປະຊຸມ. ດັງ ທ່ານ ກ່າວວ່າ:

“ຄນະ ກັມມະການ ເອພີເອັຟ ຢູ່ ມາເລເຊັຽ, ເຂົາຄິດວ່າ ຍັງຄຸຍກັນ ໄດ້ ກັບ ຣັຖບານ ລາວ, ວ່າ ຈະປະນີ ປະນອມ ໄດ້ບໍ່ ຈະຈັດການ ຄວາມປອດໄພ ໃຫ້ ຄົນລາວ ທີ່ ໄປຮ່ວມ ປະຊຸມ ໄດ້ບໍ່, ຄິດວ່າ ຄນະ ກັມມະການ ຊິ ໄປ ລາວ ເດືອນ ຕຸລາ, ແລະ ພາຍຫຼັງ ກັບ ຈາກ ສປປ ລາວ, ກໍຄວນ ຈັດ ປະຊຸມ ຮ່ວມກັບ ຫຼາຍຝ່າຍ, ເພື່ອ ປຶກສາ ຫາລື ກັນວ່າ ຈະ ເຮັດຫຍັງ”.

ທ່ານ Phil Robertson ຢືນຢັນ ວ່າ, ໃນ ທັສນະ ສ່ວນຕົວ ຂອງ ທ່ານແລ້ວ, ທ່ານວ່າ ບໍ່ຄວນຈັດ ກອງປະຊຸມ ພາກ ປະຊາສັງຄົມ ຢູ່ ສປປ ລາວ ເພາະວ່າ ລາວ ຍັງ ມີປັນຫາ ການຣະເມີດ ສິດທິ ມະນຸດ ຢ່າງ ຮ້າຍແຮງ:

“ຕອນນີ້ ບໍ່ຄວນຈັດ ຢູ່ ທີ່ ລາວ, ຄືວ່າ ມັນ ບໍ່ປອດໄພ ສຳລັບ ປະຊາຊົນ ລາວ, ບໍ່ມີການ ຮັບຮອງ ວ່າ ຈະມີ ຄວາມເປັນ ອິສຣະ ໃນການ ເວົ້າ ທຸກ ປະເດັນ, ທຸກຢ່າງ ທີ່ ປະຊາສັງຄົມ ລາວ ປະຊາສັງຄົມ ອາຊຽນ ຢາກ ເວົ້າ ຄິດວ່າ ຄວນ ຈັດຢູ່ທີ່ ອື່ນ, ແຖວ ຂອນແກ່ນ ຫຼື ໜອງຄາຍ. ຣັຖບານ ລາວ ການຈັດການ ບໍ່ດີ, ອອກມາພູດ ແຕ່ວ່າ ເຂົາຈະເປັນ ເຈົ້າພາບ ທີ່ດີ, ແຕ່ກໍບໍ່ໄດ້ ຈັດຫຍັງ ບໍ່ໄດ້ ເປິດໃຈກວ້າງ, ປະຊາສັງຄົມ ອາຊຽນ ເຂົາ ມີສິດ ທີ່ຈະພູດ. ເວົ້າກັນ ໂດຍຕົງ ກໍເປັນ ຣັຖບານ ຜະເດັດການ, ຣະເມິດ ສິດທິ ມະນຸດ ແບບ ຮ້າຍແຮງ, ຄິດວ່າ ລາວ ກໍເລີຍ ຕົກຕ່ຳ, ເປັນ ປະເທດ ທີ່ ເກືອບ ແຢ້ ທີ່ສຸດ, ຖ້າຈະເວົ້າ ເຣື້ອງ ສິດທິ ມະນຸດ ໃນ ອາຊຽນ”.

ຕໍ່ ຄຳຖາມ ທີ່ວ່າ ປະຊາຊົນ ລາວ ກໍມີ ສ່ວນຮ່ວມ ໃນການ ເຄື່ອນໄຫວ ພາກ ສັງຄົມ ຫລື ບໍ່ ນັ້ນ, ທ່ານ Phil Robertson ຕອບວ່າ, ທ່ານ ກໍເຊື່ອວ່າ ຄົນລາວ ຕ້ອງການ ມີ ສ່ວນຮ່ວມ ແຕ່ຢ້ານ ຄວາມ ບໍ່ປອດພັຍ, ດັ່ງ ເຊັ່ນ ກໍຣະນີ  ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ທີ່ ຖືກ ບັງຄັບ ໃຫ້ ຫາຍສາບສູນ ໄປ ເປັນ ເວລາ ເກືອບ 3 ປີ ແລ້ວ.

