ຜູ້ ໃຫ້ ການ ຊວ່ຍ ເຫລືອ ຕອ້ງ ພັກດັນ ໃຫ້ ລັຖະບານ ສປປ ລາວ ແກ້ໄຂ ປັນຫາ ສິດທິ ມະນຸດ

FIDH_pinar_selekInternational Federation for Human Rights/Lao Movement for Human Rights (13 ພຶສະຈິກາ 2014)

ປາຣີ , 14 ພຶສະຈິກາ 2014 – ‘ຕ່າງ ປະເທດ ທີ່ ໃຫ້ ການ ຊ່ວຍເຫລືອ ຄວນ ຈະ ທົບທວນ ຄືນ ເຖີງ ເງື່ອນໄຂ ຂອງ ການ ຊວ່ຍເຫລືອ ໂດຍ ຣຽກຣອ້ງ ໃຫ້ ທາງການ ສປປ ລາວ ແກ້ໄຂ ປັນຫາ ໂດຍ ແທ້ຈີງ’, ສະຫະພັນ ສາກົນ ເພື່ອ ສິດທິ ມະນຸດ ແລະ ຂະບວນ ການ ລາວ ເພື່ອ ສິດທິ ມະນຸດ ໃດ້ ກ່າວ ໃນ ສານ ສະບັບ ລົງ ວັນທີ່ 13 ພຶສະຈິກາ 2014 ສົ່ງ ເຖີງ ບັນດາ ນັກ ການ ທູດ ແລະ ອົງການ ທີ່ ໃຫ້ ການ ຊວ່ຍເຫລືອ ທີ່ ນະຄອນ ວຽງຈັນ.

LMHR-Logoໃນ ວັນທີ່ 14 ພຶສະຈິກາ 2014, ທາງການ ສປປ ລາວ ແລະ ຄະນະ ຕ່າງ ປະເທດ ທີ່ ໃຫ້ ການ ຊວ່ຍເຫລືອ ມີ ໝາຍ ກຳນົດ ເຂົ້າ ຣວ່ມ ກອງ ປະຊູມ ໂຕະມົນ ທີ່ ນະຄອນ ຫລວງ ວຽງຈັນ ຊື່ງ ມີ ເປົ້າໝາຍ ທົບທວນ ເຖີງ ການ ດຳເນີນ ນະໂຍບາຍ ການ ພັທະນາ ສັງຄົມ ແລະ ເສຖກິດ ແຫ່ງ ຊາດ ສະບັບ ທີ່ 7, ຕລອດ ເຖີງ ປັນຫາ ອື່ນໆ ທີ່ ຢິບຍົກ ຂື້ນ ມາ ສົນທະນາ ໃນ ໂອກາດ ກອງປະຊູມ ໂຕະມົນ ເມື່ອ ປີ ທີ່ ຜານ ມາ, ຄັ້ງ ເດືອນ ພືສະຈິກາ 2013. ກອງ ປະຊູມ ໃນ ມື້ ນີ້ ຍັງ ຈະ ເປັນ ໂອກາດ ໃຫ້ ທັງ ສອງ ຝ່າຍ ໃດ້ ແລກປ່ຽນ ຂໍ້ມູນ ແລະ ຄວາມຄິດ ຄວາມເຫັນ ກ່ຽວກັບ ຍຸທະາດ ແລະ ແຜນການ ພັທະນາ.

