ສະພາຢູໂຣບ ລົງມະຕິ ປະນາມ ຣັຖບາລລາວ

ວິທະຍຸເອເຊຍເສລີ: 19 ກັນຍາ 2017ສະພາຢູໂຣບ ອະທິບາຍ ໃນມື້ວັນທີ 14 ກັນຍາ 2017 ທີ່ເມືອງ ສະຕຣາສບວກ ປະເທສ ຝຣັ່ງເສດ ເຣຶ່ອງການລະເມີດ ສິດທິມະນຸດ ຢູ່ ປະເທສລາວ ແລະໄດ້ລົງມະຕິ ປະນາມ ຣັຖບາລ ສປປລາວ ແລະຮຽກຮ້ອງ ໃຫ້ປ່ອຍ ຄົນງານລາວ 3 ຄົນ ທີ່ຖືກ ທາງການລາວ ຕັດສິນ ລົງໂທດ ຈໍາຄຸກ ເປັນເວລາດົນນານ ນັ້ນ ຢ່າງຮີບດ່ວນ ແລະ ບໍ່ມີເງື່ອນໄຂ.

ບັນດາຜູ້ເຂົ້າຮ່ວມ ກອງປະຊຸມ ສະພາຢູໂຣບ ຕ່າງກໍເວົ້າ ການລະເມີດ ສິດທິມະນຸດ ຢູ່ ສປປລາວ ເປັນຕົ້ນການເຮັດ ໃຫ້ ທ່ານ ສົມບັດ ສົມພອນ ຫາຍສາບສູນ, ການຈັບກຸມ ແລະຕັດສິນ ລົງໂທດ ຈໍາຄຸກ ຄົນງານລາວ 3 ທີ່ ກັບມາຈາກ ປະເທສໄທ ຢ່າງ ໜັກໜ່ວງ ຄື: ທ້າວ ສົມພອນ ພິມມະສອນ, ນາງຫລອດຄໍາ ທໍາມະວົງ ແລະ ທ້າວ ສຸການ ໃຈທັດ ທີ່ຖືກຈັບຕົວ ໃນຕົ້ນປີ 2016 ໃນຂໍ້ຫາ ວິພາກວິຈານ ພັກ-ຣັຖ ເຣື່ອງການ ສໍ້ຣາສບັງຫຼວງ, ການລະເມີດ ສິດທິມະນຸດ ຜ່ານທາງ ເຟສບຸກ ແລະ ໄດ້ເຂົ້າຮ່ວມ ການຊຸມນຸມ ປະທ້ວງ ຣັຖບານ ຢູ່ຕໍ່ໜ້າ ສະຖານທູດ ສປປ ລາວ ທີ່ບາງກອກ ປະເທດໄທ ໃນມື້ວັນທີ 2 ທັນວາ 2015. ຜູ້ແທນທ່່ານນຶ່ງ ທີ່ເຂົ້າຮ່ວມ ກອງປະຊຸມສະພາ ຢູໂຣບເວົ້າວ່າ:

“ທ່ານກ່າວວ່າ ຢູ່ລາວບໍ່ມີພຽງແຕ່ ກໍຣະນີ 3 ຄົນນີ້ ແຕ່ຍັງມີການບັງຄັບໃຫ້ ຫາຍສາບສູນ ຫລາຍຄົນ. ນຶ່ງໃນນັ້ນແມ່ນ ນັກເຄື່ອນໄຫວ ເພື່ອສິ່ງແວດລ້ອມ ຊຶ່ງ ທ່ານ ສົມພອນ ສັນຕິສຸກ ຜູ້ຄັດຄ້ານ ໂຄງການ ກະສິກັມ ໃຫຍ່ໆ ທີ່ບໍຣິສັດ ຕ່າງປະເທສ ລົງທຶນ”.

ອີກທ່ານນຶ່ງ ກໍເວົ້າວ່າ:

“ທ່ານເວົ້າວ່າ ຖ້າບໍ່ມີ ປະຊາທິປະຕັຍ ພວກເຮົາ ກໍບໍ່ສາມາດມີ ສິດທິມະນຸດໄດ້. ຖ້າບໍ່ມີສິດທິມະນຸດ ກໍບໍ່ມີ ປະຊາທິປະຕັຍ. ສະພາບແບບນີ້ ກໍມີຢູ່ໃນ ປະເທສລາວ ຊຶ່ງບໍ່ມີສິດ ໃນການປາກເວົ້າ ໂຮມຊຸມນຸມ. ປະເທສລາວ ຖືກປົກຄອງດ້ວຍ ກໍາປັ້ນເຫຼັກ ອໍານາດຜະເດັດການ ທີ່ບໍ່ ອະນຸຍາດ ໃຫ້ມີຫລາຍ ພັກການເມືອງ, ບໍ່ຍອມໃຫ້ມີການ ຕໍານິຕິຕຽນໃດໆ. ຫຼາຍຄົນກໍຫາຍສາບສູນ ແລະມີການກົດດັນ ຊົນເຜົ່າສ່ວນ ໜ້ອຍ”.