ທາງການລາວບໍ່ສົນໃຈເຣື້ອງ ທ.ສົມບັດ

ວິທະຍຸເອເຊຍເສຣີ: 13 ກັນຍາ 2015

FCCT-15-09-11
ກອງປະຊຸມ ກ່ຽວກັບ ທ່ານ ສົມບັດ ສົມພອນ ໃນຫົວຂໍ້ທີ່ວ່າ ”1000 ມື້ ທີ່ບໍ່ມີ ຄວາມຍຸທຕິທັມ” ຈັດຂຶ້ນຢູ່ ບາງກອກ ປະເທດໄທ RFA

ໃນ ກອງປະຊຸມ ກ່ຽວກັບ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ, ໃນ ຫົວຂໍ້ ທີ່ວ່າ ”1000 ມື້ ທີ່ ບໍ່ມີຄວາມ ຍຸທຕິທັມ” ທີ່ ຈັດຂຶ້ນ ຢູ່ ບາງກອກ ປະເທດ ໄທ, ໂດຍ ສະຫະພັນ ສິດທິ ມະນຸດ ສາກົນ ແລະ ສົມບັດ Initiative, ໃນ ວັນທີ 11 ກັນຍາ ປີ 2015 ຣະບຸ ວ່າ.

ທາງການ ລາວ ຍັງບໍ່ມີ ຄວາມ ຄືບຫນ້າ ກ່ຽວກັບ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ໃຫ້ ພັລຍາ ແລະ ຄອບຄົວ ຂອງ ທ່ານ ຮູ້ ແລະ ບໍ່ມີ ແນວທາງ ການສືບສວນ ຫາ ບຸກຄົນ ຫາຍສາບສູນ ເປັນໄປ ຕາມ ກົດໝາຍ ສາກົນ.

ທ່ານ Kingsley Abbott ທີ່ ປຶກສາ ກົດໝາຍ ຣະຫວ່າງ ປະເທດ ຈາກ ຄນະ ກັມມະການ ນິຕິສານ ສາກົນ ກ່າວວ່າ, ຣັຖບານ ລາວ ຕ້ອງ ສືບສວນ ຄະດີ ດັ່ງກ່າວ ໂດຍໄວ ແລະ ຍຸທຕິທັມ, ແລະ ໃຫ້ ແຈ້ງ ຄວາມຄືບຫນ້າ ຂອງການ ສືບສວນ ຕໍ່ ຄອບຄົວ ຂອງ ທ່ານ ສົມບັດ. ທີ່ ຜ່ານມາ ຣັຖບານ ລາວ ຍັງບໍ່ໄດ້ ເຮັດ ຫນ້າທີ່ ນີ້ ຢ່າງ ເຕັມທີ່ ແລະ ເວົ້າວ່າ ກໍຣະນີ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ, ບໍ່ຄວນ ມີດງຽບ ຈາກ ສັງຄົມ.ດັ່ງທ່ານ ກ່າວວ່າ:

“ໃຫ້ ສືບສວນ ແລະ ຕິດຕາມ ຄະດີ ດັ່ງກ່າວ, ໃຫ້ ສື່ມວນຊົນ ແລະ ນານາຊາດ ຮູ້ວ່າ ການ ບີບບັງຄັບ ການ ຫາຍສາບສູນ ຍັງບໍ່ຖືກ ຫລົງລືມ ແລະ ໃຫ້ ທາງການ ລາວ ກັບມາ ສືບສວນ ຄະດີ ນີ້ ອີກໃຫມ່”. Continue reading “ທາງການລາວບໍ່ສົນໃຈເຣື້ອງ ທ.ສົມບັດ”

ລາວ ບັນຫາການຫາຍສາບສູນ

ວິທະຍຸເອເຊຍເສຣີ: 02 ກັນຍາ 2015

UPR Recommendation-Sweden
ຣັຖບານສປປລາວ ລົງນາມ ໃນສົນທິສັນຍາ ວ່າດ້ວຍ ການປົກປ້ອງ ທຸກຄົນ ຈາກການບັງຄັບ ໃຫ້ຫາຍສາບສູນ ມາໄດ້ 7 ປີແລ້ວ, ແຕ່ເປັນຫຍັງ ຈຶ່ງຍັງບໍ່ມີການ ໃຫ້ສັຕຕະຍາບັນ. Sombath.org

ທາງການ ລາວ ຍັງບໍ່ ສືບສວນ ສອບສວນ ຫາ ຜູ້ ຖຶກບັງຄັບ ໃຫ້ ຫາຍສາບສູນ ຢ່າງແທ້ຈິງ, ເຮັດໄປ ພໍແຕ່ເປັນ ຮູບການ, ຊຶ່ງຫຼາຍຄົນ ເວົ້າວ່າ ຜູ້ທີ່ ຖຶກບັງຄັບ ໃຫ້ ຫາຍສາບສູນ ນັ້ນ ຕົ້ນຕໍ ກໍ ເປັນສີມື ຂອງ ອຳນາດ ການປົກຄອງ ລາວ ນັ້ນເອງ. ເຖິງແມ່ນວ່າ ຣັຖບາລ ລາວ ໄດ້ ລົງນາມ ໃນ ສົນທິ ສັນຍາ ວ່າດ້ວຍ ການປົກປ້ອງ ທຸກຄົນ ຈາກ ການບັງຄັບ ໃຫ້ ຫາຍສາບສູນມາ ໄດ້ 7 ປີ, ຫລືວ່າ ເປັນ ຍ້ອນຫຍັງ ຈຶ່ງ ບໍ່ທັນໃຫ້ ສັຕຍາບັນ ໃນ ສົນທິ ສັນຍາ ນັ້ນ.