ເມື່ອ ບໍ່ ເທົ່າ ໃດ ປີ ທີ່ ຜ່ານ ມາ, ການ ຊວ່ຍເຫລືອ ການ ພັທະນາ (Official Development Assistance-ODA) ໃຫ້ ສປປ ລາວ ໃດ້ ເພີ້ມ ຂື້ນ ຢ່າງ ຕໍ່ເນື່ອງ, ເຖີງ 23% ຈາກ 630 ລ້ານ ໂດລາ ສະຫະຣັດ ໃນ ປີ 2012-2013. ແຕ່ ໜ້າ ເສັຍດາຍ ທີ່ ຄວາມ ປາຖນາ ຂອງ ຜູ້ ໃຫ້ ການ ຊວ່ຍເຫລືອ ຢາກ ໃຫ້ ຊິວິດ ການ ເປັນຢູ່ ຂອງ ປະຊາຊົນ ລາວ ດີ ຂື້ນ, ບໍ່ ໃດ້ ຣັບ ຄວາມ ປາຖນາ ດີ ດັ່ງ ດຽວ ກັນ ຈາກ ທາງການ ສປປ ລາວ ໃນ ການ ຢາກ ຕັ້ງໃຈ ສົ່ງເສີມ ແລະ ປົກປອ້ງ ສິດທິ ພື້ນຖານ ຂອງ ປະຊາຊົນ, ນີ້ ຄື ຄຳ ເວົ້າ ໃນ ຈົດໝາຍ ຂອງ ສະຫາພັນ ສາກົນ ເພື່ອ ສິດທິ ມະນຸດ ແລະ ຂະບວນ ການ ລາວ ເພື່ອ ສິດທິ ມະນຸດ.

‘’ ໃນ ສປປ ລາວ ຊັບ ສົມບັດ ຈາກ ການ ຊວ່ຍເຫລືອ ຕ່າງ ປະເທດ ບໍ່ ໃດ້ ນຳພາ ໃຫ້ ຊື່ງ ການ ນັບຖື ສິດທິ ມະນຸດ ແຕ່ ປະການ ໃດ. ເຖີງ ເວລາ ແລ້ວ ທີ່ ຜູ້ ໃຫ້ ການ ຊວ່ຍເຫລືອ ຈະຕອ້ງ ວາງ ເງື່ອນໄຂ ພັກດັນ ໃຫ້ ລັຖະບານ ສປປ ລາວ ນັບຖື ສິດທິ ມະນຸດ ‘’ ທ່ານ ກາຣີມ ລາຣີດຈີ, ປະທານ ສະຫະພັນ ສາກົນ ເພື່ອ ສິດທິ ມະນຸດ ໃດ້ ກ່າວ. Continue reading “ຜູ້ ໃຫ້ ການ ຊວ່ຍ ເຫລືອ ຕອ້ງ ພັກດັນ ໃຫ້ ລັຖະບານ ສປປ ລາວ ແກ້ໄຂ ປັນຫາ ສິດທິ ມະນຸດ”

ອະນາຄົດຂອງປະເທດລາວ: ພູມມີປະເທດ ທີ່ເປົ່າປ່ຽວ

The Economist: 26 ຕຸລາ 2013

ກຸ່ມກ້ອນການປົກຄອງລຶກລັບ ແລະ ອຳນາດມືດກອບໂກຍທີ່ດິນ ແມ່ນບັນຫາທີ່ແຜ່ກະຈາຍປົກຄຸມ ປະເທດ ທີ່ທຸກຍາກ