ເວົ້າເຖິງຜູ້ທີ່ຈັບຄົນງານລາວ 3 ຄົນນັ້ນ ຜູ້ແທນ ທ່ານນຶ່ງ ເວົ້າວ່າ:

“ທ່ານເວົ້າວ່າ ຂອບໃຈຫລາຍໆ ທ່ານປະທານ 3 ຄົນ ທີ່ເປັນນັກເຄື່ອນໄຫວ ຊຶ່ງບົ່ງຊື່ ຢູ່ໃນມະຕິນັ້ນ ຖືກຕັດສິນລົງໂທດ ເປັນຫຍັງ ເພາະ ພຽງແຕ່ໄດ້ລົງຂ່າວ ທາງ Facebook ກ່ຽວກັບ ຄວາມຄິດເຫັນ ເວລາ ຢູ່ປະເທສໄທ ແລະແມ່ນ ຕໍາຣວດ ວຽດນາມ ຈັບພວກເຂົາ”.

ແລະຜູ້ທີ່ສັງລວມບັນຫາຕ່າງໆ ກ່ຽວກັບການລະເມີດ ສິດທິມະນຸດ ຂອງທາງການ ສປປລາວ ທີ່ໄດ້ຍົກຂຶ້ນ ໃນກອງປະຊຸມ ນັ້ນກໍກ່າວ ຕອນນຶ່ງວ່າ:

“ທ່ານກ່າວວ່າ ຂອບໃຈ ທ່ານປະທານ ສະພາຢູໂຣບ ຕິດຕາມເບິ່ງການຈັບ ແລະການຕັດສິນ ລົງໂທດ ຊາວລາວສາມຄົນ ຊຶ່ງພວກເຮົາ ກໍາລັງອະທິບາຍ ກັນຢູ່ໃນມື້ນີ້ ໄວລຸ່ນລາວ ທັງສາມ ຖືກຕ້ອງຫາຄະດີ ຕໍານິຕິຕຽນ ຣັຖບາລ ທາງ internet ໃນເວລາ ເຮັດວຽກຢູ່ຕ່າງ ປະເທສ”.

ມະຕິດັ່ງກ່າວ ຣະບຸວ່າ:

“ຣັຖບານ ສປປລາວ ບໍ່ໄດ້ເອົາມາດຕະການ ເທົ່າທີ່ຄວນ ໃນການພັທນາ ສະຖານະພາບ ດ້ານສິດທິມະນຸດໃຫ້ດີຂື້ນ, ຊຶ່ງໃນນັ້ນກໍມີທັງ ບັນຫາ ຊົນເຜົ່າສ່ວນໜ້ອຍ ທີ່ຣັຖບານ ສປປລາວ ຍັງສືບຕໍ່ ຈຳກັດສິດທິ ໃນການປາກເວົ້າ, ການໂຮມຊຸມນຸມ ຢ່າງຮຸນແຮງຢູ່”.

ພ້ອມກັນນັ້ນ ທາງການລາວ ຍັງບໍ່ມີກົດເກນ ໃນການຕັດສີນຄະດີ ຢ່າງທ່ຽງທັມ, ລະບົບຕຸລາການ ຂາດຄວາມຍຸດຕິທັມ, ຍັງສືບຕໍ່ການ ລ່ວງລະເມີດ ສິດທິມະນຸດ, ຜູ້ກໍ່ເຫດ ບໍ່ຖືກລົງໂທດ. ສະພາຢູໂຣບ ຮຽກຮ້ອງ ໃຫ້ທາງການ ສປປລາວ ນັບຖືເງື່ອນໄຂ ສາກົນ ເພື່ອ ປົກປ້ອງ ເສຣີພາບໃນການປາກເວົ້າ, ຂີດຂຽນ ແລະໂຮມຊຸມນຸມ, ແລະໃຫ້ທາງການ ສປປລາວ ໃຫ້ສັດຕະຍາບັນ ສົນທິສັນຍາສາກົນ ວ່າດ້ວຍການ ປົກປ້ອງທຸກຄົນ ບໍ່ໃຫ້ຖືກ ບັງຄັບໃຫ້ ຫາຍສາບສູນ ທີ່ຣັຖບາລ ສປປລາວ ໄດ້ລົງນາມ ເມື່ອປີ 2008.