ແລະວ່າ ບຸກຄົນໃດ ທີ່ ຖືກ ຜູ້ນຳ ພັກ ປະຊາຊົນ ປະຕິວັດ ລາວ ຕີຣາຄາ ວ່າ, ບໍ່ ປະຕິບັດ ຕາມ ແນວທາງ ນະໂຍບາຍ, ຕາມ ແຜນພັທນາ ແລະ ການຈັດຕັ້ງ, ຊີ້ນຳ ນຳພາ ຂອງ ພັກ ກໍ ຖຶກບັງຄັບ ໃຫ້ຫາຍສາບ ສູນ, ເຊັ່ນ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ດີເດັ່ນ ຂອງລາວ ເມື່ອ ວັນທີ 15 ທັນວາ 2012, ແລະ ທ່ານ ສົມພອນ ຂັນຕິສຸກ ເຈົ້າຂອງ ບ້ານພັກ ສຳລັບ ນັກ ທ່ອງທ່ຽວ ທັມຊາດ ຜູ້ ທີ່ກ້າປາກ ກ້າເວົ້າ ກ້າຕຳນິ ຕິຕຽນ ໂຄງການ ກະສິກັມ, ທີ່ ຈີນ ໃຫ້ການ ສນັບສນູນ ຊຶ່ງ ເຮັດໃຫ້ ສິ່ງແວດລ້ອມ ຢູ່ ແຂວງ ຫຼວງນໍ້າທາ ຖືກ ທຳລາຍ, ເມື່ອ ເດືອນ ມົກກະຣາ 2007.

ນອກຈາກ ນັ້ນ ກໍຮວມທັງ ພົລເມືອງ ອະເມຣິກັນ 2 ຄົນ ແລະ ຄົນລາວ ຢູ່ ສະຫະຣັຖ ອະເມຣິກາ ຄົນນຶ່ງ ກໍຖືກ ຫາຍສາບສູນ ທີ່ ແຂວງ ສວັນນະເຂດ ເມື່ອ ຕົ້ນເດືອນ ມົກກະຣາ 2013. ໝາຍຄວາມ ວ່າ ການ ບັງຄັບ ຜູ້ຄົນ ໃຫ້ ຫາຍສາບສູນ ຢູ່ ປະເທສ ລາວ ມີມາ ຕັ້ງແຕ່ ກ່ອນ ແລະ ຫລັງທີ່ ຣັຖບານ ລາວ ໄດ້ ລົງນາມ ໃນ ສົນທິ ສັນຍາ ວ່າດ້ວຍ ການປົກປ້ອງ ທຸກຄົນ ຈາກ ການບັງຄັບ ໃຫ້ ຫາຍສາບສູນ ຫລື ICPPED ເມື່ອ 7 ປີ ກ່ອນ. Continue reading “ລາວ ບັນຫາການຫາຍສາບສູນ”

ພັກ-ຣັຖວາງເສີຍເຣື້ອງ ທ.ສົມບັດ

ວິທະຍຸເອເຊຍເສຣີ: 27 ສິງຫາ 2015

Kerala
ຊາວໂລກຍັງບໍ່ລືມ ທ.ສົມບັດ

ໃນ ຣະຫວ່າງ ທີ່ ປະຊາຄົມ ສາກົນ ຕຣຽມ ສລອງວັນ ຜູ້ຖືກ ຫາຍສາບສູນ ສາກົນ, International Day of the disappeared ວັນທີ 30 ສິງຫາ ປີ 2015 ນີ້, ຮອງ ຜູ້ ອໍານວຍການ ອົງການ ສິ້ງຊອມ ສິດທິມະນຸດ HRW ເຂດ ເອເຊັຽ, ທ່ານ Phil Robertson ໄດ້ ກ່າວເຖິງ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ, ນັກ ພັທນາ ຊຸມຊົນລາວ ທີ່ ດີເດັ່ນ ວ່າ, ຣັຖບານລາວ ຍັງບໍ່ຕອບ ຄຳຖາມ ຂອງ ປະຊາຄົມ ສາກົນ:

“ກໍຄິດວ່າ ຣັຖບານລາວ ຕອນນີ້ ກໍມີບັນຫາ ວ່າ, ບໍ່ຢາກ ອອກມາ ເວົ້າວ່າ ທ່ານ ສົມບັດ ສົມພອນ ຢູ່ໃສ. ປະຊາຄົມ ໂລກ ກໍເລີຍ ສົນໃຈ ຢາກຮູ້ວ່າ ທ່ານ ສົມບັດ ຢູ່ໃສ, ເພາະວ່າ ທ່ານ ສົມບັດ ເປັນຄົນ ຢູ່ໃນຫົວໃຈ ຂອງ ຄົນລາວ ເຮັດງານ ພັທນາ ທີ່ດີ, ແລະ ກໍເປັນຄົນ ນັບຖື ຊຸມຊົນ ແລະ ກໍນັບຖື ປະຊາຊົນ ລາວ ຊຶ່ງ ຣັຖບານ ລາວ ກໍຕ້ອງມີ ຄຳຕອບ ໃຫ້ ຍາຕ ພີ່ນອງ ຂອງ ທ່ານ ສົມບັດ, ແລະ ກໍ ຣັຖບານ ທັງຫລາຍ ແລະ ສະຫະ ປະຊາຊາຕ ວ່າ ທ່ານ ສົມບັດ ຢູ່ໃສ”.