20131026_ASP004_0ຍົນໂດຍສານແອບັສ A320 ຖືກສັ່ງຜະລິດໂດຍ ພັນເອກ ມວມມາ ກາດດາຟີ (Muammar Quaddafi) ແຕ່ກໍ ໜ້າແປກໃຈທີ່ທ້າຍທີ່ສຸດມັນໄດ້ຕົກມາເປັນຊັບສິນໃນຄອບຄອງຂອງສາຍການບິນລາວ (Lao Airlines). ຖ້ານັ່ງຢູ່ບ່ອນ ນັ່ງຂ້າງປະຕູປ່ອງຢ້ຽມບິນຢູ່ເໜືອປະເທດລາວ ຄົນທີ່ເຂົ້າມາຢ້ຽມຢາມຈະສຳຜັດໄດ້ເຖິງຄວາມອ່ອນແອຂອງ ລັດ ເຊິ່ງຈະເຫັນວ່າການຕັດໄມ້ທຳລາຍປ່າເປັນແລວຍາວໄປຈົນຮອດຊາຍແດນປະເທດຈີນ. ເມື່ອບໍ່ດົນມານີ້ ແລະ ຮ້າຍແຮງທີ່ສຸດ ທີ່ນັກວິທະຍາສາດຈາກມະຫາວິທະຍາໄລລັນດ໌ ແຫ່ງສວີເດັນ ທີ່ໄດ້ເລືອກເອົາປະເທດລາວໃຫ້ ເປັນພື້ນທີ່ທົດລອງເຕັກນິກໃໝ່ໃນການບໍລິຫານຈັດການກິດຈະກຳດ້ານເສດຖະກິດຈາກອາວະກາດ ເຊິ່ງໄດ້ມີ ການເຊື່ອມເຂົ້າກັນລະຫວ່າງຮູບພາບຈາກຈານດາວທຽມໃນຕອນກາງຄືນ ກັບຂໍ້ມູນການນຳໃຊ້ທີ່ດິນ ເຊິ່ງຈະສາ ມາດກະປະມານ ແຕ່ມີຄວາມທ່ຽງກົງໄດ້ຢ່າງໜ້າປະຫຼາດໃຈ ກ່ຽວກັບການປ່ຽນແປງຂອງກິດຈະກຳດ້ານກະຊິກຳ ແລະ ກິດຈະກຳທີ່ບໍ່ແມ່ນດ້ານກະສິກຳ. ສຳລັບປະເທດລາວ ມັນຍັງໝາຍເຖິງການບໍລິຫານຈັດການຜົນກະທົບຂອງ ເງິນຕາປະເທດຈີນ ແລະ ຫວຽດນາມຈາກເທິງອາວະກາດ.

ຢູ່​ເທິງ​ພື້ນ​ດິນ ​ທີ່​ແຂວງ​ພາກ​ເໜືອ​ ກໍ​ຄື​ແຂວງ​ອຸດົມ​​ໄຊ ລົດ​ຈິ໋ບ​ທີ່​​ບຸກ​ເຂົ້າ​ໄປ​ຕັດ​ຕົ້ນ​ໄມ້​ຕາມຮ່ອມ​ພູ​ສ່ວນ​ໃຫຍ່​ແມ່ນ​ລົດ​ທີ່​ຕິດ​ປ້າຍ​ທະ​ບຽນຈີນ ​ແລະ ຫວຽດນາມ. ​​ສີ່​ເມືອງ​ໃນ​ແຂວງ​ດັ່ງກ່າວ​ແມ່ນ​ຖື​ວ່າ​ເປັນ​ເມືອງ​ທີ່​ເສດຖະກິດ​ຂະຫຍາຍຕົວ​ໄວ​ທີ່​ສຸດ​ໃນ​ປະ​ເທດ ອີງ​ຕາມນັກວິ​ໄຈ​ຈາກ​ປະ​ເທດ​ສວີ​ເດັນ (ລັດຖ​ະບານ​ລາວ​​ເຊິ່ງ​ເປັນ​ລັດ​ທີ່​ຕໍ່ຕ້ານ​ຄວາມ​ຄິດ​ໃໝ່ໆ ​ໄດ້​ສະໜອງ​ຂໍ້​ມູນ​ໜ້ອຍ​ທີ່​ສຸດ) ການ​ລົງທຶນລ້ວນ​ສຸມ​ໃສ່ດ້ານ​ກະສິກຳ​ປູກຝັງ, ການ​ປູກ​ຢາງພາລາ, ຕະຫຼາດ​ປູກຝັງ ​ແລະ ພືດ​ທາງ​ເສ​ດຖະກິດ ​ເຊິ່ງສ່ວນ​ໃຫຍ່​ແມ່ນ​ເພື່ອ​ຂົນ​ໄປ​ລ້ຽງ​ຊີບ​ປະຊາກອນ​ຈຳນວນ​ມະຫາສານ​​ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ຈີນ. ຜົນ​ຂ້າງ​ຄຽງ​ທີ່​ເກີດ​ຂື້ນແມ່ນ​​ລວມ​​ທັງ​ການ​ສູນ​ເສຍ​ປ່າ​ໄມ້ ​ແລະ ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ນາໆ​ພັນ, ດິນ​ເຊາະເຈື່ອນ​ຢ່າງຮຸນ​​ແຮງ ​ແລະ ຊາວບ້ານ​ຈຳນວນ​ຫຼວງ​ຫຼາຍ​ໃນ​​​​​​ແຂວງ​ທີ່​ມີ​ຄວາມຫຼາກຫຼາຍທາງດ້ານ​ຊົນ​ເຜົ່າ​​ຕ້ອງ​ໄດ້​ອົບ​ພະຍົບອອກ​ຈາກທີ່​ດິນອາໄສ​ຂອງ​ຕົນ​ເອງ. Continue reading “ອະນາຄົດຂອງປະເທດລາວ: ພູມມີປະເທດ ທີ່ເປົ່າປ່ຽວ”