ໃນມະຕິນີ້ ສະພາຢູໂຣບ ໄດ້ສະແດງຄວາມວິຕົກກັງວົນ ເປັນຢ່າງຍິ່ງຕໍ່ການລ່ວງລະເມີດ ສິດທິມະນຸດ ຢ່າງຕໍ່ເນື່ອງ ເຊັ່ນການຖືກບັງຄັບ ໃຫ້ ຫາຍສາບສູນ ແລະ ການຕັດສິນຄະດີ ແບບບໍ່ທ່ຽງທັມ, ຮຽກຮ້ອງ ໃຫ້ທາງການ ສປປລາວ ນັບຖືສົນທິ ສັນຍາ ສາກົນ ວ່າດ້ວຍ ສິດທິມະນຸດ ໂດຍໃຫ້ເຜີຍຂໍ້ມູນ ກ່ຽວກັບ ຢ່າງໜອ້ຍ 10 ຄົນ ທີ່ຖືກບັງຄັບ ໃຫ້ຫາຍສາບສູນ ທີ່ມີຢູ່ນັ້ນ ຢ່າງຮີບດວ່ນ ຊຶ່ງຮວມທັງ ທ່ານ ສົມບັດ ສົມພອນ ແລະ ສົມພອນ ຂັນຕິສຸກ, ໃຫ້ຊີ້ແຈງໂທດ ຢ່າງລະອຽດ ພອ້ມທັງ ແຈ້ງຫລັກຖານ ໃນກໍລະນີ ຂອງ ນັກເຂື່ອນໄຫວ ທີ່ຖືກຈໍາຄຸກ ຢູ່ນັ້ນ.

ກ່ຽວກັບມະຕິສະພາຢູໂຣບ ທີ່ວ່ານັ້ນ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ກ່າວໃນ ຖແລງການ ສນັບສນູນມະຕິ ນັ້ນໃນມື້ວັນທີ 17 ກັນຍາ ວ່າ:

“ຖແລງການ ຂອງພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ພວກເຮົາ ທີ່ໄດ້ອອກ ໃນວັນທີ 17 ກັນຍາ 2017 ເພື່ອສນັບສນູນ ມະຕິ ຂອງ ສະພາຢູໂຣບ ຄັ້ງວັນທີ 14 ກັນຍາ 2017 ອັນສໍາຄັນ ທີ່ສຸດແມ່ນ ພວກເຮົາ ສນັບສນູນ ທຸກຂໍ້ຄວາມ ຄໍາສເນີ ການຜັກດັນ ທາງການ ສປປລາວ ໃຫ້ແກ້ໄຂບັນຫາ ການລະເມີດ ສິດທິມະນຸດ ການຈັບກຸມ ປະຊາຊົນ ແກ້ໄຂບັນຫາ ໃຫ້ມີການປ່ຽນແປງ ໃນລາວ ໄປສູ່ ປະຊາທິປະຕັຍ ທີ່ມີຫລາຍ ພັກການເມືອງ, ດັ່ງນັ້ນພວກເຮົາ ພັນທະມິດ ເພື່ອປະຊາທິປະຕັຍ ໃນລາວ ຈຶ່ງສນັນສນູນ 100% ຕໍ່ມະຕິ ຂອງສະພາຢູໂຣບ ຄັ້ງນີ້.

ຖ້າຫາກວ່າຣັຖບາລ ສປປລາວ ຍັງບໍ່ປ່ຽນແປງ ໄປສູ່ ປະຊາທິປະຕັຍ ທ່ານຄິດວ່າ ສະຫະພາບຢູໂຣບ ນີ້ສິກົດດັນ ຣັຖບາລ ສປປລາວ ຕື່ມບໍນໍ?