ຖ້ອຍຖແລງ ຂອງ ທ່ານ Robertson ມີ ຕໍ່ໄປ ອີກວ່າ: “ປະຊາຊົນ ລາວ ໃນທົ່ວ ປະເທດ ຄວນໃຊ້ ວັນ ສາກົນ ຂອງ ຜູ້ຖືກ ຫາຍສາບສູນ, ເພື່ອ ຂໍໃຫ້ ຣັຖບານລາວ ເປີດເຜີຍ ສິ່ງທີ່ ຣັຖບານ ໄດ້ ເຮັດຫຍັງ ຕໍ່ ທ່ານ ສົມບັດ. ແຕ່ກໍເປັນ ທີ່ ແນ່ນອນ ແລ້ວວ່າ ເຂົາເຈົ້າ ມີຄວາມ ຢ້ານ ກົວຣັຖບານ, ຍ້ອນວ່າ ຖ້າ ຂໍໃຫ້ ຣັຖບານ ເຮັດແນວນີ້ ກໍ ເທົ່າກັບວ່າ ຂໍຮັບເອົາ ໂທດ ຫລື ສິ່ງ ທີ່ ຊົ່ວຮ້າຍ ກ່ວານີ້. ທ່ານວ່າ ບັນດາ ຜູ້ນຳ ໃນ ນະຄອນ ຫຼວງວຽງຈັນ ສືບຕໍ່ ດຳເນີນການ ຂົ່ມຂູ່, ເພື່ອ ປິດປາກ ຜູ້ໃດ ກໍດີ ທີ່ ຮູ້ຈັກວ່າ ສົມບັດ ສົມພອນ ຢູ່ໃສ. ສິ່ງ ທີ່ ໜ້າເສົ້າໃຈ ແມ່ນການ ບັງຄັບ ທ່ານ ສົມບັດ ໃຫ້ ຫາຍສາບສູນ ໄປ ແລ້ວ ປົກປິດ ຄວາມຈິງ ດ້ວຍການ ຕົວະນັ້ນ, ສະແດງອອກ ເຖິງຄວາມ ບໍ່ ເຄົາຣົບ ນັບຖື ຕໍ່ ວິທີການ ມີສ່ວນຮ່ວມ ຂອງ ປະຊາຊົນ ຊຶ່ງ ທ່ານ ສົມບັດ ເຊື່ອວ່າ ຊຸມຊົນ ໃນລາວ ຄວນ ເປັນຈັ່ງຊີ້. ການ ໂຄສະນາ  ປຸກຣະດົມ ຂອງ ຣັຖບານ ໃຫ້ຜູ້ຄົນ ມີຄວາມ ຢ້ານກົວ, ໄດ້ບັ່ນທອນ ກິຈກັມ ຂອງການ ຈັດຕັ້ງ ພາກສັງຄົມ ລົງ, ຊຶ່ງ ທ່ານ ສົມບັດ ຕັ້ງຄວາມຫວັງ ເອົາໄວ້ວ່າ ມັນຈະຊ່ວຍ ພັທນາ ແລະ ສ້າງສາ ລາວ ດ້ວຍ ທ່າແຮງ ທີ່ ເຕັມສ່ວນ.

ເປັນໜ້າ ອັບອາຍ ທີ່ ຄວາມ ບໍ່ປອດພັຍ ຂອງບັນດາ ຜູ້ນຳ ພັກ ປະຊາຊົນ ປະຕິວັດ ລາວ ເຮັດ ໃຫ້ຜູ້ຄົນ ເຊື່ອວ່າ ກິຈກັມ ຂອງ ທ່ານ ສົມບັດ ເປັນການ ນາບຂູ່ ຕໍ່ ໂຕ ທ່ານເອງ ໃນເວລາ ທີ່ ທ່ານ ຕ້ອງການ ເຮັດ ຕ້ອງການ ທຳ ນັ້ນ, ແມ່ນ ຢາກໃຫ້ ທຸກຄົນ ສາມາດ ມີສ່ວນຮ່ວມ ແລະ ປະກອບ ສ່ວນ ເພື່ອ ປັບປຸງ ຊີວິດການ ເປັນຢູ່ ດ້ວຍການ ພັທນາ.

ນັ້ນ ຄືຄໍາເວົ້າ ຂອງ ທ່ານ  Phil Robertson ຮອງ ຜູ້ ອຳນວຍການ ອົງການ ສິ້ງຊອມ ສິດທິມະນຸດ ເຂດ ເອເຊັຽ.