ການສຶກສາແບບມີສ່ວນຮ່ວມ

ຟີມປີ 2012, ກິ​ດຈະ​ກຳ​ນອກ​​ໂມງ​ຮຽນ​ຂອງ​ນັກ​ຮຽນ​ມັດ​ທະ​ຍົມ​ປາຍ​ແຂວງ​ຊຽງ​ຂວາງ (​​ໝວດເດັກ​ອາສາ​​ໃນ​ໂຄງການຕ້ານ​ຢາ​ເສບ​ຕິດຂອງ​ກົມ​ສິນລະປະ​ ແລະ​ພະ​ລະສຶກສາ) ​ລົງເກັບ​ກຳ​ຂໍ້​ມູນ  ພ້ອມ​ທັງວິ​ເຄາະ​ວິ​​ໄຈທ່າ​ແຮງ ​ແລະ ​ບັນຫາ​​ໃນ​ຊຸມ​ຊົນ​ຕົນ​ເອງ ​ໃນ​ດ້ານ​ວັດທະນະທຳ-ສັງຄົມ,​ ທຳ​ມະ​ຊາດ, ​ເສດຖະກິດ ​​ແລະ ຄວາມສຸກ ​(ກອບ​ 4 ​ເສົາການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ທ່ານ ສົມບັດ ສົມ​ພອນ) ເພື່ອ​ນຳ​ໄປ​ສູ່ການ​ເຂົ້າ​​ໃຈ​ຊຸມ​ຊົນ​ຕົນ​ເອງ ​ແລະ ການຈັດ​ບູລິ​ມະ​ສິດ​ບັນຫາ​ທີ່​ຕ້ອງ​ໄດ້​ແກ້​ໄຂ​ຮ່ວມ​ກັນ. ​ບັນຫາ​ທີ່​ພົ້ນ​ເດັ່ນ​ ຕ້ອງ​ໄດ້​ມີ​ການ​ແກ້​ໄຂ​ຮີບ​ດ່ວນຈາກ​ການ​ວິ​ເຄາະຮ່ວມ​ກັນ​ຂອງຊຸມ​ຊົນ​​ໃນ​ ຟີມ​ນີ້ ​​ແມ່ນຄວາມ​ບໍ່ຊັດ​ເຈນ​​ເລື່ອງຂອບ​ເຂດ​ຊາຍ​ແດນທີ່​ດິນລະຫວ່າງ​ບ້ານ​ກັບ​ບ້ານ ​ ຍ້ອນບໍ່​ມີ​​ເອກະສານ​ອ້າງ​ອີງ ​ແລະບໍ່​ມີ​ຄົນໃຫ້​ຄວາມ​ກະ​ຈ່າງ​ແຈ້​ງ. ທ້າ​ຍທີ່​ສຸດ ຂະ​ບວນການ​ໄດ້​ນຳ​ໄປ​ສູ້​ການ​​ເຊື້ອ​ເຊີນ​ວິ​ຊາ​ການສະ​ເພາະດ້ານ​ການຈັດ​ສັນ​ ທີ່​ດິນ​​ຈາກ​ພາກ​ລັດ​ເຂົ້າ​ມາ​ຊ່ວຍ​ແກ້​ໄຂ​ບັນຫາດັ່ງກ່າວ​ຮ່ວມ​ກັນ.