“ຂ້າພະເຈົ້າ ເຂົ້າໃຈວ່າ ສະພາຢູໂຣບ ນີ້ຈະກົດດັນ ທາງການ ສປປປລາວ ໄປນັບມື້ນັບແຮງ ຂຶ້ນຊັກໃຊ້ ຖ້າຫາກ ທາງການ ສປລາວ ບໍ່ຍອມແກ້ໄຂ ບັນຫາ ການລະເມີດ ສິດທິມະນຸດ ແລະບັນຫາ ທີ່ບໍ່ມີ ປະຊາທິປະຕັຍ ໃນລາວ ເພາະວ່າ ສະພາຢູໂຣບ ນີ້ໃຫ້ການ ຊ່ວຍເຫລືອ ແກ່ ສປປລາວ ປີນຶ່ງ ຢ່າງຕໍ່າ 550 ລ້ານ ຢູໂຣ ເພື່ອຊາວຍເຫລືອ ໃນການພັທນາ ຫລາຍດ້ານ ແລະການຊ່ວຍເຫລືອ ຂອງເພີ່ນກະຕ້ອງ ການຢາກໃຫ້ ສປປລາວ ເອົາໄປຊ່ອຍ ປະຊາຊົນ ໃຫ້ແກ້ໄຂບັນຫາ ຄວາມທຸກຈົນ ຂອງ ປະາຊົນ ໃຫ້ແກ້ໄຂບັນຫາ ການລະເມີດ ສິດທິມະນຸດ ແລະບັນຫາ ທີ່ບໍ່ມີ ປະຊາທປະຕັຍ ໃນລາວ ສະນັ້ນ ທາງສະພາ ຢູໂຣບ ເພີ່ນຈະບໍ່ປ່ອຍປະລະ ເລີຍຕໍ່ບັນຫານີ້ ຢ່າງແນ່ນອນ”.

ດຣ. ບຸນທອນ ຈັນທະລາວົງ-ວີເຊີ ກ່າວໃນຖແລງການ ສນັບສນູນມະຕິ ນັ້ນບາງຕອນວ່າ:

“ໃນນາມ ອົງການ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ແລະ ປະຊາຊົນ ລາວ ຜູ້ທີ່ເຄື່ອນໄຫວ ເພື່ອ ປະຊາທິປະຕັຍ ແລະ ສິດທິມະນຸດ ໃນລາວ ມີຄວາມ ພາກພູມໃຈ ເປັນຢ່າງຍິ່ງ ທີ່ທາງ ສະພາຢູໂຣບ ໄດ້ອອກມະຕິ ຄັ້ງວັນທີ 14 ກັນຍາ 2017 ເພື່ອພັກດັນ ໃຫ້ມີການ ແກ້ໄຂບັນຫາ ລະເມີດ ສິດທິມະນຸດ ໃນລາວ ໂດຍສະເພາະ ບັນຫາ ການຈັບກຸມ ລົງໂທດ ຄົນງານລາວ ສາມຄົນ ແລະວ່າ ມະຕິສະພາ ຢູໂຣບ ສະບັບ ດັ່ງກ່າວ ເປັນການສນັບສນູນ ອັນໃຫຍ່ຫລວງ ໃຫ້ແກ່ ນັກເຄື່ອນໄຫວ ເພື່ອ ປະຊາທິປະຕັຍ ແລະ ສິດທິມະນຸດ ໃນລາວ ແລະ ກໍເປັນຄວາມຫວັງ ເພື່ອ ໃຫ້ຣັຖບາລ ສປປລາວ ຈໍາຕ້ອງປ່ຽນແປງ ຣະບອບ ການປົກຄອງ ໃຫ້ມີ ປະຊາທິປະຕັຍ ໃນລາວ“.

ເວົ້າເຖິງການລະເມີດ ສິດທິມະນຸດ ຢູ່ ສປປລາວ ຫລາຍອົງການຈັດຕັ້ງ ຂອງຊຸມຊົນ ຊາວລາວ ຢູ່ຕ່າງປະເທສ ແລະທັງ ອົງການສິດທິ ມະນຸດ ສາກົນ, ອົງການ Human Rights Watch, ອົງການ ນີລະໂທດກັມ ສາກົນ ແລະ ປະເທສຕ່າງໆ ຕ່າງກໍກ່າວ ປະນາມ ຢ່າງ ແຮງກ້າ ແລະທວງໃຫ້ ຣັຖບາລ ສປປລາວ ນັບຖື ສິດທິມະນຸດ ແລະປ່ອຍຕົວ ພວກທີ່ຖືກ ຈັບກຸມ ຍ້ອນການສະແດງ ຄວາມຄິດເຫັນ ຢ່າງສັນຕິ ຮວມທັງ ຜ່ານສື່ສັງຄົມ ອອນລາຍ ຢ່າງຮີບດ່ວນ ແລະ ບໍ່ມີເງື່ອນໄຂ.

One Reply to “ສະພາຢູໂຣບ ລົງມະຕິ ປະນາມ ຣັຖບາລລາວ”

  1. I’m strongly agree and support Eu- Union in the human rights matters. Hopefully Eu-Union use all of their power to solve the world’s human rights problems, especially LPDR’s Country. Stand up for human and voice for people who has less opportunities to speak for themselves.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.