ຣັຖບານລາວກັບບັນຫາ ສິດທິ ມະນຸດ

ວິທະຍຸເອເຊຍເສຣີ: 25 ມິຖຸນາ 2015

Lao Cabinet Building
ຫ້ອງວ່າການຣັຖບານ ສປປ ລາວ

ທ່ານ Andrea Giorgetta ຜູ້ ອຳນວຍການ ສະຫະພັນ ເພື່ອ ສິດທິ ມະນຸດ ສາກົນ FIDH ທີ່ ບາງກອກ ໄດ້ ໃຫ້ ສັມພາດ ກັບ ເອເຊັຽ ເສຣີ ໃນ ວັນທີ 24 ມິຖຸນາ ນີ້ວ່າ, ມັນເປັນ ການຍາກ ທີ່ ສປປລາວ ຈະ ໄປ ເລືອກຕັ້ງ ເປັນ ສະມາຊິກ ສະພາ ສິດທິ ມະນຸດ ສະຫະ ປະຊາຊາຕ, ຖ້າຫາກ ວ່າ ລາວ ບໍ່ ແກ້ໄຂ ບັນຫາ ການ ຣະເມີດ ສິດທິ ມະນຸດ ໃນລາວ ຢ່າງ ຮີບດ່ວນ:

“ເຫັນວ່າ ມັນ ເປັນ ການຍາກ ຫລາຍ ທີ່ ລາວ ຈະຖືກ ເລືອກຕັ້ງ ເປັນ ສະມາຊິກ ສະພາ ສິດທິ ມະນຸດ ສະຫະ ປະຊາຊາຕ, ຖ້າຫາກ ວ່າ ລາວ ບໍ໋ເອົາ ມາຕການ ຢ່າງ ຮີບດ່ວນ ເຣື້ອງ ການ ເຄົາຣົບ ສິດທິ ມະນຸດ ນັບແຕ່ ບັນຫາ ການ ບັງຄັບ ໃຫ້ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ, ນັກ ພັທນາ ຊຸມຊົນ ໃນລາວ, ແລະ ບັນຫາ ຫລັກໆ ຫລາຍ ບັນຫາ ເຊັ່ນວ່າ ສິດທິ ໃນການ ປາກເວົ້າ ການໂຮມ ຊຸມນຸມ, ການ ສະແດງ ຄວາມເຫັນ ແລະ ແກ້ໄຂ ບັນຫາ ການ ຍຶດ ເອົາທີ່ດິນ ຂອງ ປະຊາຊົນ ຢ່າງ ແທ້ຈິງ”.

ທ່ານວ່າ ຫລາຍ ປະເທດ ຮ່ວມທັງ ສປປ ລາວ ເອງ ຢາກ ສະມັກ ເລືອກຕັ້ງ ເຂົ້າໄປ ມີ ບ່ອນນັ່ງ ໃນ ສະພາ ສິດທິ ມະນຸດ, ເພື່ອ ມີກຽດ ອັນ ສູງສົ່ງ ໃນ ວົງການ ສາກົນ, ແລະ ເພື່ອ ຢາກ ສະແດງ ຕົນຕໍ່ ປະຊາຄົມ ນາໆຊາຕ ວ່າ, ຕົນ ຈິງຈັງ ກັບ ບັນຫາ ສິດທິ ມະນຸດ ຊຶ່ງ ຄວາມຈິງ ແລ້ວ ບໍ່ໄດ້ ປັບປຸງ ຫລື ແກ້ໄຂ ອັນໃດ ເທົ່າທີ່ ຄວນ:

“ຖ້າຫາກ ວ່າ ລາວ ຖືກ ເລືອກຕັ້ງ ເປັນ ສະມາຊິກ ສະພາ ສິດທິ ມະນຸດ, ມັນ ກໍເປັນ ໜ້າສົນໃຈ ສໍາລັບ ລາວ ທີ່ ຈະມີ ກຽດ ອັນ ສງ່າງາມ, ແຕ່ ໃນຂນະ ດຽວກັນ ລາວ ຈະບໍ່ເອົາ ມາຕການ ແກ້ໄຂ ບັນຫາ ຣະເມີດ ສິດທິ ມະນຸດ ຢ່າງ ຈິງຈັງ, ຊຶ່ງ ທ່ານ ເຄີຍເຫັນ ມາແລ້ວ, ໃນ ກໍຣະນີ ວຽດນາມ ທີ່ ຖືກ ເລືອກຕັ້ງ ເຂົ້າໄປ ເປັນ ສະມາຊິກ ສະພາ ສິດທິ ມະນຸດ ສະຫະ ປະຊາຊາຕ. ໃນ ຄວາມຈິງ ສະພາບ ສິດທິ ມະນຸດ ໃນ ວຽດນາມ ກໍ ບໍ່ໄດ້
ຖືກ ປັບປຸງ ພໍເທົ່າໃດ”.