ຮູບແບບການພັດທະນາທີ່ສົມດູນຍິ່ງຂຶ້ນ

ຮູບແບບການພັດທະນາທີ່ສົມດູນຍິ່ງຂຶ້ນ ເພື່ອເຮັດໃຫ້ໄດ້ຮັບຫມາກຜົນອັນແທ້ຈິງຈາກວິໄສທັດຂອງຜູ້ນຳກໍ່ສ້າງ ປະເທດຊາດທີ່ກ່າວໄວ້ວ່າປະເທດແມ່ນຕ້ອງປົກຄອງໂດຍປະຊາຊົນ ແລະເພື່ອປະຊາຊົນແລະ ບົນພື້ນຖານ ຕາມແນວທາງຫຼັກຂອງກົດຫມາຍ ເພື່ອນຳມາເຊິ່ງ “ສັນຕິພາບ, ເອກະລາດ, ເອກະພາບ, ແລະ ວັດທະນາຖາວອນເພື່ອປວງຊົນລາວທັງຊາດ”, ຜູ້ນຳຂອງລາວແລະ ນັກວາງນະໂຍບາຍຄວນຍັບອອກຈາກ ກະແສທີ່ຍຶດເອົ າຫຼັກການພັດທະນາຮູບແບບທຶນນິຍົມຕາເວັນຕົກ ໃນການຂະnາຍໂຕຂອງເສດຖະກິດ ແລະ ທັດສະນະທີ່ວ່າ “ເຮັດໃຫ້ຮັງມີໄວ”. ແຜນຍຸດທະສາດແລະ ນະໂຍບາຍດ້ານ ການພັດທະນາຂອງລາວຄວນໃຫ້ ມີລັກສະນະຮອບດ້ານ ແລະມີຄວາມສົມດູນ ແລະ ຄວນນຳເອົ າ 4-ມຸມມອງນຳເຂົ້າໄປຮ່ວມໃນການພິຈາລະນາຕໍ່ (1) ເສດຖະກິດຫຼື ການຮັບປະກັນດ້ານການດຳລົງຊີວິດ; (2) ຄວາມສົມບູນທາງດ້ານວັດທະນະທຳ ແລະ ຄວາມຕໍ່ເນື່ອງ; (3) ຄວາມຍືນຍົງຂອງສະພາບແວດລ້ອມ; ແລະ (4) ການປົກຄອງທີ່ດີ. ມັນເປັນພຽງການດັດປັບ ສົມດູນຂອງຮູບແບບການພັດທະນາ ທີ່ລາວເຮົ າ ຈະບັນລຸໄດ້ໃນໄລຍະຍາວເພື່ອການເຕີບໂຕຂອງເສດຖະກິດ ແລະການລຶບລ້າງຄວາມທຸກຍາກ, ສິ່ງນີ້ກໍ່ຍັງເປັນເນື້ອຫາຫຼັກທີ່ຖືກສະຫນັບສະຫນູນໃຫ້ນຳສະເຫນີ ແລກປ່ຽນບົດຮຽນໂດຍກອງປະຊົມເວທີພາກປະຊາຊົນອາຊີ-ເອີຣົບ (AEPF).