ທ່ານ ກ່າວ ຕໍ່ໄປວ່າ ໃນ ເວລາ ທີ່ ປະເທດ ໃດນຶ່ງ ທີ່ເຮັດ ຄໍາຮ້ອງ ຂໍສມັກ ຮັບ ເລືອກຕັ້ງ ເປັນ ສະມາຊິກ ສະພາ ສິດທິ ມະນຸດ, ປະເທດ ນັ້ນ ກໍຕ້ອງ ສັນຍາ ວ່າ, ຕົນ ຕ້ອງ ປະຕິບັດ ພັນທະ ໃນ ການ ປັບປຸງ ນັບຖື ສິດທິ ມະນຸດ. ທາງ ຣັຖບານ ສປປ ລາວ ກໍ ພຍາຍາມ ແກ່ຍາວ ບໍ່ ເຊີນເອົາ ຜູ້ ຊ່ຽວຊານ ດ້ານ ສິດທິ ມະນຸດ ເຂົ້າໄປ ສັງເກດ ສະພາບການ ສິດທິ ມະນຸດ ໃນລາວ, ແມ້ແຕ່ ນັກ ຊ່ຽວຊານ ດ້ານ ສິດທິ, ໃນ ການມີ ທີ່ຢູ່ ອາໄສ ຂອງ ຜູ້ ຖືກ ບັງຄັບ ໃຫ້ ໂຍກຍ້າຍ ຖິ່ນຖານ ບ້ານເຮືອນ ອອກຈາກ ເຂດ ໂຄງການ ລົງທຶນ ຂອງ ຣັຖ ແລະ ຕ່າງ ປະເທດ.

ອົງການທາງສັງຄົມໃນລາວຖືກ ຄວບຄຸມ

ວິທະຍຸເອເຊຍເສຣີ: 21 ເມສາ 2015

ອົງການ ຈັດຕັ້ງ ທາງ ສັງຄົມ ຂອງ ລາວ ຍັງ ຖືກ ຄວບຄຸມ ບໍ່ໃຫ້ ເວົ້າ ເຣື້ອງ ສິດທິມະນຸດ ໃນ ກອງ ປະຊຸມ ພາກ ປະຊາຊົນ ຢູ່ ປະເທດ ມາເລເຊັຽ.

ກອງ ປະຊຸມ ພາກ ປະຊາຊົນ ອາຊຽນ ຫລື APF ດຳເນີນ ການ ແຕ່ ວັນທີ 22-24 ເມສາ ທີ່ມີ ຫົວຂໍ້ ຫລັກ ເພື່ອ ສົ່ງເສີມ ສິດທິ ມະນຸດ ແລະ ເວທີ ການ ສະແດງ ຄຳຄິດເຫັນ ຂອງ ປະຊາຊົນ. ອົງການ ຈັດຕັ້ງ ທາງ ສັງຄົມ ຂອງ ລາວ ບໍ່ກ້າ ທີ່ຈະ ນຳເອົາ ບັນຫາ ສິດທິ ມະນຸດ ທີ່ ເກີດຂຶ້ນ ຢູ່ ໃນລາວ ຂຶ້ນໄປ ນຳ ສະເໜີ ຢູ່ ກອງ ປະຊຸມ ເພາະວ່າ ຢ້ານ ບໍ່ມີ ຄວາມ ປອດໄພ ສຳລັບ ຕົນເອງ ຫລັງຈາກ ທີ່ ທ່ານ ສົມບັດ ສົມພອນ ຖືກ ລັກພາຕົວ ໄປ ໃນ ວັນທີ 15 ທັນວາ 2012. ດັ່ງ ເຈົ້າໜ້າທີ່ ອົງການ ຈັດຕັ້ງ ທາງ ສັງຄົມ ຂອງ ລາວ ທ່ານ ນຶ່ງ ຜູ້ ທີ່ບໍ່ ປະສົງ ອອກຊື່ ແລະ ອອກສຽງ ໄດ້ ກ່າວຕໍ່ ນັກຂ່າວ ເອເຊັຽ ເສຣີ ວ່າ:

“ສ່ວນຫລາຍ ຈະເວົ້າ ເຣື້ອງ ບົດບາດ ຍິງຊາຍ ເທົ່ານັ້ນ. ແຕ່ ເຣື້ອງອື່ນ ເປັນ ຕົ້ນວ່າ ການ ຣະເມີດ ສິດທິ ທາງ ດ້ານ ທີ່ດິນ ແລະ ຜົນ ກະທົບ ຈາກ ການ ສ້າງ ເຂື່ອນ, ເຣື້ອງ ທີ່ດິນ ແລະ ການ ບີບບັງຄັບ ໃຫ້ ຫາຍສາບສູນ ເພາະ ເຂົາເຈົ້າ ຢ້ານວ່າ ຕົນເອງ ຊິບໍ່ ປອດໄພ”.

ເຈົ້າໜ້າທີ່ ທ່ານ ນີ້ ກ່າວ ອີກວ່າ ສ່ວນຫລາຍ ແລ້ວ ອົງການ ຈັດຕັ້ງ ທາງ ສັງຄົມ ລາວ ບໍ່ມີໃຜ ຢາກໄປ ຮ່ວມ ກອງ ປະຊຸມ ດັ່ງກ່າວ ແຕ່ວ່າ ກະຊວງ ການ ຕ່າງ ປະເທດ ແລະ ກະຊວງ ພາຍໃນ ຂອງ ລາວ ຣະດົມ ໃຫ້ໄປ. ສະມາຄົມ ຫຼັກໆ ທີ່ ເຮັດວຽກ ເຣື້ອງ ສິດທິ ປະຊາຊົນ ແທ້ໆ ເຂົາເຈົ້າ ກໍບໍ່ໄປ ເພາະ ສະນັ້ນ ກໍເລີຍ ຣະດົມ ສະມາຄົມ ອື່ນໆ ໄປ ແທນ. Continue reading “ອົງການທາງສັງຄົມໃນລາວຖືກ ຄວບຄຸມ”

ທາງການລາວບໍ່ຢາກເວົ້າຊື່ ທ.ສົມບັດ

ວິທະຍຸເອເຊຍເສຣີ: 16 ເມສາ 2015

Ng Shui Meng at the Foreign Correspondents Club of Thailand in Bangkok, Dec. 11, 2023. RFA
ຍານາງ ອຶງ ຊຸຍເມັງ ພັລຍາ ຂອງ ທ່ານສົມບັດ ສົມພອນ. RFA

ອົງການ ຈັດຕັ້ງ ທາງ ສັງຄົມ ຂອງ ລາວ ເສັຽ ຄວາມ ຮູ້ສຶກ ກັບ ຄວາມ ບໍ່ຈິງໃຈ ຂອງ ຣັຖບານ ທີ່ ພຍາຍາມ ຈະເອົາ ເຣື້ອງ ການ ຫາຍສາບສູນ ຂອງ ຜູ້ນຳ ຂອງ ອົງການ ຈັດຕັ້ງ ທາງ ສັງຄົມ ຂອງ ລາວ ອອກ ຈາກ ປະເດັນ ສິດທິ ມະນຸດ ຢູ່ ໃນ ຂົງເຂດ ນີ້, ຊຶ່ງ ຈະມີການ ປຶກສາ ຫາລື ກັນ ຢູ່ ໃນ ກອງ ປະຊຸມ ສຸດຍອດ ຜູ້ນຳ ອາຊຽນ ຢູ່ ປະເທດ ມາເລເຊັຽ ໃນ ເດືອນ ໜ້ານີ້ (ເມສາ).

ເຈົ້າໜ້າທີ່ ໄດ້ ກ່າວວ່າ ມີ ພະນັກງານ ຣັຖກອນ ບຳນານ ທ່ານນຶ່ງ ເຮັດໜ້າທີ່ ເປັນ ຕົວແທນ ຂອງ ຣັຖບານ ຢູ່ ນະຄອນ ຫລວງ ວຽງຈັນ ແລະ ວິ້ງເຕັ້ນ ສະເໜີ ຄນະ ກັມມະການ ຈັດ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ໃຫ້ ລົບ ຊື່ ທ່ານ ສົມບັດ ສົມພອນ ຊຶ່ງ ເປັນ ນັກ ພັທນາ ອາວຸໂສ ລາວ ທີ່ ຖືກ ລັກ ພາຕົວ ໄປ ເປັນ ເວລາ ກວ່າ 2 ປີ ອອກຈາກ ປະເດັນ ສິດທິ ມະນຸດ ແລະ ບັນຫາ ທາງດ້ານ ການ ປົກຄອງ ຢູ່ ໃນ ອາຊຽນ.

ທ່ານ ສົມບັດ ຖືກ ລັກພາຕົວ ໃນ ວັນທີ 15 ທັນວາ 2012 ເມື່ອ ເຈົ້າໜ້າທິ່ ຕຳຣວດ ຢຸດ ຣົດ ຂອງ ທ່ານ ຢູ່ ຕໍ່ໜ້າ ປ້ອມ ຕຳຣວດ ຢູ່ ນະຄອນ ຫລວງ ວຽງຈັນ. ແລ້ວ ຕໍ່ມາ ທ່ານ ກໍຖືກ ພາຕົວ ຂຶ້ນ ຣົດ ອີກ ຄັນນຶ່ງ ໄປ. ອີງຕາມ ຫລັກຖານ ຈາກ ພາບ ວີດີໂອ ຂອງ ເຈົ້າໜ້າທີ່ ຕໍາຣວດ, ແລະ ກໍບໍ່ໄດ້ ເຫັນ ທ່ານ ອີກ ນັບແຕ່ ນັ້ນ ເປັນ ຕົ້ນມາ.