ຈາກ ”ຄຳຖະແຫຼງວິໄສທັດຂອງລາວ ແລະ ຂໍ້ສະເຫນີແນະເພື່ອຈັດຕັ້ງປະຕິບັດ ໃນການນຳສະເຫນີຕໍ່ກອງປະຊຸມ ເວທີພາກປະຊາຊົນ ຄັ້ງທີ 9”

ການສຶກສາ ເເລະການພັດທະນາ…

Sombath-012ເເມ່ເເບບການສຶກສາ ແລະພັດທະນາທີ່ຍືນ​ຍົງຄວນມີຄວາມສົມດຸນລະຫວ່າງ ຫຼັກສີ່ປະການ ໄດ່ເເກ່ການ​ພັດທະນາ​ດ້ານເສດທະກິດ​ ໃຫ້​ມີຄວາມສອດຄ້ອງ ກັບດ້ານສິ່ງເເວດລ້ອມ ການສົ່ງເສີມເເລະອານຸລັດວັດທະນາທຳ ເເລະ ຄວາມງອກງາມທາງດ້ານຈິດວິນຍານ…

ການສຶກສາ ເເລະການພັດທະນາທີ່ສອດຄ່ອງກັບສິ່ງເເວດລ້ອມເເລະ ເປັນອົງລວມມີ ຄວາມເຊື່ອມ​ໂຍງ​ເຖິງກັນ ມີຄວາມສຳພັນຕໍ່ກັນເເລະ​ເກື້ອກູນຊຶ່ງກັນເເລະກັນ

ເເນ່ນອນວ່າສິ່ງທີ່ເປັນພື້ນຖານຂອງເເມ່ແບບເລົ່ານີ້ຄື ທັມມາ​ພິບານ ​ເຊິ່ງຈະ ສົ່ງເສີມຄວາມຍຸດຕິທຳ ເເລະຄວາມເປັນທຳສຳລັບທຸກຄົນໂດຍຜ່ານຫຼັກນິຕິທຳ

ສົມບັດ ສົມພອນ, ຈາກ ”ການສອນຄວາມສຸກ,” ການສຳພາດໃນ Bangkok Post, 24 ສິງຫາ 2012

“ພວກເຮົາມີໂລກ ພຽງແຕ່ໃບດຽວເທົ່ານັ້ນ.”

Earth-Globeປະຈຸບັນນີ້ພວກເຮົາບໍລິໂພກຫຼາຍ ກວ່າ 150% ຂອງສິ່ງທີ່ໂລກສາມາດ ສ້າງຟື້ນຄືນມາໃຫມ່ໄດ້. ຫມາຍຄວາມວ່າປະຈຸບັນນີ້ພວກເຮົາຊົມໃຊ້ຫນຶ່ງ ຫນ່ວຍໂລກເຄິ່ງ. ອັນນີ້ມັນບໍ່ຍືນຍົງແທ້, ແລະ ພວກເຮົາຈະມີຫຍັງປະໄວ້ໃຫ້ຄົນຮຸ່ນຕໍ່ໄປ. ເພາະພວກເຮົາມີໂລກ ພຽງແຕ່ໃບດຽວເທົ່ານັ້ນ. ນະໂຍບາຍເບິ່ງຄືວ່າຟ້າວກອບໂກຍເອົາສິ່ງທີ່ເຮົາ ສາມາດເອົາໄດ້ດຽວນີ້ ແລ້ວປ່ອຍໃຫ້ລູກຫຼານແກ້ບັນຫາດ້ວຍເຂົາເອງໃນອະນາຄົດ!

ສົມບັດ ສົມພອນ, ຄຳກ່າວເປີດກອງປະຊຸມເວທີພາກປະຊາຊົນອາຊີ-ເອີຣົບຄັ້ງທີ 9 (AEPF) ເດືອນຕຸລາ ປີ 2012