ກຸ່ມ ສິດທິ ມະນຸດ ສົງໄສ ວ່າ ເຈົ້າໜ້າທີ່ ທາງການ ລາວ ຈຳນວນນ ນຶ່ງ ມີສ່ວນ ໃນ ການ ລັກພາຕົວ ທ່ານ ສົມບັດ ຜູ້ທີ່ໄດ້ ຮັບ ຣາງວັນ ແມັກໄຊໄຊ ອາຫວອດ ໃນດ້ານ ການ ພັທນາ ຊຸມຊົນ ຢູ່ ໃນ ເອເຊັຽ ຊຶ່ງ ທຽບເທົ່າ ກັບ ຣາງວັນ ໂນເບວ ໃນຖານະ ທີ່ ທ່ານ ໄດ້ ເຮັດວຽກ ພັທນາ ການ ສຶກສາ. Continue reading “ທາງການລາວບໍ່ຢາກເວົ້າຊື່ ທ.ສົມບັດ”

ອົງການ HRW ຮຽກຮ້ອງໃຫ້ ນາໆ ຊາດ ກົດດັນລາວ ເລື້ອງ ທ່ານສົມບັດ ສົມພອນ

Voice of America: 03 ເມສາ 2015

Lao Embassy-Bangkok-2013-04
ບັນດານັກເຄື່ອນໄຫວ ເພື່ອສິດທິມະນຸດ ຖືປ້າຍລົນນະລົງ ທີ່ຮຽກຮ້ອງໃຫ້ ທາງການລາວນຳເອົາ ທ່ານສົມບັດ ສົມພອນ ກັບຄືນມາຢ່າງປອດໄພ.

ກຸ່ມ​ເຄື່ອນໄຫວດ້ານສິດທິມະນຸດສາກົນ ຮຽກຮ້ອງໃຫ້ນານາຊາດ ເພີ້ມການກົດດັນລັດຖະບານລາວ ຕໍ່ກໍລະນີການຫາຍຕົວໄປຂອງ ທ່ານສົມບັດ ສົມພອນ ນັກພັດທະນາສັງຄົມລາວ ທີ່ດີເດັ່ນຂອງ ອາຊ່ຽນ.

ກຸ່ມເຄື່ອນໄຫວດ້ານສິດທິມະນຸດສາກົນ Human Right Watch ໄດ້ຖະແຫລງການຮຽກຮ້ອງ ຕໍ່ນານາຊາດເພື່ອຂໍໃຫ້ເພີ້ມການກົດ ດັນລັດຖະບານລາວຕໍ່ກໍລະນີການຫາຍຕົວໄປ ຂອງທ່ານສົມບັດ ສົມພອນ ນັກພັດທະນາ ສັງຄົມລາວ ທີ່ດີເດັ່ນ ຂອງອາຊ່ຽນ ໃນໂອກາດທີ່ລັດຖະບານອອສເຕຣເລຍ ໄດ້ເປັນເຈົ້າພາບ ຈັດການພົບປະເຈລະຈາ ວ່າດ້ວຍ ສະພາບ ການດ້ານສິດທິມະນຸດ ຄັ້ງທີ 4 ຮ່ວມກັບຄະນະ ຜູ້ຕາງໜ້າ ຂອງລັດຖະບານລາວ ເມື່ອບໍ່ນານມານີ້ ຢູ່ນະຄອນຫລວງ Canberra ປະເທດ ອອສເຕຣເລຍ.

ໂດຍຖະແຫລງການດັ່ງກ່າວ ໄດ້ສະເໜີແນະໃຫ້ລັດຖະບານອອສເຕຣເລຍ ຕ້ອງກົດດັນ ທາງການລາວ ເພື່ອໃຫ້ສະແດງຄວາມຮັບຜິດຊອບ ໃນການສືບສວນຫາຄວາມຈິງກ່ຽວກັບ ການຫາຍຕົວໄປຂອງ ທ່ານສົມບັດ ແລະ ນຳເອົາຕົວຜູ້ກະທຳຄວາມຜິດມາລົງໂທດ ຕາມ ກົດໝາຍໃຫ້ໄດ້ ຫາກບໍ່ສະນັ້ນແລ້ວ ການພົບປະເຈລະຈາດັ່ງກ່າວ ລະຫວ່າງທາງການ ອອສເຕຣເລຍ ກັບລາວ ກໍຈະບໍ່ມີປະໂຫຍດຫຍັງເລີຍ ນອກຈາກການພົບປະເຈລະຈາ
ປາກເປົ່າ ທີ່ມີຂຶ້ນຕາມກຳນົດເວລາເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ການພົບປະເຈລະຈາດັ່ງກ່າວ ກໍໄດ້ຜ່ານພົ້ນໄປແລ້ວ ຫາກແຕ່ກໍຍັງບໍ່ ປາກົດວ່າ ໄດ້ມີໝາກຜົນແນວໃດເກີດຂຶ້ນ ຈາກການພົບປະເຈລະຈາໃນຄັ້ງນີ້ ຫຼືບໍ່ ເນື່ອງ ຈາກທາງການອອສເຕຣເລຍ ແລະ ລາວບໍ່ໄດ້ເຜີຍແຜ່ຂໍ້ມູນອອກມາ ສູ່ການຮັບຮູ້ໃນວົງ ກວ້າງແຕ່ຢ່າງໃດ. Continue reading “ອົງການ HRW ຮຽກຮ້ອງໃຫ້ ນາໆ ຊາດ ກົດດັນລາວ ເລື້ອງ ທ່ານສົມບັດ ສົມພອນ”